ຂ.ຫຼວງນໍ້າທາຂາດອຸປກອນ ການຮຽນ

ໂຮງຮຽນ ຊັ້ນປະຖົມ ຫຼາຍແຫ່ງ ຢູ່ ແຂວງ ຫຼວງນໍ້າທາ ຢູ່ໃນ ສະພາບ ເປ່ເພ ແລະ ຂາດເຂີນ ອຸປກອນ ການຮຽນ ການສອນ.

ສະພາບໂຮງຮຽນປະຖົມ ຢູ່ບ້ານ ຈ່າອູບ ເມືອງລອງ ແຂວງ ຫລວງນໍ້າທາ RFA/VD

ໂຮງຮຽນ ຊັ້ນປະຖົມ ຫຼາຍແຫ່ງ ຢູ່ ແຂວງ ຫຼວງນ້ຳທາ, ຍັງຢູ່ໃນ ສະພາບ ເປ່ເພ ແລະ ຂາດ ອຸປກອນ ການຮຽນ ການສອນ. ໂຮງຮຽນ ຊັ້ນປະຖົມ ຢູ່ເຂດນອກ ເມືອງ ຍັງເປັນ ໂຮງຮຽນ ແບບຊົ່ວຄາວ ຫ້ອງດຽວ, ເຄິ່ງນຶ່ງ ແອ້ມດ້ວຍ ຝາໄມ້ເຮັ້ຽ ແລະ ເວລາ ຝົນຕົກ ຫລື ມີຟ້າຮ້ອງ ລົມແຮງ ກໍຕ້ອງໄດ້ຍ້າຍ ໄປຮຽນຢູ່ ກ້ອງຕະລ່າງ ເຮືອນ ຂອງ ຊາວບ້ານ ໃກ້ຄຽງ. ດັ່ງ ຄຣູ ທ່ານນຶ່ງ ຜູ້ບໍ່ປະສົງ ອອກຊື່ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

“ໂຮງຮຽນ ຫລັງນີ້ ກະຕັ້ງມາໄດ້ 3 ປີ ແລ້ວໃດ ແຕ່ວ່າມີແຕ່ ພວກຊາວບ້ານ ເຮົານີ້ແຫຼະ ຊ່ວຍກັນ ສ້ອມແປງ ກະລຳບາກ ເວລາຝົນຕົກ ຫລື ມີລົມພາຍຸ ແຮງ, ແຕ່ລະປີ ກະສ້ອມທຸກປີ ບ່ອນໃດ ມັນເປ່ເພ ບໍ່ວ່າຊິເປັນ ຫລັງຄາ ບໍ ຫຼືວ່າ ຝາແອ້ມ ອີ່ຫຍັງຕ່າງໆ".

ນອກຈາກນີ້ ທາງໂຮງຮຽນ ກໍຍັງຂາດ ປຶ້ມຄູ່ມື ການຮຽນ ການສອນ ນໍາອີກ ຍ້ອນວ່າ ບໍ່ມີ ງົບປະມານ. ດັ່ງ ຄຣູ ທ່ານນີ້ ໄດ້ກ່າວອີກວ່າ:

"ເລື່ອງຄູ່ມື ກະຄືກັນ ໃນໂຮງຮຽນ ຂອງພວກເຮົາ ກະຍັງ ບໍ່ທັນພຽງພໍ ຫຼາຍຢ່າງ ທາງບ້ານ ເຂົາກະ ສະເໜີ ຫາ ຫ້ອງການ ສຶກສາ ແລ້ວ, ແຕ່ເພິ່ນ ກະຕອບວ່າ ຍັງບໍ່ທັນມີ ທຶນ ລໍຖ້າ ການຊ່ວຍເຫຼືອ ຈາກ ອົງການ ຕ່າງໆ ຢູ່”.

ໂຮງຮຽນ ທີ່ຂາດອຸປກອນ ການຮຽນ, ຫ້ອງຮຽນ, ໂຮງຮຽນ, ແມ່ນຢູ່ ບ້ານຈ່າອູບ, ບ້ານ ຈ່າພູທອນ, ບ້ານນານ້ອຍ ເມືອງສິງ, ບ້ານນ້ຳມະ ແລະ ບ້ານສົບໂຫຼຍ ເມືອງລອງ.

ປື້ມຄູ່ມື ຫົວ 1 ໃຊ້ສຳລັບ ນັກຮຽນ 3 ຄົນ, ຊຶ່ງ ຫຍຸ້ງຍາກຫຼາຍ ໃນ ການຮ່ຳຮຽນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org