ຕັ້ງຄະນະ ປະຕິຮູບ ຣັຖວິສາຫະກິຈ ການບິນລາວ

ແຕ່ງຕັ້ງຄະນະປະຕິຮູບ ຣັຖວິສາຫະກິຈ ການບິນລາວ ໂດຍມີ ທ່ານ ພູທະນູເພັດ ໄຊສົມບັດ ຮອງຣັຖມົນຕຣີ ກະຊວງການເງິນ ເປັນຫົວໜ້າຄະນະ ເພື່ອແກ້ໄຂບັນຫາ ຫລຸບທຶນ ຂະນະທີ່ ປະຊາຊົນ ແລະນັກວິຊາການ ເຫັນວ່າ ຄວນຈະປະຕິຮູບ ໃຫ້ເປັນມືອາຊີບ ແລະ ແກ້ໄຂລະບົບເສັ້ນສາຍ ໃຫ້ໄດ້ກ່ອນ.

ເຮືອບິນໂດຍສານ ແອຣ໌ບັສ ຣຸ້ນ A320 ຂອງສາຍການບິນລາວ ຈາກນະຄອນຫຼວງວຽງຈັນ ໃນຖ້ຽວບິນ ວຽງຈັນ-ຫຼວງພຣະບາງ ທີ່ສນາມບິນສາກົລ ຫຼວງພຣະບາງ. RFA

ກະຊວງການເງິນ ໄດ້ປະກາດການ​ຈັດຕັ້ງ ຄະນະປະຕິຮູບຣັ​ຖວິສາຫະກິຈ ການ​ບິນ​ລາວ ໃນນີ້ວັນທີ 18 ສິງຫານີ້ ​ຕາມຂໍ້ຕົກລົງ​ຂອງ​ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ວ່າ ດ້ວຍ ການແຕ່ງຕັ້ງຄະນະປະຕິຮູບຣັຖວິສາຫະກິຈການບິນລາວ ວັນທີ 13 ກໍຣະກະດາທີ່​ຜ່ານ​ມາ.

ຄະນະດັ່ງກ່າວ ປະກອບດ້ວຍເຈົ້າໜ້າທີ່ທັງໝົດ 9 ຄົນ ໂດຍມີ ທ່ານ ພູທະນູເພັດ ໄຊສົມບັດ ຮອງຣັຖມົນຕຣີກະຊວງການເງິນ ເປັນຫົວໜ້າຄະນະ ແລະ ທ່ານ ປະສົງ ເມືອງມະນີ ຮອງຣັຖມົນຕຣີ ກະຊວງໂຍທາທິການ ແລະຂົນສົ່ງ ເປັນຜູ້ຮອງ, ອີງຕາມການຣາຍງານ ຂອງກະຊວງການເງິນ ໃນມື້ວັນທີ 22 ສິງຫາ​ນີ້.

ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບການແຕ່ງຕັ້ງ ຄະ​ນະ​ປະ​ຕິ​ຮູບ​ທີ່​ວ່ານັ້ນ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາກະຊວງການເງິນ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບໍ່ສະດວກທີ່ ຈະໃຫ້ຂໍ້ມູນເພີ່ມຕື່ມໄດ້.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ລາວທ່ານນຶ່ງ ທີ່ຕິດຕາມເຣື່ອງນີ້ ກໍໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ສິງຫານີ້ວ່າ ການປະຕິຮູບ ຣັຖວິສາຫະກິຈການບິນລາວ ໃນເທື່ອນີ້ ຈະມີການປັບປຸງ ເຣື່ອງລະບົບບຸກຄະລາກອນພາຍໃນ ເປັນຫລັກ ແລະທັງຈະແກ້ໄຂບັນຫາ ການຫລຸບທຶນ ທີ່ສະສົມ​ມາເປັນເວລາຫລາຍປີ.

