ທນາຄານ ແຫ່ງ ສປປ ລາວ ປະກາດແກ້ ວິກິຕເງິນເຟີ້
ປັດຈຸບັນນີ້ ບັນຫາທີ່ປະຊາຊົນລາວ ກັງວົນຫຼາຍທີ່ສຸດ ຄືວິກິຕເງິນເຟີ້ສູງຫຼາຍ ສ່ວນຜົລກະທົບທີ່ຕາມມາກໍຄືຄ່າຄອງຊີບສູງກວ່າລາຍຮັບ ແລະ ວິກິຕໃນຄັ້ງນີ້ ນັກວິຊາການ ບອກວ່າ ຖ້າສະພາບຍັງແກ່ຍາວ ຈະ ເຮັດໃຫ້ການໃຊ້ຈ່າຍ ຢຸດສງັກ ເຮັດໃຫ້ລະບົບເສຖກິຈ ລົ້ມໃນທີ່ສຸດ.
-
ໄຊຍາ
2022-05-18 -
-
-
Your browser doesn’t support HTML5 audio
ສັນຍານເງິນກີບອ່ອນຄ່າ ແລະ ເງິນຕຣາຕ່າງປະເທດສຳຮອງ ຂອງຣັຖບານລາວໄດ້ສົ່ງສັນຍານເຕືອນເມື່ອ 2 ປີກ່ອນ. ໃນໄລະຍະດັ່ງກ່າວ ນໍ້າມັນກໍເຣີ່ມຂາດປໍ້າ ຊຶ່ງສາເຫດທີ່ພາໃຫ້ເກີດຜົລກະທົບ ກໍຍ້ອນທນາຄານສນອງເງິນຕຣາ ຕ່າງປະເທດໃຫ້ຜູ້ຄ້ານໍ້າມັນບໍ່ໄດ້. ເຖິງວ່າຜູ້ຄ້ານໍ້າມັນຈະຮຽກຮ້ອງ ໃຫ້ທະນາຄານຕອບສນອງ ແລກເງິນຕຣາ ແຕ່ບັນຫາດັ່ງກ່າວຍັງບໍ່ ໄດ້ຮັບການແກ້ໄຂ.
ຕັ້ງແຕ່ວິກິຕໂຄວິດ-19 ອັດຕຣາເງິນເຟິ້ ຂອງລາວເຄີຍຂຶ້ນສູງສຸດໃນເດືອນສິງຫາ ປີ 2020 ກໍຄື 5.9% ແຕ່ໃນ ປີ 2022 ອັດຕຣາເງິນເຟິ້ ໄດ້ສ້າງສະຖິຕິໃໝ່ໃນໄລຍະໂຄວິດ-19 ຢູ່ທີ່ 6.2% ໃນເດືອນມົກກະຣາ, ເພີ່ມຂຶ້ນ 7.3% ໃນເດືອນກຸມພາ, 8.5% ໃນເດືອນມີນາ ແລະ ຫຼ້າສຸດໃນເດືອນເມສາ 9.9% ໂດຍໂຕເລຂ 9.9 ນີ້ມາຈາກຄ່າສະເລັ່ຽລະຫວ່າງ ອັດຕຣາເງິນເຟີ້ພື້ນຖານ 10.9% ແລະ ບໍ່ເປັນພື້ນຖານ 8.7%. ປັດຈຸບັນອັດຕຣາແລກປ່ຽນ ແລະຄຳເຣີ່ມເໜັງຕີງສູງຂຶ້ນ ຈົນເຂົ້າຂັ້ນວິກິຕ ຣັຖບານອອກມາປະກາດວ່າ ບໍ່ສາມາດສນອງການແລກປ່ຽນ ເງິນຕຣາຕ່າງປະເທດ ຕາມອັດຕຣາແລກປ່ຽນທີ່ທະນາຄານກຳນົດໄວ້. ໃນທີ່ສຸດກໍເກີດມີການປັ່ນລາຄາເງິນ ເຮັດໃຫ້ເງິນກີບອ່ອນຄ່າລົງໄປເລື້ອຍໆ. ຕາມການຣາຍງານອັດຕຣາແລກປ່ຽນ ຂອງທະນາຄານການຄ້າຕ່າງປະເທດລາວ ເມື່ອວັນທີ 17 ພຶສພາຜ່ານມາ ຄື 1 ໂດລ້າຣ໌ ເທົ່າກັບ 13,226 ກີບ. 1 ບາດໄທຍເທົ່າກັບ 421.94 ກີບ, ຕໍ່ວິກິຈການດັ່ງກ່າວ ມັນໄດ້ສົ່ງຜົລກະທົບໄປຍັງຄ່າຄອງຊີບ ຂອງປະຊາຊົນຢ່າງໜັກ ທັງນໍ້າມັນຂາດປໍ້າ, ສິນຄ້າອຸປໂພກແລະບໍຣິໂພກແພງຂຶ້ນສາມເທົ່າໂຕ ໂດຍມີການເໜັງຕີງ ຂອງອັດຕຣາແລກປ່ຽນ ນອກທະນາຄານເປັນຜູ້ກຳນົດ ຊຶ່ງປະກົດການທີ່ເກີດຂຶ້ນ ມັນສົ່ງຜົລຕໍ່ກັບການຂຍາຍໂຕ ຂອງເສຖກິຈໃນປະເທດລາວ.
