ຄົນງານລາວໃນລະບົບ MOU ໄປເຮັດວຽກຢູ່ໄທຍ

ກະຊວງແຮງງານ ແລະ ສວັດດີການສັງຄົມລາວ ແລະເຈົ້າໜ້າທີ່ໄທຍ ເຫັນດີ ໃຫ້ຄົນງານລາວ ທີ່ເຂົ້າໃນລະບົບ MOU ສາມາດ ໄປເຮັດວຽກ ຢູ່ປະເທດໄທຍ ໄດ້ແລ້ວ ພາຍຫຼັງທີ່ ບໍ່ໄດ້ຈັດສົ່ງ ຄົນງານລາວ ໄປໄທຍ ມາຕັ້ງ ເດືອນມິນາ ປີ 2019 ຍ້ອນການ ແຜ່ຣະບາດ ຂອງເຊື້ອ ໂຄວິດ-19.

ແຂວງໜອງຄາຍ ປະເທດໄທຍ ຕຣຽມພ້ອມ ຮັບຄົນງານຈາກລາວ, ວັນທີ 23 ທັນວາ 2021. RFA

ກະຊວງແຮງງານ ແລະສວັດດີການສັງຄົມລາວ ແລະເຈົ້າໜ້າທີ່ໄທຍ ເຫັນດີ ໃຫ້ຄົນງານລາວທີ່ມີ MOU ທີ່ຖືກຕ້ອງຕາມກົດໝາຍ ສາມາດໄປເຮັດວຽກຢູ່ປະເທດໄທຍໄດ້ ພ້ອມທັງກໍານົດໃຫ້ ຄ່າໃຊ້ຈ່າຍທັງໝົດໃຫ້ຢູ່ໃນອັດຕຣາດຽວກັນ ໃນວັນທີ່ 11 ມົກກະຣາ 2022.

ກ່ຽວກັບເຣື່ອງນີ້ ທາງການຂອງທັງ 2 ປະເທດເຫັນວ່າ ມັນເປັນກົນໄກນຶ່ງ ທີ່ຊ່ອຍຫຼຸດຜ່ອນຈໍານວນຜູ້ອອກແຮງງານລາວ ທີ່ຍັງລັກລອບໄປເຮັດວຽກຢູ່ໄທຍ ແບບຜິດກົດໝາຍ ເນື່ອງຈາກວ່າ ຍັງມີນາຍໜ້າເຖື່ອນ ເຄື່ອນໄຫວ ເອົາຄົນງານລາວໄປຢູ່ ເຮັດໃຫ້ຜູ້ອອກແຮງງານ ຕ້ອງເສັຍຄ່າໃຊ້ຈ່າຍຫຼາຍກວ່າປົກກະຕິ ແລະຍັງປ້ອງກັນ ການຖືກຕົວະຍົວະ ໄປເປັນເຫຍື່ອ ຂອງການຄ້າມະນຸດນໍາດ້ວຍ.

ດັ່ງເຈົ້າໜ້າທີ່ແຮງງານ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວໃນວັນທີ່ 12 ມົກກະຣາ ນີ້ວ່າ:

“ເບື້ອງຕົ້ນເພິ່ນກໍຮັບໃນຣະບົບ MOU ຫັ້ນນ່າກ່ອນ ດຽວນີ້ເພິ່ນກໍາລັງເຈຣະຈາ ລະຫວ່າງສອງກະຊວງ ເພາະວ່າຍັງບໍ່ໄດ້ເປັນເອກະສານອອກມາ ແຈ້ງການຣະອຽດຫັ້ນນ່າ ຍັງເປັນການປຶກສາຫາລືກັນ ມີຄວາມຕ້ອງການແຮງງານຕ່າງດ້າວ ມັນກໍຈະມີ ການລັກລອບຫັ້ນນ່າ ຕາມຮູບການ ມັນອາຈເປັນຄົນຮູ້ຈັກ ເຂົາລະຕິດຕໍ່ຫາກັນເອງ.”

