ແມ່ນໍ້າຂອງເປັນຊັພສິນ ສ່ວນຮວມ
2016.03.24
ຜູ້ນໍາປະເທດ ລຸ່ມ ແມ່ນໍ້າຂອງ ລາວ ໄທ ກໍາພູຊາ ພະມ້າ ແລະ ວຽດນາມ ທີ່ ໄປຮ່ວມ ກອງປະຊຸມ ສຸດຍອດ ການຮ່ວມມື ແມ່ນໍ້າ ລ້ານຊ້າງ ແມ່ນໍ້າຂອງ ທີ່ ແຂວງ ຫາຍຫລໍາ ໃນວັນທີ 23 ມິນາ ນີ້ ຕ້ອງຮ່ວມກັນ ໃນການ ກໍານົດການ ໃຊ້ ຊັພຍາກອນ ໃນ ແມ່ນໍ້າ ເພື່ອ ບໍ່ໃຫ້ ຈີນ ຝ່າຍດຽວ ເປັນ ຜູ້ກໍານົດ, ຕາມຄໍາເວົ້າ ຂອງທ່ານ ມົນຕຣີ ຈັນທະວົງ ເຈົ້າໜ້າທີ່ ໂຄງການ ຟື້ນຟູ ນິເວດ ໃນ ພູມີພາກ ແມ່ນໍ້າຂອງ ຕໍ່ ເອເຊັຽເສຣີ ໃນວັນທີ່ 23 ມິນາ ນີ້. ທ່ານວ່າ ທ່ານ ກໍບໍ່ແນ່ໃຈວ່າ ກອງປະຊຸມ ສຸດຍອດ ນີ້ ຈະເຮັດໃຫ້ ມີການປ່ຽນແປງ ດ້ານການ ຄຸ້ມຄອງ ບໍຣິຫານ ນໍ້າ ໃນແມ່ນໍ້າຂອງ ຫລືບໍ່. ດັ່ງທ່ານ ໄດ້ ກ່າວວ່າ:
"ກໍຍັງ ບໍ່ແນ່ໃຈ ເພາະວ່າ ກົລໄກ ເກີດຂຶ້ນມາໄໝ່. ກົນໄກນີ້ ຈີນ ເປັນຜູ້ລີເລີ້ມ ອາດຫວັງຜົນ ທາງເສຖກິຈ ຫຼາຍກ່ວາ ເຣື້ອງຈັດການ ນໍ້າ ໃນແມ່ນໍ້າຂອງ. ມັນກໍອາດ ເປັນໄປໄດ້ ຖ້າຫາກວ່າ 4 ປະເທດ ລຸ່ມນໍ້າຂອງ ສາມາດ ຮ່ວມມື ເປັນ ອັນດຽວກັນ ແລ້ວ ເວົ້າຈາ ຫາລື ກັບຈີນ".
ທ່ານວ່າ ກອງປະຊຸມ ສຸດຍອດ ດ້ວຍຄວາມຄິດ ລິເລີ້ມ ຂອງຈີນ ເທື່ອນີ້ ແມ່ນແນໃສ່ ເສຖກິດ ເປັນຫລັກ ແຕ່ກໍໄດ້ ມີການ ສົນທະນາກັນ ເຣື້ອງ ຊັພຍາກອນ ນໍ້າ ເພາະວ່າ ຜູ້ນໍາ ຂອງໄທ ກັບ ວຽດນາມ ໄດ້ຍົກຂື້ນ ມາເວົ້າ. ຣາຍງານ ໜັງສືພິມ ບາງກອກ ໂພສ ທີ່ ອ້າງຕາມ ຄໍາເວົ້າ ຂອງທ່ານ ສຸພົດ ໂຕວິຈັກໄຊກຸນ ອະທິບໍດີ ກົມນໍ້າ ຂອງໄທ ທີ່ໄປຮ່ວມ ກອງປະຊຸມ ນັ້ນວ່າ ຈີນ ຈະເປີດເຜີຍ ຂໍ້ມູນ ກ່ຽວກັບ ການປ່ອຍນໍ້າ ອອກຈາກ ເຂື່ອນ ເພື່ອ ໃຫ້ມີການ ຈັດການ ບໍຣິຫານ ນໍ້າຂອງ ແບບມີ ປະສິດທິພາບ ແຕ່ ທ່ານ ມົນຕຣີ ວ່າ ຂໍ້ມູນ ການປ່ອຍນໍ້າ ນີ້ຍັງບໍ່ ສໍາຄັນເທົ່າໃດ ສິ່ງສໍາຄັນ ແມ່ນໃຫ້ ປະເທດ ລຸ່ມ ແມ່ນໍ້າຂອງ ມີສ່ວນຮ່ວມ ໃນການ ບໍຣິຫານ ເຂື່ອນ ໃນ ປະເທດຈີນ ດັ່ງທ່ານ ໄດ້ກ່າວ:
"ເຣື້ອງ ຂໍ້ມູນ ຈິງໆ ບໍ່ມີປະໂຍດ ຫຍັງ ເພາະວ່າ ການຕັດສີນໃຈ ທັງໝົດ ຂຶ້ນຢູ່ກັບ ຈີນ ສິ່ງສໍາຄັນ ຄືໃຫ້ ປະເທດ ລຸ່ມ ແມ່ນໍ້າຂອງ ມີສ່ວນຮ່ວມ ໃນການ ບໍຣິຫານ ຈັດການ ເຂື່ອນ ໃນຈີນ ເພື່ອ ຈະເຮັດໃຫ້ ການປ່ອຍນໍ້າ ເປັນໄປແບບ ທັມຊາດ ທີ່ສຸດ".
ກອງປະຊຸມ ສຸດຍອດ ຜູ້ນໍາ ຈາກ 6 ປະເທດ ແມ່ນໍ້າຂອງ ໃນຂອບຂອງ ການຮ່ວມມື ແມ່ນໍ້າລ້ານຊ້າງ ແມ່ນໍ້າຂອງ ເທື່ອນີ້ ມີຫົວຂໍ້ວ່າ ໃຊ້ແມ່ນໍ້າ ຮ່ວມກັນ ອະນາຄົດ ອັນດຽວກັນ. ຖືກຈັດຂື້ນ ຢູ່ເມືອງ ຊັນຍາ ເມືອງ ຕາກອາກາດ ຢູ່ແຂວງ ຫາຍຫລໍາ ພາກໃຕ້ ຂອງ ປະເທດຈີນ.