ປະຊາຊົນສ່ວນນຶ່ງ ບໍ່ພໍໃຈ ທີ່ຮ້ານແລກປ່ຽນເງິນ ຖືກປິດໝົດ
ທະນາຄານກາງ ສັ່ງຍຸຕິ ການເນີນທຸຣະກິຈ ຮ້ານແລກປ່ຽນເງິນຕຣາ ຕ່າງປະເທດ ຈໍານວນ 113 ຮ້ານ, ເຊິ່ງຊາວລາວ ໂດຍສະເພາະ ຜູ້ທີ່ຕ້ອງການແລກປ່ຽນ ເງິນບາທໄທຍ ເພື່ອໄປຊື້ເຄື່ອງຢູ່ປະເທດໄທຍ ຈະຊອກຫາເງິນບາທຍາກຂຶ້ນ ແລະຕ້ອງໄດ້ແລກປ່ຽນ ໃນລາຄາທີ່ສູງຂຶ້ນນໍາດ້ວຍ.
-
ສຸພັດຕາ
2023-01-19 -
-
-
Your browser doesn’t support HTML5 audio
ເມື່ອວັນທີ 13 ມົກກະຣາ ທີ່ຜ່ານມານີ້ ທະນາຄານກາງ ຫຼື ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການ ສັ່ງຍຸຕິ ການອະນຸຍາດດໍາເນີນທຸຣະກິຈ ຮ້ານແລກປ່ຽນເງິນຕຣາ ຕ່າງປະເທດ ຈໍານວນ 113 ຮ້ານ ທີ່ຂຶ້ນກັບທະນາຄານ ທຸຣະກິຈຕ່າງໆ ໃຫ້ເປັນ 0 (ສູນ) ແລະໃຫ້ທະນາຄານທຸຣະກິຈ ຢຸດເຊົາການຕໍ່ອາຍຸສັນຍາ ແລະຍົກເລີກສັນຍາ ໂຕແທນບໍຣິການ ແລກປ່ຽນເງິນຕຣາ ໂຕແທນຂອງຕົນທັງໝົດ ແລະທະນາຄານທຸຣະກິຈ ທີ່ມີຈຸດປະສົງ ຕ້ອງການສ້າງຕັ້ງຫົວໜ່ວຍ ແລກປ່ຽນເງິນຕຣາ ແມ່ນໃຫ້ປະຕິບັດຕາມຂໍ້ຕົກລົງ ວ່າດ້ວຍການບໍຣິການ ແລກປ່ຽນເງິນຕຣາ ສະບັບເລຂທີ 1026/ທຫລ, ລົງວັນທີ 28 ທັນວາ ປີ 2022.
ພາຍຫຼັງທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການສະບັບດັ່ງກ່າວ ກໍໄດ້ເຮັດໃຫ້ຮ້ານແລກປ່ຽນເງິນຕຣາ ໄດ້ພາກັນປິດໄປເປັນຈໍານວນຫຼາຍຮ້ານ; ຖ້າຢາກກັບມາເປີດຮ້ານຄືືນ ແລະເຄື່ອນໄຫວຕາມປົກກະຕິ ສາມາດຂໍອະນຸຍາດຕາມຂັ້ນຕອນ ທີ່ທະນາຄານ ແຫ່ງ ສປປ ລາວ ໄດ້ລະບຸໄວ້.
ດັ່ງຜູ້ປະກອບການ ຮ້ານແລກປ່ຽນເງິນຕຣາ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 17 ມົກກະຣາ ນີ້ວ່າ:
“ເພິ່ນກະໃຫ້ປິດຫັ້ນແຫຼະ ໃຫ້ປິດໝົດເລີຍ ໝົດແລ້ວເປີດໃໝ່ຈັ່ງຊີ້ນ່າ ຂໍໃໝ່ ເປີດໃໝ່ ເຫັນວ່າປົກກະຕິຢູ່ນ່າ.”
ໃນຂະນະທີ່ ຜູ້ປະກອບການຮ້ານແລກປ່ຽນເງິນຕຣາ ອີກນາງນຶ່ງກ່າວວ່າ ຍານາງເອງກໍຮູ້ສຶກບໍ່ເຫັນດີປານໃດ ທີ່ທະນາຄານແຫ່ງ ສປປ ລາວ ສັ່ງປິດຮ້ານແລກປ່ຽນ ເງິນຕຣາທັງໝົດ ເນື່ອງຈາກອາຈເຮັດໃຫ້ເກີດບັນຫາ ຂາດແຄນເງິນຕຣາຕ່າງປະເທດ ແລະເຮັດໃຫ້ຊາວລາວ ທີ່ເດີນທາງໄປຊື້ເຄື່ອງຢູ່ປະເທດໄທຍ ຫຼື ປະເທດເພື່ອນບ້ານອື່ນໆ ໄດ້ຮັບຜົລກະທົບ.
