ຫຼວງນ້ຳທາ ຂາດນ້ຳມັນ ຫຼາຍປ້ຳ ປິດຊົ່ວຄາວ
ປະຊາຊົນ ຂໍໃຫ້ພາກຣັຖແກ້ໄຂ ບັນຫາເຣື່ອງການ ຂາດແຄນນ້ຳມັນ ໂດຍສະເພາະ ແມ່ນຢູ່ແຂວງຫຼວງນ້ຳທາ ຊຶ່ງປະຊາຊົນ ຕ່າງກໍ່ໄດ້ຮັບ ຄວາມເດືອດຮ້ອນ ໃນຂະນະທີ່ທາງການ ກໍ່ຄາດວ່າ ການຂົນສົ່ງນ້ຳມັນ ຈະມາເຖິງ ແຂວງຫຼວງນ້ຳທາ ພາຍໃນວັນທີ 30 ມີນານີ້.
-
ອຸ່ນແກ້ວ
2022-03-29 -
-
-
Your browser doesn’t support HTML5 audio
ຕັ້ງແຕ່ ວັນທີ 27 ມີນາ 2022 ນ້ຳມັນເຊື້ອໄຟ ໃນແຂວງຫລວງຫລວງນ້ຳທາ ຂາດແຄນ ໃນສອງວັນທີ່ ຜ່ານມາ ທົ່ວແຂວງຫລວງນ້ຳທາ ມີພຽງແຕ່ປ້ຳນ້ຳມັນ ປຕທ ພຽງແຫ່ງດຽວ ທີ່ເປີດໃຫ້ບໍຣິການ.
ປະຊາຊົນ ຫຼາຍຄົນ ຕ້ອງພາກັນໄປຕໍ່ຄິວໃສ່ນ້ຳມັນ ແລະ ບາງຄົນ ຈຳເປັນຕ້ອງໄດ້ພາກັນໄປຊື້ນ້ຳມັນ ທີ່ວາງຂາຍຕາມແຄມທາງ ໃນລາຄາ 1 ລິດປາຍ ຕໍ່ 40,000 ກີບ.
ຊາວບ້ານເມືອງຫລວງນ້ຳທາ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣ ໃນວັນທີ 29 ມີນາ ວ່າ:
“ຕັ້ງແຕ່ວັນອາທິດເນາະ ນ້ຳມັນບໍ່ມີນີ້ ບໍ່ໄດ້ໃສ່ຊ້ຳ ຕາມທາງເນາະເຫັນເຂົາຂາຍ ຕຸກນ້ຳດື່ມຫັ້ນນ່າ ຕຸກນຶ່ງລິດເຄິ່ງຫັ້ນແຫຼະ ເຂົາຂາຍ 40,000 ກີບ ຈຳເປັນຊື້ອັນນັ້ນໄປ ຕອນນີ້ ກໍຢູ່ວຽງພູຄາ ຂຶ້ນກັບຫລວງນ້ຳທາຄືກັນ. ວຽງພູຄາ ກໍໝົດຄືກັນເດີ ທົ່ວແຂວງຫັ້ນ ນ້ຳມັນເຫຼືອແຕ່ປ້ຳດຽວຫັ້ນແຫຼະ ແຕ່ລະຄົນຍາດກັນເຕີມຢູ່ຫັ້ນ ກໍຢາກໃຫ້ພາກຣັຖມາຊ່ວຍແກ້ໄຂເນາະ ເຣື່ອງນ້ຳມັນນີ້ ຂາດກໍຂາດແທ້ ພະນັກງານແມ່ນຫຍັງກໍບໍ່ໄດ້ໄປວຽກການແດ່ນີ້.”
ສອງມື້ທີ່ຜ່ານມາ ເປີດພຽງແຕ່ປ້ຳດຽວ ແຕ່ ໃນມື້ນີ້ ວັນທີ 29 ມີນາ ກໍມີໄດ້ເປີດໃຫ້ບໍຣິການອີກ 2-3 ປ້ຳ ແຕ່ນ້ຳມັນກໍຍັງບໍ່ພຽງພໍຢູ່.
