ເສຖກິດພິເສດ ມ.ຈອມເພັດ ຈະຖືກ ດິນ ຊາວບ້ານ
2016.12.19
ໂຄງການເຂດ ເສຖກິດພິເສດ ທີ່ ເມືອງຈອມເພັດ ແຂວງຫຼວງພຣະບາງ ທີ່ກຳລັງ ສຳຣວດ ແລະ ປັກຫລັກໝາຍ ເພື່ອກຳນົດ ຂອບເຂດ ໃຫ້ແກ່ຜູ້ ສຳປະທານ ບໍຣິສັດພູສີ ຢູ່ໃນເວລານີ້ ຈະຖືກດິນ ຊາວບ້ານ ບາງສວ່ນ ຊຶ່ງຄາດວ່າ ຈະໃຊ້ເວລາ ພໍສົມຄວນ ກ່ອນຈະສ້າງ ຊຶ່ງ ໃນປັດຈຸບັນ ຍັງສຳຣວດ ແລະ ປະເມີນຜົລຢູ່. ດັ່ງ ເຈົ້າຫນ້າທີ່ ເມືອງຈອມເພັດ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 16 ທັນວາ ນີ້ວ່າ:
"ເຂດເສຖກິດພິເສດ ຫັ້ນເນາະ ປັດຈຸບັນ ຫລັງຈາກທີ່ວ່າ ເຊັນສັນຍາແລ້ວ ຄນະກັມມະການ ປັກຫລັກໝາຍເຂດແດນ ຫັ້ນກຳລັງ ສຳຣວດ ເນາະ ກຳນົດ ຂອບເຂດ ລະອຽດ ເພື່ອທີ່ຈະມີ ເນື້ອທີ່ ໃນການພັທນາ ຂອງຜູ້ພັທນາ ຫັ້ນເນາະ ບໍ່ທັນທຳການ ປະເມີນ ລະອຽດເທື່ອ".
ທ່ານກ່າວຕື່ມວ່າ ຕາມແຜນໂຄງການນີ້ ຈະໃຊ້ເນື້ອທີ່ ປະມານ 4,850 ເຮັກຕາ ຈະກວມເອົາ ເນື້ອທີ່ ໃນສອງເມືອງ ຄືເມືອງຈອມເພັດ ປະມານ 3,350 ເຮັກຕາ ແລະ ເມືອງຫຼວງພຣະບາງ ປະມານ 1,500 ເຮັກຕາ ຈະມີປະຊາຊົນ ຈຳນວນນຶ່ງ ເສັຽເນື້ອທີ່ ການຜລິດ ໃຫ້ ແກ່ໂຄງການນີ້. ແຕ່ໃນປັດຈຸບັນ ຍັງບໍ່ຮູ້ວ່າ ຫຼາຍນ້ອຍປານໃດ ເພາະຍັງ ທຳການສຳຣວດ ຜົລກະທົບ ຢູ່.
ທ່ານວ່າ ໂຄງການ ເຂດເສຖກິດພິເສດ ເມືອງຈອມເພັດ ບໍຣິສັດພູສີ ຖືຫຸ້ນ 70% ສ່ວນເຫລືອ 30% ແມ່ນ ຣັຖບານລາວ ແລະ ເນື້ອທີ່ ຂອງໂຄງການນີ້ ຕັ້ງຢູ່ໃນເຂດ ທາງຜ່ານ ຂອງໂຄງການຣົດໄຟ ລາວ-ຈີນ. ສື່ມວນຊົນ ທາງການລາວ ຣາຍງານວ່າ ບໍຣິສັດພູສີ ໄດ້ຮັບ ສຳປະທານ ເປັນເວລາ 90 ປີ ຈາກຣັຖບານລາວ ໃນການລົງທຶນ 1.2 ຕື້ໂດລາ ບໍຣິສັດ ດັ່ງກ່າວຈະສ້າງ ຖນົນຫົນທາງ ຕິດຕັ້ງ ຣະບົບ ໄຟຟ້າ, ຣະບົບ ຊົລປະທານ ແລະ ສະຖານທີ່ ເກັບຂີ້ເຫຍື້ອ ໃນການພັທນາ ໂຄງການນີ້.