ດັ່ງຍານາງກ່າວວ່າ:
“ຖ້າວ່າ ເຮົາປິດໄປໝົດເນາະ ມັນແລກຍາກ ມັນກໍອາຈມີສ່ວນ ແບບທີ່ວ່າ ເຂົາເຈົ້າຊອກແລກບໍ່ໄດ້ ແລ້ວເຂົາກະເວົ້າລາຄາເທົ່າໃດ ກໍຈໍາເປັນຕ້ອງໄດ້ແລກຫັ້ນນ່າ ທະນາຄານກະ ຕັ້ງລາຄາຂຶ້ນມາຊື່ໆ ແຕ່ວ່າກະບໍ່ມີເງິນໃຫ້ເຂົາເຈົ້າແລກຫັ້ນນ່າ ຖ້າວ່າໃຫ້ປິດເນາະ ທະນາຄານກະຕ້ອງ ມີສນອງໃຫ້ເຂົາ.”
ສ່ວນຜູ້ປະກອບການ ທຸຣະກິຈ ກ່ຽວກັບດ້ານການເງິນ ອີກນາງນຶ່ງ ກໍເຫັນວ່າ ເປັນເຣື່ອງທີ່ເໝາະສົມແລ້ວ ທີ່ມີການສັ່ງປິດຮ້ານ ແລກປ່ຽນເງິນຕຣາໝົດທົ່ວປະເທດ ຍ້ອນໄລຍະຜ່ານມາ ເຫັນວ່າ ມີຮ້ານແລກປ່ຽນເງິນຕຣາເກີດຂຶ້ນ ແບບຊະຊາຍຫຼາຍເກີນໄປ ແລະບາງຮ້ານ ກໍານົດອັດຕຣາແລກປ່ຽນ ເງິນຕຣາຕ່າງປະເທດ ດ້ວຍໂຕເອງ ຈຶ່ງເຮັດໃຫ້ທາງການຄວບຄຸມໄດ້ຍາກ.
ດັ່ງຍານາງກ່າວວ່າ:
“ວົງກວ້າງກະເປັນຜົລດີຫຼາຍກວ່າ ຜົລເສັຍຫັ້ນແຫຼະ ເຮົາກະເບິ່ງຕາມຂ່າວ ເຂົາກະເວົ້າແບບນັ້ນ ກະເຂົາໝູນວຽກຢູ່ໃນລະບົບຫຼາຍຂຶ້ນ ເພາະວ່າຮ້ານ 2 ປີຜ່ານມານີ້ ເຂົາເປີດຊະຊາຍຫຼາຍເດ້ ບໍ່ໄດ້ຈໍາກັດ ປິດແລ້ວເຂົາກະ ຈະເປີດໃໝ່ອີກເທື່ອນຶ່ງ ແຕ່ວ່າເງື່ອນໄຂ ໃນການເປີດມັນກະຈະຫຍຸ້ງຍາກຫຼາຍ.”
ກ່ຽວກັບເຣື່ອງນີ້ ນັກວິຊາການລາວ ທ່ານນຶ່ງ ທີ່ມີຄວາມຮູ້ ທາງດ້ານການເງິນ ເຫັນວ່າ ການສັ່ງປິດຮ້ານແລກປ່ຽນເງິນຕຣາ ທັງໝົດ ຈະເຮັດໃຫ້ຜູ້ປະກອບການ ຄ້າຂາຍສິນຄ້າ ຕ່າງໆໄດ້ຮັບຜົລກະທົບ ໂດຍສະເພາະ ຜູ້ທີ່ຕ້ອງເດີນທາງ ໄປຊື້ເຄື່ອງຢູ່ປະເທດໄທຍ ທຸກສັບປະດາ ເນື່ອງຈາກຈະຊອກຫາເງິນບາທໄທຍ ໄດ້ຍາກຂຶ້ນ ແຕ່ກໍຈະບໍ່ສົ່ງຜົລກະທົບ ເຖິງຂັ້ນຂາດແຄນເງິນຕຣາ ຕ່າງປະເທດ ຢ່າງໜັກໜ່ວງ.
ດັ່ງທ່ານກ່າວວ່າ:
“ຖ້າວ່າຜົລເສັຍນີ້ ຜູ້ຄ້າຂາຍຢ່າງໜ້ອຍ ກະຫາເງິນບາທຍາກຂຶ້ນ ເພາະວ່າຄົນລາວ ມັກໄປຊື້ເຄື່ອງຢູ່ໄທຍຫຼາຍ ແຕ່ນັ້ນກະຈະບໍ່ໜ້າມີບັນຫາຫຼາຍ ຄັນມີລູກຄ້າຕ້ອງການ ເຂົາເຈົ້າກະມີຢູ່ດອກ ແຕ່ວ່າເຣທກະແພງໜ້ອຍນຶ່ງ.”
