ຄົນວຽດນາມມາປັກຫຼັກ ຢູ່ລາວ
ຊາວວຽດນາມ ພາກັນ ເຂົ້າມາ ຕັ້ງຖິ່ນຖານ ຫາຢູ່ຫາກິນ ໃນເຂດ ຊົນນະບົດ ຂອງລາວ ຫລາຍຂຶ້ນ ນັບມື້.
-
ສິດນີ
2017-04-04 -
-
-
Your browser doesn’t support HTML5 audio
ຊາວບ້ານທ້ອງຖິ່ນ ທີ່ເມືອງອາດສະພອນ ແຂວງສວັນນະເຂດ ທ່ານນຶ່ງເວົ້າວ່າ ໃນຊ້ວງ 2-3 ປີຜ່ານມານີ້ ມີຄົນວຽດນາມ ເຂົ້າມາ ທຳມາ ຫາກິນ ຫລື ຕັ້ງຮ້ານຄ້າ ໃນເຂດ ຊົນນະບົດຫຼາຍຂຶ້ນ ໂດຍສະເພາະ ຢູ່ເມືອງອາດສະພອນ ຊຶ່ງແຕ່ກ່ອນ ມີແຕ່ສະເພາະ ຢູ່ຫົວເມືອງໃຫຍ່ໆ ຫລື ຕາມແນວຊາຍແດນ ເທົ່ານັ້ນ. ດັ່ງທ່ານ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 3 ເມສາ ນີ້ວ່າ:
"ຕອນນີ້ວຽດນາມເຂົ້າມາຄ້າຂາຍຫຼາຍຂຶ້ນ ເອົາເສດຜ້າມາຂາຍ ແລ້ວມາຕັ້ງຂາຍ ພວກຣົດຈັກຣົດຫຍັງ ຣົດຖີບ ພວກຂອງໃຊ້ ປະຈຳບ້ານ ຕ່າງໆ ນີ້ນະ ສ່ວນຫຼາຍນີ້ ເຂົາຂາຍເຄື່ອງແບບ ຈັ່ງຊັ້ນແຫຼະ ມັນທະຍ່ອຍເຂົ້າມາເລື້ອຍ ກ່ອນຫນ້ານີ້ ບໍ່ມີນະ ແຕ່ກ່ອນ ເຂົາຂາຍຢູ່ໃນເຂດ ຕົວເມືອງ ອາດສະພອນ ບ້ານຂ້ອຍນີ້ ຈາກເມືອງອາດສະພອນ ໄປອີກຕັ້ງ 10 ກິໂລພຸ້ນແຫຼະ ແຕ່ຄົນວຽດນາມ ນີ້ຕາມໄປຫັ້ນແຫຼະ".
ທ່ານກ່າວຕື່ມວ່າ ຊາວວຽດນາມ ທີ່ມາຕັ້ງຮ້ານໃນເຂດຊົນນະບົດ ນັ້ນສ່ວນໃຫຍ່ ຂະເຈົ້າຈະຢູ່ໃນເຂດ ຕົວເມືອງມາກ່ອນ ເມື່ອທ້ອນເງິນໄດ້ ກໍມາເຊົ່າດິນ ຊາວບ້ານ ເພື່ອຕັ້ງຮ້ານຄ້າ ໃນເຂດຊຸມຊົນ ບ່ອນທີ່ບໍ່ມີຮ້ານຄ້າ ແລະ ເປັນຊຸມຊົນໃຫຍ່. ປັດຈຸບັນ ຄາດວ່າ ມີຊາວວຽດນາມ ຕັ້ງຮ້ານຄ້າຢູ່ຕາມ ເຂດບ້ານ ຢູ່ເມືອງອາດສະພອນ ບໍ່ຕ່ຳກວ່າ 10-20 ຄອບຄົວ, ບາງຄົນກໍເອົາເມັຽລາວ ແລະບາງຄົນ ກໍຊວນຍາດພີ່ນ້ອງ ຈາກວຽດນາມ ມາຕັ້ງຮ້ານຄ້າ ແລະ ທຳມາຫາກິນ ໃນເຂດດັ່ງກ່າວ. ທ່ານວ່າ ການທີ່ຄົນ ວຽດນາມ ຖືກອະນຸຍາດ ໃຫ້ເຂົ້າມາຕັ້ງຖິ່ນຖານ ເພີ້ມຂຶ້ນເລື້ອຍໆນັ້ນ ກໍຍ້ອນວ່າ ຄົນລຸ້ນໃຫມ່ ໃນລາວ ຖືກສັ່ງສອນວ່າ ວຽດນາມແລະລາວ ເປັນອ້າຍນ້ອງກັນ.
"ແຖວບ້ານແຖວເມືອງອາດສະພອນ ນີ້ມີຫລາຍຢູ່ ທຸກບ້ານ ຂນາດບ້ານຂ້ອຍນີ້ ຢູ່ບ້ານນອກ ກໍຍັງມາຕັ້ງຮ້ານໄດ້ ແຕ່ກ່ອນບໍ່ມີນະ ເພາະວ່າ ເຂົາເຂົ້າມາແລ້ວ ມີແຕ່ບອກວ່າ ຄັນໄທບ້ານກໍບອກວ່າ ບໍ່ຊັງເຂົາຫັ້ນນະ ບອກອ້າຍນ້ອງລາວວຽດ ເພິ່ນສອນຈັ່ງຊັ້ນແຫຼະ ພາສາວັທນາທັມ ມັນບໍ່ຄ້າຍຄື ກັນເນາະ ເຂົາກໍລົບລ້າງ ວັທນະທັມ ເຮົາຫມົດແຫຼະ".
ທ່ານກ່າວຕື່ມວ່າ ແຕ່ກ່ອນຊາວບ້ານ ບໍ່ມັກຄົນວຽດນາມ ປານໃດ ຊຶ່ງໃນປັດຈຸບັນ ກໍຖືວ່າເປັນເຣື້ອງ ປົກກະຕິ.