ຈຳນວນລັດຖະກອນ ລາອອກໄປເຮັດວຽກ ຢູ່ຕ່າງປະເທດ ເພີ່ມຂຶ້ນ

ອາວະຣີ
2024.05.07
ຈຳນວນລັດຖະກອນ ລາອອກໄປເຮັດວຽກ ຢູ່ຕ່າງປະເທດ ເພີ່ມຂຶ້ນ ອະດີດລັດຖະກອນຄົນໜຶ່ງ ທີ່ຢູ່ທາງພາກເໜືອຂອງລາວ ລາອອກຈາກໜ້າທີ່ ແລະ ຕອນນີ້ເປັນນາຍຊ່າງປຸກເຮືອນ.
ນັກຂ່າວພົນລະເມືອງ

ປະເທດລາວ ມີພະນັກງານ-ລັດຖະກອນໜ້ອຍລົງຈາກ 176,151 ຄົນໃນປີ 2021 ຫຼຸດລົງເປັນ 172,341 ຄົນໃນປີ 2023 ຫຼືຫຼຸດລົງ 3,810 ຄົນພາຍໃນໄລຍະເວລາສອງປີ. ສ່ວນສາເຫດທີ່ເຮັດໃຫ້ຈຳນວນພະນັກງານລັດຫຼຸດລົງ ນັ້ນ ມີຫຼາຍຢ່າງ ເປັນຕົ້ນກໍແມ່ນ ລັດຖະບານລາວ ຕັ້ງມີນະໂຍບານຫຼຸດຈຳນວນພະນັກງານ-ລັດຖະກອນ ລົງເລື້ອຍໆໃນໄລຍະປະມານສີ່ປີ ທີ່ຜ່ານມາ ເພື່ອປັບປຸງການບໍລິຫານງານຂອງພັກ-ລັດ ໃຫ້ກະທັດຮັດ ແລະມີປະສິດທິພາບສູງຂຶ້ນ. ສ່ວນເຫດຜົນອື່ນໆ ກໍມີ ພະນັກງານຈຳນວນນຶ່ງ ລາອອກເອງ ຍ້ອນເງິນເດືອນໜ້ອຍ ບໍ່ກຸ້ມກິນ ແລະອີກຈຳນວນນຶ່ງ ກໍອອກກິນເບັ້ຍລຳນານ, ອີງຕາມຄຳເວົ້າຂອງພະນັກງານລັດຖະກອນຫຼາຍໆຄົນ; ຕົວຢ່າງ ເຈົ້າໜ້າທີ່ຫະຫະພັນກຳມະບານລາວທ່ານນຶ່ງ ທີ່ບໍ່ປະສົງບອກຊື່ແລະຕຳແໜ່ງ ໄດ້ອະທິບາຍໃຫ້ວິທະຍຸເອເຊັຍເສຣີຟັງໃນວັນທີ່ 4 ເດືອນເມສາ ປິ 2024 ນີ້ວ່າ ປັດຈຸບັນ ນອກຈາກລັດຖະບານຈະຫຼຸດຈຳນວນ ພະນັກງານລົງແລ້ວ ພະນັກງານພັກ-ລັດຫຼາຍຄົນ ກໍລາອອກດ້ວຍຕົນເອງ ຍ້ອນເງິນເດືອນພະນັກງານຕ່ຳເກີນໄປ ບໍ່ສາມາດກຸ້ມຕົວເອງແລະຄອບຄົວໄດ້ ໂດຍສະເພາະໃນສະພາບເສດຖະກິດ ທີ່ຕົກຕ່ຳແລະເງິນເຟີ້ ຢ່າງຮຸນແຮງໃນປັດຈຸບັນ.

ບາງທີເຂົາກະບໍ່ໄດ້ຢາກອອກ ອາດຈະຢູ່ບໍລອດເນາະ. ອັນສ່ວນຫຼາຍ ຫຼາຍກະຊວງທີ່ວ່າ ຄົນເພິ່ນເຂົ້າໄປຢູ່ຫຼາຍເນາະ ຂະເຈົ້າກະປູກຝັງ ລ້ຽງສັດ. ລ້ຽງເປັດ, ລ້ຽງໃກ່ ສ້າງເສດຖະກິດຄອບຄົວໄປ.”

ເຈົ້າໜ້າທີ່ ຫ້ອງການແຂວງຫຼວງນ້ຳທາທ່ານໜຶ່ງ ອະທິບາຍວ່າ ພະນັກງານລັດ ທີ່ອອກໄປນັ້ນ ມີສອງປະເພດ ຄືປະເພດທີ່ນຶ່ງ ປະລະໜ້າທີ່ຕຳແໜ່ງ ອອກໄປເລີຍ ແລະປະເພດທີ່ສອງ ລາອອກຢ່າງເປັນທາງການ ຊຶ່ງພະນັກງານທັງສອງປະເພດ ກໍລາອອກຍ້ອນເຫດຜົນດຽວກັນ ນັ້ນກໍຄື ເງິນເດືອນຕ່ຳ ບໍ່ກຸ້ມກິນ.