ທາງດ້ານຊາວລາວນາງນຶ່ງ ກ່າວວ່າ ການທີ່ທະນາຄານ ແຫ່ງ ສປປ ລາວ ສັ່ງປິດຮ້ານແລກປ່ຽນເງິນຕຣາ ທັງໜົດນັ້ນ ກໍເຮັດໃຫ້ຊາວລາວຫຼາຍຄົນ ໄດ້ຮັບຜົລກະທົບ ໂດຍສະເພາະ ຜູ້ທີ່ຕ້ອງການແລກປ່ຽນເງິນກີບ ເປັນເງິນບາທໄທຍ ກ່ອນທີ່ຈະເດີນທາງ ໄປຊື້ເຄື່ອງຢູ່ປະເທດໄທຍ ແຕ່ຖ້າມີການອະນຸຍາດ ໃຫ້ຮ້ານແລກປ່ຽນເງິນຕຣາ ສາມາດກັບມາດໍາເນີນ ທຸຣະກິຈໄດ້ຕາມປົກກະຕິ ໂດຍປະຕິບັດຕາມ ອັດຕຣາແລກປ່ຽນ ເງິນຕຣາ ຂອງທະນາຄານແຫ່ງ ສປປ ລາວ ໜ້າຈະບໍ່ມີບັນຫາຫຍັງ.
ດັ່ງຍານາງ ກ່າວວ່າ:
“ຖ້າກໍຣະນີວ່າ ຢຸດເນາະ ກະຊິໜັກໃຫ້ປະຊາຊົນອີກ ແຕ່ຖ້າກໍຣະນີວ່າ ທາງທະນາຄານ ໃຫ້ແລກປ່ຽນປົກກະຕິ ເທົ່າກັບເຣທທະນາຄານ ກະຈະບໍ່ເປັນບັນຫາຫຍັງ.”
ກ່ອນໜ້ານີ້ ເມື່ອເດືອນພຶສຈິກາ ປີ 2022 ທີ່ຜ່ານມາ ທະນາຄານແຫ່ງ ສປປ ລາວ ຫາກໍສັ່ງປິດຮ້ານແລກປ່ຽນເງິນຕຣາ ໃນທົ່ວປະເທດ ຈໍານວນ 306 ຮ້ານ ແລະອະນຸຍາດໃຫ້ເຫຼືອພຽງ 113 ຮ້ານ ທີ່ສາມາດດໍາເນີນທຸຣະກິຈ ແລກປ່ຽນເງິນຕຣາ ໄດ້ຢ່າງຖືກຕ້ອງ ພ້ອມທັງກໍານົດໃຫ້ ອັດຕຣາແລກປ່ຽນລະຫວ່າງເງິນກີບ ກັບເງິນໂດລ້າຣ໌ສະຫະຣັຖ ຕ້ອງບໍ່ເກີນ 3% ແລະບໍ່ຫຼຸດ 3% ເມື່ອທຽບກັບອັດຕຣາແລກປ່ຽນ ອ້າງອີງຂອງທະນາຄານແຫ່ງ ສປປ ລາວ ໃນແຕ່ລະມື້, ແຕ່ມາຮອດປັດຈຸບັນ ຮ້ານແລກປ່ຽນເງິນຕຣາ ຈໍານວນ 113 ຮ້ານດັ່ງກ່າວນັ້ນ ແມ່ນໄດ້ຖືກສັ່ງປິດໝົດແລ້ວ ແລະຈະມີຜົລທັນທີ ໃນວັນທີ 31 ມົກກະຣາ ປີ 2023.
ສໍາລັບອັດຕຣາແລກປ່ຽນ ລະຫວ່າງເງິນກີບ ກັບເງິນຕຣາຕ່າງປະເທດ ປັດຈຸບັນ ອັດຕຣາແລກປ່ຽນເງິນບາທໄທຍ ກັບເງິນກີບ ຢູ່ທີ່ 1 ບາທໄທຍ ຕໍ່ 508.90 ກີບ ແລະ ອັດຕຣາແລກປ່ຽນ ເງິນໂດລ້າຣ໌ສະຫະຣັຖ ເປັນເງິນກີບ ຢູ່ທີ່ 1 ໂດລ້າຣ໌ສະຫະຣັຖ ຕໍ່ 16,949 ກີບ, ອີງຕາມຂໍ້ມູນ ອັດຕຣາແລກປ່ຽນ ເງິນຕຣາຕ່າງປະເທດ ຂອງທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ປະຈໍາວັນທີ 19 ມົກກະຣາ ປີ 2023.