ຫຼາຍອົງການຊຸກຍູ້ ຣັຖບານໄທຍ ຢ່າຊື້ໄຟຟ້າ ຈາກ ເຂື່ອນ ຫຼວງພຣະບາງ
2021.07.13

ກຸ່ມເຄືອຂ່າຍ ປົກປ້ອງແມ່ນໍ້າຂອງ ໃນໄທຍ ແລະ ສາກົລ 6 ອົງການ ແລະ 10 ຄົນທີ່ເຮັດວຽກກ່ຽວກັບ ບັນຫາ ແມ່ນໍ້າຂອງ, ຍື່ນ ໜັງສືເຖິງຣັຖບາລໄທຍ ແລະບໍຣິສັດຊ.ການຊ່າງ ເພື່ອເຕືອນວ່າສັນຍາຊື້ໄຟຟ້າ ຈາກເຂື່ອນຫຼວງພຣະບາງ ອາຈຣະເມີດອານຸສັນຍາ ມໍຣະດົກ ໂລກ ປີ 1972 ຂໍ້ 6.3 ຊຶ່ງປັດຈຸບັນ ໄດ້ມີການກະຕຽມການກໍ່ສ້າງ ເຂື່ອນຫຼວງພຣະບາງ ໃນຂນະທີ່ ບົດຣາຍງານກ່ຽວກັບ ຜົລກະທົບຕໍ່ມໍຣະດົກໂລກ ຍັງບໍ່ທັນເຮັດເທື່ອ, ດັ່ງຜູ້ຕາງໜ້າ ກຸ່ມເຄືອຂ່າຍປົກປ້ອງ ແມ່ນໍ້າຂອງໃນໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ກໍຣະກະດາ ນີ້ວ່າ:
“ຄືເຮົາແຈ້ງວ່າ ການກະທໍາຂອງຣັຖບານໄທຍ ກັບບໍຣິສັດໄທຍ ໄດ້ຣະເມີດຂໍ້ຕົກລົງມໍຣະດົກໂລກ ອານຸສັນຍາ ປີ 1972 ຂໍ້ 6.3 ຣັຖພາຄີ ຕ້ອງບໍ່ໄປທໍາຣາຍແຫຼ່ງມໍຣະດົກໂລກ. PNPCA ກໍບໍ່ໄດ້ບອກວ່າຈະຮັບຮອງໃຫ້ສ້າງ ຣັຖບານໄທຍເທົ່າກັບໄປສນັບສນູນ ໃຫ້ເຂົາເຮັດແບບນັ້ນ ຂນະທີ່ການປະເມີນຜົລດ້ານມໍຣະດົກໂລກ ກໍຍັງບໍ່ໄດ້ເຮັດ.”
ທ່ານກ່າວຕື່ມວ່າ ການຕຽມສ້າງໂຄງຮ່າງພື້ນຖານຕ່າງໆ ໃນເຂດເຂື່ອນຫຼວງພຣະບາງ ມີຂຶ້ນໃນຂນະທີ່ ຂະບວນການປຶກສາຫາລື ລ່ວງໜ້າ ຫຼື PNPCA ຊຶ່ງຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫຼື MRC ເປັນຜູ້ຈັດຂຶ້ນ ກໍຍັງບໍ່ທັນຮັບຮອງໃຫ້ມີການສ້າງເຂື່ອນ ນັ້ນເທື່ອ ແລະ ບົດຣາຍງານຜົລກະທົບ ຕໍ່ມໍຣະດົກໂລກ ກໍຍັງບໍ່ທັນໄດ້ດໍາເນີນເທື່ອ ແລະ ຍັງຕ້ອງລໍຖ້າຄໍາເຫັນ ຂອງອົງການ UNESCO ກ່ອນ.
ໃນເມື່ອຍັງບໍ່ມີບົດຣາຍງານຜົລກະທົບ ຕໍ່ມໍຣະດົກໂລກ ແລະ ການຮັບຮອງຈາກ UNESCO, ສັນຍາຊື້ຂາຍໄຟຟ້າໃດໆ ຫຼືສັນຍາ ຊື້ຂາຍໄຟຟ້າຈາກເຂື່ອນ ຫຼວງພຣະບາງ ຂອງ ການຜລິດໄຟຟ້າ ແຫ່ງປະເທດໄທຍ ຈຶ່ງຖືເປັນການຣະເມີດ ອານຸສັນຍາມໍຣະດົກ ໂລກ ປີ 1972 ຂໍ້ 6.3 ຊຶ່ງຣັຖບາລປະເທດຕ່າງໆ ມີໜ້າທີ່ຕາມກົດໝາຍ ຈະບໍ່ເຮັດອັນຕະລາຍ ຕໍ່ແຫຼ່ງມໍຣະດົກໂລກຢູ່ປະເທດອື່ນ. ແລະ ຣັຖບາລປະເທດພາຄີ ເຊັ່ນດຽວກັບປະເທດໄທຍ ຈະຕ້ອງປ້ອງກັນ ບໍ່ໃຫ້ບໍຣິສັດ ທີ່ຈົດທະບຽນ ໃນປະເທດຂອງຕົນເຮັດອັນ ຕະລາຍຕໍ່ແຫຼ່ງ ມໍຣະດົກໂລກ.