ຕາມການຫາລື ຂອງຣັຖບານລາວ ແລະຣັຖບານໄທຍນັ້ນ ການກະຕຣຽມ ການຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ປະເທດໄທຍ ທາງບໍຣິສັດຈັດຫາງານ ຕ້ອງກໍານົດການເກັບຄ່າ ບໍຣິການໃຫ້ຈະແຈ້ງ ໂດຍທຸກບໍຣິສັດ ແມ່ນຈະນໍາໃຊ້ໃນອັດຕຣາດຽວກັນ ເປັນແມ່ນ ຄ່າເອກະສານ, ໜັງສືຜ່ານແດນ, ໃບຢັ້ງຢືນກວດເຊື້ອໂຄວິດ-19 ແລະໃບຢັ້ງຢືນກວດເຊື້ອ ພຍາດຕ້ອງຫ້າມ 6 ຊະນິດ.

ສ່ວນຄ່າໃຊ້ຈ່າຍສໍາລັບນາຍຈ້າງ ທີ່ຕ້ອງຮັບຜິດຊອບ ຈະມີ ຄ່າກວດໂຄວິດ 2 ຄັ້ງ ຈໍານວນ 2,600 ບາດ, ຄ່າກັກໂຕ 7-14 ມື້ ຈໍານວນ 3,500-7,000 ບາດ ຮວມທັງໝົດປະມານ 9,600 ບາດ ໃນນີ້ຍັງບໍ່ທັນໄດ້ຮວມຄ່າບໍຣິການຈັດສົ່ງ ຢູ່ຕົ້ນທາງ ແລະປາຍທາງເທື່ອ.

ສ່ວນຜູ້ອອກແຮງງານ ຕ້ອງໄດ້ຮັບຜິດຊອບເອງ ແມ່ນມີຄ່າຈໍ້າກາວິຊ້າ 2 ປີ ຈໍານວນ 2,000 ບາດ, ຄ່າບັດອະນຸຍາດເຮັດວຽກ 2 ປີ 1,900 ບາດ, ຄ່າກວດຫາພຍາດ 6 ຊະນິດຕ້ອງຫ້າມ 500 ບາດ, ຄ່າປະກັນສຸຂພາບ 2 ປີ 3,200 ບາດ, ຄ່າສັກວັກຊິນຂອງທ່ານໝໍ 50 ບາດ ຮວມທັງໝົດເປັນປະມານ 7,650 ບາດ ໃນນີ້ ຍັງບໍ່ທັນໄດ້ຮວມຄ່າທໍານຽມ ແລະເອກະສານຕ່າງໆຢູ່ຕົ້ນທາງເທື່ອ.

ສາເຫດທີ່ຣັຖບານລາວ ແລະຣັຖບານໄທຍ ໃຫ້ຄົນງານລາວທີ່ມີ MOU ເຂົ້າໄປເຮັດວຽກຢູ່ໄທຍໄດ້ນັ້ນ ຍ້ອນວ່າຢູ່ໄທຍ ຂາດເຂີນແຮງງານ ຕ່າງດ້າວຈໍານວນຫຼາຍ ເນື່ອງຈາກຣະບາດຂອງໂຄວິດ-19 ເຊິ່ງໃນຕອນທໍາອິດ ຈະໃຫ້ຄົນງານລາວທີ່ມີ MOU ສາມາດເດີນທາງເຂົ້າໄທຍໄດ້ ໃນວັນທີ່ 1 ມົກກະຣາ 2022 ນີ້ ແຕ່ປັດຈຸບັນນີ້ ເຊື້ອໂຄວິດ-19 ສາຍພັນໂອໄມຄຣອນ ຢູ່ໃນໄທຍ ກໍາລັງຣະບາດໜັກ ທາງການຈຶ່ງຍັງບໍ່ໄດ້ກໍານົດວ່າ ມື້ໃດຈະໃຫ້ເຂົ້າໄປໄທຍໄດ້ ແຕ່ມີການຫາລື ໃນເຣື່ອງມາຕການປ້ອງກັນເຊື້ອ ໂຄວິດ-19 ກັນໄວ້ແລ້ວ.

