ເຈົ້າໜ້າທີ່ຈັບຄົນລັກ ທ່ອນເຫຼັກ ທາງຣົດໄຟ

ພູວົງສ໌
2020.12.03
ເຈົ້າໜ້າທີ່ຈັບຄົນລັກ ທ່ອນເຫຼັກ ທາງຣົດໄຟ ທາງຣົດໄຟ ລາວ-ຈີນ ທີ່ເຂດບ້ານຫ້ວຍນ້ຳເຢັນ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ຖ່າຍໂດຍ-TS
File photo 2020: RFA

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ຈັບຜູ້ຖືກຫາຊາວລາວ 3 ຄົນ ທີ່ຮ່ວມກັນກໍ່ເຫດ ລັກເຫຼັກທີ່ເປັນຊິ້ນສ່ວນ ຂອງຣາງຣົດໄຟ ຕາມແລວທາງຣົດໄຟ ລາວ-ຈີນ ແລະ ນຳໂຕໄປດຳເນີນຄດີ ຕາມກົດໝາຍ, ເຊິ່ງສາມາດຍຶດຂອງກາງ ເປັນຊິ້ນສ່ວນເຫຼັກ ຫຼາຍຣາຍການ. ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບ ການຄຸ້ມຄອງ ທາງຣົດໄຟ ລາວ-ຈີນ ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 3 ທັນວາ ນີ້ວ່າ:

“ກະແມ່ນໂຕເຂດນອກນີ້ ການລັກການຕັດ ເຄື່ອງພາຍໃນຣົດໄຟນີ້ນ່າ ມັນຈະແມ່ນເຫຼັກ ແມ່ນເຄື່ອງວັສດຸກໍ່ສ້າງຫຍັງ. ເຂົາລັກເອົາ ຕາມປະຊາຊົນເຂົາແຫຼະລັກ ພວກເຫຼັກຫັ້ນ ເຂົາກະຊິແມ່ນເອົາໄປຂາຍ, ເຂົາມັກໄປເອົາ.”

ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃນຕອນບ່າຍ ຂອງມື້ດຽວກັນນີ້ ເພື່ອສອບຖາມ ຣາຍລະອຽດເພີ່ມຕື່ມ ກ່ຽວກັບການຈັບ ຜູ້ຖືກຫາດັ່ງກ່າວ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກໃຫ້ສັມພາດ ທາງໂທຣະສັບ.

ແຕ່ກ່ອນໜ້ານີ້, ທ່ານພັນຕຳຣວດໂທ ສົມພຽງ ສຸກປະເສີດ, ຫົວໜ້າຫ້ອງການ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ສັມພາດ ຕໍ່ໜັງສືພິມວຽງຈັນທາມສ໌ ແລ້ວໜັງສືພິມ ດັ່ງກ່າວ ໄດ້ເຜີຍແຜ່ຄວາມເວົ້າ ຂອງທ່ານພັນຕຳຣວດໂທ ສົມພຽງ ສຸກປະເສີດ ໃນວັນທີ 2 ທັນວາ ປີ 2020 ວ່າ ທາງເຈົ້າໜ້າທີ່ ໄດ້ຈັບຜູ້ຖືກຫາ 3 ຄົນນັ້ນ ພ້ອມຍຶດ ຂອງກາງ ເປັນເຫຼັກສຳເຣັດຮູບ 4 ທ່ອນ, ນ້ຳໜັກ 32 ກິໂລ, ເຫຼັກຈັບຣາງຣົດໄຟ 4 ອັນ ແລະ ໄດ້ລົງກວດກາ ຮ້ານຮັບຊື້ເຫຼັກເສດ ແຫ່ງນຶ່ງ ຢູ່ບ້ານໜອງພະຍາ ແລ້ວໄດ້ພົບວ່າ ຜູ້ຖືກຫາ ໄດ້ນຳເຫຼັກທີ່ລັກມາໄດ້ ມາຂາຍຢູ່ຮ້ານດັ່ງກ່າວ ປະກອບດ້ວຍເຫຼັກ 30 ແຜ່ນ ແລະ ເຫຼັກນ໋ອດຕ່າງໆ ລວມທັງໝົດ 283 ອັນ ຈຶ່ງໄດ້ຍຶດເປັນຂອງກາງ ພ້ອມທັງປັບໄໝ ເຈົ້າຂອງຮ້ານ ໃນຂໍ້ຫາຮັບຊື້ຂອງໂຈນ.

