ຈີນ ລົງທຶນຢູ່ວຽງຈັນ ຫຼາຍຂຶ້ນ
ເຂດພັທນາ ເສຖກິດໄຊເສດຖາ ນະຄອນຫຼວງວຽງຈັນ ມີນັກລົງທຶນຈີນ ເຂົ້າມາລົງທຶນຫຼາຍຂຶ້ນ.
-
ສິດນີ
2017-07-06 -
-
-
Your browser doesn’t support HTML5 audio
ນັກລົງທຶນຈີນ ໄດ້ເຂົ້າມາລົງທຶນ ໃນເຂດພັທນາເສຖກິດ ໄຊເສດຖາ ນະຄອນຫຼວງວຽງຈັນ ຫຼາຍຂຶ້ນ ໃນທຸກມື້ນີ້ ສ່ວນໃຫຍ່ ຈະລົງທຶນ ທາງດ້ານ ອຸດສາຫະກັມ ການຜລິດເປັນຫລັກ ຍ້ອນວ່າ ເຂດດັ່ງກ່າວ ໄດ້ແບ່ງເຂດ ການລົງທຶນ ເປັນຣະບົບ ແລະ ສະດວກ ສະບາຍ ໃນການລົງທຶນ, ດັ່ງເຈົ້າຫນ້າທີ່ ເມືອງໄຊເສດຖາ ທ່ານນື່ງເວົ້າວ່າ:
"ຄືບຫນ້າຫຼາຍແລ້ວ ມີຄົນລົງທຶນຫຼາຍ ຢູ່ເຂດເສຖກິດ ເມືອງໄຊເສຖາ ສ່ວນຫຼາຍ ມີແຕ່ຄົນຈີນ ມັນໃນຂອບເຂດ 1 ພັນເຮັກຕາ ຂະເຈົ້າ ຈັດສັນແລ້ວ ແບ່ງເຂດແລ້ວ ແບ່ງໂຊນແລ້ວຫັ້ນນ່າ."
ທ່ານກ່າວຕື່ມວ່າ ໃນປັດຈຸບັນ ບາງໂຮງງານ ກໍເລີ້ມການຜລິດແລ້ວ ຍ້ອນວ່າ ມີສີ່ງອຳນວຍ ຄວາມສດວກ ຢ່າງຫຼວງຫຼາຍ ເປັນຕົ້ນ ໄຟຟ້າ, ນ້ຳປະປາ ແລະ ເສັ້ນທາງເຂົ້າມາ ກໍສດວກສບາຍ ຄາດວ່າ ໃນອານາຄົດ ຈະມີ ນັກລົງທຶນຄົນຈີນ ແລະ ຈາກປະເທດອື່ນໆ ເພີ້ມຂຶ້ນ ເພາະ ຍັງເຫລືອພື້ນທີ່ເປົ່າວ່າງ ສຳລັບໃຫ້ເຊົ່າຫຼາຍຢູ່.
ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ ຮັບຜິດຊອບ ເພື່ອຢາກຮູ້ ຣາຍລະອຽດ ກ່ຽວກັບ ເຂດພັທນາເສຖກິດ ດັ່ງກ່າວ ແຕ່ທ່ານ ບໍ່ສາມາດ ໃຫ້ຂໍ້ມູນທາງໂທຣະສັບ ໄດ້. ເຂດພັທນາເສດຖາກິດ ໄຊເສດຖາ ຕັ້ງຢູ່ໃນເຂດ ນະຄອນຫຼວງວຽງຈັນ ມີເນື້ອທີ່ປະມານ 1 ພັນເຮັກຕາ ເຂດດັ່ງກ່າວ ກວມເອົາເນື້ອທີ່ ຂອງປະຊາຊົນ ໃນ 6 ບ້ານ.
ໃນນັ້ນ 3 ບ້ານ ຢູ່ເມືອງໄຊເສດຖາ ແລະ ອີກ 3 ບ້ານ ຢູ່ເມືອງໄຊທານີ. ເລີ້ມສ້າງມາ ແຕ່ປີ 2011 ຮ່ວມລົງທຶນ ຣະຫວ່າງ ຣັຖບານລາວ ກັບ ບໍຣິສັດຈີນ ຈາກແຂວງ ຢູນານ ມີອາຍຸ ສຳປະທານ ປະມານ 50 ປີ ໃນມູນຄ່າ ການລົງທຶນ ປະມານ 128 ລ້ານໂດລາ. ເຂດດັ່ງກ່າວ ຈະສ້າງເປັນ ເຂດອຸດສາຫະກັມ ຂນາດໃຫຍ່ ໃນສປປລາວ ຊື່ງໃນປັດຈຸບັນ ສປປລາວ ມີເຂດເສຖກິດພິເສດ ແລະ ສເພາະ 10 ແຫ່ງ ໃນນັ້ນ 5 ແຫ່ງຢູ່ນະຄອນຫລວງວຽງຈັນ.