ສນາມບິນໜອງຄ້າງ ກຳນົດເປີດ ຖ້ຽວບິນທຳອິດ 12 ພຶສພາ ນີ້
ສນາມບິນໜອງຄ້າງ ມີກຳນົດເປີດຖ້ຽວບິນ ຮອບປະຖົມມະລຶກ ໃນວັນທີ 12 ພຶສພາ 2023 ແລະ ມີກຳນົດມອບຮັບ ໃນວັນທີ 15 ພຶສພາ 2023 ນີ້, ເຖິງແມ່ນວ່າ ໄດ້ມີແຈ້ງການ ຈາກກົມການບິນພົລເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ໂຈະຖ້ຽວບິນກໍຕາມ.
-
ສນາມບິນໜອງຄ້າງ ມີກຳນົດເປີດຖ້ຽວບິນ ຮອບປະຖົມມະລຶກ ໃນວັນທີ 12 ພຶສພາ 2023 ແລະ ມີກຳນົດມອບຮັບ ໃນວັນທີ 15 ພຶສພາ 2023 ນີ້, ເຖິງແມ່ນວ່າ ໄດ້ມີແຈ້ງການ ຈາກກົມການບິນພົລເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ໂຈະຖ້ຽວບິນກໍຕາມ. ພູວົງສ໌
2023-05-09 -
-
-
Your browser doesn’t support HTML5 audio
ສາຍການລາວ ມີກຳນົດເປີດຖ້ຽວບິນ ຮອບປະຖົມມະລຶກ ລະວ່າງສນາມບິນສາກົລວັດໄຕ ກັບສນາມບິນໜອງຄ້າງ ແຂວງຫົວພັນ ໃນວັນທີ 12 ແລະ ວັນທີ 15 ພຶສພາ ທີ່ຈະມາເຖິງນີ້ ຈຳນວນ 2 ມື້, ເຊິ່ງປັດຈຸບັນ ໄດ້ເຣີ່ມຂາຍປີ້ໂດຍສານຖ້ຽວບິນ ໃນມື້ດັ່ງກ່າວແລ້ວ ແລະ ເຖິງແມ່ນວ່າ ກ່ອນໜ້ານີ້ ໄດ້ມີແຈ້ງການ ຈາກກົມການບິນພົລເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ໂຈະການປະຕິບັດຖ້ຽວບິນ ໄປສນາມບິນໜອງຄ້າງ ກໍຕາມ.
ດັ່ງເຈົ້າໜ້າທີ່ ສາຍການບິນລາວ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 9 ພຶສພາ ນີ້ວ່າ:
“ເຈົ້າ, ເຮົາຈະບິນສະເພາະແຕ່ 2 ມື້ເດີ້. ວັນທີ 12 ແລ້ວກໍວັນທີ 15 ເນາະ ພຶສພາ, ເຈົ້າ 2 ມື້.”
ແຕ່ເຖິງຢ່າງໃດກໍຕາມ, ເມື່ອວັນທີ 5 ພຶສພາ 2023 ທີ່ຜ່ານມານີ້, ກົມການບິນພົລເຮືອນ ໄດ້ອອກແຈ້ງການໄປຍັງ ຣັຖວິສາຫະກິຈ ການບິນລາວ ເພື່ອຂໍໃຫ້ໂຈະການປະຕິບັດຖ້ຽວບິນ ເລຂທີ QV701 ແລະ QV702 ເສັ້ນທາງບິນ ນະຄອນຫຼວງວຽງຈັນ ຫາ ຊຳເໜືອ ລະຫວ່າງສນາມບິນສາກົລ ວັດໄຕ ຫາ ສນາມບິນໜອງຄ້າງ ເມືອງຊຳເໜືອ ແຂວງຫົວພັນ ຕັ້ງແຕ່ວັນທີ 12 ພຶສພາ ຫາ ວັນທີ 28 ຕຸລາ ປີ 2023, ໂດຍໃຫ້ເຫດຜົລວ່າ ເນື່ອງຈາກສນາມບິນໜອງຄ້າງ ກຳລັງຢູ່ໃນຂັ້ນຕອນ ການຢັ້ງຢືນຮອງຮັບ ຂຶ້ນທະບຽນສນາມບິນ ແລະ ປະເມີນຄວາມປອດພັຍ.
ກ່ຽວກັບເຣື່ອງນີ້, ວິທຍຸ ເອເຊັຽ ເສຣີ ພະຍາຍາມຕິດຕໍ່ ໄປຍັງກົມການບິນພົລເຮືອນ ເພື່ອສອບຖາມຂໍ້ມູນ ແລະ ຣາຍລະອຽດເພີ່ມຕື່ມ, ແຕ່ບໍ່ສາມາດຕິດຕໍ່ ເຈົ້າໜ້າທີ່ຜູ້ໃດໄດ້.
