ຜູ້ນໍາສັ່ງຂໍງົປສ້າງທາງ ເຂົ້າບ້ານ

ຈໍາປາທອງ
2015.06.11
F-Phimmasone ເສັ້ນທາງຮ່ອມ ເຂົ້າບ້ານ ທ່ານ ພິມມະສອນ ເລືອງຄຳມາ ຢູ່ບ້ານ ໂນນສະຫວ່າງ ເມືອງ ໄຊເສດຖາ ນະຄອນ ຫລວງວຽງຈັນ
RFA/NY

ຕາມ ຄຳສເນີ ຂອງ ນາຍບ້ານ ບ້ານ ໂນນ ສະຫວ່າງ, ໃນ ວັນທີ 7 ພຶສພາ 2015 ຜ່ານ ຫ້ອງການ ໂຍທາ ທິການ ແລະ ຂົນສົ່ງ ເມືອງ ໄຊເສດຖາ ແລະ ນະຄອນ ຫລວງ ວຽງຈັນ, ເຖິງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ເພື່ອ ຂໍ ງົບປະມານ ສ້າງ ທາງ ປູຢາງ ເຂົ້າ ບ້ານ ຜູ້ນຳ ຂັ້ນສູງ ຂອງ ສປປລາວ, ທີ່ ຕັ້ງຢູ່ ບ້ານ ໂນນ ສະຫວ່າງ, ຍາວ 130 ກວ່າ ແມັດ ແລະ ກວ້າງ ປະມານ 4 ແມັດ ເຄິ່ງ, ມູນຄ່າ ການ ກໍ່ສ້າງ ປະມານ 1 ຕື້ 300 ລ້ານ ກີບ.

ຜູ້ນຳ ຂັ້ນສູງ ທີ່ວ່າ ນັ້ນ, ຄື ທ່ານ ພິມມະສອນ ເລືອງຄຳມາ ກັມມະການ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ, ເປັນ ເຈົ້າແຂວງ ແຂວງ ຫລວງ ນ້ຳທາ, ຊຶ່ງ ທ່ານ ເປັນ ຜູ້ທີ່ ຊາວບ້ານ ເວົ້າວ່າ ໄດ້ ສັ່ງໃຫ້ ທາງບ້ານ ສເນີ ສ້າງທາງ ນັ້ນ:

"ນາຍບ້ານ ເພິ່ນ ເວົ້າມາ, ອັນໂຕ ທ່ານ ພິມມະສອນ ນີ້ເພິ່ນ ໃຫ້ ທາງບ້ານ ເຮັດ ໃບສເນີ ໄປ ຂໍ ງົບປະມານ, ເພື່ອ ເຮັດທາງ ເຮັດທາງ ຢາງ ເຂົ້າບ້ານ ເພິ່ນ ວ່າຊັ້ນ, ອັນນີ້ ຂ້ອຍວ່າ ເປັນການ ເຫັນແກ່ຕົວ ເກີນໄປ ບໍ ເຮັດ ແບບນີ້, ໃຊ້ ອຳນາດ ແບບຜິດ ໃຊ້ ເງິນຄັງ ແບບ ບໍ່ມີ ປໂຍດ ຫຍັງ ເຈົ້າ ສະບາຍ ແລະ ຜູ້ອື່ນ ເດ້ ສະບາຍ ບໍ".

ປັດຈຸບັນ ທາງ ເສັ້ນນັ້ນ ເປັນທາງ ດິນແດງ, ຍາມຝົນ ນ້ຳໄຫລ ຜ່ານ, ເຂົ້າ -ອອກ ຍາກ, ຜ່ານມາ ອຳນາດ ການ ປົກຄອງ ບ້ານ ກໍໄດ້ ສເນີໃຫ້ ເມືອງ ໄຊເສດຖາ ມາ ສ້າງ, ແຕ່ທາງ ເມືອງ ບໍ່ມີ ງົບປະມານ.

ກ່ຽວກັບເ ຣຶ່ອງນີ້ ເອເຊັຽ ເສຣີ ໄດ້ຖາມ ໄປຍັງ ຊາວບ້ານ ໂນນ ສະຫວ່າງ, ແລະ ໄດ້ຮັບ ຄໍາຕອບ ວ່າ, ຮ່ອມ ເຂົ້າບ້ານ ທ່ານ ພິມມະສອນ ນັ້ນ ເຄີຍ ປູຢາງ ມາແລ້ວ ຄັ້ງ ນຶ່ງ, ແຕ່ ດຽວນີ້ ເປ່ເພ ຍ້ອນ ຣົດ ຂົນຫີນ ຂົນຊາຍ ແລ່ນ ເຂົ້າອອກ ຫລາຍ, ມີການ ປຸກສ້າງ ບ້ານ ເຮືອນ ເປັນຕົ້ນ ກໍແມ່ນ ເຮືອນ ໃໝ່ ຂອງ ທ່ານ ພິມມະສອນ.

ຖ້າທຽບ ໃສ່ ທາງ ຮ່ອມ ບ່ອນອື່ນໆ ໃນເຂດ ບ້ານ ໂນນ ສະຫວ່າງ ກໍເຫັນວ່າ ທາງຮ່ອມ ເສັ້ນນີ້ ແມ່ນ ຍັງ ດີກວ່າ ແລະ ກ່ອນໜ້າ ນັ້ນ, ເອເຊັຽ ເສຣີ ກໍເຄີຍ ໄດ້ ຕິດຕໍ່ ໄປ ຫາ ທ່ານ ເດດສົງຄາມ ທໍາມະວົງ ຫົວໜ້າ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ນະຄອນ ຫຼວງ ວຽງຈັນ ເພື່ອ ຂໍ ຂໍ້ມູນ ເພີ້ມຕື່ມ, ແຕ່ ທ່ານ ບໍ່ໄດ້ ໃຫ້ ຄໍາຕອບ ແຕ່ ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.