ຫຼັງຈາກເກີດເຫດການດັ່ງກ່າວຂຶ້ນ, ໄດ້ເຮັດໃຫ້ ບັນດາເຈົ້າໜ້າທີ່ຂັ້ນບ້ານ ໃນແຕ່ລະບ້ານ ທີ່ມີແລວທາງຣົດໄຟຜ່ານ ພາກັນເພີ່ມມາຕການ ກວດກາເວນຍາມ ຢ່າງເຂັ້ມງວດຂຶ້ນ ເພື່ອປ້ອງກັນ ບໍ່ໃຫ້ກຸ່ມຄົນບໍ່ດີ ຫຼືພວກຕິດ ຢາເສບຕິດ ໄປລັກເຫຼັກອອກຈາກຣາງຣົດໄຟຕື່ມ ຍ້ອນຈະສ້າງຄວາມເສັຽຫາຍ ແລະ ອາຈເກີດອັນຕະຣາຍ ໃນອະນາຄົດ. ດັ່ງເຈົ້າໜ້າທີ່ ຂັ້ນບ້ານ ທ່ານນຶ່ງ ຢູ່ເມືອງນາຊາຍທອງ ກ່າວວ່າ:

“ຕິດຕາມເປົ້າໝາຍນີ້ແຫຼະ ປ້ອງກັນເວນຍາມຫັ້ນແຫຼະ ບໍ່ໃຫ້ຄົນຂີ້ລັກ ໄປເລາະແຖວນັ້ນແຫຼະ. ມັນກະມີຫັ້ນແຫຼະ ພວກຢາມ້າ ພວກນີ້ແຫຼະ, ຄັນໄດ້ລັກເອົາຫຼາຍ ມັນກະໄດ້ຫຼາຍ ລັກເອົາໜ້ອຍ ກະໄດ້ໜ້ອຍ. ມີແຕ່ປ້ອງກັນເວນຍາມ ຫັ້ນແຫຼະ ບ້ານເຮົາກະຫຼາຍ ຂອບເຂດບ້ານ.”

ໃນຂະນະດຽວກັນ, ຮ້ານຮັບຊື້ເຫຼັກເສດຫຼາຍແຫ່ງ ໃນນະຄອນຫຼວງວຽງຈັນ ກໍໄດ້ເພີ່ມ ຄວາມຣະມັດຣະວັງ ຫຼາຍຂຶ້ນ ໃນການຮັບຊື້ເຫຼັກເສດ ທີ່ລູກຄ້າເອົາມາຂາຍ ຍ້ອນຢ້ານວ່າ ອາຈເປັນເຫຼັກ ທີ່ລັກມາຈາກແລວທາງຣົດໄຟ ລາວ-ຈີນ, ເຊິ່ງອາຈເຮັດໃຫ້ ເຈົ້າຂອງຮ້ານ ມີຄວາມຜິດ ໃນຂໍ້ຫາຮັບຊື້ຂອງໂຈນ. ດັ່ງເຈົ້າຂອງຮ້ານ ຮັບຊື້ເຫຼັກເສດ ທ່ານນຶ່ງ ໄດ້ກ່າວວ່າ:

“ອັນນັ້ນຂ້ອຍບໍ່ຊື້ ອັນນັ້ນບໍ່ເອົາ ເພາະວ່າບໍ່ຄ່ອຍຊື້ຫຼາຍ ຜິດກົດໝາຍ ແລ້ວກະຖືກຍຶດຊັພ ບໍ່ດີເດ. ຖ້າເປັນແບບວ່າ ມາແບບຖືກຕ້ອງ ຂ້ອຍຊື້.”

