ຊາວລາວຂາຍຄໍາ ທີ່ທ້ອນຫອມ ເພື່ອຢູ່ລອດ

ໄຊຍາ
2021.04.27
ຊາວລາວຂາຍຄໍາ ທີ່ທ້ອນຫອມ ເພື່ອຢູ່ລອດ ຮ້ານຊື້ຂາຍຄໍາ ຢູ່ ແຂວງຈໍາປາສັກ
File photo: RFA

ມາຕການປິດເມືອງ ທີ່ທາງການປະກາດໃຊ້ ສະກັດກັ້ນບໍ່ໃຫ້ເຊື້ອ ພຍາດໂຄວິດ-19 ແຜ່ລາມ. ເຖິງວ່າຫາກໍເລີ່ມໃຊ້ມາຕການນີ້ ກໍມີປະຊາຊົນບາງສ່ວນ ໄດ້ຮັບຜົລກະທົບ ເຣື່ອງຄ່າໃຊ້ຈ່າຍ ໃນຄອບຄົວ ແລະ ການຈ່າຍໜີ້ສິນແລ້ວ. ດັ່ງ ປະຊາຊົນຜູ້ໄດ້ຮັບ ຜົລກະທົບ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 27 ເມສາ ວ່າ:

"ຊ່ວງໂຄວິດ ກໍສາຫັດຢູ່ ບໍ່ມີເງິນກະເອົາຄຳໄປຂາຍ ຊື້ມາມັນກໍຂາດທຶນ ບໍ່ຫຼາຍຂາດທຶນດ້າມແສນສອງແສນ ເອົາໄປຊໍາຮະໜີ້ຄ່າ ທະນາຄານງວດນັ້ນງວດນີ້ແດ່ຫັ້ນ ແຫຼະຫຼາຍໆ ຢ່າງ ຈ່າຍຄ່ານໍ້າ ຄ່າໄຟ ສ່ວນຫຼາຍແມ່ນເອົາໄປໃຊ້ໜີຫຼາຍກ່ອນ."

ປະຊາຊົນຜູ້ທີ່ໄດ້ຮັບຜົລກະທົບ ອີກຄົນນຶ່ງໄດ້ຢັ້ງຢືນວ່າ ການຣະບາດຂອງປີນີ້ຖືວ່າໜັກສຸດ ບໍ່ມິເງິນໃຊ້ຈ່າຍ ຄຳກໍຕ້ອງໄດ້ເອົາໄປ ຂາຍແຕ່ຂາຍກະຫລຸບທຶນນ້ອຍນຶ່ງ. ຈາກນັ້ນກໍມາ ຈ່າຍຄ່ານໍ້າ, ຄ່າໄຟ ແລະຊື້ຢູ່ຊື້ກິນ.

"ໂອ້ຍປີນີ້ແຫຼະໜັກສາຫັດ ບໍ່ມິເງິນໃຊ້ນ່າຊ່ວງນີ້, ຄຳຂ້ອຍກະຕ້ອງໄດ້ຂາຍ ເລີຍກໍຊິຫລຸດຢູ່ນ້ອຍນຶ່ງນີ້ແຫຼະ. ບາງທີ່ກໍຈ່າຍທົ່ວໄປ ນີ້ແຫຼະ ຈ່າຍຄ່ານໍ້າ, ຄ່າໄຟ ຊື້ຢູ່ຊື້ກິນໃນຄອບຄົວ ຊ່ວງນີ້ເພິ່ນປິດໝົດນ່າ ກະໂທໄປຫາທາງຮ້ານຂາຍຄຳຫັ້ນແຫຼະ ຖ້າວ່າຂັດສົນ ຫຼາຍເພິ່ນ ກໍຈະມີວິທີແກ້ໄຂໃຫ້."

ສ່ວນຮ້ານຂາຍຄຳ ໃນໄລຍະນີ້ກໍຕ້ອງໄດ້ ປະຕິບັດຕາມ ມາຕການຂອງຣັຖບານ ກໍຕ້ອງໄດ້ປິດຮ້ານ ສ່ວນລູກຄ້າທີ່ຕ້ອງການ ຂາຍຄຳໃນໄລຍະນີ້ ແມ່ນຕ້ອງໄດ້ໂທລະສັບ ສອບຖາມ ວ່າຢາກຈຳ ຫລືວ່າຢາກຂາຍ. ດັ່ງເຈົ້າຂອງຮ້ານຂາຍຄຳ ກ່າວວ່າ:

"ບໍ່ຄ່ອຍມີປານໃດ ໃນໄລຍະນີ້ ມັນກະພໍໄດ້ຢູ່ແຕ່ລະໝ້ອງ ເຂົາກໍຢ້ານຄືກັນ ກະຢາກຂາຍຢາກຈຳ ຄືວ່າເຮົາກະໂທຫາກັນ ຄືວ່າຢູ່ໃກ້ ແຂວງໃດເຮົາເຄີຍຊື້ຢູ່ໃສ ເຮົາກໍຕ້ອງ ມີເບີໂທເຂົາ ກໍຕ້ອງຖາມເຂົາວ່າ ຂ້ອຍຢາກຂາຍຢາກຈຳ ໄປຫາຢູ່ເຮືອນບໍ່ແບບນີ້ຫັ້ນເດ້."

