ຈ່າຍຄ່າດ່ານແຕ່ບໍ່ໄດ້ ໃບບິນ

ເຈົ້າໜ້າທີ່ ດ່ານສາກົນ ກວດຄົນ ເຂົ້າ-ອອກເມືອງ ເຂດ ບໍ່ເຕັນ ແຂວງຫຼວງນ້ຳທາ ເກັບເງິນ ຄ່າຜ່ານດ່ານ ບໍ່ມີໃບບິນ ໃຫ້.

ດ່ານກວດຄົນ ເຂົ້າອອກເມືອງ ແຂວງຫຼວງນໍ້າທາ ບໍ່ເຕັນ-ບໍ່ຫານ RFA/NY

ເຈົ້າໜ້າທີ່ ປະຈໍາຢູ່ ດ່ານສາກົນ ບໍ່ເຕັນ ແຂວງຫຼວງນ້ຳທາ ຈຳນວນນຶ່ງ ເກັບເງິນ ຄ່າຜ່ານດ່ານ ຈາກ ປະຊາຊົນ, ແຕ່ ບໍ່ໄດ້ຂຽນ ໃບບິນ ໃຫ້. ຕາມການເປີດເຜີຍ ຂອງ ພະນັກງານ ຂັ້ນສູງ ທ່ານນຶ່ງ ຜູ້ທີ່ ເດີນທາງ ຜ່ານດ່ານ ດັ່ງກ່າວ ເປັນປະຈຳ ຕໍ່ວິທຍຸ ເອເຊັຽ ເສຣີ ເມື່ອ ວັນທີ 23 ຕຸລາ ວ່າ:

"ເລີ້ມເຂົາເຈົ້າ ອອກລະບຽບໃໝ່ ໃຫ້ເຄັ່ງຄັດ ເລື່ອງອັນນັ້ນ ລະເຂົາເຈົ້າ ບໍ່ມີຣາຍຮັບ ບາດນີ້ລະ ເຂົາເຈົ້າສ້າງ ລະບຽບຂຶ້ນ ເອງນ່າ ສ້າງ ລະບຽບ ຂຶ້ນເອງ ຢູ່ພາຍໃນ ເອງວ່າ ແບບວ່າ ຕ້ອງເກັບ ລົດແນວນັ້ນ ຕ້ອງເກັບລົດ ແນວນີ້ ຕ້ອງເສັຽເງິນ ໂຕນີ້ ບໍ່ມີບິນ ບໍ່ມີຫຍັງເລີຍ ແບບຊີ້ ຫັ້ນນ່າ".

ຫຼັງຈາກ ຣັຖບານ ອອກຣະບຽບການ ໃຫ້ມີການເຂັ້ມງວດ ເລື້ອງການເກັບ ຣາຍຮັບແມ່ນ ຣາຍຮັບທັງໝົດ ຕ້ອງເຂົ້າຣັຖ 70 ເປີເຊັນ ແລະ ໃຫ້ດ່ານ 30 ເປີເຊັນ ເຮັດໃຫ້ ເຈົ້າໜ້າທີ່ ປະຈຳດ່ານ ຂາດຣາຍໄດ້ ເພາະວ່າ ແຕ່ກ່ອນ ເງິນ ທີ່ເກັບໄດ້ ສ່ວນຫຼາຍ ແມ່ນ ເຈົ້າໜ້າທີ່ ດ່ານ ເອົາເຂົ້າຖົງ ຕົວເອງ ຕາມການ ບອກເລົ່າຂອງ ເຈົ້າໜ້າທີ່ ທ່ານນີ້. ເຈົ້າໜ້າທີ່ ເກັບເງິນນຳ ປະຊາຊົນ ໂດຍບໍ່ຂຽນ ໃບບິນໃຫ້ ແຕ່ເມື່ອ ປະຊາຊົນ ຖາມ ເຈົ້າໜ້າທີ່ ກໍບໍ່ມີ ຄຳຕອບ. ດັ່ງທ່ານ ກ່າວວ່າ:

"ເຮົາກະເລີຍ ຕົງເຂົ້າໄປ ກະເລີຍ ຖາມເຂົາວ່າ ເປັນຫຍັງ ຄືບໍ່ມີບິນ ລະບໍ່ມີ ຄຳຕອບ ຫຍັງເລີຍ ບໍ່ຕອບເລີຍ".

ຄ່າຜ່ານດ່ານ ທີ່ ປະຊາຊົນ ໄດ້ເສັຽຄື ຄ່າ ເອກກະສານ ຣົດ 20 ພັນກີບ, ຄ່າຈ້ຳກາ ຂາເຂົ້າ-ຂາອອກ 20 ພັນກີບ, ຄ່າ ບໍຣິການ ຣົດ ເຂົ້າ-ອອກ 35 ພັນກີບ, ແລະຫຼັງຈາກ 4 ໂມງແລງ ແມ່ນຕ້ອງ ໄດ້ເສັຽຄ່າ ລ່ວງເວລາອີກ 20 ພັນກີບ ຊຶ່ງ ທັງໝົດນີ້ ບໍ່ມີ ການຂຽນບິນ ໃຫ້. ກ່ຽວກັບເລື້ອງນີ້ ເອເຊັຽເສຣີ ໄດ້ສອບຖາມ ໄປຍັງ ທ່ານ ບຸນຮຽງ ວີເຄລູ່ ຫົວໜ້າ ພາສີ ປະຈຳດ່ານ ບໍ່ເຕັນ ໄດ້ກ່າວຕໍ່ ເອເຊັຽເສຣີ ເມື່ືືອວັນທີ 25 ຕຸລາວ່າ:

ພາສີເຮົາ ຈະບໍ່ເກັບ ເກີນຈາກ ທີ່ເພິ່ນ ໃຫ້ເກັບນັ້ນ ມີບິນໃຫ້ ຄັກແນ່ເນາະ, ສ່ວນວ່າ ເລື້ອງການ ບໍ່ຂຽນບິນນັ້ນ ແມ່ນເປັນສ່ວນ ຮັບຜິດຊອບ ຂອງ ພາກສ່ວນອື່ນ.

ເຈົ້າໜ້າທີ່ ທີ່ປະຈຳຢູ່ ດ່ານສາກົນ ບໍ່ເຕັນ ແມ່ນໄປຈາກ ພາກສ່ວນ ຕຳຣວດ ກວດຄົນ ເຂົ້າເມືອງ, ພາສີ, ອາກອນ, ກະສິກັມ, ສາທາ, ທ່ອງທ່ຽວ, ຖະແຫລງຂ່າວ. ຣັຖບານ ໄດ້ມີຄຳສັ່ງ ໃຫ້ມີ ການເຂັ້ມງວດ ການເກັບ ຣາຍຮັບ ເຂົ້າ ງົບປະມານ ນັບແຕ່ ກາງປີ 2016 ເປັນຕົ້ນມາ ພາຍຫຼັງ ທີ່ຣັຖບານ ໃໝ່ ເຂົ້າມາ ບໍຣິຫານ ປະເທດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org