ເຣີ່ມກວດກາ ຣົຖບັນທຸກນ້ຳໜັກເກີນ ຕາມແຈ້ງການ

ເຈົ້າໜ້າທີ່ໂຍທາທິການ ແລະ ຂົນສົ່ງ ເຣີ່ມກວດກາ ນ້ຳໜັກຣົຖບັນທຸກ ເພື່ອຫຼຸດຜ່ອນບັນຫາ ທາງເປ່ເພໄວກວ່າ ເວລາອັນຄວນ ຂະນະທີ່ຊາວບ້ານເຫັນວ່າ ເປັນພຽງການເຂັ້ມງວດ ໃນເບື້ອງຕົ້ນເທົ່ານັ້ນ ແລະເມື່ອເວລາຜ່ານໄປ ທຸກຢ່າງຈະເຂົ້າສູ່ ໝວດເກົ່າ.

ຣົຖບັນທຸກໜັກ ຈອດຢູ່ແຄມທາງ. ວັນທີ 1 ສິງຫາ 2023. RFA

ເຈົ້າໜ້າທີ່ໂຍທາທິການ ແລະ ຂົນສົ່ງ ໃນແຕ່ລະທ້ອງຖິ່ນ ໄດ້ປະຕິບັດ ການກວດການ້ຳໜັກຣົຖບັນທຸກ ຕາມທີ່ ກະຊວງໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການ ສະບັບເລຂທີ 14861/ຍທຂ ລົງວັນທີ 15 ມິຖຸນາ 2023 ໂດຍ ໄດ້ມີຈຸດປະສົງ ເພື່ອຫຼຸດຜ່ອນບັນຫາ ທາງເປ່ເພໄວກວ່າເວລາອັນຄວນ. ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽ ເສຣີ ໄດ້ສອບຖາມໄປຍັງ ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ຢູ່ແຂວງຄຳມ່ວນ ເຊິ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວວ່າ ທາງພາກສ່ວນຂອງທ່ານ ກໍໄດ້ລົງໄປກວດກາ ແລະ ປະສານສົມທົບກັບ ຜແນກກ່ຽວຂ້ອງ ຂັ້ນແຂວງ ລົງມາກວດກາລະອຽດຕື່ມ ໂດຍ ຣົຖບັນທຸກ ໃນເຂດຮັບຜິດຊອບ ຂອງທ່ານ ສ່ວນຫຼາຍເປັນຣົຖລາວ ແລະ ຣົຖວຽດ ຍັງບໍ່ທັນມີຣົຖຈີນປານໃດD

ດັ່ງທີ່ທ່ານ ກ່າວໃນມື້ວັນທີ 10 ສິງຫາ 2023 ນີ້ວ່າ:

“ແມ່ນແຫຼະໆ ໄດ້ຈັດຕັ້ງປະຕິບັດກວດກາເຈົ້າ. ມີເອື້ອຍນ້ອງທາງໂຍທາເຂົາເຈົ້າເຄື່ອນໄຫວ ກວດກາຊຸດນີ້ເຈົ້າ. ບໍ່ໄດ້ຕັ້ງດ່ານ ແຕ່ວ່າເລາະກວດເປັນທີມງານເຈົ້າ. ຖ້າວ່າເຮົາກວດພົບເຫັນ ກໍຈະປະສານຫາທາງແຂວງລົງມາສົມທົບ ຈະມີຊິງເຄື່ອນທີ່ ຊິງນ້ອຍ. ສະເພາະທາງເມືອງພວກເຮົານີ້ ມັນກໍມີຣົຖບັນທຸກ ແຕ່ວ່າຂນາດນ້ອຍ ແມ່ນຫຍັງນີ້ ຣົຖແຮ່ ຣົຖຊາຍນີ້ນ່າ.​ ມັນມີຣົຖລາວ, ຣົຖວຽດແນ່ ຈຳນວນນຶ່ງ. ຣົຖວຽດສ່ວນຫຼາຍ ກໍປ້າຍລາວນີ້ແຫຼະ ຄົນວຽດຂັບນີ້ນ່າປ້າຍລາວ.