ການອອກກະຄືວ່າ ສະຫຼະສິດໄປເລີຍ ແລ້ວກະບາງຄົນເພິ່ນກະບໍ່ມາແຈ້ງ ຄືເວົ້າເຫັນຄູນີ້ ກະຂ້ອນຂ້າງຫຼາຍ ກະແນວນັ້ນແຫຼະ ກະຮູ້ໆນຳກັນຫັ້ນແຫຼະເນາະ ຄືທຸກມື້ນີ້ ມັນກະສະພາບມັນເປັນແນວນັ້ນ.”

ເຈົ້າໜ້າທີ່ກຳມະບານ ແຂວງຊຽງຂວາງນາງນຶ່ງ ຊ່ຳພັດໃຫ້ລາຍລະອຽດວ່າ ພະນັກງານ-ລັດຖະກອນທີ່ລາອອກສ່ວນຫຼາຍ ແມ່ນພະນັກງານຄູ ທີ່ສອນຢູ່ເຂດຫ່າງໄກສອກຫຼີກ.

ສ່ວນຫຼາຍກະເປັນພະນັກງານຄູເນາະ ສ່ວນພະນັກງານ-ລັດຖະກອນເຮົາເຮັດວຽກຢູ່ອັນກຸ່ມການເມືອງ ເສດຖະກິດ ມໍ່ນີ້ກະບໍ່ໄດ້ຍິນຂ່າວ; ຄູອາສາຂະເຈົ້ກະຫຼາຍຢູ່ຊິ້ນ່າ ຊ່ວງຫຼັງນີ້ ເງິນພູດອຍ ຂະເຈົ້າກະບໍ່ໄດ້ຊິ້ນ່າ.”

ເຈົ້າໜ້າທີ່ຫ້ອງການກຳມະບານ ແຂວງໄຊຍະບຸລີ ນາງນຶ່ງ ກໍກ່າວວ່າ ການລາອອກຂອງລັດຖະກອນ ໃນລາວ ກໍມີຫຼາຍປັດໄຈ ບາງຄົນກໍລາອອກ ຍ້ອນເງິນເດືອນບໍ່ກຸ້ມກິນ ບາງຄົນລາອອກເພື່ອໄປແຕ່ງງານ ສ້າງຄອບຄົວ ບາງຄົນອອກ ເພື່ອໄປເຮັດທຸລະກິດສ່ວນຕົວ ແລະຈຳນວນນຶ່ງ ກໍໂຍກຍ້າຍໄປຢູ່ຂະແໜງການອື່ນ.

ກະມີຢູ່ຂະເຈົ້າລາອອກຫຼາຍຢູ່ຄືກັນ ມັນກະຫຼາຍອັນເນາະ ເຫດຜົນກະດາຍ ບາງຄົນກະບໍ່ຄືກັນ ເຮັດບໍ່ຄືກັນ ຍ້າຍໄປຂະແໜງອື່ນກະຈຳນວນນຶ່ງ.”

ສ່ວນເຈົ້າໜ້າທີ່ກົມຈັດຕັ້ງ ແລະພະນັກງານ ກະຊວງພາຍໃນທ່ານນຶ່ງ ກ່າວວ່າ ລັດຖະບານລາວ ຕັ້ງມີນະໂຍບາຍຫຼຸດຈຳນວນພະນັກງານລົງ ແລະຈະເຮັດໃຫ້ພະນັກງານ ທີ່ຍັງຢູ່ ສາມາດເຮັດວຽກໃຫ້ມີປະສິດທິພາບສູງຂຶ້ນ ຕົວຢ່າງພະນັກງານຄົນນຶ່ງ ສາມາດເຮັດວຽກໄດ້ຫຼາຍຢ່າງ. ນອກຈາກນັ້ນພະນັກງານຫຼາຍຄົນ ກໍສະໝັກໃຈລາອອກ ອອກບຳບານ ແລະຈຳນວນນຶ່ງ ກໍຖືກໄລ່ອອກ ຍ້ອນສໍ້ລາດບັງຫຼວງ.

ເພື່ອຢາກພັດທະນາ ຄົນໃຫ້ມັນໄດ້ມາດຕະຖານຫັ້ນແຫຼະ ເນາະ. ພວກເຮົາກະເຮັດສຸດຂັ້ນວ່າຊັ້ນສ່າ ສຸມໃສ່ບັນຫາໂຕນີ້ ກະໃຫ້ຫຼາຍທີ່ສຸດ ມັນຫຼາຍປັດໄຈໂພດ ສໍ້ລາດບັງຫຼວງນີ້ ຢາເສບຕິດອື່ນສັງຕ່າງໆນ່າ ຈົນຮອດເລື້ອງເສດຖະກິດ.”

