ດ່ານບໍ່ເຕັນ ເປີດແລ້ວ ແຕ່ດ່ານບໍ່ຫານ ຂອງຈີນ ຍັງໃຊ້ມາຕການ ເຂັ້ມງວດຢູ່

ລາວເປີດດ່ານສາກົນ ທຸກບ່ອນແລ້ວ ແຕ່ວ່າ ດ່ານບໍ່ເຕັນ-ບໍ່ຫານ ຍັງບໍ່ມີຜູ້ເດີນທາງ ເຂົ້າ-ອອກ ຫຼາຍປານໃດ ຍ້ອນວ່າ ດ່ານບໍ່ຫານຂອງຈີນ ຍັງໃຊ້ມາຕການ ປ້ອງກັນໂຄວິດ-19 ເຂັ້ມງວດຢູ່, ສ່ວນຣົຖບັນທຸກສິນຄ້າ ເຂົ້າໄປຈີນໃນແຕ່ລະມື້ ແມ່ນດີຂຶ້ນກວ່າແຕ່ກ່ອນ.

ດ່ານສາກົນບໍ່ເຕັນ ແຂວງຫຼວງນ້ຳທາ, ຊາຍແດນລາວ-ຈີນ ຊຶ່ງຢູ່ຕຣົງຂ້າມກັບດ່ານບໍ່ຫານຂອງຈີນ ທີ່ຍັງມີຜູ້ຄົນເດີນທາງເຂົ້າ-ອອກຈຳນວນໜ້ອຍ ຍ້ອນດ່ານບໍ່ຫານຍັງໃຊ້ມາຕການ ປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ. RFA

ທາງການລາວ ໄດ້ເປີດດ່ານສາກົນຂອງຕົນທຸກແຫ່ງ ຕັ້ງແຕ່ມື້ວັນທີ 9 ພຶສພານີ້ມາ ແຕ່ກໍສັງເກດເຫັນວ່າ ຈົນມາຮອດມື້ນີ້ ການເຂົ້າ-ອອກດ່ານສາກົນ ບໍ່ເຕັນ ແຂວງຫລວງນໍ້າທາ ຍັງມີຈໍານວນໜ້ອຍຢູ່ ຍ້ອນດ່ານສາກົນບໍ່ຫານຂອງຈີນ ຍັງໃຊ້ມາຕການຄວບຄຸມ ໂຄວິດ-19 ເຂັ້ມງວດຢູ່ ເຮັດໃຫ້ປະຊາຊົນ 2 ປະເທດ ຮວມທັງນັກທ່ອງທ່ຽວ ເຂົ້າ-ອອກ ບໍ່ສະດວກ.

ດັ່ງປະຊາຊົນບ້ານບໍ່ເຕັນນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 20 ພຶສພານີ້ວ່າ:

ໂອ ຍັງຢູ່ເກາະ ຍັງບໍ່ທັນຮູ້ໃດ໋ ເພາະວ່າມີແຕ່ຄົນຈີນກະຍັງຢູ່ແຖວບ້ານເຮົາຫລາຍຢູ່ ເພາະວ່າເພິ່ນເຂົ້າມາບໍ່ໄດ້ເດ ເຂົ້າດ່ານບໍ່ໄດ້ແດ່ ເຂົ້າໂຕບໍ່ຫານບໍ່ໄດ້ ແລ້ວກະເຂົ້າດ່ານກາຊີໂນນີ້ກະບໍ່ໄດ້ແດ່.

ແລະຊາວບ້ານຢູ່ແຂວງຫລວງນໍ້າທາ ອີກນາງນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ມາເຖິງປັດຈຸບັນ ຍັງບໍ່ສາມາດໄປທ່ຽວ ຫລືເຮັດທຸຣະກິຈ ຢູ່ປະເທດຈີນ ໄດ້ສະດວກ ຍ້ອນດ່ານສາກົນບໍ່ຫານຂອງຈີນ ຍັງໃຊ້ມາຕການປ້ອງກັນ ໂຄວິດ-19 ຫລາຍຢ່າງ ຕໍ່ຜູ້ທີ່ຈະເດີນທາງເຂົ້າ-ອອກດ່ານນັ້ນຫລາຍຢູ່ ຮວມທັງຕ້ອງໄດ້ຖືກກັກໂຕ 14 ມື້.