ດັ່ງນັກວິຊາການທ່ານນຶ່ງ ທີ່ກ່າວເຖິງວິກິຕການເງິນເຟີ້ ເທື່ອນີ້ຕໍ່ RFA ໃນວັນທີ 16 ພຶສພາ 2022 ນີ້ວ່າ:
“ເງິນຕຣາຕ່າງປະເທດຂາດຄັງ ມາກຈາກສາເຫດເຣື່ອງການສຳຣະໜີ້ສິນ ແລະ ເງິນກີບບໍ່ສາມາດຈັດເຂົ້າໃນການສຳຣະສະສາງ.”
ສ່ວນແມ່ຄ້າຂາຍເຄື່ອງ ທີ່ປັດຈຸບັນກໍບໍ່ຮູ້ວ່າຈະເຮັດແນວໃດ ເພາະການຄ້າຂາຍແມ່ນຕ້ອງໄດ້ ນຳເອົາເຄື່ອງເຂົ້າຈາກປະເທດໄທຍ. ເວລາຂາຍເປັນເງິນກີບ ຫຼືບາງເທື່ອລູກຄ້າກໍຈ່າຍ ເປັນເງິນບາດແລະໂດລ້າຣ໌. ແຕ່ດ້ວຍອັດຕຣາແລກປ່ຽນເໜັງຕີງ ແບບບໍ່ຄົງທີ່ມັນໄດ້ສົ່ງຜົລ ໃຫ້ໃນແຕ່ລະມື້ໄດ້ປັບລາຄາເຄື່ອງທີ່ຂາຍນັ້ນຕາມອັດຕຣາແລກປ່ຽນ.
ດັ່ງຍານາງໄດ້ກ່າວຕໍ່ RFA ວ່າ:
“ດົນແລ້ວ ໄດ້ຫ້າປີລະເດປະເພດເສື້ອຜ້າ ໄປເອົາມາແຕ່ໄທຍເຮົາຕ້ອງຈ່າຍເປັນເງິນບາດ ມີແຕ່ເຮົາເອົາມາແລ້ວມາຂາຍເປັນເງິນກີບ ເອົາເງິນກີບແລກບາດມັນສູງເຣດ ບໍ່ຄືກັນແຕ່ລະມື້ແມ່ນຄັນລູກຄ້າ ປະຈຳເຮົາເຂົາອາດຈະຕີໄປໃນລາຄາ ນຶ່ງຄັນລູກຄ້າໃໝ່ກາບໍ່ ປານໃດກາຢາກໃຫ້ປະເພດເຣດເງິນ ເວົ້າງ່າຍໆ ເງິນຫັ້ນແຫຼະ ເງິນກີບເຮົາຢາກໃຫ້ໃຊ້ເງິນ ກີບຫຼາຍກວ່າເງິນບາດເງິນ ຕ່າງປະເທດຫັ້ນແຫຼະເນາະ ອັນໃດທີ່ມັນຫຼີກລ້ຽງເງິນຕ່າງປະເທດ ໄດ້ກາຢາກໃຫ້ຫຼີກລ້ຽງເພາະວ່າ ເງິນກີບເຮົາກາຢາກໃຫ້ມັນມີຄ່າສູງກວ່າ ເງິນຕ່າງປະເທດຫັ້ນນ່າ.”