ເມື່ອທ້າຍປີ 2023 ທີ່ຜ່ານມາ ທ່ານພູຂົງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ກ່າວໃນກອງປະຊຸມສະພາປະຊາຊົນ ນະຄອນຫຼວງວຽງຈັນວ່າ ປັດຈຸບັນ ພະນັກງານ-ລັດຖະກອນ ຫຼາຍຄົນລາອອກ ຍ້ອນເງິນເດືອນ ບໍ່ກຸ້ມກິນ; ວິທີແກ້ໄຂ ກໍຄື ໃຫ້ພະນັກງານເຮົາທຳການຜະລິດ ສ້າງເສດຖະກິດ ຄອບຄົວ ເຊັ່ນລ້ຽງເປັດລ້ຽງໃກ່ ລ້ຽງປາ ແລະປູກຜັກດັ່ງນີ້ເປັນຕົ້ນ.

ທາງການລາວ ລາຍງານວ່າ ນັບແຕ່ປີ 2020 ເປັນຕົ້ນມາ ລັດຖະບານລາວ ມີໂຄຕ່າຮັບເອົາພະນັກງານ-ລັດຖະກອນໃໝ່ໜ້ອຍລົງທຸກໆປີ ຄືໃນປີ 2020, ລັດຖະບານຮັບເອົາພະນັກງານ-ລັດຖະກອນໃໝ່ 2,000 ຄົນ, ໃນປີຕໍ່ມາ ຄືປີ 2021 ຮັບເອົາ 1,600 ຄົນ ໜ້ອຍລົງເຖິງ 400 ຄົນ, ໃນປີ 2022 ຮັບເອົາ 1,300 ຄົນ ແລະປີ 2023 ຮັບເອົາພະນັກງານ-ລັດຖະກອນໃໝ່ພຽງແຕ່ 800 ຄົນ ແລະ ປີນີ້ ປີ 2024 ຈະຮັບເອົາ 850 ຄົນ ຫຼາຍກວ່າປີກາຍ 50 ຄົນ.

ເປັນທີ່ສັງເກດວ່າ ໃນປີ 2023 ທີ່ຜ່ານມາ, ລັດຖະບານລາວ ໄດ້ຮັບເອົາລັດຖະກອນໃໝ່ ທັງໝົດທົ່ວປະເທດ 800 ຄົນ ໃນນັ້ນເປັນລັດຖະກອນຄູ 285 ຄົນ ແລະ ລັດຖະກອນແພດ 225 ຄົນ ຊຶ່ງສ່ວນຫຼາຍ ລັດຖະບານ ໄດ້ຮັບເອົາຄູອາສາສະໝັກ ແລະ ແພດອາສາສະໝັກ ທີ່ເຮັດວຽກຢູ່ເຂດຫ່າງໄກ ສອກຫລີກ ແລະ ທຸລະກັນດານ ຫຼາຍກວ່າຜູ້ສະໝັກໃນຂະແໜງການອື່ນໆ. ເຖິງຈະໃຫ້ບຸລິມະສິດແກ່ຄູອາສາສະໝັກ ແລະແພດອາສາສະໝັກ ແຕ່ໂຄຕ່າຮັບເອົາພະນັກງານ-ລັດຖະກອນໃໝ່ ໃນສອງຂະແໜງການນີ້ ກໍຫຼຸດລົງເລື້ອຍໆເຊັ່ນກັນ ຕົວຢ່າງລັດຖະບານ ໄດ້ຮັບເອົາຄູອາສາສະໝັກ 340 ຄົນໃນປີ 2022 ແຕ່ໃນປີ 2023 ໄດ້ຮັບເອົາໜ້ອຍລົງເປັນ 285 ຄົນ ຫຼຸດລົງ 55 ຄົນ; ເຊັ່ນດຽວກັນກັບໂຄຕ້າຮັບເອົາແພດອາສາສະໝັກ ກໍຫຼຸດລົງຈາກ 335 ຄົນໃນປີ 2022 ຫຼຸດລົງເປັນ 230 ຄົນໃນປີ 2023 ຫຼຸດລົງເຖິງ 105 ຄົນ.

ສຳລັບຕົວເລກ ທີ່ພະນັກງານ-ລັດຖະກອນ ລາອອກຍ້ອນເງິນເດືອນໜ້ອຍ ບໍ່ພໍກິນນັ້ນ ທາງການລາວ ຍັງບໍ່ເຄີຍເປີດເຜີຍ ຢ່າງຄັກແນ່ເທື່ອ ມີແຕ່ວ່າເມື່ອເດືອນທີ່ແລ້ວ ພະນັກງານ-ລັດຖະກອນຫຼາຍຄົນ ໃນຫຼາຍຂະແໜງການ ໄດ້ພາກັນລາອອກ ເພື່ອໄປເຮັດວຽກຢູ່ຕ່າງປະເທດ ເປັນຕົ້ນໄທ ແລະເກົາຫຼີໃຕ້ ທີ່ມີເງິນເດືອນສູງກວ່າ ຢູ່ລາວຫຼາຍເທົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.