ບໍຣິສັດ ຈີນແລະລາວ ສົ່ງເສີມ ການກະສິກັມ

ຈໍາປາທອງ
2021.07.10
ບໍຣິສັດ ຈີນແລະລາວ ສົ່ງເສີມ ການກະສິກັມ ພະນັກງານຫ້ອງການ ຜແນກກະສິກັມ ແລະປ່າໄມ້ ໄປພົບປະກັບຊາວບ້ານ ໃນໂຄງການສົ່ງເສີມພັທນາ ດ້ານກະສິກັມ ໃນເຂດພູດອຍ ຢູ່ເມືອງຫຼາ ແລະ ເມືອງນາຫມໍ້ ແຂວງອຸດົມໄຊ
ນັກຂ່າວພົລເມືອງ

ຜແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ ລົງນາມໃນສັນຍາກັບບໍຣິສັດຈີນ 2 ບໍຣິສັດ ແລະລາວ 1 ບໍຣິສັດ ໃນວັນທີ 5 ກໍຣະກະດາ 2021 ເພື່ອສົ່ງເສີມປະຊາຊົນ ຢູ່ ເມືອງໄຊ, ເມືອງແບງ ແລະ ເມືອງຮຸນ ປູກພືດກະສິກັມ ເປັນສິນຄ້າ ແລ້ວຂາຍໃຫ້ ບໍຣິສັດນັ້ນ. ທັງ 3 ບໍຣິສັດທີ່ວ່ານີ້ ຈະລົງທຶນໃນໄລຍະ 10 ປີ ນັບແຕ່ມື້ໄດ້ລົງນາມ ໃນສັນຍາເປັນຕົ້ນໄປ ໃນຂນະທີ່ປະຊາຊົນ ຢາກໃຫ້ມີການຮັບປະກັນການຮັບຊື້ຜົລຜລິດ ຂອງຕົນຢ່າງເປັນທັມ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ກໍຣະກະດາ ນີ້ວ່າ ໂຄງການລົງທຶນ ດ້ານການກະເສດ ທີ່ໄດ້ມີການເຊັນສັນຍາກັນນັ້ນ, ຈະຊ່ອຍໃຫ້ຊາວບ້ານ ມີວຽກເຮັດງານທໍາ ແລະ ມີຣາຍໄດ້, ຊາວບ້ານສ່ວນຫຼາຍ ເຫັນພ້ອມ ແລະ ຈະເຂົ້າຮ່ວມໂຄງການນີ້, ດັ່ງທີ່ທ່ານກ່າວວ່າ:

”ໂຕນີ້ແມ່ນທາງອັນນະ ບໍຣິສັດ ເປັນຜູ້ເກັບກໍາຂໍ້ມູນວ່າ ມີພາກສ່ວນໃດເຂົ້າມານໍ ສົມມຸດວ່າຄືເມືອງໄຊ ມີເທົ່ານັ້ນບ້ານເທົ່ານີ້ບ້ານ ກໍຄືວ່າ ຊິມີຂໍ້ມູນລະອຽດ ຈຶ່ງສເນີມາຂໍລົງທຶນ, ເຂົາ (ປະຊາຊົນ) ກໍຊິເຫັນພ້ອມເຫັນດີ ກໍສົ່ງເສີມປະຊາຊົນ ມີວຽກເຮັດງານທໍາ ຫັ້ນແຫຼະ ໃຫ້ເຂົາເຈົ້າມີອາຊີບ.”

ທ່ານກ່າວຕື່ມວ່າ ບັນຫາທີ່ມັກເກີດຂຶ້ນ ກັບໂຄງການນີ້ ເປັນຕົ້ນກໍແມ່ນການຈ່າຍເງິນໃຫ້ຊາວບ້ານ ບໍ່ກົງເວລາ, ການໃຊ້ສານເຄມີ ໂດຍສະເພາະ ໃນການປູກໄມ້ກິນໝາກ ຊຶ່ງບັນຫານີ້ ທາງພາກສ່ວນທີ່ກ່ຽວຂ້ອງ ຈະສາມາດແກ້ໄຂໄດ້ ເນື່ອງຈາກມີບົດບັນທຶກ ສັນຍາມັດຈໍາ ແລະ ການປະເມີນເຣື່ອງຜົລກະທົບ ຕໍ່ສິ່ງແວດລ້ອມຄັກແນ່.