ໂດຍ ທາງພາກສ່ວນກ່ຽວຂ້ອງ ໄດ້ຈັດຕັ້ງໜ່ວຍກວດກາສະເພາະກິຈ ລົງໄປກວດກາຢູ່ຕາມສະຖານີຂົນສົ່ງ ຫຼືສາງສິນຄ້າ ໃນຂົງເຂດຮັບຜິດຊອບ ຂອງທ້ອງຖິ່ນໃຜລາວ ແລະການປັບປຸງ ສະຖານີຕິດຊັ່ງນ້ຳໜັກ ຕາມເສັ້ນທາງ ຫຼວງຕ່າງໆ ພ້ອມທັງໄດ້ມີມາຕການຕັກເຕືອນ ແລະ ປັບໃໝ ຜູ້ກະທຳຜິດ ຕາມລະບຽບກົດໝາຍ.

ທາງດ້ານ ຜູ້ປະກອບການຣົຖຂົນສົ່ງ 22 ລໍ້ ຜູ້ນຶ່ງ ເປີດເຜີຍໃນສື່ສັງຄົມອອນລາຍນ໌ ຂອງລາວວ່າ ໄດ້ຖືກເຈົ້າໜ້າທີ່ ສະຖານີຕິດຊັ່ງນ້ຳໜັກ ຢູ່ທາງຫຼວງເລຂທີ 13 ໃຕ້ ຫຼັກ 35 ເມືອງຈຳພອນ ແຂວງສວັນນະເຂດ ໂດຍຣົຖຂອງເຂົາເຈົ້າບັນທຸກນ້ຳໜັກ 70 ໂຕນ ເຊິ່ງກາຍກົດໝາຍກຳນົດທີ 50 ໂຕນ ຈະຕ້ອງຖືກປັບໃໝປະມານ 23 ລ້ານກີບ.

ດັ່ງລາວກ່າວວ່າ:

“ເພິ່ນເຮັດແທ້ເດີ້. ຕະກີ້ເສັຽທໍ່ໃດເດນີ້. ພວກນີ້ຣົຖມັນຈອດຢູ່ແຄມທາງດຳແລ້ວໄດ໋ ຕີໄຟວໍ້ເລີຍ ເຮັດແທ້ແຫຼະບາດນີ້.”

ທ່ານລະບຸຕື່ມວ່າ ທາງເຈົ້າໜ້າທີ່ໃຫ້ການອະນຸໂລມ ບໍ່ປັບໃໝ ຍ້ອນເປັນການກະທຳຜິດ ຄັ້ງທຳອິດ ໂດຍໃຫ້ຄ່ຽນຖ່າຍສິນຄ້າໃຫ້ຫຼຸດລົງບໍ່ເກີນກົດໝາຍກຳນົດ ແຕ່ຖ້າພົບການກະທຳຜິດ ເປັນເທື່ອທີ 2 ຈະຖືກປັບໃໝ 2 ເທົ່າ. ນອກຈາກນີ້ແລ້ວ, ລາວຢັ້ງຢືນວ່າ ເຈົ້າໜ້າທີ່ດ່ານນີ້ ບໍ່ຍອມຮັບເງິນສິນບົນແຕ່ຢ່າງໃດ. ເຖິງຢ່າງໃດກໍຕາມ, ໄດ້ມີຜູ້ປະກອບການຣົຖຂົນສົ່ງ ແລະຊາວບ້ານຈຳນວນນຶ່ງ ເຂົ້າໄປສແດງຄຳເຫັນວ່າ ການຈັດຕັ້ງປະຕິບັດດັ່ງກ່າວ ຈະເຂັ້ມງວດສະເພາະໄລຍະເຣີ່ມຕົ້ນທໍ່ນັ້ນ ແລະຈະກັບໄປສູ່ສະພາບຄືເກົ່າອີກ. ຂະນະທີ່ ຊາວບ້ານ ຜູ້ນຶ່ງ ແຂວງຄຳມ່ວນ ເລົ່າສູ່ຟັງວ່າ ໃນວັນທີ 7 ສິງຫາ 2023 ທີ່ຜ່ານມາ ໄດ້ເກີດເຫດຣົຖບັນທຸກ ຂົນສົ່ງແຮ່ທາດ ແກ່ເຄື່ອງເກີນຂນາດ ຕິດຫຼົ່ມຢູ່ສົ້ນຂົວຂ້າມຫ້ວຍໄກສອນ ບ້ານນາຈານ ເມືອງມະຫາໄຊ ແຂວງຄຳມ່ວນ ຍ້ອນດິນສົ້ນຂົວຫຼຸບລົງ ແຕ່ກໍໄດ້ສ້ອມແປງໃນເບື້ອງຕົ້ນຮຽບຮ້ອຍແລ້ວ ແລະກໍໄດ້ມີເຈົ້າໜ້າທີ່ທ້ອງຖິ່ນ ປະຈຳຈຸດກວດກາ ບໍ່ໃຫ້ຣົຖບັນທຸກໜັກກວ່າ 5 ຕັນ ແລ່ນຂ້າມຂົວໃນໄລຍະນີ້.