ທ່ານ ສຸວິດ ກຸຫຼາບວົງ ຜູ້ປະສານງານເຄືອຂ່າຍ ປະຊາຊົນລຸ່ມແມ່ນໍ້າຂອງ ພາກອິສານຂອງໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວ ກັນນີ້ວ່າພວກທ່ານ ບໍ່ຕ້ອງການເຂື່ອນໄຟຟ້າ ໃນແມ່ນໍ້າຂອງ ຍ້ອນມັນຈະເຮັດໃຫ້ຣະບົບນິເວດ ແມ່ນໍ້າຂອງເສັຽຫາຍຮຸນແຮງຂຶ້ນ ແລະວິຖີຊີວິດຂອງຜູ້ຄົນລຸ່ມແມ່ນໍ້າຂອງປ່ຽນແປງ ຊຶ່ງຈະເຫັນໄດ້ຈາກຜົລກະທົບ ຂອງເຂື່ອນໄຟຟ້າໃຫຍ່ຢູ່ຈີນ ແລະ ເຂື່ອນໄຟຟ້າ ໄຊຍະບູຣີ ນັ້ນແລ້ວ.
ເວົ້າເຖິງເຂື່ອນຫຼວງພຣະບາງ ທີ່ຈະກໍ່ສ້າງໃກ້ກັບເຂດ ມໍຣະດົກໂລກ ຫຼວງພຣະບາງ ທ່ານກ່າວວ່າ ມັນຈະເກີດມີອັນບໍ່ດີ ທີ່ກະທົບໃສ່ ຫຼາຍຢ່າງ ແລະ ຫຼາຍອັນຈະປ່ຽນແປງໄປ …L
“ຄືຫຼວງພຣະບາງ ນີ້ມັນເປັນເມືອງ ມັນບໍ່ແມ່ນວັດຖຸ ເມື່ອເປັນເມືອງກໍຕ້ອງມີອົງປະກອບ ເຣື່ອງຄົນກັບຊັພຍາກອນ ຄື ແມ່ນໍ້າຂອງ, ຄົນກັບວັທນະທັມ ແລະ ວິຖີຊີວິດຂອງການຜລິດ ເຣື່ອງຣະບົບກະເສດ ສະນັ້ນເກີດວ່າສ້າງເຂື່ອນ ຫຼວງພຣະບາງ ຂຶ້ນມາ ມັນຈະ ກະທົບໃສ່ໂຕເມືອງ ແລະການປ່ຽນແປງວິຖີຊີວິດຂອງເມືອງ ຊຶ່ງທີ່ຜ່ານມາມັນກໍເກີດຂຶ້ນແລ້ວ ແຕ່ຖ້າມີເຂື່ອນນີ້ຂຶ້ນມາອີກ ມັນຈະ ເທົ່າກັບເປັນການທະວີຄູນຫຼາຍຂຶ້ນ.”
ກ່ຽວກັບເຣື່ອງນີ້ ທ່ານ ດາວວົງ ພອນແກ້ວ ຣັຖມົນຕຣີກະຊວງພະລັງງານ ແລະບໍ່ແຮ່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ທ່ານຍັງບໍ່ທັນໄດ້ ຂໍ້ມູນຣາຍລະອຽດ ກ່ຽວກັບເຣື່ອງຈົດໝາຍຕ່າງໆ ຂອງກຸ່ມເຄືອຂ່າຍປົກປ້ອງແມ່ນໍ້າຂອງໃນໄທຍ ແລະຍັງບໍ່ທັນ ເຫັນບໍຣິສັດ ຜູ້ພັທນາໂຄງການເຂື່ອນ ຫຼວງພຣະບາງ ຣາຍງານມາເທື່ອ:
“ຍັງບໍ່ທັນໄດ້ຮັບຂໍ້ມູນ ຣາຍລະອຽດເຣື່ອງຈົດໝາຍຕ່າງໆ, (ເຣື່ອງບົດຣາຍງານ ຜົລກະທົບຕໍ່ມໍຣະດົກໂລກ) ອັນນີ້ຕ້ອງແມ່ນກະຊວງ ກ່ຽວຂ້ອງ ທີ່ພົວພັນນໍາເຣື່ອງເຂົາເອີ້ນ Heritage ຫັ້ນນະ ເວົ້າເຣື່ອງມໍຣະດົກໂລກ ແມ່ນກະຊວງກ່ຽວຂ້ອງຮັບຜິດຊອບເນາະ.”