ດັ່ງເຈົ້າໜ້າທີ່ໄທຍທີ່ກ່ຽວຂ້ອງ ທ່ານນຶ່ງກ່າວວ່າ:

“ເຮົາຕ້ອງການແຮງງານ ກັກໂຕຢູ່ດີ ເຊັ່ນ ສີດວັກຊິນຄົບແລ້ວ ກໍຕ້ອງກັກໂຕ 7 ມື້ ຂຶ້ນຢູ່ກັບມາຕການ ຂອງກະຊວງສາທາຣະນະສຸຂ ແຕ່ຕອນທໍາອິດເຂົາບອກວ່າ ວັນທີ່ 1 ມົກກະຣາ ແຕ່ເຫັນໂອໄມຄຣອນມາໜ້າຈະເລື່ອນ ຍັງບໍ່ມີກໍານົດມາ ວ່າມື້ໃດ.”

ຂະນະທີ່ ຢູ່ທາງດ່່ານສາກົລ ຂົວມິຕພາບໄທຍ-ລາວ ແຫ່ງທີ່ 1 ໜອງຄາຍ-ວຽງຈັນ ແລະທາງຝັ່ງໄທຍ ກໍໄດ້ຕຽມຄວາມພ້ອມຮອງຮັບ ກັບການປ້ອງກັນເຊື້ອໂຄວິດ-19 ໄວ້ແລ້ວ ຮວມເຖິງໂຮງແຮມເຮືອນພັກຕ່າງໆ ທີ່ຜ່ານມາຕຖານ ໃນການປ້ອງກັນກັນໂຄວິດ-19 ເຊິ່ງຄົນງານລາວ ທີ່ມີ MOU ທີ່ເຂົ້າມານັ້ນ ກໍຍັງຕ້ອງກັກໂຕ 7-14 ມື້ຄືເກົ່າ ແຕ່ໄລຍະນີ້ ກໍຍັງຕ້ອງຂໍອະນຸຍາດ ຈາກສະຖານທູດຄືເກົ່າຢູ່.

ດັ່ງເຈົ້າໜ້າທີ່ຕໍາຣວດ ແຂວງໜອງຄາຍ ທ່ານນຶ່ງ ກ່າວວ່າ:

“ຕອນນີ້ເຂົາໃຫ້ເຂົ້າມາໄດ້ ຕິດຕໍ່ສະຖານທູດຄືເກົ່າ ສະຖານທູດກໍໃຫ້ຍື່ນ ເອກະສານຕ່າງໆ ບໍ່ວ່າຈະເປັນຜົນກວດໂຄວິດຫຼືອິຫຍັງນີ່ ແລ້ວມາກວດກັບພະນັກງານ ຄວບຄຸມໂຣຄ ມີວັກຊິນຄົບ ກໍ 7 ມື້ ຖ້າບໍ່ຄົບ ກໍ 14 ມື້ ຕ.ມ ຈະກວດ ອະນຸຍາດ ຕາມສະເຕດເມັ້ນ ໜັງສືເດີນທາງ.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ຄົນງານລາວຫຼາຍຄົນ ກໍຍັງເວົ້າເປັນສຽງດຽວກັນວ່າ ຖ້າເຂົ້າໄປເຮັດວຽກຢູ່ໄທຍ ແບບຖືກຕ້ອງຕາມກົດໝາຍແລ້ວ ກໍບໍ່ຢາກຖືກກັກໂຕຫຼາຍມື້ ເພາະຕ້ອງໄດ້ເສັຍຄ່າໃຊ້ຈ່າຍຫຼາຍ ຍ້ອນຫຼາຍຄົນ ບໍ່ໄດ້ມີເງິນຫຼາຍຂນາດນັ້ນ ເຊິ່ງກໍເຮັດໃຫ້ຫຼາຍຄົນຕ້ອງລັກເຂົ້າໄປໄທຍ ແບບຜິດກົດໝາຍຄືເກົ່າ ອາຈເສັຍເງິນຫຼາຍເຖິງປະມານ 9,000 ບາດ ແຕ່ກໍບໍ່ຕ້ອງຖືກກັກໂຕ.