ໃນສ່ວນຂອງເຈົ້າຂອງຮ້ານ ແລກປ່ຽນເງິນຕຣາ ໃນນະຄອນຫຼວງວຽງຈັນທີ່ເປິດແລກປ່ຽນເງິນ ຕາມກົດໝາຽກຳນົດໄວ້ ຊຶ່ງພື້ນຖານແມ່ນອີງໃສ່ອັດຕຣາແລກປ່ຽນ ທະນາຄານກາງກຳນົດ ແລະ ກໍມີການບວກຕາມເປີເຊັນ ທີ່ຣັຖກຳນົດໃຫ້ແຕ່ກາພົບກັບຄວາມຫຍຸ້ງຍາກ ໃນການຊອກຫາເງິນໂດລ້າຣ໌ແລະເງິນບາດໄທຍ.
“ທນາຄານກາງ ກັບທນາຄານເອກຊົນຫຍັງກາມີແລ້ວ ແຕ່ເຂົາບວກ 0.5 ຂຶ້ນໄປ ປິນີ້ຊ່ວງນີ້ລະຂຶ້ນສຸດລະ ທນາຄານບໍ່ມີນະໂຍບາຍຄືແຕ່ກ່ອນ ໃຫ້ຊື້ໄດ້ເພາະເຮົາມີນະໂຍບາຍໃຫ້ຊື້ໄດ້ ແຕ່ດຽວນີ້ບໍ່ມີເພິ່ນກາໃຫ້ຢູ່ປະມານ 20 ລ້ານຕໍ່ຄົນ ແຕ່ວ່າທົ່ວໄປກາແລ້ວ ແຕ່ສະພາບແລ້ວແຕ່ເງິນເຮົາມີ.”
ສະຖານະການວິກິຕເງິນເຟີ້ໃນປັດຈຸບັນນີ້ ທ່ານ ລີເບີ ລີບົວປາວ ກໍເຄີຍໄດ້ປະເມີນແລ້ວວ່າ ຖ້າຣັຖບານບໍ່ມີມາຕການແກ້ໄຂ ທີ່ສອດຄ່ອງເຊັ່ນເຮັດໃຫ້ເງິນເຟີ້ຫຼຸດລົງ ໃນອັດຕຣາທີ່ຕໍ່າກວ່າ 3% ໄດ້ ແນ່ນອນວ່າວິກິຕນີ້ຍັງຈະແກ່ຍາວ.
“ມັນກາຄືວ່າ ຄັນມີການຜລິດຫຼາຍ ມັນກາຕອບສນອງພາຍໃນນີ້ນ່າ ກາເຮັດໃຫ້ຄວາມຕ້ອງການເງິນ ອັນນ່າ ເງິນຕຣາຕ່າງປະເທດຫຼຸດລົງ ຖ້າວ່າເຮົາຜລິດຫຼາຍລາຄາສິນ ຄ້າກາຖືກລົງລາຄາສິນຄ້າຖືກກໍຄືເງິນມີຄ່າຫຼັກໆ ກາຕ້ອງມີການຜລິດພາຍໃນ ໃຫ້ຫຼາຍຂຶ້ນ ແລະຫຼຸດຜ່ອນການນຳເຂົ້າສິນຄ້າ ຖ້າວ່າການນຳເຂົ້າສິນຄ້າຫຼາຍ ໃນຂະນະທີ່ຄວາມຕ້ອງການການ ນຳເຂົ້າສິນຄ້າແມ່ນຕ້ອງການເງິນ ຕຣາຕ່າງປະເທດ ດັ່ງນັ້ນຖ້າວ່າຕ້ອງການນຳເຂົ້າສິນຄ້າ ເຂົ້າມາຫຼາຍເຮົາຕ້ອງມີແຫຼ່ງລາຍຮັບ ເປັນເງິນຕຣາຫຼາຍຄັນຖ້າມີແຫຼ່ງລາຍຣັບ ເງິນຕຣາໜ້ອຍ ກາຈຶ່ງບໍ່ມີເງິນຕຣາພຽງພໍຕອບສນອງ ຄວາມຕ້ອງການໃນການນຳເຂົ້າສິນຄ້າ.”
