ອາຫານທ່ຽງສໍາລັບນັກຮຽນ ຢູ່ ສປປ ລາວ
ໂຄງການ ອາຫານທ່ຽງ ສໍາລັບ ເດັກນ້ອຍນັກຮຽນ ຢູ່ ສປປລາວ ໄດ້ຮັບການຊ່ວຍເຫລືອ ຈາກຕ່າງປະເທດ ຮວມທັງ ສະຫະຣັຖ ອາເມຣິກາ ແລະ ອົງການ ອາຫານໂລກ ປະຈໍາລາວ.
-
ມະນີຈັນ
2018-06-27 -
-
-
Your browser doesn’t support HTML5 audio
ໂຄງການອາຫານທ່ຽງ ສໍາລັບເດັກນ້ອຍນັກຮຽນ ໃນສປປລາວ ຊຶ່ງໄດ້ຮັບການຊ່ວຍເຫລືອ ຈາກຫລາຍປະເທດ ແລະອົງການຈັດຕັ້ງສາກົລ ຕ່າງໆຮວມທັງຈາກສະຫະຣັຖ ອາເມຣິກາ ແລະ ອົງການອາຫານໂລກ ປະຈໍາລາວ ຮວມຢູ່ດ້ວຍນັ້ນຊ່ອຍໃຫ້ ເດັກນ້ອຍລາວ ບໍ່ຫິວເຂົ້າ ແລະມາໂຮງຮຽນ ຫລາຍເພີ່ມຂຶ້ນ.
ທ່ານ ສໍຣະພົງ ປະສົມສຸກ ເຈົ້າໜ້າທີ່ຫ້ອງການອົງການ ອາຫານໂລກ ກ່າວໃນມື້ວັນທີ 15 ພຶສພາ 2018 ນີ້ວ່າ ໂຄງການອາຫານທ່ຽງ ເປັນໂຄງການເພື່ອຊ່ວຍ ຫລຸດຜ່ອນຄວາມທຸກຍາກ ໃຫ້ແກ່ໂຮງຮຽນໃນເຂດ ຊົນນະບົດຫ່າງໄກ ໃຫ້ເດັກນ້ອຍນັກຮຽນ ໄດ້ກິນເຂົ້າທ່ຽງ ກິນເຂົ້າທີ່ມີໂພຊນາຫານ ມີອາຫານທາດບໍາຣຸງ ໃນໂຮງຮຽນເປົ້າໝາຍ ທັງໝົດ 1450 ແຫ່ງ ຢູ່ 32 ເມືອງໃນ 7 ແຂວງຂອງລາວ ຄື; ຜົ້ງສາລີ ອຸດົມໄຊ ຫລວງນໍ້າທາ ຫລວງພຣະບາງ ສາຣະວັນ ເຊກອງ ແລະແຂວງ ອັຕຕະປື.
ຜ່ານມາ ອົງການອາຫານໂລກ ກໍໄດ້ໄປຊ່ອຍເຫລືອອາຫານກາງເວັນ ໃນໂຮງຮຽນເປົ້າໝາຍແລ້ວ 500 ແຫ່ງ ແລະກໍາລັງກຽມເຂົ້າໄປ ຊ່ອຍອີກ 900 ແຫ່ງໃນ 7 ແຂວງທຸກຍາກຂອງລາວ. ດັ່ງທີ່ທ່ານກ່າວ ຕອນນຶ່ງວ່າ:
"ກໍບໍ່ໄດ້ໝາຍວ່າ ໝາຍເຖິງຄຸນນະພາບ ຂອງການຊ່ວຍເຫລືອ ກໍບໍ່ໝາຍວ່າມັນຫລຸດລົງເນາະ ການເພີ່ມຂຶ້ນຂອງມູນຄ່າ ການຊ່ວຍເຫລືອ ມັນໝາຍເຖິງເຮົາ ສາມາດ ເພີ່ມເປົ້າໝາຍໄດ້ຫລາຍຂຶ້ນ ຈໍານວນທີ່ເຮົາຊ່ວຍ ໃນປີຜ່ານໆມາ ນັກຮຽນມັນຮອດ ແສນກວ່າຄົນແລ້ວເນາະ."
ແລະຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ທາງການລາວທີ່ກ່ຽວຂ້ອງທ່ານນຶ່ງ, ສປປ ລາວ ໄດ້ຮັບການຊ່ວຍເຫລືອ ຈາກອົງການຈັດຕັ້ງ ສາກົລ ຕ່າງໆເພື່ອຫລຸດຜ່ອນ ຈໍານວນເດັກນ້ອຍ ຂາດສານອາຫານ ຫລາຍຂຶ້ນ ນັບແຕ່ປີ 2009 ມາໂດຍສະເພາະ ເດັກນ້ອຍ ອາຍຸຫລຸດ 5 ປີ ແລະເດັກນ້ອຍນັກຮຽນ ຊັ້ນປະຖົມ ແລະເລີ່ມມີໂຄງການອາຫານເສີມ ແລະໂຄງການອາຫານວ່າງ ເພື່ອ ເສີມສານອາຫານໃຫ້ເດັກນ້ອຍ ນັກຮຽນປະຖົມ ແລະເດັກນ້ອຍທີ່ມີອາຍຸບໍ່ຮອດ 5 ປີ.
ທ່ານເວົ້າວ່າປັດຈຸບັນຢູ່ລາວ ກໍຍັງປະສົບບັນຫາ ເດັກນ້ອຍຂາດສານອາຫານ ສູງທີ່ສຸດໃນພາກພື້ນເອເຊັຽຕາເວັນອອກສ່ຽງໃຕ້ ຄືມີເຖິງ 34 ເປີເຊັນປາຍ ແລະຣັຖບານລາວ ກໍມີແຜນຍຸທສາດ ທີ່ຈະຫຼຸດຜ່ອນອັດຕຣາ ສ່ວນເດັກນ້ອຍຂາດສານອາຫານ ໃຫ້ຍັງເຫລືອ 25 ເປີເຊັນ ພາຍໃນປີ 2025.
ແຕ່ການປະຕິບັດ ໂຄງການຫລຸດຜ່ອນ ການຂາດສານອາຫານ ຍັງບໍ່ໄດ້ດີເທົ່າທີ່ຄວນ ຍ້ອນຍັງມີບັນຫາຫຼາຍຢ່າງ ໃນນັ້ນຮວມທັງຈໍານວນ ຄຣູ ນັກຮຽນແລະໂຮງຮຽນ ທີ່ທາງອົງການໃຫ້ການ ຊ່ອຍເຫລືອ ບໍ່ຮູ້ແນ່ນອນ. ແລະກ າເດີນທາງໄປ ຊ່ອຍເຫລືອ ໂຮງຮຽນບາງແຫ່ງ ກໍລໍາບາກ ຍ້ອນທາງບໍ່ດີ. ຍົກຕົວຢ່າງ ໂຮງຮຽນປະຖົມສົມບູນ ຢູ່ເຂດເມືອງໃໝ່ ແຂວງຜົ້ງສາລີ ຊຶ່ງມີທັງໝົດ 95 ແຫ່ງ ແຕ່ໄດ້ຮັບການ ຊ່ວຍເຫລືອ ເປັນອາຫານກາງເວັນ ພຽງ 50 ແຫ່ງ ຂນະທີ່ເຫລືອອີກ 45 ແຫ່ງ ບໍ່ໄດ້ຮັບການຊ່ວຍເຫລືອ ຍ້ອນການເດີນທາງລໍາບາກ ຫົນທາງບໍ່ດີ. ດັ່ງເຈົ້າໜ້າທີ່ ຫ້ອງການສຶກສາແລະກິລາ ແຂວງຜົ້ງສາລີ ກ່າວໃນມື້ວັນທີ 15 ພຶສພາທີ່ຜ່ານມາ ວ່າ:
"ແມ່ນແຫລະ ແບບອັນນັ້ນ ເສັ້ນທາງ ທາງຍາກ ແລ້ສກໍຢູ່ຫ່າງ ຈາກຕົວເມືອງ 100 ປາຍກິໂລແມັຕ ແລ້ວກໍເຂົາເລີຍບໍ່ຮັບ ທັງໝົດນີ້ 95 ໂຮງຮຽນເນາະ ແລ້ວກໍເຂົາແລ້ວ 50 ແຫ່ງ."