ໄປບໍ່ໄດ້ເທື່ອ ເຮົານີ້ເປີດຢູ່ ແລ້ວຈີນເຂົາບໍ່ເປີດຮັບເຮົາເທື່ອນະ ເຂົາມາລາວກະບໍ່ໄດ້ ເຮົາໄປຈີນກະບໍ່ໄດ້ ພວກເຮົານີ້ເປີດ ຫາກເຂົາບໍ່ເປີດນະ ມີແຕ່ຄົນລາວມາແຕ່ວຽງ ແຕ່ຕ່າງແຂວງພຸ້ນແຫລະ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຜແນກການຕ່າງປະເທດ ແຂວງຫລວງນໍ້າທາ ກໍຢືນຢັນຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 20 ພຶສພານີ້ວ່າ ດຽວນີ້ ດ່ານສາກົນບໍ່ຫານຂອງຈີນ ຍັງບໍ່ທັນໄດ້ເປີດເປັນປົກກະຕິເທື່ອ, ຍັງໃຊ້ມາຕການປ້ອງກັນ ໂຄວິດ-19 ສໍາລັບຜູ້ທີ່ຈະເດີນທາງ ເຂົ້າ-ອອກດ່ານນັ້ນເຄັ່ງຄັດຢູ່ ເປັນຕົ້ນຕ້ອງໄດ້ຖືກກັກໂຕ 14 ມື້ ເພື່ອກວດຫາເຊື້ອ ໂຄວິດ-19 ເຖິງແມ່ນວ່າ ດ່ານສາກົນຂອງລາວ ຈະໄດ້ເປີດເປັນປົກກະຕິແລ້ວກໍຕາມ.

ດັ່ງທີ່ທ່ານກ່າວວ່າ:

ໂອ ທາງຈີນຫັ້ນບໍ່ເປີດເທື່ອເດີ ມີແຕ່ດ່ານປະເທດລາວຫັ້ນເປີດ ເປີດໝົດທຸກດ່ານແລ້ວ.

ການທີ່ດ່ານສາກົນບໍ່ຫານຂອງຈີນ ຍັງໃຊ້ມາຕການປ້ອງກັນ ໂຄວິດ-19 ເຂັ້ມງວດ ຕໍ່ຜູ້ທີ່ຈະເຂົ້າ-ອອກປະເທດຄືທີ່ວ່ານັ້ນ ເຮັດໃຫ້ແຂວງຫລວງນໍ້າທາ ຍັງບໍ່ມີນັກທ່ອງທ່ຽວຈາກຈີນມາທ່ຽວຫລາຍ, ສ່ວນຫລາຍມີແຕ່ນັກທ່ອງທ່ຽວລາວ, ສ່ວນນັກທ່ອງທ່ຽວຈີນ ທີ່ຍັງບໍ່ທັນໄດ້ກັບຄືນປະເທດ ແລະນັກທ່ອງທ່ຽວຈາກໄທຍ ກໍມີຈໍານວນນຶ່ງ ເຮັດໃຫ້ທຸຣະກິຈ ດ້ານການທ່ອງທ່ຽວ ຢູ່ແຂວງນີ້ຄ່ອຍດີຂຶ້ນ.

ດັ່ງເຈົ້າໜ້າທີ່ຂແນງທ່ອງທ່ຽວ ແຂວງຫລວງນໍ້າທາ ທ່ານນຶ່ງກ່າວໃນມື້ດຽວກັນນີ້ວ່າ:

ສ່ວນຫລາຍກະຄົນລາວນໍ ຄົນລາວ ແລ້ວກະຄົນຈີນທີ່ວ່າຍັງບໍ່ກັບບ້ານເທື່ອຫັ້ນ ເປີດປະເທດແລ້ວ ກະສິມີຄົນໄທຍເຮົານີ້ແຫລະ ປະເທດຫັ້ນ ທາງບໍຣິສັດເຂົາເຈົ້າກະມີຣາຍການ ຍັງຮັບແຂກຢູ່.

ເຖິງແມ່ນວ່າ ດ່ານສາກົນບໍ່ຫານຂອງຈີນ ຈະໃຊ້ມາຕການປ້ອງກັນໂຄວິດ-19 ເຂັ້ມງວດຄືທີ່ວ່ານັ້ນ ແຕ່ທາງການຈີນກໍໄດ້ຜ່ອນຜັນ ໃຫ້ຣົຖບັນທຸກສິນຄ້າຈາກລາວ ຜ່ານດ່ານນັ້ນໄດ້ຫລາຍຂຶ້ນ ແລະບໍ່ໄດ້ຈໍາກັດຈໍານວນຣົຖ ເຂົ້າໄປໃນແຕ່ລະມື້ຄືຕັ້ງແຕ່ກ່ອນ ເຮັດໃຫ້ຣົຖບັນທຸກສິນຄ້າອັ່ງອໍກັນ ຢູ່ດ່ານສາກົນບໍ່ເຕັນ, ລໍຖ້າປະມານ 3 ມື້ຈຶ່ງໄດ້ເຂົ້າໄປຈີນ.