ດັ່ງຄົນງານລາວ ທ່ານນຶ່ງ ກ່າວວ່າ:

“ເຂົ້າອອກໄດ້ກໍແມ່ນຢູ່ ເຂົ້າມາປະເທດໄທຍ ຕ້ອງໄດ້ກັກໂຕ ປະມານໝື່ນ ສອງໝື່ນ ແບບນີ້ຫັ້ນນ່າ ເຂົາຈະເອົາມາແຕ່ໃສ ຄ່າກັກໂຕນັ້ນນີ້ ມັນບໍ່ແມ່ນເຣື່ອງງ່າຍ ຖ້າລັກເຂົ້າມາກໍປະມານຢູ່ 9 ພັນນະ ມັນຈະເສັຍຫາຍ ມັນກໍບໍ່ໄດ້ກັກໂຕ ອີ່ຫຍັງຫັ້ນນ່າ.”

ຄົນງານລາວ ອີກທ່ານນຶ່ງກໍກ່າວວ່າ ໃນຄວາມເປັນຈິງ ກໍຢາກກັບໄປເຮັດວຽກຢູ່ໄທຍຢູ່ ແຕ່ຄ່າໃຊ້ຈ່າຍຕ່າງໆກໍຍັງຢູ່ໃນຫຼັກໝື່ນບາດ ກໍຖືວ່າແພງຢູ່ ເຊິ່ງຫຼາຍຄົນ ບໍ່ໄດ້ມີເງິນຫຼາຍຂນາດນັ້ນ, ດັ່ງທ່ານກ່າວວ່າ:

“ສ່ວນມາກເຂົາກໍຈະມີນາຍໜ້າ ພວກເຮັດ MOU ໃຫ້ ແຕ່ມັນຕ້ອງເສັຍຄ່າໃຊ້ຈ່າຍຫຼາຍຊ່ວງນີ້ ເປັນໝື່ນພຸ້ນລະຕິ ຄ່າໃຊ້ຈ່າຍນີ້ແຫຼະ ມັນແພງຫຼາຍມັນບໍ່ໄຫວ.”

ຢ່າງໃດກໍຕາມ ຫວ່າງວັນທີ່ 24 ທັນວາ 2021 ທີ່ຜ່ານມາ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ແຂວງໜອງຄາຍ ກໍໄດ້ມີການລົງພື້ນທີ່ ກວດປະເມີນໂຮງແຮມ ແລະເຮືອນພັກຕ່າງໆພາຍໃນແຂວງໜອງຄາຍ ເພື່ອກະຕຽມສະຖານທີ່ ເປັນບ່ອນກັກໂຕ ໃຫ້ຄົນງານລາວ ທີ່ກໍາລັງຈະມີການນໍາເຂົ້າມາ ແບບຖືກກົດໝາຍ ຜ່ານຂັ້ນຕອນຕາມ MOU ພາຍຫຼັງຈາກ ທີ່ບໍ່ມີການນໍາເຂົ້າຄົນງານລາວ ທີ່ມີ MOU ມາຕັ້ງແຕ່ເດືອນມິນາ 2019 ເນື່ອງຈາກ ມີເຊື້ອໂຄວິດ-19 ຣະບາດ ແລະຣັຖບານໄທຍ ຕ້ອງມີມາຕການປ້ອງກັນ ການແຜ່ຣະບາດຢ່າງເຂັ້ມງວດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org