ເຂົ້າບໍ່ມີຄຸນພາບ ຈາກວຽດນາມ ຈຳໜ່າຍຢູ່ລາວ

ມະນີຈັນ
2018.10.09
f-viet-rice ເຂົ້າສານ ຈາກວຽດນາມ ຄຸນນະພາບບໍ່ດີ ທີ່ມີຈຳໜ່າຍຢູ່ລາວ ໃນຣາຄາຖືກ
RFA/PN

ວຽດນາມ ສົ່ງເຂົ້າ ບໍ່ມີຄຸນນະພາບ ຣາຄາຖືກ, ຖ້າຫາກທຽບໃສ່ເຂົ້າໃນລາວເອງ ຫລື ເຂົ້າໄທ, ມາຂາຍໃຫ້ລາວ ເກືອບທຸກແຂວງ ໂດຍສະເພາະ ຢູ່ນະຄອນຫລວງວຽງຈັນ ທີ່ມີການຊື້-ຂາຍ ເຂົ້າວຽດນາມກັນ ຢ່າງຫລວງຫລາຍ ເຮັດໃຫ້ຣາຄາເຂົ້າ ໃນລາວ ບໍ່ຄົງທີ່ ຕ້ອງໄດ້ປັບໄປຕາມ ຣາຄາຂຶ້ນ-ລົງ ຂອງເຂົ້າວຽດນາມ, ດັ່ງເຈົ້າ ຂອງຮ້ານຂາຍເຂົ້າ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ກ່າວຕໍ່ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ (RFA) ໃນມື້ວັນທີ 8 ຕຸລານີ້ວ່າ:

"ເຂົ້າວຽດນາມ ມັນຫລາຍ ດຽວນີ້ມັນກໍຖືກ ເຂົ້າວຽດເຕັມທີບ ເພາະວ່າ ເຂົ້າຂຶ້ນຣາຄາ ເຂົ້າວຽດມາ ມັນກໍຕົກ ຣາຄາຕົກເລີຍ ເຂົ້າວຽດ ຖືກເດ໊ ແຕ່ມັກຫາກບໍ່ແຊບເດ້ ເຂົ້າວຽດ ຈັດໄດ້ຄືເຂົ້າຂາວຢູ່ ແຕ່ເມັດນ້ອຍເມັດມົນໆນະ ມັນຢາກແຂງ ຄືເຂົ້າແບບ ເຂົາເຮັດເອົາຈັງໃດ ບໍ່ເຂົ້າໃຈ."

ນາງເວົ້າຕື່ມວ່າ ຄຸນນະພາບ ເຂົ້າວຽດນາມ ທີ່ນໍາເຂົ້າມາຂາຍ ຢູ່ລາວໃນປັດຈຸບັນ ຈະມີສີຂາວຄືເຈັ້ຽ ເມັດແຂງບໍ່ຫອມບໍ່ນຸ້ມ ໃຊ້ເວລາໜຶ້ງດົນ. ທັງເຂົ້າໜຽວ ແລະ ເຂົ້າຈ້າວ ຈະແຕກຕ່າງກັບເຂົ້າທີ່ປູກ ໃນລາວ. ຍ້ອນຣາຄາເຂົ້າລາວ ສູງກວ່າ ເຂົ້າວຽດນາມ ເຈົ້າຂອງຮ້ານຂາຍເຂົ້າ ຈຶ່ງຕ້ອງປັບຣາຄາ ເຂົ້າລາວລົງ ເພື່ອບໍ່ໃຫ້ເຂົ້າຄ້າງສາງ ດົນເກີນໄປ ຫາກຄ້າງສາງດົນ ເຂົ້າຈະເຊື່ອມຄຸນນະ ພາບ.

ປັດຈຸບັນ ຮ້ານຂາຍເຂົ້າຫລາຍແຫ່ງ ຢູ່ລາວ ພະຍາຍາມ ບໍ່ນໍາເຂົ້າວຽດນາມ ເຂົ້າມາຂາຍ ໂດຍສະເພາະ ເຂົ້າໜຽວ ຊຶ່ງຖືວ່າ ບໍ່ໄດ້ຄຸນນະພາບ ຍ້ອນມີລັກສະນະ ຄືກັນກັບເຂົ້າປອມ. ເວລາເອົາໄປມ່າກໍມີກິ່ນ ບໍ່ຫອມ ຄືກັບເຂົ້າໜຽວລາວ ດັ່ງນາງກ່າວຕື່ມວ່າ:

"ເຂົ້າໜຽວ ມັນຢາກແຂງ ເມັດແຂງຈັ່ງໃດ ແຂງໆອ່ອນໆຈັ່ງໃດບຸ ບໍ່ແຊບບໍ່ແຊບ ຄືເຂົ້າເຮົາ ມັນເປັນເບົາໆ ບໍ່ຮູ້ ຄືເຂົ້າເຮັດເອົານີ້ ຄືວ່າ ເຂົ້າປອມວ່າ ຄຶດວ່າ."

ເຈົ້າຂອງຮ້ານຂາຍເຂົ້າ ຢູ່ນະຄອນຫລວງວຽງຈັນ ເວົ້າຕື່ມອີກວ່າ ທາງການລາວ ຈະຕ້ອງເອົາໃຈໃສ່ ໃນເຣື່ອງ ການນໍາເຂົ້າວຽດນາມ ມາຂາຍ ຢູ່ລາວ ຢ່າງເຂັ້ມງວດ. ຫາກເປັນເຂົ້າ ບໍ່ມີຄຸນນະພາບ ຕ້ອງຫ້າມນໍາເຂົ້າປະເທດ, ຕ້ອງກໍານົດ ຣາຄາຂາຍຢ່າງຈະແຈ້ງ ບໍ່ໃຫ້ຂາຍຫລຸດ ຣາຄາເຂົ້າລາວ ເພື່ອປ້ອງກັນ ຣາຄາເຂົ້າ ໃຫ້ມີຣາຄາຄົງທີ່ ບໍ່ໄດ້ປັບຣາຄາຂຶ້ນ-ລົງ ຕາມຣາຄາເຂົ້າວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.