ຢ່າງໃດກໍຕາມ ຫາກເວົ້າເຖິງທຶນຂອງຕ່າງປະເທດ ທີ່ໃຫ້ການຊ່ວຍເຫລືອ ແກ່ລາວໃນ ໂຄງການອາຫານທ່ຽງ ໃນຫລາຍປີທີ່ຜ່ານມານີ້ ກໍມີຮວມທັງຣັຖບານ ຍີ່ປຸ່ນ ທີ່ໃຫ້ການສນັບສນູນ ເຖິງ 350 ລ້ານເຢັນຫລື 3 ລ້ານ 2 ແສນໂດລາສະຫະຣັຖ ໃນປີ 2017.
ແລະເມື່ອໄວໆມານີ້ ຄືເມື່ອວັນທີ 4 ມີຖຸນາ 2018 ນີ້ ຂ່າວຈາກນະຄອນຫລວງວຽງຈັນ ກໍຣາຍງານວ່າຣັຖບານສະຫະຣັຖ ອາເມຣິກາ ກໍໄດ້ປະກາດ ໃຫ້ການສນັບສນູນ ໂຄງການອາຫານທ່ຽງ ສໍາລັບໂຮງຮຽນ ໃນໄລຍະໃໝ່ ເປັນເວລາ 5 ປີເ ພື່ອຊ່ວຍ ເສີມຂຍາຍຂໍ້ລິເລີ່ມ ອາຫານທ່ຽງໃນໂຮງຮຽນ ຂອງຣັຖບານລາວ. ແລະນັ້ນກໍເປັນໂຄງການ ທີ່ສືບຕໍ່ໂຄງການ ຊ່ວຍເຫລືອຊຶ່ງໄດ້ຮັບ ຜົລສໍາເຣັດ ໃນໄລຍະ 9 ປີທີ່ຣັຖບານສະຫະຣັຖ ອາເມຣິກາໄດ້ສນອງທຶນ ໃຫ້ໂຄງການອາຫານໂລກ ໃນໂຄງການອາຫານທ່ຽງ ໃຫ້ເດັກນ້ອຍນັກຮຽນ ຈໍານວນ 140 ພັນຄົນໃນ 30 ເມືອງຂອງ 7 ແຂວງ ຂອງລາວ ຄືທີ່ເວົ້າມານັ້ນ.