ປະຕິຮູບກະຢູ່ໃນລະບົບເກົ່າ ຕ່າງແຕ່ວ່າ ຈັດສັນບຸກຄະລາກອນແນວໃດ. ຊິເຮັດ ແນວໃດ ຊິມີການຮ່ວມມືແນວໃດຫັ້ນນ່າ. ມີການຫລຸບທຶນອີ່ຫຍັງຕ່າງໆຫັ້ນແຫລະ ຂ້ອຍຄິດວ່າໃນລະບົບ ຂອງເພິ່ນນນີ້ ຕ້ອງດີຂຶ້ນກວ່າເກົ່າຫັ້ນແຫລະ ເພາະວ່າຈັດສັນ ເຣື່ອງບຸກຄະລາກອນ. ຊິເອົາບຸກຄົນມີຄວາມສາມາດ ແນວໃດ ດ້ານການພົວພັນສາກົລ ດ້ານການບໍຣິການ ອີ່ສັງຕ່າງໆ.

ກ່ຽວ​ກັບເຣື່ອງການປະຕິຮູບ ຣັຖວິສາຫະກິຈການບິນລາວນີ້ ປະ​ຊາ​ຊົນລາວຜູ້ນຶ່ງ ເວົ້າວ່າ ຊາວລາວຫລາຍຄົນເຫັນວ່າ ຄວນມີການປະຕິຮູບ ມາຕັ້ງແຕ່ດົນແລ້ວ ເພື່ອປັບປຸງດ້ານການບໍຣິຫານ ແລະການໃຫ້ບໍຣິການ ຍ້ອນ ໃນໄລຍະຜ່ານມາ ຣັຖວິສາຫະກິຈການບິນລາວ ປະສົບບັນຫາຫລຸບທຶນ ຄືກັນກັບຫລາຍຣັຖວິສາ ຫະກິດອື່ນໆ.

“ປະຕິຮູບໃຫຍ່. ມັນກະໜ້າຈະດີກວ່າເກົ່າຫັ້ນແຫລະ. ຜ່ານມາມັນ ມີການຮົ່ວໄຫລ ຂອງເງິນທຶນຫລາຍຫັ້ນນ່າ ເພາະວ່າຜ່ານມາ ມັນຈະແມ່ນຣັຖ ເຂົ້າມາຖືຮຸ້ນເປັນສ່ວນໃຫຍ່ ຫັ້ນນ່າ ບາດນີ້ລະມັນຢາກມີການສວຍໂອກາດຫລາຍຫັ້ນນ່າ.

​ຜູ້ປະກອບການ ຮັບຈ່ອງປີ້ເຮືອບິນທ່ານນຶ່ງ ກໍ​ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ ດຽວກັນນີ້ ກ່ຽວກັບການປະຕິຮູບ ຣັຖວິສາຫະກິຈການບິນລາວວ່າ ທ່ານເອງກໍບໍ່ສາມາດ ໃຫ້ຄວາມເຫັນຢ່າງກົງໄປກົງມາໄດ້, ແຕ່ເວົ້າໄດ້ພຽງແຕ່ວ່າ ນັບຕັ້ງແຕ່ເກີດການຣະບາດ ຂອງໂຄວິດ-19 ມາຮອດມື້ນີ້ ລູກຄ້າທີ່ຈ່ອງປີ້ເຮືອບິນ ຂອງ ສາຍການບິນລາວ ເພື່ອເດີນທາງຈາກລາວໄປຕ່າງປະເທດ ເປັນຕົ້ນໄປບາງກອກ, ປະເທດໄທຍ ແມ່ນມີໜ້ອຍ ຊຶ່ງໃນ​ນັ້ນ​​ສ່ວນ​ໃຫ​ຍ່ກໍ​ມີ​ແຕ່​ຄົນ​ລາວ, ຄົນ​ໄທ​ຍ, ສ່ວນ​ຄົນ​ປະ​ເທດ​ອື່ນໆ​ ບໍ່​ຄ່ອຍ​ມີ​ຫລາຍ.