“ແມ່ນແຫຼະ, ໄດ້ແລ້ວ ມາໄດ້ແລ້ວ. ເພິ່ນຖົມແຫຼະໄດ໋ ເພິ່ນຖົມ ກະມາໄດ້ປົກກະຕິແລ້ວ ແຕ່ວ່າຫາກ ທາງມັນຈະເປັນຂີ້ຕົມ ເປັນອັນນັ້ນຫັ້ນນ່າ ທາງເປື້ອນ. ແຕ່ວ່າທາງຂົວຫັ້ນເພິ່ນແປງແລ້ວ ເພິ່ນສ້ອມແລ້ວ. ບັນທຸກບໍ່? ຣົຖ 5 ໂຕນເພິ່ນບໍ່ໃຫ້ຂ້າມໄດ໋ ເພິ່ນຍາມຢູ່ຫັ້ນເດ ຍ້ອນເພິ່ນບໍ່ໃຫ້ອັນ ທີ່ວ່າຣົຖນ້ຳໜັກເກີນຂ້າມ.”

ສຳລັບຂົວຂ້າມ ຫ້ວຍໄກສອນນີ້ ຫາກໍໄດ້ສ້ອມແປງສຳເຣັດແຕ່ພຽງ 1 ວັນ ພາຍຫຼັງທີ່ເກີດເຫດຂົວຫັກ ໃນທ້າຍເດືອນກໍຣະກະດາ 2023 ທີ່ຜ່ານມາ ຍ້ອນພາຍຸຝົນ, ໂດຍທາງພາກສ່ວນກ່ຽວຂ້ອງ ກໍໄດ້ເລັ່ງສ້ອມແປງ ເຊິ່ງໃຊ້ງົບປະມານທັງໝົດ 170 ລ້ານກວ່າກີບ ແລະ ຄະນະການນຳຂອງແຂວງ ກໍໄດ້ລົງມາກວດກາການສ້ອມແປງ ດ້ວຍໂຕເອງ ແຕ່ກໍໄດ້ເກີດເຫດດິນຫຼຸບຊ້ຳອີກ. ທັງນີ້, ຊາວບ້ານຜູ້ເຫັນເຫດການດັ່ງກ່າວ ລະບຸວ່າ ຊາວບ້ານໄດ້ຊ່ອຍນຳຣົຖອອກ ແລະ ນຳຫີນມາຖົມຢູ່ຈຸດດິນຫຼຸບດັ່ງກ່າວ ໃຊ້ເວລາປະມານ 5 ຊົ່ວໂມງ ຈົນສາມາດເປີດການສັນຈອນໄດ້ ຕາມປົກກະຕິ.

ທາງດ້ານ ທາງຫຼວງເລຂທີ 13 ໃຕ້ ໄລຍະເມືອງປາກຊັນ ຫາເມືອງປາກກະດິ່ງ ແຂວງບໍຣິຄຳໄຊ ກໍກຳລັງເປ່ເພຫຼາຍໃນຍາມຣະດູຝົນ ຍ້ອນຫຼາຍສາເຫດ ເປັນຕົ້ນ ການສ້ອມແປງທາງ ຍັງບໍ່ທັນສຳເຣັດ ແຕ່ພັດຖືກຝົນຕົກເຊາະເຈື່ອນ ແລະ ຣົຖບັນທຸກໜັກແລ່ນຜ່ານ ເຮັດໃຫ້ເກີດຂຸມບໍ່ໃຫຍ່.

