ແມ່ຄ້າຕລາດເຊົ້າຕຶກເກົ່າ ບໍ່ພໍໃຈ

ສຸພັດຕາ
2020.10.08
f-market ຮ້ານຄ້າຂາຍເສື້ອຜ້າ ຢູ່ພາຍໃນຕລາດເຊົ້າຕຶກເກົ່າ ທີ່ຣັຖບານລາວ ອະນຸຍາດໃຫ້ ນັກລົງທຶນຈີນ ສັມປະທານເປັນເວລາ 40 ປີ ເພື່ອສ້າງ ອາຄານໃໝ່ໃສ່ແທນທີ່.( ຖ່າຍໂດຍ TS: ເດືອນສິງຫາ 2020 )
RFA

ພໍ່ຄ້າ-ແມ່ຄ້າ ທີ່ເຊົ່າຮ້ານຂາຍເຄື່ອງ ຢູ່ຕລາດເຊົ້າຕຶກເກົ່າ ມ 1 ແລະ ມ 2 ທີ່ຈະຖືກໂຍກຍ້າຍ ໃຫ້ໄປເຊົ່າຮ້ານຢູ່ຕລາດເຊົ້າຕຶກໃໝ່ນັ້ນ ຈໍານວນນຶ່ງ ບໍ່ພໍໃຈ ໃນການຈັດສັນພື້ນທີ່ ບ່ອນຂາຍຢູ່ຕຶກໂຕໃໝ່ ຊຶ່ງ ເຫັນວ່າ ບໍ່ມີຄວາມໂປ່ງໃສ ເນື່ອງຈາກທາງຜູ້ຈັດສັນ ໄດ້ໃຫ້ສິດ ແກ່ບັນດາ ພໍ່ຄ້າ-ແມ່ຄ້າ ທີ່ຮູ້ຈັກກັນ ເປັນຜູ້ເລືອກທໍາເລ ບ່ອນຂາຍກ່ອນ ພໍ່ຄ້າ-ແມ່ຄ້າ ຄົນອື່ນໆຈຶ່ງບໍ່ມີຄວາມຍຸຕິທັມ, ດັ່ງແມ່ຄ້າຄົນນຶ່ງ ທີ່ບໍ່ພໍໃຈ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 7 ຕຸລາ ນີ້ວ່າ:

“ເຂົາໃຫ້ເຮົາໄປຢູ່ບ່ອນ ຊ໋ອບປີ້ງມໍ 1 ຢູ່ຊັ້ນ 3 ແຕ່ມັນ ຢູ່ໂຊນທີ່ວ່າ ຄົນເກົ່າກະເຄີຍຖິ້ມຮ້ານແຖວນັ້ນໄປແລ້ວ ເພາະວ່າມັນບໍ່ໄດ້ຂາຍ, ແລ້ວບາດນີ້ ຄົນທີ່ມາຈັດສັນໃຫ້ ເປັນພວກຫົວໜ້າຕລາດຫັ້ນ ພັດໄປເອົາ ຊັບຊ້ອນ ໄປໃຫ້ຄົນອື່ນ ຫຼືວ່າຄົນໂຕເອງ ຮູ້ຈັກບໍແນວນີ້ ໄປເອົາບ່ອນດີໆ ໃຫ້ກັນຫັ້ນນະ ກະກາຍເປັນມົ້ວໄປເບິດ.”

ຍານາງກ່າວຕື່ມວ່າ ຕາມທັມມະດາແລ້ວ ຜູ້ຈັດສັນບ່ອນຂາຍ ຈະຕ້ອງໃຫ້ສິດ ພໍ່ຄ້າ-ແມ່ຄ້າ ທີ່ຂາຍເຄື່ອງຢູ່ບ່ອນເກົ່າ ຍ້າຍໄປຂາຍເຄື່ອງ ຢູ່ບ່ອນໃໝ່ ແບບຢູ່ໃນພື້ນທີ່ຮ້ານຄ້າ ປະເພດດຽວກັນ ເປັນຕົ້ນຜູ້ທີ່ເປີດ ຮ້ານຂາຍເສື້ອຜ້າຢູ່ບ່ອນເກົ່າ ກໍຈະຕ້ອງຖືກຍ້າຍໄປຢູ່ໂຊນຮ້ານ ປະເພດເສື້ອຜ້າ ຂອງຕລາດເຊົ້າຕຶກໃໝ່ ແຕ່ວ່າເຂົາເຈົ້າ ພັດເອົາຮ້ານຄ້າປະເພດອື່ນໆ ທີ່ບໍ່ແມ່ນຮ້ານຂາຍເສື້ອຜ້າ ມາຕັ້ງຢູ່ໂຊນຮ້ານ ຂາຍເສື້ອຜ້າ ຈຶ່ງເຫັນວ່າບໍ່ຖືກຕ້ອງ. ດັ່ງນັ້ນ, ຕົນຈຶ່ງບໍ່ຍອມໂຍກຍ້າຍ ອອກຈາກຕລາດເຊົ້າຕຶກເກົ່າ ຈົນກວ່າຈະມີການແກ້ໄຂ ແລະ ໃຫ້ ຍ້າຍໄປຢູ່ໃນບ່ອນທີ່ພໍໃຈເທົ່ານັ້ນ.

