ຈີນ ບໍ່ຊື້ໝາກຄາຍຈາກ ຊາວບ້ານ

ບໍຣິສັດ ຈີນ ບໍ່ຮັບຊື້ ໝາກຄາຍ ຈາກ ຊາວບ້ານ ຫລັງຈາກ ທີ່ ມີການ ຣະດົມ ໃຫ້ ຊາວບ້ານ ປູກ.

ສວນປູກໝາກຄາຍ ຂອງຊາວບ້ານ ທີ່ ນັກລົງທຶນຈີນ ບໍ່ຮັບຊື້ RFA/VD

ປະຊາຊົນ 10 ຄອບຄົວ ຢູ່ ບ້ານປ່າຄາ ແລະ ບ້ານໜອງຄຳ ເມືອງລອງ ແຂວງ ຫຼວງນ້ຳທາ ໄດ້ປູກ ໝາຍຄາຍ ເພື່ອຂາຍ ໃຫ້ ນາຍທຶນ ຈີນ, ແຕ່ວ່າ ຫລັງຈາກ ໝາກຄາຍ ໃຫຍ່ແລ້ວ ນາຍທຶນ ຈີນ ພັດ ບໍ່ມາຮັບ ຊື້ໄປ. ໝາກຄາຍ ທີ່ ຊາວບ້ານ ປູກນັ້ນ ແກ່ ແລະ ຂາຍ ບໍ່ໄດ້ແລ້ວ ໂດຍ ນັກລົງທຶນ ຈີນ ໃຫ້ເຫດຜົນ ວ່າ ຊອກຕລາດ ບໍ່ໄດ້. ດັ່ງ ປະຊາຊົນ ທ່ານນຶ່ງ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ໃນວັນທີ 19 ເມສາ ວ່າ:

"ທໍາອິດ ລົມກັນ ເຂົາກະວ່າ ຊິມາເກັບ ຊື້ ບາດວ່າ ຮອດຍາມ ເຂົາ ພັດວ່າ ຊອກຕະຫລາດ ບໍ່ໄດ້ ປັດຈຸບັນ ທາງເຮົາ ກະຢາກໄດ້ ເງິນ ຄ່າຊົດເຊີຍ ຄ່າແຮງງານ ເພາະວ່າ ແຕ່ລະ ຄອບຄົວ ກໍໄດ້ເສັຽ ເວລາ ບົວຣະບັດ ຮັກສາ ມາກະຫຼາຍ."

ເນື້ອທີ່ ໃນການປູກ ໝາກຄາຍ 2 ບ້ານ ລວມທັງ ໝົດປະມານ 15 ເຮັກຕາ ແລະ ໃຊ້ເວລາ ພຽງ 3 ເດືອນ ກໍ່ສາມາດ ເກັບກູ້ໄດ້, ຊຶ່ງ ທັງຊາວບ້ານ ແລະ ນັກລົງທຶນ ໄດ້ມີການ ເຊັນສັນຍາ ຮ່ວມມື ກັນ. ຊາວບ້ານ ກ່າວຕໍ່ ເອເຊັຽ ເສຣີ ອີກວ່າ ການຮ່ວມມື ກັນແມ່ນໃຊ້ ສັນຍາ ແບບ 2 ບວກ 3 ຊຶ່ງ ໝາຍຄວາມ ວ່າ ຊາວບ້ານ ຈະ ປະກອບສ່ວນ ທີ່ດິນ ແລະ ແຮງງານ, ສ່ວນວ່າ ນາຍທຶນ ຈະ ປະກອບ ສ່ວນ ທຶນຮອນ, ແນວພັນ, ຢາ ປາບສັດຕູ ພືດ, ຄ່າປຸ໋ຍ ແລະ ດ້ານ ເທັກນິກ.

ຫລັງຈາກ ເກັບກ່ຽວ ຜົນຜລິດ ແລ້ວ ນັກລົງທຶນ ຈີນ ຈະເປັນຜູ້ ເກັບຊື້ນຳ ປະຊາຊົນ ແລ້ວ ຫັກຄ່າ ໃຊ້ຈ່າຍຕ່າງໆ ອອກ ເປັນຕົ້ນ ແມ່ນ ຄ່າປຸຍ ແລະ ຢາປາບ ສັດຕູພືດ ຕ່າງໆ ການຕົກລົງ ໃນ ການຊື້-ຂາຍ ໝາກຄາຍ ນີ້ແມ່ນ ທາງ ນັກລົງທຶນ ຈີນ ຈະເປັນຜູ້ ເກັບຊື້ ໃນ ຣາຄາ ກິໂລລະ 15,000 ກີບ. ການສັນຍາ ປູກ ໝາກຄາຍ ນີ້ແມ່ນ ໄດ້ມີການ ຕົກລົງກັນ ຣະຫວ່າງ ຊາວບ້ານ ແລະ ນັກລົງທຶນ ຈີນ ເທົ່ານັ້ນ ໂດຍບໍ່ໄດ້ ຜ່ານ ອົງການ ຈັດຕັ້ງ ຈາກ ຂັ້ນເມືອງ ແລະ ຂັ້ນແຂວງ ແຕ່ຢ່າງໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org