ຊາວແຂວງຫລວງຊ້ຳທາ ອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ແມ່ນແລ້ວ ເຂົາເປັນປ້ຳໝົດນ່າ ກໍໄປເອົາຢູ່ປ້ຳ ປຕທ ຫັ້ນແຫຼະ ແຕ່ວ່າ ມື້ນີ້ ກໍເຫັນເລີ່ມທະຍອຍເປີດແລ້ວ ເປີດ 2-3 ປ້ຳ ມື້ນີ້ ແຕ່ວ່າ ມື້ນີ້ ກໍຍັງໄດ້ຕໍ່ຄິວ ຢູ່ ປ້ຳຈຳກັດບໍ່ໃຫ້ຫຼາຍ ແກ້ໄຂໃຫ້ຜູ້ລະ ສູງສຸດກໍ 3 ລິດນີ້ແຫຼະ.”
ນ້ຳມັນຂາດປ້ຳ ກໍຍ້ອນວ່າ ບໍຣິສັດ ສົ່ງນ້ຳມັນບໍ່ສົ່ງນ້ຳມັນໃຫ້ ສະນັ້ນປ້ຳນ້ຳມັນ ກໍຕ້ອງປິດຊົ່ວຄາວ. ເຈົ້າຂອງປ້ຳນ້ຳມັນ ຢູ່ແຂວງຫລວງນ້ຳທາ ໄດ້ກ່າວວ່າ:
“ນ້ຳມັນໝົດນ່າ ຊ້ວງນີ້ ເຂົາເຈົ້າລະບໍ່ເອົາມາສົ່ງເຮົາຫັ້ນນ່າ ອັນໂທຫາບໍຣິສັດສົ່ງຫັ້ນ ເຂົາເຈົ້າລະບໍ່ເອົາເຂົ້າມາຫັ້ນນ່າ ເຂົາເຈົ້າວ່າ ຍັງບໍ່ມີເທື່ອນ້ຳມັນ ບໍ່ເຂົ້າເທື່ອວ່າແນວນີ້ ຂາດທຶນກໍບໍ່ເປັນຫຍັງ ຖ້າວ່າ ມັນມີຫັ້ນນ່າ ເຮົາກໍຕ້ອງໄດ້ຂາຍ ຊ້ວງໃດກະມີ ຊ້ວງຫຼຸດກະມີຫັ້ນນ່າ ເຮົາເຮັດການຄ້າຫັ້ນນ່າ.”
ອີກສາເຫດນຶ່ງ ຢູ່ ແຂວງຫລວງນ້ຳທາ ກໍຄື ລາຄານ້ຳມັນ ທີ່ຮັບມາແພງກວ່າ ລາຄາຂາຍໃນແຂວງ ເຮັດໃຫ້ບາງປ້ຳຂາດທຶນເປັນຈຳນວນຫຼາຍ.
ເຈົ້າຂອງປ້ຳນ້ຳມັນ ອີກທ່ານນຶ່ງ ຢູ່ແຂວງຫລວງນ້ຳທາ ກ່າວວ່າ:
“ແມ່ນໆ ນ້ຳມັນ ມັນບໍ່ມີຂາຍເດ້ ລາຄານ້ຳມັນຊື້ ບໍ່ໄດ້ເດ້ ດຽວນີ້ ມັນລາຄາແບບວ່າ ລາຄາເຮົາຊື້ແພງກວ່າ ລາຄາເຮົາຂາຍນີ້ ຖ້າວ່າ ຜູ້ໃດມີກໍຍັງຂາຍໄດ້ຢູ່ ແຕ່ວ່ານ້ຳມັນບໍ່ມີກະປິດໄວ້ເດ້.”
