ພະນັກງານອາຈສໍ້ໂກງ ພາສີ
2016.01.14
ນັກ ທຸຣະກິດ ເຈົ້າຂອງ ບ້ານພັກ ທີ່ ເມືອງ ມໍຣະດົກ ໂລກ ຫຼວງພຣະບາງ ທ່ານນຶ່ງ ໄດ້ຮຽກຮ້ອງ ໃຫ້ ກົມກວດສອບ ແຫ່ງຣັດ ມາກວດສອບ ຜແນກ ພາສີອາກອນ ໃນແຂວງ ຫຼວງພຣະບາງ ວ່າ ເກັບພາສີ ບໍ່ສເມີກັນ ໃນ ທຸຣະກິດ ແບບ ດຽວກັນ.
ທ່ານວ່າ ທ່ານ ເປັນເຈົ້າຂອງ ບ້ານພັກ ຫລັງນຶ່ງ ມາໄດ້ 5 ປີ ແລ້ວ ໄດ້ເສັຽອາກອນ ເປັນ ປົກກະຕິ ຕາມກົດ ຣະບຽບ ຂອງ ບ້ານເມືອງ, ແຕ່ ມີບ້ານພັກ ຫລັງອື່ນ ຂ້າງບ້ານ ຂອງທ່ານ ປະມານ 25 ຫ້ອງ, ທີ່ ມີຮ້ານອາຫານ ແລະ ການ ບໍຣິການ ປະເພດ ຕ່າງໆພ້ອມ, ແຕ່ກັບເສັຽ ພາສີ ຫນ້ອຍກວ່າ ມາຫຼາຍປີ ແລ້ວ ຈຶ່ງຢາກໃຫ້ ທາງການ ກ່ຽວຂ້ອງ ເຂົ້າມາ ສືບສວນ ກ່ຽວກັບ ເຣື້ອງນີ້. ດັ່ງ ທ່ານ ກ່າວວ່າເ
"ຂ້າພະເຈົ້າ ໃນນາມ ເຈົ້າຂອງ ທຸຣະກິດ ຮ້ານອາຫານ ໂຮງແຮມ ໃນເມືອງ ມໍຣະດົກ ໂລກ ນີ້ນະ ຢາກສເນີໃຫ້ ພາກສ່ວນ ທີ່ກ່ຽວຂ້ອງ ລົງມາກວດກາ ຢ່າງຈິງຈັງ ກວດສອບ ອີ່ຫລີ ຜແນກ ພາສີອາກອນ".
ທ່ານວ່າ ເຈົ້າຂອງ ບ້ານພັກ ຫລື ໂຮງແຮມ ຜູ້ທີ່ມີ ສາຍພົວພັນ ກັບ ເຈົ້າຫນ້າທີ່ີ ຣັດ, ດັ່ງ ກຸ່ມພາສີ ຫລື ເຈົ້າຫນ້າທີ່ ແຂວງ ກໍຈະເສັຽ ຫນ້ອຍ ຍ້ອນການ ໃຫ້ສິນບົນ ໃນ ການຫລົບຫລີກ ພາສີ ຈະບໍ່ມີການ ກວດສອບ ແຕ່ຢ່າງໃດ. ເຈົ້າຫນ້າທີ່ ພາສີ ສ່ວນໃຫຍ່ ລ້ຳລວຍ ເກີນໄປ ມີບ້ານໃຫຍ່ ຫລຸຫລາ ຣົດຍົນ ຣາຄາແພງ. ທ່ານກ່າວ ເພີ້ມວ່າ:
"ແຂວງ ຫຼວງພຣະບາງ ນີ້ນະ ເຫັນວ່າ ບໍ່ໂປ່ງໄສ ກິນກັນ ເປັນຂະບວນການ ໂດຍສະເພາະ ຜແນກ ທ່ອງທ່ຽວ ແມ່ນ ມີຫຼາຍ, ສ່ວນເງິນ ພາສີອາກອນ ມີການເສັຽ ແບບ ມອບເຫມົາ ເຮັດໃຫ້ ບັນຊີ ບໍ່ໂປ່ງໄສ".
ຜູ້ ປະກອບການ ບ້ານພັກຫຼາຍຄົນ ຕ້ອງການ ຫນ່ວຍງານ ກວດສອບ ແຫ່ງຣັດ ທຳການ ກວດສອບ ເຈົ້າຫນ້າທີ່ ພາສີ ແລະ ປາບປາມ ການສໍ້ໂກງ ຣາຍຮັບ ຂອງຣັຖ ຈາກ ການຮົ່ວໄຫລ.