ໃນຂະນະທີ່ ເຈົ້າໜ້າທີ່ຜແນກຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ແຂວງຫົວພັນ ກໍຢືນຢັນວ່າ ການເປີດຖ້ຽວບິນ ຈາກນະຄອນຫຼວງວຽງຈັນ ມາລົງສນາມບິນໜອງຄ້າງ ຮອບປະຖົມມະລຶກ ຈະມີຂຶ້ນ ໃນວັນທີ 12 ພຶສພາ ນີ້ ແລະ ມີພິທີມອບຮັບ ແລະ ເປີດໃຊ້ສນາມບິນ ຢ່າງເປັນທາງການ ໃນວັນທີ 15 ພຶສພາ ແລະ ຫຼັງຈາກນັ້ນເປັນຕົ້ນໄປ ກໍຈະໂຈະ ການໃຊ້ສນາມບິນແຫ່ງນີ້ ໄປຈົນຮອດທ້າຍເດືອນຕຸລາ ປີນີ້, ຕາມແຈ້ງການ ຂອງກົມການບິນພົລເຮືອນ.
ດັ່ງທ່ານກ່າວວ່າ:
“12 ນີ້, ເປັນການບິນເປີດເດີນຊື່ໆ ແລະ ມື້ມອບຮັບແທ້ໆ ແມ່ນວັນທີ 15. ຖືວ່າກຳນົດເອົາວັນທີ 12 ພຶສພາ ນີ້, ເປັນຖ້ຽວບິນຄັ້ງທຳອິດ. 15 ພຶສພາ ເປັນຖ້ຽວບິນ ສາຍການບິນທາງການ.”
ທາງດ້ານຜູ້ປະກອບການ ຮັບຈອງ ແລະ ຂາຍປີ້ເຮືອບິນ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ສາຍການບິນລາວ ໄດ້ເຣີ່ມເປີດຂາຍປີ້ເຮືອບິນ ຖ້ຽວບິນລະວ່າງ ສນາມບິນສາກົລວັດໄຕ ຫາ ສນາມບິນໜອງຄ້າງ, ແຕ່ຂາຍສະເພາະແຕ່ຖ້ຽວບິນ ໃນວັນທີ 12 ແລະ 15 ພຶສພາ ເທົ່ານັ້ນ. ດັ່ງທ່ານກ່າວວ່າ:
“ປັດຈຸບັນ, ແມ່ນຂາຍປີ້ເຈົ້າ, ວັນທີ 12 ກັບວັນທີ 15 ຈະຂາຍໂຕນີ້. ເຫັນມາຫັ້ນ 12 ເບາະ, ເພິ່ນຊິບິນໂຕສນາມບິນໃໝ່ຫັ້ນ, ເປັນການບິນລາວຫັ້ນແຫຼະ. ຕອນນີ້, ເພິ່ນກະຂາຍແຕ່ 12 ກັບ 15.”
ສ່ວນສາຍການບິນ ລາວສະກາຍເວ ກໍຍັງບໍ່ມີແຜນ ທີ່ຈະເປີດຖ້ຽວບິນ ລະວ່າງສນາມບິນສາກົລວັດໄຕ ກັບສນາມບິນໜອງຄ້າງ ເທື່ອ, ເຊິ່ງປັດຈຸບັນ ສາຍການບິນດັ່ງກ່າວນີ້ ໄດ້ເປີດໃຫ້ບໍຣິການຖ້ຽວບິນ ລະວ່າງສນາມບິນສາກົລວັດໄຕ ກັບສນາມບິນນາທອງ ທີ່ເປັນສນາມບິນເກົ່າ ຂນາດນ້ອຍ ຢູ່ເມືອງຊຳເໜືອ ແຂວງຫົວພັນ ແລະ ເຮືອບິນ ຂອງຖ້ຽວບິນດັ່ງກ່າວ ກໍສາມາດບັນຈຸຜູ້ໂດຍສານ ພຽງແຕ່ 11 ບ່ອນນັ່ງຕໍ່ຖ້ຽວ.
ດັ່ງໂຕແທນຂາຍປີ້ເຮືອບິນ ຂອງສາຍການບິນ ລາວສະກາຍເວ ກ່າວວ່າ:
“ຍັງໆເທື່ອເຈົ້າ, ໂຕນີ້ເຮົາຍັງບໍ່ໄດ້ເປີດເທື່ອ. ແມ່ນໆ, ໜ້າຈະແມ່ນພຸ້ນລະ. ໂຕນີ້ມັນຈະເປັນຖ້ຽວ ຂອງການບິນລາວ ໂຕທີ່ວ່າເວົ້າຫັ້ນນ່າ. ຈະບິນຕຣົງວຽງຈັນ ໄປຫົວພັນເລີຍ.”