ດັ່ງເຈົ້າໜ້າທີ່ຂແນງຂົນສົ່ງ ຢູ່ດ່ານສາກົນບໍ່ເຕັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 20 ພຶສພານີ້ວ່າ:

ຈາກບໍ່ເຕັນເຂົ້າມາບໍ່ຫານນີ້ ໃຊ້ເວລາປະມານ 3 ວັນນະ ໄຄຂຶ້ນຫລາຍ ຢ່າງຊ້າກໍ 3 ວັນກໍເຖິງແລ້ວ ຄົນຍັງເຂົ້າບໍ່ໄດ້ເທື່ອ ມີແຕ່ວ່າສິນຄ້າເຂົ້າໄດ້.

ເມື່ອກ່ອນໜ້ານີ້ 2 ມື້ ຄືວັນທີ 18 ພຶສພາ ພັນໂທ ວຽງວິໄລ ສະໄຫວຫວັນ ຫົວໜ້າດ່ານຕໍາຣວດກວດຄົນເຂົ້າເມືອງ ປະຈໍາດ່ານສາກົນບໍ່ເຕັນ ກ່າວຕໍ່ສື່ມວນຊົນລາວວ່າ ການເຂົ້າ-ອອກຂອງຜູ້ຄົນ ຜ່ານດ່ານສາກົນບໍ່ເຕັນ-ບໍ່ຫານນີ້ ຍັງມີຈໍານວນໜ້ອຍຢູ່, ມີແຕ່ຄົນຈີນທີ່ຖືກສົ່ງກັບຄືນປະເທດຈີນ ຈໍານວນນຶ່ງເທົ່ານັ້ນ, ສ່ວນຂາເຂົ້າ ກໍມີແຕ່ຄົນລາວ ທີ່ຖືກສົ່ງໂຕກັບຄືນມາປະເທດ ແລະຄົນງານຈີນ ຈໍານວນນຶ່ງ, ຍັງບໍ່ມີນັກທ່ອງທ່ຽວເຂົ້າມາເທື່ອ, ຍັງໃຊ້ມາຕການປ້ອງກັນ ໂຄວິດ-19 ຮວມທັງການກັກໂຕ 14 ມື້ຢູ່.

ດັ່ງທີ່ທ່ານກ່າວວ່າ:

ໃນການເຂົ້າ-ອອກຕ່າງໆ ຜ່ານປະຕູດ່ານສາກົນບໍ່ເຕັນເຮົານີ້ ເບື້ອງຂາອອກຕ້ອງໄດ້ມີການກັກໂຕ 14 ວັນ ກວດຫາເຊື້ອພະຍາດໂຄວິດ ບໍ່ເຈິ ແລ້ວຈຶ່ງໄດ້ນໍາສົ່ງຜູ້ກ່ຽວກັບຄືນປະເທດ ແລະສ່ວນຂາເຂົ້າເຮົານີ້ ທາງ ສປ ຈີນ ກໍຍັງໄດ້ມີມາຕການຄັດກອງ ໃນການອອກປະເທດຢ່າງຄັກແນ່.”

ທາງການລາວ ໄດ້ເປີດດ່ານສາກົນທຸກແຫ່ງ ຮວມທັງດ່ານສາກົນຂົວມິຕພາບ ລາວ-ໄທຍ ເປັນຕົ້ນ ດ່ານສາກົນຂົວມິຕພາບ ລາວ-ໄທຍ ນະຄອນຫລວງວຽງຈັນ-ໜອງຄາຍ ແລະຂົວມິຕພາບ ສວັນນະເຂດ-ມຸກດາຫານ. ເວົ້າສະເພາະດ່ານສາກົນຂົວມິຕພາບ ນະຄອນຫລວງວຽງຈັນ-ໜອງຄາຍ ໄດ້ເຣີ່ມມີນັກທ່ອງທ່ຽວ ຈາກປະເທດໄທຍ ເຂົ້າມາລາວຫລາຍຂຶ້ນ ພາຍຫລັງທີ່ບໍ່ມີມາຕການເຂັ້ມງວດຫລາຍມານີ້, ມີພຽງແຕ່ກວດກາໜັງສືຢັ້ງຢືນ ການສັກວັກຊິນປ້ອງກັນໂຄວິດ-19 ແລະເອກກະສານອື່ນໆ ທີ່ຈໍາເປັນຕາມລະບຽບການຄົນເຂົ້າ-ອອກປະເທດເທົ່ານັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org