ດັ່ງທີ່ ຊາວບ້ານ ຜູ້ນຶ່ງ ຢູ່ເມືອງປາກກະດິງ ແຂວງບໍຣິຄຳໄຊ ກ່າວວ່າ:

“ໂຕນີ້ແມ່ນກໍມີສ່ວນ ແຕ່ໂຕທີ່ອັ່ນ ມີສ່ວນສຳຄັນຄື ເຂົາເຮັດບໍ່ແລ້ວ ກ່ອນຝົນ ຄວາມໝາຍຄື ເຮັດແລ້ວລະປູຢາງບໍ່ທັນ ແລ້ວມັນກະເສັຽລ້າໆ ແຫຼະ. ທາງຂຸມ 40% ຊ່ວງຝົນແມ່ນ ບໍ່ເຄີຍເປັນແບບນີ້ມາກ່ອນ ຖືວ່າປີນີ້ໜັກຫຼາຍ ຂຸມນີ້ເກືອບຈະ 50 ຊັງຕິແມັດເນາະ ບາງບ່ອນນີ້ກວ້າງປະມານ 3 ແມັດ 2 ແມັດ ລວງກວ້າງຂອງຂຸມ.”

ຂະນະທີ່ ເສັ້ນທາງໜອງບົກ-ນາຄຳ ເມືອງໜອງບົກ ແຂວງຄຳມ່ວນ ທີ່ເປ່ເພ ເປັນຂີ້ຝຸ່ນໃງ້ ໃນໄລຍະຣະດູແລ້ງ ຍ້ອນຣົຖບັນທຸກຂົນດິນ ຂອງບໍຣິສັດຂຸດຄົ້ນເກືອກາລີ ແລ່ນຫຼາຍ, ເຊິ່ງວິທຍຸເອເຊັຽ ເສຣີ ເຄີຍໄດ້ຕິດຕາມສະພາບທາງດັ່ງກ່າວ ໃນເດືອນມີນາ 2023 ທີ່ຜ່ານມານັ້ນ. ຫຼ້າສຸດ, ວິທຍຸເອເຊັຽ ເສຣີ ໄດ້ສອບຖາມໄປຍັງ ຊາວບ້ານ ນາງນຶ່ງ ຢູ່ເມືອງໜອງບົກ ແຂວງຄຳມ່ວນ ກ່ຽວກັບສະພາບທາງດັ່ງກ່າວ ໃນໄລຍະປັດຈຸບັນ ໄດ້ຊາບວ່າ ທາງບໍຣິສັດກໍໄດ້ເຂົ້າມາຊ່ອຍສ້ອມແປງທາງ ບາງຈຸດແລ້ວ ແຕ່ຈຸດທີຍັງບໍ່ແປງ ກໍຍັງເປັນຂຸມຂີ້ຕົມຢູ່ຄືເກົ່າ.

“ແປງແລ້ວ ແປງຫາບໍ່ທັນລະຮອດໜອງແຊງ ຈາກບ້ານນາຂວາງລົງມາ ຈາກໜອງແຊງມາບ້ານນາຄຳນີ້ແປງແລ້ວ. ແປງປະໂທແຫຼະ ຫາກບໍ່ທັນລະແລ້ວໄດ໋ ແປງບາງບ່ອນ. ຂີ້ຕົມມັນກະຢາກມີແນຫັ້ນແຫຼະ.”