ໂຕນີ້ຂ້ອຍກະບໍ່ແນ່ຄືກັນໄດ໋ ເພາະວ່າໂຕຍີ້ມັນຂຶ້ນກັບຂອງການບິນລາວເນາະ. ໄປຕ່າງປະເທດສ່ວນຫລາຍ ກະມີແຕ່ຄົນລາວກັບຄົນໄທຍຫັ້ນແຫລະ, ແຕ່ວ່າຄົນປະເທດອື່ນໆຢູໂຣບ ແຖວຢູໂຣບ ບໍ່ຄ່ອຍມີຫລາຍເທື່ອ ເຂົາເຈົ້າມາທາງຣົຖນ່າ ບ່ອນມັນຫລາຍກວ່າໝູ່.

ໃນຂະນະດຽວກັນ ຜູ້ປະກອບການຮັບຈ່ອງປີ້ເຮືອບິນ ອີກນາງນຶ່ງ ກໍເຫັນວ່າ ຄວນມີ​ການປະຕິຮູບຣັຖວິສາຫະກິຈ ການບິນລາວ ເພື່ອປັບປຸງດ້ານການໃຫ້ບໍຣິການ ຍ້ອນປັດຈຸບັນ ນັກທ່ອງທ່ຽວ ຕ່າງປະເທດ ແລະຄົນລາວຂີ່ເຮືອບິນ ຂອງສາຍການບິນລາວ ໜ້ອຍລົງ ຊຶ່ງສາເຫດນຶ່ງ ກໍເປັນຍ້ອນລາຄາປີ້ເຮືອບິນ ໄປຕ່າງປະເທດ ຂອງສາຍການບິນລາວ ຂ້ອນຂ້າງແພງກວ່າ ສາຍການບິນຄູ່ແຂ່ງ ຂອງປະເທດໃກ້ຄຽງ.

ການບິນລາວລາຄາເຣີ່ມຕົ້ນ ມັນຈະແພງກວ່າສາຍການບິນອື່ນ. ແພງກວ່າ Thai Smile, Air Asia. ມີຍົນບິນ ແຕ່ວ່າແຂກເຮົາເດີນທາງ ຈະບໍ່ຫລາຍ. ເສັ້ນທາງຕ່າງປະເທດ ຈະບໍ່ຄ່ອຍຫລາຍປານໃດ.

ກ່ຽວ​ກັບ​ເຣື່ອງ​ທີ່​ວ່ານີ້ ນັກວິຊາການດ້ານ ການທ່ອງທ່ຽວຢູ່ປະເທດໄທຍ ນາງນຶ່ງ ເວົ້າວ່າ ການຈັດຕັ້ງຄະນະປະຕິຮູບ ຣັຖວິສາຫະກິຈການບິນລາວ ສະແດງໃຫ້ ເຫັນວ່າ ໃນໄລຍະທີ່ຜ່ານມາ ການບໍຣິການພາຍໃນ ຂອງຣັຖວິສາຫະກິຈການບິນລາວ ອາຈຍັງຂາດຄວາມເປັນມືອາຊີບ ຫລືອາຈບໍຣິຫານແບບລະບົບໃຊ້ເສັ້ນສາຍ, ຄວນຈະຕ້ອງໄດ້ແກ້ໄຂ ບັນຫາເຫລົ່ານັ້ນໃຫ້ໝົດໄປ ເພື່ອຍົກລະດັບ ໃຫ້ທຽບເທົ່າ​ກັບສາຍການບິນສາກົລອື່ນໆ.

ມັນເກີດຄໍາຖາມວ່່າ ທີ່ຜ່ານມາ ຜູ້ບໍຣິຫານຈັດການ ມີຄວາມເປັນມືອາຊີບແທ້ບໍ່? ຫລືເອົາຜູ້ທີ່ບໍຣິຫານແບບບໍ່ຈິງຈັງ ມາບໍຣິຫານ ຊຶ່ງຂ້າພະເຈົ້າຄິດວ່າ ຈະຕ້ອງມີຄວາມເປັນມືອາຊີບແທ້. ເຣື່ອງການບໍຣິການລູກຄ້າອີ່ຫຍັງຕ່າງໆ ກໍຕ້ອງດີ. ຫາກວ່າທາງອົງການໃດກໍຕາມ ບໍ່ຄັດເລືອກເອົາຜູ້ທີ່ມີຄຸນນະພາບມາເຮັດວຽກ ຫລືຍັງໃຊ້ລະບົບເສັ້ນສາຍ ແລະເອົາຄົນໃນຄອບຄົວມາເຮັດວຽກ ກໍມີໂອກາດທີ່​ຈະລົ້ມເຫລວໃນອະນາຄົຕ.