ໃນຂນະດຽວກັນ ເຈົ້າໜ້າທີ່ກົມ ມໍຣະດົກໂລກ ກະຊວງຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ກໍກ່າວວ່າ ການສ້າງເຂື່ອນໃດໆກໍຕາມ ຍ່ອມຈະສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ບໍ່ຫຼາຍກໍໜ້ອຍ, ເຂື່ອນ ຫຼວງພຣະບາງ ກໍເຊັ່ນດຽວກັນ ແລະວ່າໃນເບື້ອງຕົ້ນ ທາງການລາວ ແລະ ບໍຣິສັດຜູ້ສ້າງເຂື່ອນ ໄດ້ສົ່ງບົດຣາຍງານ ຜົລກະທົບຕໍ່ ມໍຣະດົກໂລກ ໃຫ້ອົງການ UNESCO ແລ້ວ ໂດຍຣະບຸວ່າ ບໍ່ມີຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ແຕ່ຢ່າງໃດ. ແຕ່ອົງການ UNESCO ແລະ ກົມມໍຣະດົກໂລກ ກໍຍັງກັງວົນ ແລະໄດ້ສເນີບັນຫາຕ່າງໆ ໃຫ້ຣັຖບາລລາວສຶກສາ ແລະທົບທວນແຜນການ ສ້າງເຂື່ອນນັ້ນຄືນໃໝ່ແລ້ວ ແຕ່ທາງການລາວ ແລະ ບໍຣິສັດພັທນາ ໂຄງການ ຍັງບໍ່ທັນສນອງຂໍ້ມູນໃດໆມາເທື່ອ ດັ່ງທີ່ທ່ານກ່າວວ່າ:
“ໃນກໍຣະນີນີ້ເພິ່ນ (ຣັຖບາລ) ຈັກສິວ່າແນວໃດແຫຼະ ດຽວນີ້ເພິ່ນ (UNESCO) ຂໍສໍາຣວດ HIA ນີ້ເສັຽກ່ອນ ແມ່ນໆຫຼວງພຣະບາງ ຊິໜັກ ກໍເວົ້າວ່າມັນຈະບໍ່ມີຜົລກະທົບຫຍັງ ແຕ່ວ່າ ທາງ UNESCO ເຂົາພັດບໍ່ຍອມຮັບນໍ້ ມັນບໍ່ຍອມຮັບຕໍ່ບັນຫາຫັ້ນນະ.”
ທ່ານກ່າວຕື່ມວ່າ ເຂື່ອນຫຼວງພຣະບາງ ຈະເຮັດໃຫ້ສະພາບແວດລ້ອມ, ທິວທັດ, ວິຖີຊີວິດ ແລະວັທນະທັມ ໃນເມືອງມໍຣະດົກໂລກ ຄ່ອຍໆຫາຍໄປ. ດຣ. ອັນ ພິສ-ຮັດດາ ປະທານ ບໍຣິຫານ ກອງເລຂາຄະນະກັມມາທິການ ແມ່ນໍ້າຂອງສາກົນ ໃຫ້ສໍາພາດນັກຂ່າວ Nikkei ຂອງ ຍີ່ປຸ່ນໃນມື້ວັນທີ 12 ກໍຣະກະດາ ນີ້ວ່າ; “ພວກເຮົາຕ້ອງພັທນາການແກ້ໄຂໃໝ່ ບົນພື້ນຖານຂອງຄວາມໄວ້ວາງໃຈກັນ ແລະເພີ່ມການຮ່ວມມືກັນ ຣະຫວ່າງປະເທດເຂດລຸ່ມ ອ່າງແມ່ນໍ້າຂອງ ແລະເຮັດວຽກຮ່ວມກັນ ເພື່ອປົກປ້ອງຣະບົບນິເວດທາງນໍ້າ ທີ່ ລະອຽດອ່ອນ ຂອງແມ່ນໍ້າຂອງ. ການສ້າງຄວາມສົມດູນ ຂອງຜົລປໂຍດຂອງຊາດ ແລະສົ່ງເສີມຜົລປໂຍດຣະດັບພູມີພາກ ຄວນເປັນ ວາຣະການພັທນາອັນດັບຕົ້ນ ສໍາລັບແຕ່ລະ ປະເທດສະມາຊິກ.