ໃນຂະນະທນາຄານແຫ່ງ ສປປ ລາວ ກໍໄດ້ອອກມາຕການແກ້ໄຂ ວິກິຕໂດຍສະເພາະ ແມ່ນອັດຕຣາແລກປ່ຽນ ໂດຍ ທ່ານ ສອນໄຊ ສິດພາໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຖແລງຂ່າວຊີ້ແຈງຕໍ່ສື່ມວນຊົນໃນວັນທີ 16 ພຶສພາ 2022 ຜ່ານມາວ່າ. ມີບາງຕອນ ທ່ານໄດ້ກ່າວວ່າ:
“ແຕ່ເຖິງຢ່າງໃດກໍຕາມ ຄ່າເງີນກີບກໍຄືອັດຕຣາແລກປ່ຽນຍັງສືບຕໍ່ ປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ ໂດຍໄດ້ອ່ອນຄ່າ 8.36% ຖ້າທຽບໃສ່ເງິນໂດລ້າຣ໌ ແລະກໍ 9.4% ຖ້າທຽບໃສ່ເງິນບາດ ແລະທຽບໃສ່ໃນໄລຍະດຽວກັນກັບປີຜ່ານມາ.”
ທ່ານໄດ້ກ່າວຕື່ມວ່າ ບັນຫາທີ່ສຳຄັນ ທີ່ສົ່ງຜົລກະທົບຕໍ່ອັດຕຣາແລກປ່ຽນ ຍ້ອນວ່າມີການເໜັງຕີງແຮງ ແລະສ່ວນຕ່າງລະຫວ່າງອັດຕຣາແລກປ່ຽນ ຂອງລະບົບທນາຄານແລະຂອງຕລາດນອກລະບົບ. ຍ້ອນສະຕິຕໍ່ກົດໝາຽຂອງບຸກຄົນ, ນິຕິບຸກຄົນຈຳນວນບໍ່ໜ້ອຍໃນສັງຄົມຍັງບບໍ່ສູງ, ການປະຕິບັດກົດໝາຽ, ຣະບຽບການ, ມາຕການຕິດພັນກັບການຄຸ້ມຄອງ ເງິນຕຣາຕ່າງປະເທດ ຍັງບໍ່ທັນເຂັ້ມງວດສົ່ງຜົລໃຫ້ມີສະພາບລາຍຮັບທີ່ເປັນເງິນຕຣາຕ່າງປະເທດ ແລະເງິນລົງທຶນຈາກຕ່າງປະເທດບໍ່ເຂົ້າປະເທດ ຕາມຣະບຽບການ.
ນອກຈາກນີ້ສະເພາະໄລຍະ 4 ເດືອນຕົ້ນປີ 2022 ເຖິງວ່າໂຕເລຂ ມູນຄ່າດຸນການຄ້າດ້ານ ສິນຄ້າຂອງປະເທດລາວ ໄດ້ເກີນດຸນຢູ່ໃນຣະດັບ 589.66 ລ້ານໂດລ້າຣ໌ສະຫະຣັຖ ດີກວ່າໄລຍະດຽວກັນຂອງປີຜ່ານມາເຖິງ 50% ແຕ່ໃນນີ້ມີພຽງແຕ່ 33% ຂອງມູນຄ່າ ການສົ່ງອອກເທົ່ານັ້ນ ໄດ້ໂອນເຂົ້າມາປະເທດຜ່ານລະບົບທນາຄານ. ໃນຂະນະທີ່ 98% ຂອງມູນຄ່ານໍາເຂົ້ານັ້ນ ໄດ້ມີການໂອນອອກຜ່ານລະບົບທນາຄານ ເຮັດໃຫ້ປະເທດປະເຊີນກັບສະພາບ ກະແສເງິນອອກນອກປະເທດ ຜ່ານລະບົບທນາຄານ ຫຼາຍກ່ວາມີກະແສເງິນເຂົ້າປະເທດ ຜ່ານລະບົບທນາຄານ ໃນຣະດັບທີ່ຫຼາຍກວ່າໃນໄລຍະດຽວກັນ ຂອງປີຜ່ານມາເຖິງ 143%.
ຈາກສະພາບການດັ່ງກ່າວໄດ້ສົ່ງຜົລກະທົບເຮັດໃຫ້ທນາຄານທຸຣະກິຈສາມາດເກັບຊື້ເງິນ ຕຣາຕ່າງປະເທດໄດ້ໜ້ອຍກວ່າຣະດັບທີ່ຄວນຈະເປັນຫຼືໜ້ອຍກ່ວາມູນຄ່າການສົ່ງອອກ ແລະ ມູນຄ່າການລົງທຶນຈາກຕ່າງປະເທດຫຼາຍແຕ່ຄວາມຮຽກຮ້ອງຕ້ອງການເງິນຕຣາທົ່ວ ສັງຄົມເພື່ອສຳຣະສະສາງກັບຕ່າງປະເທດຍັງຢູ່ໃນຣະດັບສູງ.