ໂຄງການອາຫານທ່ຽງສໍາລັບ ໂຮງຮຽນນັ້ນ ແມ່ນໄດ້ຮັບທຶນ ຈາກໂຄງ ການອາຫານ ເພື່ອການສຶກສາ ແລະໂພຊນາຫານ ແກ່ເດັກນ້ອຍ McGo vern-Dole ຂອງສະຫະຣັຖ ອາເມຣິກາ ທີ່ໃຫ້ທຶນ 27 ລ້ານ 4 ແສນໂດລາສະຫະຣັຖ ຜ່ານອົງການ ອາຫານໂລກ ປະຈໍາລາວ ໃນການດໍາເນີນໂຄງການ ຣະຍະ 5 ປີ ຄືແຕ່ນີ້ໄປຈົນ ເຖິງປີ 2022. ທຶນຊ່ວຍເຫລືອ ຂອງສະຫະຣັຖອາເມຣິກາຊຸດ ໃໝ່ນີ້ຈະຖືກນໍາໃຊ້ ສໍາລັບສນອງອາຫານທ່ຽງ ທີ່ມີທາດບໍາຣຸງດີ ຢູ່ໃນໂຮງຮຽນອັນຈະຊ່ວຍ ປັບປຸງດ້ານ ໂຄຊນາການ ແລະການຮຽນໜັງສື ຂອງພວກເດັກ ນ້ອຍນັກຮຽນ ໃນເຂດຊົນນະບົດຕ່າງໆໃຫ້ດີຂຶ້ນ. ພ້ອມດຽວກັນກໍ ເປັນໂຄງການ ທີ່ຊາວກະເສຕກອນ ລາວຈະໄດ້ຮັບຜົລປໂຍດນໍາດ້ວຍ ແລະຈະສົ່ງຜົລດີໂດຍກົງ ໃຫ້ແກ່ຄວາມສໍາເຣັດ ດ້ານການຮຽນ ຂອງປະຊາຊົນລາວ ລຸ້ນຕໍ່ໄປ.
ທ່ານ ບົວລານ ສີລິປັນຍາ ຮອງຣັຖມົນຕຣີ ກະຊວງສຶກສາທິການ ແລະກິລາຂອງລາວ ເວົ້າວ່າການສນັບສນູນຊ່ອຍເຫຼືອຂອງຣັຖບານ ສະຫະຣັຖ ອາເມຣິກາ ທີ່ວ່ານັ້ນ ເປັນການປະກອບສ່ວນ ອັນໃຫຍ່ຫລວງ ເຂົ້າໃນການປັບປຸງການສຶກສາ ໃນເຂດຊົນນະບົດ ຂອງລາວ.
ແລະທູດສະຫະຣັຖ ອາເມຣິກາປະຈໍາລາວ ມາດາມ Rena Bitter ກໍກ່າວວ່າພວກທ່ານຕື່ນເຕັ້ນ ທີ່ໄດ້ເປັນພາຄີຂອງ ອົງການອາຫານ ໂລກປະຈໍາລາວ ຊຶ່ງໄດ້ເລີ່ມໂຄງການ ຣະຍະໃໝ່ ທີ່ສໍາຄັນໃນການ ລ້ຽງອາຫານທ່ຽງ ໃນໂຮງຮຽນ. ມາດາມ ກ່າວວ່າບໍ່ມີຫຍັງທີ່ສໍາຄັນ ໄປກວ່າສຸຂພາບ ແລະການສຶກສາ ຂອງເດັກນ້ອຍ ຊຶ່ງເປັນຕົວແທນ ອະນາຄົດຂອງລາວ ແລະໂຄງການນີ້ ຊ່ວຍໃຫ້ເດັກນ້ອຍໄດ້ເຂົ້າ ໂຮງຮຽນ ແລະຮຽນຮູ້ທັກສະ ຄວາມສໍານິ ສໍານານ ທີ່ຈໍາເປັນສໍາລັບຄວາມສໍາເຣັດ ໃນອະນາຄົດ.
ໂຄງການອາຫານທ່ຽງໃນໂຮງຮຽນ ຊ່ອຍໃຫ້ພວກເດັກນ້ອຍ ເຂົ້າໂຮງຮຽນ ຫລາຍຂຶ້ນ, ຊ່ອຍປັບປຸງໂພຊນາຫານ ດີຂຶ້ນ, ສົ່ງເສີມການ ໄປໂຮງຮຽນ ແລະຄວາມສາມາດ ໃນການຮຽນຮູ້ ຕັ້ງໃຈຮຽນໃນເວລາຮຽນ.
