ຂຶ້ນທະບຽນ ຄົນງານຕ່າງຊາ​ຕ ໜ້ອຍລົງ

ຈຳປາທອງ
2017.08.24
f-vietnamese ຄົນວຽດນາມ ທິ່ເລາະຂາຍເຄື່ອງ ຕາມໝູ່ບ້ານ ຕ່າງແຂວງ ຂອງລາວ
Laomade25/Screen captured from Vietnamese in Laos Video

ຄົນງານຕ່າງປະເທສ ທັງວຽດນາມ ແລະ ຈີນ ທີ່ເຮັດວຽກ ຢູ່ແຂວງຫົວພັນ ຂຶ້ນທະບຽນໜ້ອຍ ຍ້ອນວ່າ ພວກເຂົາ ສ່ວນຫຼາຍ ເຂົ້າມາແບບບໍ່ຖືກຕ້ອງ ຕາມກົດໝາຍລາວ, ດັ່ງເຈົ້າໜ້າທີ່ ແຂວງຫົວພັນ ກ່າວເມື່ອວັນທີ 23 ສິງຫາ ນີ້ວ່າ:

"ວຽດນາມ ແລ້ວກໍຈີນ ແລ້ວມັນມັນ ອາດຈະບໍ່ເຕັມ ມັນມີຈໍານວນໜ້ອຍ ທີ່ເຂົ້າມາເຮັດບັດ ສ່ວນຫຼາຍພວກທີ່ ເຂົ້າມາບໍ່ຖືກຕ້ອງ ລະອາດຈະ ບໍ່ຮູ້ ເຖິງນີ ຜູ້ທີ່ເຂົ້າ ເຂົ້າມາເຮັດບັດຫັ້ນ ສ່ວນຫຼາຍ ຜູ້ທີ່ເຂົ້າຖືກຕ້ອງ ຈັ່ງອອກໄດ້ ບັດຫັ້ນນະ."

ທີ່ຜ່ານມາ ມີຄົນງານ ຕ່າງປະເທສ ຂຶ້ນທະບຽນ ຢູ່ແຂວງນີ້ພຽງ 200-300 ຄົນ. ພວກເຂົາມານໍາ ທາງບໍຣິສັດກໍ່ສ້າງ ຂອງ ປະເທສພວກ ເຂົາ. ໃນນັ້ນ ມີຮວມທັງ ນັກວິຊາການ. ຂ່າວວ່າ ຢູ່ແຂວງ ຫົວພັນ ມີຄົນງານ ຕ່າງປະເທສ ເຂົ້າມາເຮັດວຽກ ຢຸ່ປະມານ 6,000 ຄົນ.

ທ່ານ ກ່າວຕື່ມອີກວ່າ ໃນຄວາມເປັນຈິງ ຢູ່ແຂວງຫົວພັນ ມີຄົນງານວຽດນາມ ຫຼາຍພັນຄົນ ຊື່ງສ່ວນຫຼາຍ ເປັນຄົນງານທີ່ ບໍ່ໄດ້ຮັບອະນຸຍາດ ແລະ ໃຊ້ວີຊ້າທ່ອງທ່ຽວ ເຂົ້າມາ ນອກຈາກນັ້ນ ກໍມີ ພວກພໍ່ຄ້າ ແມ່ຄ້າ ມາຮັບຊື້ສິນຄ້າ ກະສິກັມ ຂອງປະຊາຊົນ ແຂວງນີ້. ສໍາລັບ ຊາວວຽດນາມ ທີ່ເຂົ້າມາ ແຕ່ງດອງ ກັບ ຄົນລາວ ຢູ່ແຂວງນີ້ ເພື່ອອາສັຍ ຢູ່ຖາວອນນັ້ນ, ທ່ານກ່າວວ່າ ຍັງບໍ່ທັນເຫັນ, ອາຈມີ ແຕ່ບໍ່ ມາແຈ້ງໃຫ້ທາງ ການຮູ້.

"ໂອໂຕນີ້ຫັ້ນ ຕາມທີ່ເຫັນຍັງ ຍັງບໍ່ມີເນາະ ແຕ່ວ່າກໍອາຈມີ ແຕ່ວ່າບໍ່ຮູ້ນັ້ນນະ."

ແຂວງຫົວພັນ ເປັນແຂວງນຶ່ງ ທີ່ມີຊາຍແດນ ຕິດກັບ ວຽດນາມ ແລະ ມີຊາວວຽດນາມ ເຂົ້າມາຫຼາຍ ແລະ ໄດ້ຮັບ ການຊ່ວຍເຫຼືອ ໃນດ້ານ ຕ່າງໆ ຈາກວຽດນາມ ເຊັ່ນ ການກໍ່ສ້າງໂຮງໝໍ ມິຕພາບລາວ-ວຽດນາມ ແຫ່ງໃໝ່ ຂອງແຂວງ, ການສ້າງໂຮງຮຽນເປັນຕົ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.