ຢ່າງໃດກໍຕາມ, ກ່ອນໜ້ານີ້ ຊາວລາວຈຳນວນນຶ່ງ ກໍມີຄວາມຮູ້ສຶກບໍ່ປອດພັຍ ຕໍ່ການເດີນທາງດ້ວຍເຮືອບິນ ໄປລົງສນາມບິນໜອງຄ້າງ, ໂດຍໃຫ້ເຫດຜົລວ່າ ຢູ່ບໍຣິເວນແຂວງຫົວພັນ ຂ້ອນຂ້າງມີລົມພັດແຮງຫຼາຍ ຈຶ່ງຢ້ານວ່າ ອາຈມີຜົລກະທົບ ຕໍ່ການແລ່ນຂຶ້ນ-ລົງ ຂອງເຮືອນບິນ. ດັ່ງນັ້ນ, ເຫັນວ່າ ຄວນຕ້ອງໄດ້ມີ ການປະເມີນຄວາມປອດພັຍ ໃຫ້ດີ ກ່ອນເປີດໃຫ້ບໍຣິການ.
ດັ່ງຊາວລາວ ທ່ານນຶ່ງ ກ່າວວ່າ:
“ສ່ວນຕົວ ບໍ່ແນະນຳໄດ໋, ຍົນໄປຊຳເໜືອນ່າ, ມັນລົມແຮງນ່າ ຊຳເໜືອ. ບໍ່ໄປເລີຍ, ອ້າຍນ່າ. ແມ່ນ, ລົມແຮງ ແລ້ວກະມັນບິນໄດ້ແຕ່ຍົນນ້ອຍ. ບາດນີ້, ເວລາພູມັນຈໍ້ ມັນເປັນຮ່ອມເນາະ ຄັນລົມມາກະທັນຫັນ ມັນກະແທກນ່າ ເຮົາກໍບໍ່ຢາກສ່ຽງ, ວ່າຊັ້ນສາ.”
ສຳລັບເຮືອບິນ ທີ່ຈະໃຊ້ບິນລົງ ຢູ່ສນາມບິນໜອງຄ້າງ ແມ່ນເຮືອບິນໃບພັດ ປະເພດ ATR-72 ຫຼືທຽບເທົ່າ, ເຊິ່ງເປັນເຮືອບິນ ຂນາດກາງ ທີ່ສາມາດຮອງຮັບຜູ້ໂດຍສານ ໄດ້ 70 ຫາ 100 ບ່ອນນັ່ງ, ເຊິ່ງຈະມີຖ້ຽວບິນ ໄປຍັງສນາມບິນຕ່າງໆ ພາຍໃນປະເທດ ເປັນຕົ້ນ ສນາມບິນສາກົລວັດໄຕ, ສນາມບິນສາກົລຫຼວງພຣະບາງ, ສນາມບິນອຸດົມໄຊ, ສນາມບິນສາກົລຈຳປາສັກ, ສນາມບິນສວັນນະເຂດ ແລະ ສນາມບິນຫ້ວຍຊາຍ ແຂວງບໍ່ແກ້ວ.
ສຳລັບຂໍ້ມູນ ຂອງການກໍ່ສ້າງ ສນາມບິນໜອງຄ້າງ ແຂວງຫົວພັນ ນີ້, ກຸ່ມບໍຣິສັດ ຮ່ວງ-ແອ່ງ ຢ່າລາຍ ຂອງວຽດນາມ ໄດ້ເຣີ່ມກໍ່ສ້າງໂຄງການ ສນາມບິນໜອງຄ້າງ ໃນເນື້ອທີ່ 200 ປາຍເຮັກຕ້າຣ໌ ມາຕັ້ງແຕ່ທ້າຍປີ 2014, ໂດຍມີມູລຄ່າກໍ່ສ້າງ ທັງໝົດ 74 ລ້ານໂດລ້າຣ໌ສະຫະຣັຖ ຫຼືປະມານ 616 ຕື້ກີບ. ຈາກນັ້ນ, ມາຮອດປີ 2015, ໂຄງການດັ່ງກ່າວ ກໍໄດ້ຖືກໂຈະກໍ່ສ້າງ ຍ້ອນບໍຣິສັດດັ່ງກ່າວ ບໍ່ມີງົບປະມານມາກໍ່ສ້າງ ເນື່ອງຈາກປະສົບບັນຫາ ທາງດ້ານໜີ້ສິນຢ່າງໜັກ. ຈົນມາຮອດປີ 2018, ກໍໄດ້ກັບມາ ສືບຕໍ່ກໍ່ສ້າງ, ແຕ່ກໍໄດ້ໂຈະການກໍ່ສ້າງຕື່ມອີກ ໃນເດືອນມີນາ ປີ 2020 ຍ້ອນການແຜ່ຣະບາດ ຂອງໂຄວິດ-19 ແລະ ກໍໄດ້ມາສືບຕໍ່ກໍ່ສ້າງ ຈົນສຳເຣັດ ໃນເດືອນເມສາ ປີ 2023 ນີ້.