ຕາມຄໍາເວົ້າຂອງສະຖານທູດ ສະຫະຣັຖ ອາເມຣິກາ ປະຈໍາລາວ, ໂຄງການດັ່ງ ກ່າວ ເປັນສ່ວນນຶ່ງຂອງຂໍ້ລິເລີ່ມ ດ້ານການສຶກສາ ແບບສົມບູນ, ເຮັດວຽກຢ່າງໃກ້ຊິດກັບ ກະຊວງສຶກສາທິການ ແລະກິລາ ຂອງລາວແລະຄູ່ພາຄີອື່ນໆ ຊຶ່ງຊ່ວຍໃຫ້ເດັກນ້ອຍ ນັກຮຽນ ເຂົ້າເຖິງນໍ້າສະອາດ ສຸຂອະນາມັຍ ການສຶກສາ ໂພຊນາຫານ ແລະກິຈກັມການຮຽນຕ່າງໆ ນໍາດ້ວຍ.
ໃນສົກຮຽນ ປີ 2017-2018 ຫລາຍແຂວງຂອງລາວ ໄດ້ເລີ່ມປະຕິບັດ ໂຄງ ການອາຫານທ່ຽງ ໃຫ້ແກ່ເດັກນ້ອຍນັກຮຽນ ຊັ້ນປະຖົມໃນ ທັງໝົດ 9 ແຂວງ ຄື ອັຕຕະປື ສາຣະວັນ ຜົ້ງສາລີ ອຸດົມໄຊ ຫົວພັນ ເຊກອງ ຫລວງນໍ້າທາ ຫລວງພຣະບາງ ແລະ ແຂວງຊຽງຂວາງ ຊຶ່ງເປັນນຶ່ງ ໃນໂຄງການຫລຸດຜ່ອນຄວາມທຸກຍາກ ຂອງປະຊາຊົນແລະ ຫລຸດຜ່ອນການຂາດສານອາຫານ ຂອງເດັກນ້ອຍໃນລາວ ໂດຍ ໄດ້ຮັບທຶນ ສນັບສນູນ ຈາກທະນາຄານໂລກ ແລະສະຫະຣັຖອາເມຣິກາ. ແລະໃນບາງແຂວງ ກໍໄດ້ຮັບການຊ່ວຍເຫລືອ ເປັນໂຄງການ ອາຫານກາງວັນ ມາແຕ່ປີ 2013 ເພື່ອໃຫ້ເດັກນ້ອຍນັກຮຽນ ຊັ້ນປະຖົມໄດ້ກິນເຂົ້າທ່ຽງ ຕາມຫລັກໂພຊນາຫານ ຢູ່ໃນໂຮງຮຽນ.
ສໍາລັບແຂວງ ອັຕຕະປື ຊຶ່ງເປັນແຂວງນຶ່ງທີ່ຍັງມີເດັກນ້ອຍ ຂາດສານອາຫານຢູ່ ຫລາຍທີ່ສຸດໃນລາວ ຕາມຄໍາເວົ້າຂອງເຈົ້າໜ້າທີ່ ທ້ອງຖິ່ນນັ້ນແລ້ວ ແມ່ນວ່າທາງແຂວງໄດ້ຮັບ ການສນັບສນູນໂຄງການອາຫານວ່າງ ແລະອາຫານເສີມມາແຕ່ປີ 2009 ນັ້ນ ໃນສົກຮຽນ 2017-2018 ໄດ້ມີການປ່ຽນຮູບແບບອາຫານເສີມ ຈາກອາຫານວ່າງມາເປັນໂຄງການ ອາຫານທ່ຽງ ແລະມີການຝຶກອົບຮົມ ໃນຂັ້ນບ້ານ ຄຣູ-ອາຈານ ໃນໂຮງຮຽນ ປະຖົມໃຫ້ສາມາດ ປຸງແຕ່ງອາຫານທ່ຽງ ແລະເຮັດສວນຄົວ ໄດ້ຕາມຫລັກ ໂພຊນາຫານ.