ໂຮງງານຊິເມັນຂອງຈີນ ຄົນງານ ບໍ່ມີມື້ພັກ
2019.07.03

ຄົນງານລາວທີ່ເຮັດວຽກ ຢູ່ໂຮງງານຊິເມັນຈີນ ໃນເຂດບ້ານນາຄູ ແລະບ້ານຕັງຊວຍ ເມືອງສາລະວັນ ແຂວງສາລະວັນໄດ້ 6 ປີ ແລ້ວນັ້ນ ເຮັດວຽກໜັກແບບ ບໍ່ມີມື້ພັກເລີຍ. ຖ້າພັກມື້ນຶ່ງ ຈະຖືກຕັດເງິນ 2 ມື້. ຕາມຄໍາເວົ້າຂອງຄົນງານຜູ້ນຶ່ງ ຕໍ່ RFA ໃນມື້ວັນທີ 02 ກໍຣະກະດາ ນີ້:
"ເຮັດໂຮງງານຊິເມັນຄົນຈີນ ຢູ່ເຕົາຝີງແບບວ່າຢູ່ສາຍປູນ ຜແນກວັດຖຸດິບອິຫຍັງນະ ບໍ່ມີເທື່ອບໍ່ມີພັກຢຸດເທື່ອ ແຕ່ວ່າຢຸດກະເພິ່ນຕັດເຮົາ ນັ້ນແຫລະ ມີແຕ່ເຮົາພັກເອງ ມີແຕ່ເຂົາໄລ່ໃຫ້ວ່າເຈົ້າຂາດ ມື້ນຶ່ງຕັດເງິນເຮົາ 2 ວັນ."
ເຈົ້າໜ້າທີ່ຜແນກແຮງງານ ແລະສວັດດີການສັງຄົມ ແຂວງສາລະວັນ ເວົ້າວ່າຫາກບໍຣິສັດໃດ ບໍ່ມີມື້ພັກຢ່າງໜ້ອຍ 1 ອາທິດ ຕໍ່ເດືອນ ຫລື ຕັດເງິນ ຜູ້ອອກແຮງງານ ຫາກພັກເອງນັ້ນ ຖືວ່າຜິດກົດໝາຍ ແຮງງານລາວ:
"ຖືວ່າບໍຣິສັດ ບໍຣິສັດຈະເລືອກເອົາວັນໃດ ກໍໄດ້ ໃນ 7 ວັນ ຫັ້ນນ່າ ເພິ່ນຈະເລືອກເອົາ ວັນໃດ ກໍໄດ້ແຕ່ຕ້ອງໄດ້ຮັບຄວາມເຫັນດີ ຈາກ ກັມມະກອນ ແຕ່ວ່າຕ້ອງ ໄດ້ພັກມື້ນຶ່ງ ບໍ່ໃຫ້ຕໍ່າກວ່າມື້ນຶ່ງ ບໍ່ໄດ້ຕັດເງິນ ປົກກະຕິ ນັ້ນແຫລະ.".
ເຈົ້າໜ້າທີທ່ານນີ້ ກ່າວຕື່ມວ່າຖ້າຄົນງານຜູ້ໃດ ບໍ່ພໍໃຈນໍາການເຮັດວຽກ ຢູ່ໂຮງງານ ສາມາດຮ້ອງຮຽນ ຕໍ່ກັມມະບານ ໜ່ວຍງານ ຂອງ ໂຮງງານນັ້ນເພື່ອ ໄກ່ເກັ່ຽ, ແຕ່ຫາກໄກ່ເກັ່ຽບໍ່ໄດ້ ໃຫ້ສົ່ງເຣື່ອງມາຂັ້ນເມືອງ ຂັ້ນແຂວງຕາມລໍາດັບ.
ປັດຈຸບັນ ໂຮງງານຊິເມັນຂອງຈີນ ແຫ່ງນີ້ ມີຄົນງານຈໍານວນ 1 ພັນຄົນ ຊຶ່ງສ່ວນຫລາຍ ເປັນຊາວບ້ານ ບ້ານປາກບົງ ຕັງຊວຍ ນາຄູ ໜອງພັງຍອງ ແລະແກ່ງນ້ອຍ ເມືອງສາລະວັນ ນັ້ນເອງ. ໂຮງງານຊິເມັນຈີນ ແຫ່ງນີ້ ເປັນໂຮງງານ ຂອງບໍຣິສັດ ຈຸງຢາງອີຊີ ຊິເມັນລາວ ຈໍາກັດ ຜລິດຊິເມັນ ແຕ່ປີ 2003 ເປັນຕົ້ນມາ.