ສ່ວນຊາວລາວ ທ່ານນຶ່ງ ທີ່ໄດ້ຮູ້ຂ່າວດັ່ງກ່າວ ກໍຮູ້ສຶກເປັນຫ່ວງ ແລະ ຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ເພີ່ມການກວດກາ ຕາມແລວທາງຣົດໄຟ ຢ່າງເຂັ້ມງວດ ຍ້ອນຢ້ານວ່າ ຄັນບໍ່ເອົາໃຈໃສ່ແລ້ວ ເກີດມີຄວາມຜິດພາດຂຶ້ນມາ ກໍອາຈມີຄວາມສ່ຽງ ເຮັດໃຫ້ຣົດໄຟຕົກຣາງໄດ້ ໃນອະນາຄົດ.

“ກະຕ້ອງໄດ້ພາກັນເບິ່ງແຍງ ແລະ ຄຸ້ມຄອງຫັ້ນນ່າ ເປັນຕົ້ນກະເບິ່ງແຍງ ເຣື່ອງຄວາມປອດພັຍ, ຫັ້ນແຫຼະເນາະ. ບໍ່ໃຫ້ຄົນຂີ້ລັກ ມັນຈົກ ໄປມ້າງເອົາເຫຼັກ ເອົາຣາງເຂົາໄປ ທາງຕ່າງໆ ຫັ້ນແຫຼະ ມ້າງຮົ້ວມ້າງຮາວ ຂະເຈົ້າຫັ້ນລະ. ເພື່ອວ່າ ເຮັດໃຫ້ທາງຣົດໄຟ ມີຄວາມປອດພັຍສູງ, ຫັ້ນນ່າ.”

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາບໍຣິສັດ ທາງຣົດໄຟລາວ-ຈີນ ຈຳກັດ ເພື່ອສອບຖາມເຖິງ ມາຕການໃນການຮັກສາ ແລະ ປ້ອງກັນການລັກເຫຼັກ ຕາມຣາງຣົດໄຟ, ແຕ່ບໍ່ມີຜູ້ຮັບໂທຣະສັບ.

ແຕ່ເມື່ອວັນທີ 27 ພຶສຈິກາ ທີ່ຜ່ານມານີ້, ທ່ານ ພັນຕຳຣວດເອກ ສຸກພະຈັນ ບຸດດາຄຳ, ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ເນັ້ນໃຫ້ເຈົ້າໜ້າທີ່ ປກສ ເມືອງ ແລະ ປກສ ກຸ່ມ ສົມທົບກັບບັນດາບ້ານຕ່າງໆ ມີຄວາມຮັບຜິດຊອບ ແລະ ເອົາໃຈໃສ່ ໃນການປ້ອງກັນຊັພສິນ ແລະ ອຸປະກອນ ໃນໂຄງການ ສ້າງທາງຣົດໄຟ ລາວ-ຈີນ.

ຫາກພົບເຫັນກໍຣະນີ ລັກອຸປະກອນທຸກປະເພດ ໃນການກໍ່ສ້າງທາງຣົດໄຟ ຕ້ອງດຳເນີນຄດີ ຕໍ່ຜູ້ກະທຳຜິດ ຢ່າງເດັດຂາດ, ອີງຕາມການຣາຍງານຂ່າວ ຈາກໜ່ວຍງານຂ່າວສານ ປ້ອງກັນຄວາມສງົບ ນະຄອນຫຼວງວຽງຈັນ.