ສິ່ງດັ່ງກ່າວ ສະທ້ອນໃຫ້ເຫັນວ່າ ເຂື່ອນຫຼວງພຣະບາງ ກໍຖືເປັນໂຄງການນຶ່ງ ທີ່ຕ້ອງໄດ້ມີການປຶກສາຫາລື ເພື່ອຫາທາງອອກໃໝ່ ທີ່ດີກວ່າເກົ່າ ໃນການຮັກສາສະພາບແວດລ້ອມ ໃນແມ່ນ້ຳຂອງ.
ທ່ານ ວີຣະຍົດ ສະເລີມນົນ ຮອງຜູ້ຈັດການ ໂຄງການເຂື່ອນຫຼວງພຣະບາງ ໄດ້ຣາຍງານໃນມື້ວັນທີ 14 ມິນາ ຜ່ານມານີ້ວ່າ ໂຄງການນີ້ ມີເປົ້າໝາຍຈະຂາຍໄຟຟ້າ ໃນທ້າຍປີ 2027. ໂຄງການນີ້ຈະມີປະຊາຊົນ ເມືອງຈອມເພັດ ແຂວງຫຼວງພຣະບາງ, ເມືອງຫົງສາ ແຂວງໄຊຍະບູຣີ ແລະ ເມືອງງາ ແຂວງອຸດົມໄຊ ທັງໝົດ 23 ບ້ານ ໄດ້ຮັບຜົລກະທົບ ໂດຍແບ່ງອອກ ເປັນ 4 ກຸ່ມ ຄືກຸ່ມທີ 1 ທີ່ຈະໄດ້ຮັບຜົລກະທົບ ທັງໝົດ, ຈະຖືກໂຍກຍ້າຍບ້ານ 6 ບ້ານ, 2,285 ຄົນ. ກຸ່ມທີ 2 9 ບ້ານ, 3,855 ຄົນ ຈະໄດ້ ຮັບຜົລກະທົບ ບາງສ່ວນ, ຄອບຄົວຈໍານວນນຶ່ງ ຈະຖືກໂຍກຍ້າຍ. ກຸ່ມທີ 3 8 ບ້ານ, 671 ຄອບຄົວ ຈະສູນເສັຽທີ່ດິນ ແລະ ກຸ່ມທີ 4 3 ບ້ານ, 904 ຄົນ ທີ່ຢູ່ທ້າຍເຂື່ອນຈະໄດ້ຮັບ ຜົລກະທົບ ແຕ່ບໍ່ໄດ້ຖືກໂຍກຍ້າຍ.
ໂຄງການເຂື່ອນຂນາດ 1,460 MW ນີ້ ເປັນເຂື່ອນຝາຍນໍ້າລົ້ນ ຄືກັນກັບເຂື່ອນ ໄຊຍະບູຣີ, ເບື້ອງຕົ້ນ ຄາດວ່າຈະເຣີ່ມກໍ່ສ້າງໃນປີ 2020 ແຕ່ຍ້ອນຍັງບໍ່ທັນມີການເຊັນ ສັນຍາຊື້-ຂາຍ ໄຟຟ້າກັບທາງການໄທຍ ຈຶ່ງເຮັດໃຫ້ຍັງບໍ່ໄດ້ກໍ່ສ້າງເທື່ອ.
ໂຄງການນີ້ເປັນໂຄງການຮ່ວມລົງທຶນ ໂດຍທີ່ບໍຣິສັດໄຊຍະບູຣີ ພາວເວີ ຖືຮຸ້ນ 42%, ບໍຣິສັດ ພີທີ ຈໍາກັດ 38%, ແລະ ບໍຣິສັດ Petro Vietnam Power ຂອງ ວຽດນາມ 10% ແລະ ບໍຣິສັດ ຊ.ການຊ່າງ ຂອງໄທຍ 10% ໂດຍມີການຈັດຕັ້ງບໍຣິສັດ ຫຼວງພຣະບາງ ຈໍາກັດຂຶ້ນ. ມູນຄ່າການລົງທຶນ 3,000 ລ້ານ ໂດລາ ສະຫະຣັດ. ໄຟຟ້າທີ່ຜລິດໄດ້ ຈາກເຂື່ອນ ຫຼວງພຣະບາງນີ້ ຕາມແຜນຈະຂາຍໃຫ້ ປະເທດໄທຍ ແລະ ວຽດນາມ.