ການອ່ອນຄ່າ ແຮງແລະໄວ ຂອງຄ່າເງິນກີບເກີນຣະດັບ ທີ່ຄວນຈະເປັນ ມັນຈຶ່ງສົ່ງຜົລກະທົບຕໍ່ພາກສ່ວນໃນສັງຄົມ ບໍ່ວ່າຈະເປັນພາກເອກຊົນ, ສົ່ງຜົລໃຫ້ພັນທະໃນການສຳຣະ ກັບຕ່າງປະເທດໜັກໜ່ວງຂຶ້ນ, ລາຄາສິນຄ້າ-ຄ່າບໍຣິການ ຕົ້ນທຶນການຜລິດຢູ່ພາຍໃນປະເທດ ເພີ່ມສູງຂຶ້ນ, ອັດຕຣາເງິນເຟີ້ເພີ່ມສູງຂຶ້ນ. ໃນຂະນະທີ່ລາຍຮັບຕໍ່ຫົວຄົນ ເມື່ອຄິດໄລ່ເປັນເງິນຕຣາຕ່າງປະເທດ ຫຼຸດລົງສົ່ງຜົລກະທົບດ້ານລົບຕໍ່ສະພາບການ ດ້ານການພັທນາເສຖກິຈ.
ສ່ວນການແກ້ໄຂບັນຫາ ຜູ້ວ່າການທນາຄານກາງ ໄດດ້ຣະບຸວ່າ ທນາຄານກາງກຳລັງເລັ່ງ ໃສ່ມາຕການຄຸ້ມຕອງ ປະຣິມານເງິນເຂົ້າສູ່ລະບົບເສຖກິຈ ໃຫ້ຢູ່ໃນຣະດັບທີ່ເໝາະສົມ ໂດຍຕິດພັນກັບການຄຸ້ມຄອງປະຣິມານເງິນ. ຍົກສູງຄ່າເງິນກີບແລະຄຸນນະພາບ ຂອງສິນເຊື່ອໃນລະບົບທນາຄານ ໃຫ້ແທດເໝາະກັບຄວາມເປັນຈິງ.
ພ້ອມກັນທນາຄານກາງ ຍັງຈະສືບຕໍ່ສົມທົບກັບກະຊວງປອ້ງກັນ ຄວາມສງົບ ແລະພາກສ່ວນ ຮັບຜິດຊອບ ດຳເນີນມາຕການທີ່ເຂັ້ມຂຸ້ນກວ່າເກົ່າ ຕໍ່ບຸກຄົນ, ນິຕິບຸກຄົນ ທີ່ເຄື່ອນໄຫວດ້ານເງິນຕຣາຕ່າງປະເທດ ແບບຜິດກົດໝາຽໂດຍຈະເຂັ້ມງວດ ຄຸ້ມຄອງບັນດາຮ້ານແລກປ່ຽນເງິນ ດ້ວຍການໃຊ້ມາຕການ ບໍຣິຫານທີ່ເຄັ່ງຂັດຂຶ້ນ ຜ່ານກົນໄກການກວດສອບໂດຍກົງ.
ນັກວິຊາການ ທ່ານນຶ່ງໄດ້ອອກບົດຄວາມ ເວົ້າເຖິງສາເຫດເປັນຫຍັງ ປະເທດລາວ ຈຶ່ງເຂົ້າສູ່ວິກິຕ ເງິນເຟີ້ຍ້ອນວ່າປະເທດ ເພີ່ງພາການນໍາເຂົ້າເກືອບທັງໝົດ ບໍ່ວ່າຈະເປັນເຂົ້າສານ-ອາຫານແຫ້ງ ເຄື່ອງອຸປໂພກ-ບໍຣິໂພກ 80% ແມ່ນນຳເຂົ້າ. ຍ້ອນສາເຫດນີ້ຈຶ່ງສົ່ງຜົລຕໍ່ເງິນກີບອ່ອນຄ່າ ຍ້ອນເງິນກີບໄປຊື້ສິນຄ້ານຳເຂົ້າບໍ່ໄດ້. ຖ້າວ່າສາມາດແກ້ໄຂຈຸດນີ້ ກໍຈະຊ່ອຍໃຫ້ສະພາບນີ້ຜ່ອນຄາຍ. ແຕ່ຄວາມເປັນຈີງ ມັນເປັນເຣື່ອງຍາກຫຼາຍ ທີ່ຈະແກ້ໄຂໄດ້ໃນໄລຍະສັ້ນ.