ສໍາລັບບ້ານຫ້ວຍລຶກ ເມືອງແບງ ຊຶ່ງເປັນບ້ານນຶ່ງໃນ 5 ບ້ານ ທີ່ ບໍຣິສັດ ຫລົງຊິງ ພັທນາກະສິກັມ ຈໍາກັດ ຜູ້ດຽວ ຈະສົ່ງເສີມ ປະຊາຊົນ ປູກພືດກະສິກັມເປັນສິນຄ້າ ຕາມຣະດູການ ແລະປູກຕົ້ນໄມ້ກິນໝາກ ໃນເນື້ອທີ່ 201 ເຮັກຕາ ນັ້ນ, ຊາວບ້ານເວົ້າວ່າ ປີກາຍນີ້ ໃນຣະດູແລ້ງ ມີບໍຣິສັດ ຍີ່ທູ່ ຂອງຈີນ ໄດ້ມາລົງທຶນທົດລອງ ປູກໝາກຖົ່ວເບີ ໂດຍໃຫ້ແນວພັນ ແກ່ຊາວບ້ານ 10 ຄອບຄົວ ປູກໂດຍບໍ່ໄດ້ເສັຽຄ່າ, ແຕ່ຜົລຜລິດຂອງຊາວບ້ານ ທີ່ສົ່ງຂາຍໃຫ້ບໍຣິສັດຈີນນັ້ນ ພັດບໍ່ໄດ້ເງິນເຕັມ, ທາງບໍຣິສັດ ຍີ່ທູ່ ຍັງຕິດໜີ້ຊາວບ້ານ ທັງໝົດ 21 ລ້ານກີບ, ຈົນຮອດປັດຈຸບັນ ກໍຍັງບໍ່ທັນໄດ້.

ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ຖ້າຫາກບໍຣິສັດຈີນໃໝ່ ມາລົງທຶນພາຍໃນບ້ານນີ້ ພາກສ່ວນທີ່ກ່ຽວຂ້ອງຈະຕ້ອງມີກົນໄກ ຮັບປະກັນການ ຮັບຊື້ຜົລຜລິດຂອງປະຊາຊົນ ຢ່າງເປັນທັມ ຕາມສັນຍາ, ມີການຮັບປະກັນ ຣາຄາຜົລຜລິດຄັກແນ່, ມີເງິນມັດຈໍາໂດຍຄິດໄລ່ຕາມ ເນື້ອທີ່ປູກ ແລະຈ່າຍເງິນໃຫ້ຄົບຕາມຈໍານວນ ເພື່ອຮັບປະກັນບໍ່ໃຫ້ ບໍຣິສັດຕົວະປະຊາຊົນ ຄືທີ່ຜ່ານມາ ເນື່ອງຈາກມີບົດຮຽນປີກາຍ ທີ່ໃນສັນຍາທົດລອງ ປູກໝາກຖົ່ວເບີ ນັ້ນກໍານົດຈໍານວນເງິນມັດຈໍາ ພຽງ 4-5 ລ້ານກີບ ຊຶ່ງເປັນຈໍານວນ ທີ່ບໍ່ຄຸ້ມໜີ້ ທີ່ທາງບໍຣິສັດ ຕິດ, ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:

”ກໍເຂົ້າຮ່ວມ (ໂຄງການ) ຄັນເຮົາໄດ້ປູກ ເຮົາຕ້ອງໄດ້ເຮັດສັນຍານໍາກັນ ຣະຫວ່າງ ບໍຣິສັດກັບບ້ານ ແລ້ວກໍບ້ານກັບຫ້ອງການ ກະສິກັມ ຄັນວ່າທີ່ມີການສັນຍາກັນ ຕ້ອງໄດ້ເຮັດ ເງິນໝັດຈໍາກ່ອນ ກໍໄດ້ສັນຍາກັນເປັນກິໂລ ແລ້ວກໍຫລັງຈາກເຮົາໄດ້ຂາຍ ສັງກໍຢ່ານໍ, ເຮົາໄດ້ຂາຍແລ້ວກໍຕ່້ອງໄດ້ຈ່າຍເງິນ ໃຫ້ປະຊາຊົນ ເພາະວ່າຊ່ວງຣະດູແລ້ງ ປີກາຍນີ້ ເພິ່ນກໍມາລົງທຶນ ທົດລອງ ປູກໝາກຖົ່ວເບີ ຊື່ໆ ເພິ່ນຍັງບໍ່ຈ່າຍໝົດເທື່ອ ຍັງຄ້າງ 21 ລ້ານ (ກີບ) ພຸ້ນນະ ຍັງແກ້ກັນບໍ່ຕົກເທື່ອ ກໍໄດ້ບົດຮຽນຫຼາຍໆແລ້ວ.”

