ເມີຍ ຖືກຂ້າຢູ່ ມ.ພູວົງ ຂ.ອັດຕະປື

ຈໍາປາທອງ
2018.04.20
F-Meuy ຜແນກກະສິກັມແລະປ່່າໄມ້ ແຂວງອັດຕະປື ຍຶດ ເມີຍໂຕແມ່ ໜັກ 500 ປາຍກິໂລ ທີ່ຖືກຂ້າຢູ່ເມືອງພູວົງ ແຂວງອັດຕະປື ເມື່ອຕົ້ນເດືອນ ເມສາ 2018
Screen captured from raosukunfung

ຜແນກກະສິກັມແລະປ່່າໄມ້ ແຂວງອັດຕະປື ເລັ່ງຊອກຫາສາເຫດ ເມີຍໂຕແມ່ ນໍ້າໜັກ 500 ປາຍກິໂລ ທີ່ຖືກຂ້າ ຢູ່ເມືອງພູວົງ ແຂວງ ອັດຕະປື ເມື່ອຕົ້ນເດືອນ ເມສາ ນີ້ ເພື່ອຣາຍງານໄປຍັງ ກະຊວງກະສິກັມແລະປ່າໄມ້ ຍ້ອນວ່າ ເມີຍ ເປັນສັດຫວງຫ້າມ.

ເຈົ້າໜ້າທີ່ຜແນກກະສິກັມແລະປ່່າໄມ້ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຍເສຣິ ເມື່ອວັນທີ 19 ເມສາ ນີ້ວ່າ:

"ພວກເຮົາຍັງໃຫ້ ອ້າຍນ້ອງເຮົາໄປຖາມເບິ່ງກ່ອນວ່າ ເປັນແນວໃດ ຍັງບໍ່ຮູ້ລະອຽດເທື່ອ ຂໍຖາມເບີ່ງຂໍ້ມູນລະອຽດກ່ອນ ແຕ່ວ່າເຣື່ອງ ເຜົາທຳລາຍ ແມ່ນໄດ້ເຜົາທຳລາຍແລ້ວ."

ນາງກ່າວຕື່ມວ່າ ເຈົ້າໜ້າທີ່ສະເພາະກິດ ເມືອງພູວົງ ຍຶດເມີຍໂຕແມ່ ທີ່ຕາຍແລ້ວນັ້ນຈາກກຸ່ມຄົນ ຊຶ່ງເຈົ້າໜ້າທີ່ ບໍ່ເປີດເຜີຍຊື່, ບອກໃຫ້ຮູ້ ພຽງແຕ່ວ່າ ເປັນຄົນລາວ ໄປລ້າສັດປ່າ ໃນເຂດປ່າຜລິດ ບ້ານເມືອງໄຊ.

ປັດຈຸບັນເຈົ້າໜ້າທີ່ກຳລັງສືບສວນສອບສວນ ຜູ້ຕ້ອງຫາ ເພື່ອຫາສາເຫດທີ່ແທ້ຈິງ ຂອງການຂ້າເມີຍນັ້ນ ແລະຢືນຢັນວ່າ ຈະດຳເນີນຄະດີ ເອົາໂທດຜູ້ກະທຳຜິດ ທຸກຄົນຕາມກົດໝາຍຢ່າງເຂັ້ມງວດ.

ໃນວັນທີ 9 ເມສາ ນີ້ ທີ່ຫ້ອງການກະສິກັມແລະປ່າໄມ້ ເມືອງພູວົງ ໄດ້ເຜົາເມີຍຖິ້ມ ໂດຍມີ ເຈົ້າໜ້າທີ່ເມືອງພູວົງ ແລະພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມສັງເກດການ.

ເຈົ້າໜ້າທີ່ຫ້ອງການກະສິກັມແລະປ່າໄມ້ ເມືອງພູວົງ ກ່າວວ່າ ເມີຍໂຕແມ່ ທີ່ຖືກກຸ່ມຄົນເຂົ້າໄປລ້າ ໃນປ່ານັ້ນເປັນສັດປ່າ ປະເພດຫວງຫ້າມ ທີ່ໄດ້ກຳນົດໄວ້ ໃນບັນຊີທີ 1, ເປັນສັດປ່າທີ່ຫາຍາກ ໃກ້ຈະສູນພັນ ມີຄຸນຄ່າສູງ ແລະມີຄວາມສຳຄັນສຳລັບ ການສຶກສາຄົ້ນຄວ້າ ທາງ ວິທຍາສາດ. ຕາມກົດໝາຍ ວ່າດ້ວຍ ສັດນໍ້າແລະສັດປ່າ.

ດັ່ງນັ້ນ ຈຶ່ງຕ້ອງໄດ້ຄຸ້ມຄອງ ແລະອານຸຮັກສັດດັ່ງກ່າວ. ຜູ້ໃດມີໄວ້ໃນຄອບຄອງ ຕ້ອງໄດ້ຮັບອະນຸຍາດຈາກທາງການ ທີ່ກ່ຽວຂ້ອງ. ການລ້າ ສັດປ່າຫວງຫ້າມ ຖືວ່າຜິດກົດໝາຍ ວ່າດ້ວຍສັດນໍ້າແລະສັດປ່າ. ຜູ້ກະທຳຜິດ ຈະໄດ້ຮັບໂທດ ອາດຍາ ຄືຈຳຄຸກ ແຕ່ 3 ເດືອນ ຫາ 1 ປີ ແລະຖືກປັບໃໝນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.