ໃນໂອກາດການແຕ່ງຕັ້ງ ຄະນະປະຕິຮູບຣັຖວິສາຫະກິຈ ການບິນລາວນີ້ ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີ ກະຊວງການເງິນ ໄດ້ກ່າວວ່າ ຄະນະປະຕິຮູບ ​ນີ້ຈະເຮັດວຽກທັງເປັນຄະນະປະຕິຮູບ ແລະສະພາບໍຣິຫານ ເພື່ອຄົ້ນຄວ້າກໍານົດ ທິດທາງ ແລະແຜນການ ປະຕິຮູບຮອບດ້ານ ແລະຮັບປະກັນໃຫ້ແຜນການດັ່ງກ່າວ ຖືກຈັດຕັ້ງປະຕິບັດສໍາເຣັດ ຕາມແຜນການ, ອີງຕາມການຣາຍງານຂອງ ກະຊວງການເງິນ.

ການປະຕິຮູບ ຣັຖວິສາຫະກິຈ ຕ່າງໆຂອງ​ລາວ ເຣີ່ມມີຂຶ້ນພາຍຫລັງ​ທີ່ ທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ​ໄດ້ກ່າວຕໍ່ກອງປະຊຸມ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ເມື່ອເດືອນມິຖຸນາ ທີ່ຜ່ານມາວ່າ ຣັຖວິສາຫະກິຈຫລາຍແຫ່ງ ປະສົບກັບບັນຫາຫລຸບທຶນ ທີ່ແກ່ຍາວ​ມາຫລາຍປີ ຍ້ອນມີການບໍຣິຫານ ທີ່​ມີລັກສະນະເຄືອຍາດ.

ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:

ຣັຖວິ ສາຫະກິຈ ຮ້ອຍສ່ວນຮ້ອຍ ຍາກຈະມີກໍາໄລ ເພາະວ່າເຮົາເກື້ອກູນຫລາຍ ເຮັດບໍຣິສັດອັນໃດ ກະຄືເດ໋. ຊິມີ ເງິນມີຄໍາ ກະແມ່ນລູກຜູ້ນັ້ນຫລານຜູ້ນີ້ ລູກຕົວເອງ ເມັຽຕົວເອງ.  ເອົາເຂົ້າໝົດຫັ້ນແຫລະແລ້ວຈັ່ງໄປເອົາຜູ້ອື່ນ. ໄປກວດເບິ່ງແມ້ ຄັນບໍ່ເຊື່ອຄວາມຂ້າພະເຈົ້າ. ອັນນີ້ກໍແມ່ນຣັຖບານເຮົາປ່ອຍປະລະເລີຍ.

ແຕ່ກະຊວງການເງິນ ບໍ່ໄດ້​ຣາຍງານ ຫລືເປີດເຜີຍຂໍ້ມູນວ່າ ຣັຖວິສາຫະກິຈການບິນລາວ ໄດ້ຫລຸບທຶນທີ່ສະສົມ​ມາ​ດົນ​ນັ້ນ ຈໍານວນເທົ່າໃດກັນແທ້ ມີແຕ່ຣາຍງານວ່າ ໃນປີທີ່ຜ່ານມາ ຫລາຍຣັຖວິສາຫະກິຈໃນລາວ ປະສົບບັນຫາຫລຸບ ທຶນສະສົມຫລາຍປີ ແລະໄດ້ສ້າງພາຣະໃຫ້ຣັຖບານ ທີ່ຈະຕ້ອງໄດ້ປະຕິຮູບໃຫ້ ເປັນມືອາຊີບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org