ຫວ່າງບໍ່ດົນມານີ້, ທ່ານ ງາມປະສົງ ເມືອງມະນີ ຣັຖມົນຕຣີກະຊວງໂຍທາທິການແລະ ຂົນສົ່ງ ໄດ້ເວົ້າເຖິງການຈັດຕັ້ງ ປະຕິບັດວຽກຄຸ້ມຄອງນ້ຳໜັກຣົຖບັນທຸກ ໃນໄລຍະປັດຈຸບັນ ຕໍ່ກອງປະຊຸມສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕລາວ ຊຸດທີ 9 ໃນວັນທີ 28 ມິຖຸນາ 2023 ທີ່ຜ່ານມາວ່າ:

“ອັນນີ້ບ່ອນເຮົາກໍໄດ້ຊຸກຍູ້ ເຂົາເຈົ້າໃຫ້ແກ້ໄຂ ໃຫ້ມີການຂົນຖ່າຍສິນຄ້າ ຫຼືວ່າ ໃຫ້ມີການໄປມາຫາສູ່ຫັ້ນໄດ້ນໍ ໂດຍສະເພາະການຄຸ້ມຄອງນ້ຳໜັກ. ບັນດາຊິງຕ່າງໆ ນີ້ກໍຊິໄດ້ເປີດຄືນຫັ້ນແຫຼະນໍ. ເຣື່ອງຊິງນີ້ຖືວ່າຣັຖບານບ່ອນເຮົາຢຸດເຊົາມາດົນແລ້ວ. ເພາະສະນັ້ນ, ມີການເປີດຄືນໃນໄລຍະນຶ່ງ ແຕ່ວ່າຍັງບໍ່ເຕັມ ໂດຍສະເພາະເຮົາເປີດຢູ່ຊາຍແດນຫັ້ນ ຕໍ່ໄປນີິ້ຖືວ່າບັນດາຊິງຕ່າງໆ ຊິໄດ້ກວດຄືນເນາະ ແລະກະຫັນເປັນທັນສໄມນີ້ແຫຼະເນາະ.”

ສຳລັບ ການຈັດຕັ້ງປະຕິບັດ ວຽກຄຸ້ມຄອງນ້ຳໜັກຣົຖບັນທຸກ ແລະ ມາຕການຕໍ່ຜູ້ລະເມີດຂໍ້ຕົກລົງ ວ່າດ້ວຍການອະນຸຍາດ ນ້ຳໜັກ ລວມສູງສຸດ ຂອງຣົຖບັນທຸກຕາມທາງຫຼວງ ຂອງກະຊວງໂຍທາທິການ ແລະ ຂົນສົ່ງນີ້ ກຳນົດໃຫ້ ຣົຖບັນທຸກແຕ່ລະປະເພດ ຕ້ອງໄດ້ຜ່ານການກວດກາ ການບັນທຸກນ້ຳໜັກ ຢູ່ສະຖານີຕິດຊັ່ງນ້ຳໜັກ ແລະໜ່ວຍກວດກາສະເພາະກິຈ ທີ່ໄດ້ຮັບການແຕ່ງຕັ້ງ ຈາກກົມຂົວທາງ ເປັນຜູ້ດຳເນີນການ ໂດຍຣົຖບັນທຸກທີ່ບັນທຸກນ້ຳໜັກເກີນ ຕ້ອງໄດ້ເອົານ້ຳໜັກສ່ວນເກີນລົງ ແລະຖືກປັບໃໝ ຕາມຣະບຽບການ.

ພ້ອມດຽວກັນນີ້, ຂແນງການກ່ຽວຂ້ອງ ຈະໄດ້ບັນຈຸ ບຸກຄະລາກອນທີ່ເໝາະສົມ ເຂົ້າໃນວຽກຄຸ້ມຄອງນ້ຳໜັກຣົຖບັນທຸກ ໂດຍສະເພາະຢູ່ສະຖານີຕິດຊັ່ງ ນ້ຳໜັກຣົຖບັນທຸກທັນສມັຍ 3 ແຫ່ງ ປະກອບມີ ສະຖານີບ້ານນາຫຼວງ ທາງເລຂ 3 ແຂວງບໍ່ແກ້ວ, ສະຖານີບ້ານນາອິນ ທາງເລຂ 13 ໃຕ້ ແຂວງບໍຣິຄຳໄຊ ແລະສະຖານີດົງເຫັນ ທາງເລຂ 9 ແຂວງສວັນນະເຂດ. 

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org