ແມ່ຄ້າຂາຍເຄື່ອງ ຢູ່ຕລາດເຊົ້າຕຶກເກົ່າອີກຄົນນຶ່ງ ກ່າວວ່າ ປັດຈຸບັນ ຕົນກໍບໍ່ຢາກຍ້າຍອອກຈາກຕລາດເຊົ້າຕຶກເກົ່າ ເພາະຍັງບໍ່ພໍໃຈ ໃນການ ຈັດສັນພື້ນທີ່ ຕລາດເຊົ້າຕຶກໃໝ່ ແລະຄັນເປັນໄປໄດ້ ກໍຢາກໃຫ້ ຮັກສາຕລາດເຊົ້າຕຶກເກົ່າໄວ້ ຈະດີກວ່າ, ດັ່ງຍານາງກ່າວວ່າ:

“ຄັນເປັນໄດ້ ກະຮັກສາບ່ອນເກົ່າຫັ້ນແຫຼະ ເພິ່ນກະເບິ່ງໂຕຈິງຫັ້ນແຫຼະ ຍັງບໍ່ຮູ້ເທື່ອນະ ຍັງບໍ່ຮູ້ເທື່ອວ່າຊິຍ້າຍມື້ໃດ ກະຖ້າຟັງເບິ່ງຫຼາຍຄົນ.”

ໃນຂນະດຽວກັນ ກໍມີພໍ່ຄ້າ-ແມ່ຄ້າ ອີກຈໍານວນນຶ່ງ ທີ່ບໍ່ມີບັນຫາ ແລະຕຽມພ້ອມທີ່ຈະໂຍກຍ້າຍ ໄປຕັ້ງຮ້ານຢູ່ຊັ້ນ 3 ຂອງຕຶກໃໝ່ຊຶ່ງຄາດ ວ່າຈະເລີ່ມຍ້າຍ ແລະຕົບແຕ່ງຮ້ານໃໝ່ ສໍາເຣັດໃນທ້າຍປີນີ້, ດັ່ງ ເຈົ້າຂອງຮ້ານຂາຍເຄື່ອງ ບ່ອນນຶ່ງກ່າວວ່າ:

“ໂອ້ ຢູ່ບ່ອນເກົ່າບໍ່ໄດ້ຍ້າຍເທື່ອ ເບິດປີນີ້ພຸ້ນແຫຼະ ເພິ່ນຊິໃຫ້ຍ້າຍຂຶ້ນໄປ ຊັ້ນ 3 ແມ່ນ ເພິ່ນກະກຽມໄວ້ໃຫ້ໝົດ 300 ກັບ 2 ຫ້ອງ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຂອງບໍຣິສັດຮົວຊິນ ພັທນາຈໍາກັດຂອງຈີນ ທີ່ເປັນຜູ້ໄດ້ຮັບສັມປະທານ ພັທນາຕລາດເຊົ້າຕຶກເກົ່ານັ້ນ ກ່າວວ່າ ປັດຈຸບັນ ທາງບໍຣິສັດ ໄດ້ດໍາເນີນການຫຼາຍດ້ານ ສໍາລັບໂຍກຍ້າຍ ພໍ່ຄ້າແມ່ຄ້າ ຈາກຕຶກເກົ່າ ໄປຢູ່ຕຶກໃໝ່ ຊຶ່ງທັງໝົດເປັນໄປດ້ວຍ ຄວາມໂປ່ງໃສ, ດັ່ງຍານາງກ່າວວ່າ:

“ອໍ ໂຕນີ້ ບໍ່ເຈົ້າ ກໍາລັງດໍາເນີນການຢູ່ເຈົ້າ ໂຍກຍ້າຍແຕ່ແມ່ຄ້າ ໃຫ້ຂຶ້ນໄປຢູ່ຕຶກໃໝ່ໝົດເລີຍ ທໍາການພັທນາໃໝ່ເຈົ້າ.”