ກ່ອນໜ້ານີ້, ທ່ານ ຊ່ຽວ ສ່ຽນ-ເຫວິນ, ຜູ້ອຳນວຍການໃຫຍ່ ບໍຣິສັດທາງຣົດໄຟ ລາວ-ຈີນ ຈຳກັດ ໄດ້ກ່າວຣາຍງານ ຕໍ່ຄນະສະມາຊິກສະພາ ແຫ່ງຊາດລາວ ວ່າ ໃນໄລຍະຜ່ານມາ ມີບາງທ້ອງຖິ່ນ ໃນລາວ ຍັງຂາດຄວາມເອົາໃຈໃສ່ ຕໍ່ຣະບຽບ ແລະ ຫຼັກການ ດ້ານຄວາມປອດພັຍ ຕໍ່ຊີວິຕ ແລະ ໂຄງການ ເປັນຕົ້ນແມ່ນ ການລັກເຮັດຂົວ ຕັດຜ່ານຣາງຣົດໄຟ ດ້ວຍໂຕເອງ, ປ່ອຍໃຫ້ສັດລ້ຽງ ເຂົ້າໄປໃນເຂດ ທາງຣົດໄຟ ແລະ ລັກເອົາຫົວນ໋ອດ ຈັບຣາງຣົດໄຟ ແລະ ມ້າງຮົ້ວກັ້ນ ທາງຣົດໄຟ ຜ່ານ, ເຊິ່ງອາຈນຳໄປສູ່ ອຸບັດຕິເຫດໃນເວລາ ທີ່ມີຣົດໄຟແລ່ນຜ່ານ ຈຶ່ງໄດ້ຮຽກຮ້ອງໃຫ້ ສະມາຊິກ ສະພາແຫ່ງຊາດ ໂຄສະນາ ແກ່ ປະຊາຊົນ ທີ່ຢູ່ຕາມແຄມທາງຣົດໄຟ ໃຫ້ຫຼາຍຂຶ້ນ, ອີງຕາມການຣາຍງານຂ່າວ ຂອງໜັງສືພິມວຽງຈັນທາມສ໌ ເມື່ອວັນທີ 17 ພຶສຈິກາ ປີ 2020.

ປັດຈຸບັນ, ໂຄງການສ້າງທາງຣົດໄຟລາວ-ຈີນ ໄລຍະທາງ 414 ກິໂລແມັຕ ມີຄວາມຄືບໜ້າ 94% ແລະ ມີກຳນົດກໍ່ສ້າງ ໃຫ້ສຳເຣັດ ໃນທ້າຍປີ 2021. ແຕ່ຫຼ້າສຸດນີ້, ມີຣາຍງານວ່າ ການກໍ່ສ້າງ ອາຈບໍ່ສຳເຣັດພາຍໃນປີ 2021 ຍ້ອນຊາວບ້ານຫຼາຍຄອບຄົວ ໃນນະຄອນຫຼວງວຽງຈັນ ຍັງບໍ່ຢາກເສັຽດິນໃຫ້ໂຄງການນີ້ ເພາະບໍ່ພໍໃຈຄ່າຊົດເຊີຍ, ເຊິ່ງອາຈມີຜົລ ເຮັດໃຫ້ການກໍ່ສ້າງ ຕ້ອງແກ່ຍາວເວລາອອກໄປຕື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ຮັກຄວາມເປັນລາວ
Dec 05, 2020 02:45 AM

ການລັກລອບເລັກສີ້ນສ່ວນຂອງທາງລົດໄຟນັ້ນ ອາດຈະເປັນພາກສ່ວນໃນຄນະການຈັດຕັ້ງບໍ່ເຫັນພ້ອມໃນການມີລົດໄຟຂອງຈີນ ກອາດຈະເປັນໄດ້ຈ່ງສ້າງບັນນີ້ຂື້ນມາ ຕາມຂໍ້ສັງເກດເຫັນພຶດຕິການຂອງມະຫາຊົນລາວພາຍໃນປະເທດ