ກ່ຽວກັບບັນຫານ້ຳມັນ ຂາດແຄນ ໃນແຂວງຫລວງນ້ຳທາ, ຜແນກອຸດສາຫະກັມ ແລະ ການຄ້າ ກຳລັງດຳເນີນການແກ້ໄຂ ແລະ ໃນປັດຈຸບັນ ມີແຕ່ປ້ຳ ປຕທ ແລະ ປ້ຳນ້ຳມັນເຊື້ອໄຟເປີດໃຫ້ບໍຣິການ.
ບໍຣິສັດ ນ້ຳມັນ ກຳລັງນຳເຂົ້ານ້ຳມັນ ເຂົ້າມາພາຍໃນແຂວງ ແລະ ກຳລັງທະຍອຍຂົນສົ່ງ ນ້ຳມັນໃຫ້ແຕ່ລະປ້ຳ ຄາດວ່າ ໃນວັນທີ 30 ມີນາ 2022 ກໍຈະກັບເປັນປົກຕິ. 2-3 ວັນທີ່ຜ່ານມາ ບໍຣິສັດຂົນສົ່ງນ້ຳມັນ ມີຄວາມຫຍຸ້ງຍາກ ໃນການນຳເຂົ້ານ້ຳມັນເຊ໋ື້ອໄຟ ຍ້ອນວ່າ ອັດຕຣາແລກປ່ຽນເງິນ ມີການແໜງຕີງຂຶ້ນ.
ເຈົ້າໜ້າທີ່ອຸດສາຫະກັມ ແລະ ການຄ້າ ແຂວງຫລວງນ້ຳທາ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວວ່າ:
“ຍ້ອນວ່າ ບໍຣິສັດນ້ຳມັນເຊື້ອໄຟ ມັນເປັນບໍຣິສັດຂອງເອກຊົນເນາະ ການນຳເຂົ້າເບື້ອງຕົ້ນກະຍາກ ຍ້ອນວ່າ ອັດຕຣາແລກປ່ຽນມັນມີການເໜັງຕີງຫັ້ນນ່າ ແລກປ່ຽນເງິນບໍ່ທັນ ສາງນ້ຳມັນ ເຂົ້າມາບໍ່ທັນ ປັດຈຸບັນດຽວນີ້ ເຣີ່ມທະຍອຍເຂົ້າມາແລ້ວ ນໍ້າມັນມາສນອງແລ້ວ ແຂວງຫລວງນ້ຳທາເນາະ.”
ທ່ານ ກ່າວຕື່ມວ່າ ຫຼັງຈາກເຫັນວ່າຫຼາຍປ້ຳ ປິດຊົ່ວຄາວ ກໍມີການລົງກວດກາວ່າ ມີການັກຕຸນນ້ຳມັນໄວ້ ຫຼື ບໍ່ ແລະ ກໍພົບວ່າ ບໍ່ມີນ້ຳມັນຢູ່ໃນປ້ຳແທ້ ແຕ່ຖ້າວ່າພົບປ້ຳໃດ ກັກຕຸນນ້ຳມັນເອົາໄວ້ ຫຼື ເຫັນຂາຍນ້ຳມັນເກີນລາຄາ ທີ່ທາງການໄດ້ກຳນົດ ກໍຈະມີການລົງໂທດປັບໃໝຕາມຣະບຽບການ.
ກະຊວງອຸດສາຫະກັມ ແລະ ການຄ້າ ໄດ້ແຈ້ງປັບລາຄາ ນ້ຳມັນໃນທົ່ວປະເທດ ໃນວັນທີ 18 ມີນາ 2022 ທີ່ຜ່ານມາ ລາຄານ້ຳເຊື້ອໄຟ ໃນແຂວງຫລວງນ້ຳທາ ໃນປັດຈຸບັນ ນ້ຳມັນແອັດຊັງພິເສດ 20,530 ກີບ ຕໍ່ລິດ, ແອັດຊັງທັມມະດາ 18,010 ກີບ ຕໍ່ລິດ, ກາຊ້ວງ ລາຄາ 16,600 ກີບ ຕໍ່ລິດ.