ຍານາງກ່າວຕື່ມວ່າ ພາຍຫຼັງທາງບໍຣິສັດ ໄດ້ເຮັດໂຄງການພັທນາຕລາດເຊົ້າຕຶກເກົ່າສໍາເຣັດ ຈົນການເປັນຕຶກໃໝ່ ທີ່ທັນສມັຍຂຶ້ນແລ້ວ ກໍຈະເປີດຮັບພໍ່ຄ້າ-ແມ່ຄ້າ ທີ່ໂຍກຍ້າຍໄປຕຶກໃໝ່ສາມາດຍ້າຍກັບມາໄດ້ ແລະ ພ້ອມດຽວກັນນັ້ນບັນດາພໍ່ຄ້າ-ແມ່ຄ້າ ແລະ ນັກທຸຣະກິຈ ຈາກປະເທດອື່ນໆ ເປັນຕົ້ນ ຈີນ, ວຽດນາມ ແລະໄທຍ ກໍສາມາດເຂົ້າມາຕິດຕໍ່ ເຊົ່າຮ້ານຂາຍເຄື່ອງ ຢູ່ຕຶກທີ່ໄດ້ຮັບ ການພັທນາແລ້ວ ໂດຍບໍ່ໄດ້ປິດກັ້ນ ແຕ່ຢ່າງໃດ.

ຢ່າງໃດກໍຕາມ ໃນການໂອ້ລົມ ໃຫ້ພໍ່ຄ້າ-ແມ່ຄ້າ ຈາກຕລາດເຊົ້າຕຶກເກົ່າ ຍ້າຍໄປຢູ່ຕຶກໃໝ່ໃນເທື່ອນີ້ ຖ້າວ່າຮ້ານ ຍັງບໍ່ຍ້າຍອອກໝົດທຸກ ຮ້ານ ຫຼື ເຫຼືອພຽງຮ້ານໃດຮ້ານນຶ່ງ ທີ່ບໍ່ຍອມຍ້າຍອອກ ທາງຜູ້ ສັມປະທານ ກໍບໍ່ສາມາດທຸບມ້າງ ຕຶກເກົ່າຖິ້ມໄດ້ ຈົນກວ່າຈະມີຮ້ານຄ້າ ຍ້າຍອອກໝົດທຸກຮ້ານ ແລ້ວຈຶ່ງເຮັດໄດ້, ອີງຕາມຂໍ້ມູນຈາກແມ່ຄ້າຄົນນຶ່ງ ທີ່ໄປຮ່ວມປະຊຸມກັບບໍຣິສັດ ຜູ້ສັມປະທານພັທນາ ຕລາດເຊົ້າ ຕຶກເກົ່າ ໃນກ່ອນໜ້ານີ້. ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາຜແນກ ອຸດສາຫະກັມ ແລະ ການຄ້າ ນະຄອນຫຼວງວຽງຈັນ ເພື່ອຖາມຄວາມຄືບໜ້າ ເພີ່ມຕື່ມ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ບໍ່ສາມາດອອກຄໍາເຫັນໃດໆໄດ້.

ບໍຣິສັດ ຮົວຊິນ ພັທນາ ຈໍາກັດ ຈາກຈີນ ໄດ້ຮັບສັມປະທານ ພັທນາຕລາດເຊົ້າຕຶກເກົ່າ ເປັນເວລາ 40 ປີ ໂດຍມີການເຊັນຍາ ສັມປະທານ ເມື່ອເດືອນພຶສພາ ປີ 2020 ນີ້ ໂດຍມີແຜນຈະທຸບຕຶກເກົ່າ ມໍ 1 ແລະ ມໍ 2 ຖິ້ມ ເພື່ອສ້າງເປັນຕຶກໃໝ່ ແຕ່ຍັງບໍ່ທັນກໍານົດວ່າ ຈະເລີ່ມລົງ ມືເມື່ອໃດ.

ໃນເບື້ອງຕົ້ນ ທາງບໍຣິສັດດັ່ງກ່າວ ໄດ້ຕຽມຫ້ອງຂາຍ ຈໍານວນ 302 ຫ້ອງ ໄວ້ສໍາລັບໃຫ້ພໍ່ຄ້າ-ແມ່ຄ້າ ທີ່ຈະຍ້າຍອອກຈາກຕຶກເກົ່າ ເພື່ອ ຫຼີກທາງໃຫ້ແກ່ການກໍ່ສ້າງຕຶກໃໝ່ ໂດຍຈະຍົກເວັ້ນຄ່າເຊົ່າຫ້ອງ ຮວມທັງໝົດ 9 ເດືອນ ແຕ່ຕ້ອງເສັຍຄ່ານໍ້າ ແລະຄ່າໄຟຟ້າຕາມປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.