ຄ່າໄຟຟ້າສີ່ຮ້ອຍຕື້ຍັງເກັບ ບໍ່ໄດ້
2014.04.22

ເຈົ້າໜ້າທີ່ ຣັຖ ວິສາຫະກິດ ໄຟຟ້າ ລາວ ເປີດເຜີຍ ວ່າຍັງມີ ໜີ້ຄ້າງ ບໍ່ຈ່າຍຄ່າ ໄຟຟ້າ ຈາກຜູ້ໃຊ້ ໄຟຟ້າ ເປັນເງິນ ຫລາຍ ກວ່າ 400 ຕື້ກີບ ຊຶ່ງບັນຫາ ດັ່ງກ່າວ ມີສອງ ສາເຫດ ຄື: 1. ການເກັບຄ່າ ໄຟຟ້າ ບໍ່ເປັນ ຣະບົບ ມີການເຮັດ ບິນ ຄ່າໄຟຟ້າ ເສັຍ ໂດຍ ເຈົ້າໜ້າທີ່ ເກັບຄ່າໄຟ ແລະ 2. ມີຄວາມ ບໍ່ໂປ່ງໄສ ໃນການ ເກັບຄ່າ ໄຟຟ້າ. ດັ່ງ ເຈົ້າໜ້າທີ່ ກ່າວວ່າ:
"ມັນເປັນ ບິນເນາະ ຂະເຈົ້າ ເຮັດ ໃຫ້ເນາະ ແລ້ວເຂົາ ຈະເອົາບິນ ໄປແລ້ວ ມີບິນນ້ອຍ ຕົວນີ້ ເປັນ 2 ບິນ ຕິດຄັດ ໄປນຳກັນ ເນາະ ຖ້າເຈົ້າຈ່າຍ ຕອນນັ້ນ ເລີຍ ມັນກໍ ແລ້ວ ແຕ່ເຈົ້າ ບໍ່ທັນຈ່າຍ ເນາະ ຂະເຈົ້າ ປະໄວ້ ນັ້ນ ແຕ່ເຈົ້າ ເຮັດບິນ ເສັຍເນາະ ຂະເຈົ້າ ເບິ່ງ ໃນຣະບົບ ຊິເຫັນ".
ປັດຈຸບັນ ທົ່ວ ປະເທດ ມີການ ກະຈາຍ ກະແສ ໄຟຟ້າ ໄປແລ້ວ 70 ສ່ວນຮ້ອຍ ຫລາຍບ່ອນ ເປັນພື້ນທີ່ ຫ່າງໄກ ສອກຫລີກ ທີ່ມີ ໄຟຟ້າ ໄປເຖີງ ແຕ່ການເກັບ ຄ່າໄຟຟ້າ ມີ ອຸປສັກ ເຮັດໃຫ້ ການ ເກັບຄ່າ ໄຟຟ້າ ບໍ່ໄດ້ຕາມ ເປົ້າໝາຍ ໃນຂະນະ ທີ່ ເຈ້າໜ້າທີ່ ໄປເກັບ ຄ່າໄຟຟ້າ ແລ້ວ ເຈົ້າຂອງ ເຮືອນບໍ່ຢູ່ ປະບິນ ໄຟຟ້າ ໄວ້ ແຕ່ບິນ ເສັຍ ເຮັດໃຫ້ ເຈົ້າຂອງເຮືອນ ບໍ່ມາຈ່າຍ.
ນອກຈາກນີ້ ຍັງມີ ບັນຫາ ຄວາມບໍ່ ໂປ່ງໄສ ຂອງ ພະນັກງານ ໃນການ ເກັບຄ່າ ໄຟຟ້າ. ອີງຕາມ ຄໍາ ສຳພາດ ຂອງ ທ່ານ ຄຳມະນີ ອິນທິລາດ ຣັຖມົນຕີ ຊ່ວຍ ວ່າການ ກະຊວງ ພະລັງງານ ແລະ ບໍ່ແຮ່ ທີ່ໄດ້ໃຫ້ ສຳພາດ ຕໍ່ ໜັງສືພິມ ປະເທດ ລາວ ໃນວັນທີ 22 ເມສາ 2014.
ນອກຈາກນີ້ ເຈົ້າໜ້າທີ່ ຍັງກ່າວຕີ່ມ ອີກວ່າ ຍັງມີ ບັນດາ ຫ້ອງການ ຕ່າງໆ ຂອງ ຣັຖບານ ຍັງບໍ່ຈ່າຍ ຄ່າໄຟຟ້າ ເປັນຈຳນວນ ຫລາຍ ຮ້ອຍ ລ້ານກີບ. ອີງຕາມ ການໃຫ້ ສຳພາດ ຂອງ ເຈົ້າໜ້າທີ່ ຂອງຣັຖ ວິສາຫະກິດ ໄຟຟ້າ ລາວ.