ທ່ານກ່າວຕື່ມວ່າ ປີນີ້ ນັກລົງທຶນ ທີ່ຈະມາປູກພືດກະສິກັມ ຕາມຣະດູການເປັນສິນຄ້າ ແລະປູກຕົ້ນໄມ້ກິນໝາກ ໄດ້ມາສໍາຣວດ ພື້ນທີ່ພາຍໃນບ້ານນີ້ແລ້ວ ແຕ່ຍັງບໍ່ທັນໄດ້ເຮັດສັນຍາ ຊື້-ຂາຍຜົລຜລິດເທື່ອ, ດັ່ງນັ້ນຈຶ່ງຍັງບໍ່ຮູ້ວ່າ ການລົງທຶນສົ່ງເສີມຊາວບ້ານ ນີ້ຈະເປັນໄປໃນຮູບແບບໃດ.

ແລະ ບ້ານນໍ້າປຣະ ເມືອງໄຊ ເປັນບ້ານນຶ່ງ ທີ່ ບໍຣິສັດອຸດົມໄຊ ພັທນາກະສິກັມ ຂາເຂົ້າ-ຂາອອກ ຈະມາລົງທຶນສົ່ງເສີມຊາວບ້ານ ປູກໝາກສາລີ 4 ພັນ ເຮັກຕາ ຢູ່ເມືອງໄຊ, ເມືອງຮຸນ ແລະ ເມືອງແບງ ຊຶ່ງປະຊາຊົນບ້ານນີ້ ຜູ້ນຶ່ງເວົ້າວ່າ ຢາກໃຫ້ພາກສ່ວນທີ່ ກ່ຽວຂ້ອງ ມີກົນໄກຮັບປະກັນ ການຮັບຊື້ຜົລຜລິດ ຢ່າງເປັນທັມເຊັ່ນດຽວກັນ, ໂດຍສະເພາະເຣື່ອງການເຮັດ ສັນຍາກັບທາງບໍຣິສັດ ໃນເຣື່ອງຣາຄາຮັບຊື້ ຄືໃຫ້ເປັນໄປຕາມຣາຄາທ້ອງຕລາດ ເນື່ອງຈາກທີ່ຜ່ານມາ ຊາວບ້ານຂາຍຜົລຜລິດ ຂອງພວກຕົນ ໃຫ້ໂຮງງານ ອົບແຫ້ງສາລີ ພາຍໃນ ແຂວງນີ້ໄດ້ຣາຄາພຽງກິໂລລະ 1,000 ຫາ 1,300 ກີບເທົ່ານັ້ນ ແທນທີ່ຈະໄດ້ 1,800 ກີບ ຕາມຣາຄາ ຕລາດ ດັ່ງທີ່ທ່ານກ່າວວ່າ:

”ກໍຢາກໃຫ້ພາກຣັຖຂັ້ນເທິງ ນັ້ນມາສຶກສາອົບຮົມ ແລະ ສ້າງສັນຍາກັບຜູ້ລົງທຶນຫັ້ນ ຈະເກັບ (ຊື້) ນໍາປະຊາຊົນຫັ້ນຄໍ້າປະກັນ ວ່າໂລເທົ່າໃດ ບໍ່ໃຫ້ຜູ້ເກັບຊື້ຫັ້ນບໍ່ໃຫ້ເຂົາໜີບ ຮັດກຸມ ເກັບຣາຄາມັນຫລຸດລົງ ສົມມຸດວ່າເຂົາຄໍ້າປະກັນໂລ ເທົ່າໃດ ໂຕນັ້ນມັນ ຮັບປະກັນແຫຼະ ອີງຕາມທ້ອງຕລາດ ຣາຄາຂຶ້ນກໍໃຫ້ມັນຂຶ້ນ ຣາຄາຫລຸດກໍເວົ້າກັນ.”

ສ່ວນບ້ານມູນເມືອງ ເມືອງໄຊ ກໍເປັນອີກບ້ານນຶ່ງໃນ 5 ບ້ານ ທີ່ ບໍຣິສັດ ຫລົງຊິງ ຈະສົ່ງເສີມປູກພືດຕາມຣະດູການ ແລະຕົ້ນໄມ້ ກິນໝາກ ຊຶ່ງຊາວບ້ານນີ້ຜູ້ນຶ່ງເວົ້າວ່າ ບ້ານນີ້ບໍ່ເຄີຍ ໄດ້ເຂົ້າໂຄງການລົງທຶນ ດ້ານນີ້ຈັກເທື່ອ ເພາະສ່ວນໃຫຍ່ຊາວບ້ານປູກເຂົ້າ ແລະ ປູກສາລີ ສົ່ງຂາຍກັນເອງ ແລະວ່າ ຖ້າຫາກມີໂຄງການທີ່ ວ່ານັ້ນເຂົ້າມາ ຊາວບ້ານກໍພ້ອມທີ່ ຈະເຂົ້າຮ່ວມ ແຕ່ຢາກໃຫ້ພາກສ່ວນທີ່ ກ່ຽວຂ້ອງ ແລະ ທາງບໍຣິສັດ ມາປຶກສາຫາລືກັບ ປະຊາຊົນເບິ່ງກ່ອນ ດັ່ງ ທີ່ທ່ານກ່າວວ່າ:

"ເຫັນຄືຢູ່ ຄັນມີຜູ້ມາລົງທຶນ ສົ່ງເສີມປະຊາຊົນ ມີແຕ່ມີໂອກາດສະດວກຍາມໃດ ໃຫ້ເຂົ້າມາປະຊຸມນໍາ ປະຊາຊົນ ໃຫ້ປະຊາຊົນ ເຂົ້າໃຈ ລອງເບິ່ງນໍ.”

ນອກຈາກນັ້ນ ຍັງມີຂ່າວວ່າ ບໍຣິສັດ ຫົວເຟິງ ສົ່ງເສີມກະສິກັມຈໍາກັດ ຈະມາລົງທຶນສົ່ງເສີມ ປະຊາຊົນຟື້ນຟູ ແລະ ເກັບໃບຊາ, ປູກພືດຜັກ, ປູກໄມ້ກິນໝາກ ແລະລ້ຽງສັດໃຫຍ່ -ສັດນ້ອຍ ຢູ່ 10 ບ້ານ ຂອງເມືອງໄຊ ໃນເນື້ອທີ່ ທັງໝົດ 300 ເຮັກຕາ ຊຶ່ງໃນນັ້ນ ວິທຍຸເອເຊັຍເສຣີ ໄດ້ພຍາຍາມຕິດຕໍ່ຖາມ ຄວາມກະຈ່າງແຈ້ງ ໄປຍັງຊາວບ້ານ 2 ບ້ານ ແຕ່ບໍ່ສາມາດຕິດຕໍ່ໄດ້.

ແຕ່ເຖິງຢ່າງໃດກໍຕາມ ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງອຸດົມໄຊ ແລ້ວແມ່ນວ່າ ການລົງທຶນດ້ານການກະເສດ ຂອງ ທັງ 3 ບໍຣິສັດທີ່ວ່ານັ້ນ ຈະເປັນໄປໃນຮູບແບບ ດຽວກັນ ໂດຍທີ່ບໍຣິສັດຈະເປັນທຶນ, ເຕັກນິກ, ການຕລາດ, ຈະເກັບຊື້ຜົລຜລິດ ຈາກປະຊາຊົນຕາມຣາຄາ ທ້ອງຕລາດ ໃນຮູບແບບຂາຍຍົກ ຫລືຣາຄາທີ່ທັງສອງຝ່າຍຕົກລົງກັນ, ສ່ວນຊາວ ບ້ານຈະເປັນດິນ ແລະ ແຮງງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jul 12, 2021 03:17 PM

ຄໍາເວົ້າທີ່ວ່າມາສົ່ງເສີມດ້ານກະສິໄຫ້ຊາວກະສິກອນຂອງລາວໂດຍຈີນນັ້ນຟັງບໍ່ຂື້ນເລີຍ,ຢາກຈະເຕືອນພີ່ນ້ອງລາວເຮົາອີກເທື່ອຢ່າໄປຫຼົງເຊື່ອເດັດຂາດເພາະເຄີຍມີບົດຮຽນມາແລ້ວແລະຄິດວ່າຜູ້ນໍາລາວຄົງຈະເຂົ້າໃຈດີຫຼືວ່າເຮັດຫູໜວກຕາບອດເອົາໂດຍບໍ່ຄໍານືງເຖີງຜົນເສັຽຫາຍຕໍ່ປະຊາຊົນແລະປະເທດຊາດເລີຍ,ເໝິດຄວາມສິເວົ້າແລ້ວນໍ້ປະຊາຊົນລາວເຮົາເພາະວ່າຜູ້ນໍາພາໄດ້ເລືອກສີ່ງທີ່ຈະໄຫ້ມັນເປັນເຊັ່ນນັ້ນ,ກໍລໍຟັງແລະເບິ່ງກັນຕໍ່ໄປ,ແຕ່ປະຊາຊົນ(Cuba)ເຂົາກໍຍັງມີຄວາມກ້າຫານອອກມາປະທ້ວງຕໍຜູ້ຂອງເຂົາດ້ວຍເຫດແລະຜົນກະຄອຍຖ້າເບີ່ງກັນໄປ.