ໂຮງຊວດຈຳ ຢູ່ນະຄອນຫຼວງວຽງຈັນ ບາງແຫ່ງກໍບໍ່ຮັບຊວດຈຳເຄື່ອງຂອງ ຫລືວັດຖຸມີຄ່າ ໃນໄລຍະນີ້ແຕ່ທາງໂຮງຊວດຈຳ ຈະເປີດ ໃຫ້ແຕ່ລະຄົນມາຈ່າຍ ດອກເບັ້ຽເທົ່ານັ້ນ. ດັ່ງເຈົ້າຂອງໂຮງຊວດຈຳ ກ່າວວ່າ.

"ມີແຕ່ວ່າເຮົາຈະເກັບເງິນຄ້າງດອກ ຕື່ມເງິນທີ່ເຮົາປ່ອຍໄປນໍາລູກຄ້າ ມັນຈະມີລູກຄ້າ ຣາຍອາທິດແມ່ນຫຍັງນ່າ. ເຮົາຈະເກັບເງິນ ນຳພວກນັ້ນແຕ່ວ່າ ເຮົາຈະບໍ່ໄດ້ຮັບຈຳ ກະມີແຕ່ໂທຖາມ ກະບໍ່ໄດ້ເອົາເຄື່ອງ ເຂົ້າມາເລີຍ ເຮົາຈະໂຈະການປ່ອຍເງິນ."

ທາງແຂວງສວັນນະເຂດ ໂຮງຊວດຈຳ ກໍໄດ້ປິດເຊັ່ນກັນ ເພາະບໍ່ມີລູກຄ້າ ເນື່ອງຈາກມາຕການ ປິດເມືອງຂອງທາງແຂວງ ແຕ່ຖ້າ ລູກຄ້າຕ້ອງການຈຳເຄື່ອງຂອງ ກໍຂໍໃຫ້ໂທນັດ ລ່ວງໜ້າ. ດັ່ງ ເຈົ້າຂອງໂຮງຊວດຈຳ ແຂວງສວັນນະເຂດ ກ່າວວ່າ:

"ຊ່ວງນີ້ກໍມິດບໍ່ໄດ້ເຫັນມາບາງຄົນ ກໍສົ່ງມາຖາມວ່າເປີດຮ້ານບໍ່ຫຍັງບໍ່ ຄືພວກເຄື່ອງໃຊ້ມັນຫຼຸດແລ້ວມັນຂາຍບໍ່ອອກງ່າຍຫັ້ນແຫຼະ. ພວກໂທຣະສັບພວກຄອມ ພວກຫຍັງນີ້ແຫຼະ. ກໍສົ່ງມາຫາສ່ວນໂຕ ເບິ່ງກໍພິຈາຣະນາ ສ່ວນໂຕເອົາ."

ໃນຂນະທີ່ສະຖາບັນການເງິນ ຈຸລພາກ ແຫ່ງນຶ່ງກໍຍັງຄົງເດີນໜ້າ ເກັບດອກເບັ້ຽເງິນກູ້ຢືມ ຈາກລູກຄ້າ. ສ່ວນທາງພາກຣັຖບານ ຍັງບໍ່ມີ ການປະກາດມາຕການນະໂຍບາຍໃດໆ ອອກມາໃນການຊ່ອຍເຫລືອເຣື່ອງນີ້.

"ຖ້າຕາມທີ່ເຮັດວຽກ ກ່ຽວກັບໂຕນີ້ ກໍຍັງບໍ່ທັນໄດ້ມີນະໂຍບາຍ ອີຫຍັງທີ່ຈະມາຊ່ອຍ ໃນຮອບສອງເນາະ ເພິ່ນຍັງບໍ່ໄດ້ມີຄຳຊີ້ນຳ ກ່ຽວກັບ ນະໂຍບາຍອີຫຍັງບໍ່ມີແຈ້ງ ການຫຍັງມາ."

ສ່ວນສະຖາບັນການເງິນຈຸລພາກ ອີກແຫ່ງນຶ່ງກໍຢືນຢັນວ່າ ການຫຼຸດຜ່ອນດອກເບັ້ຽ ໃຫ້ລູກຄ້າເຊິ່ງກໍຕ້ອງລໍຖ້າແຈ້ງການກ່ອນ.

"ຕາມສະຖານະການໂຄວິດ ຍັງບໍ່ເຫັນແຈ້ງການເລີຍ ໂຕນີ້ຕ້ອງຖ້າແຈ້ງການ ຫລືຂໍ້ຕົກລົງເພິ່ນອອກມາກ່ອນເນາະ ວ່າທິດທາງ ເພິ່ນໃນຕໍ່ໜ້າມັນຈະເປັນແນວໃດເນາະ ວ່າເຮົາຈະສາມາດ ຫລຸດດອກເບັ້ຽ ໃຫ້ແກ່ລູກຄ້າບໍ່ ຫລືແນວໃດຫັ້ນນ່າ."

ມາຕການປິດເມືອງທາງການລາວ ຍັງບໍ່ໄດ້ຣະບຸວ່າ ຢ່າງຈະແຈ້ງວ່າຈະປະກາດ ມາຕການຜ່ອນຜັນເມື່ອໃດ, ຂນະທີ່ທາງການລາວ ຍັງບໍ່ທັນໄດ້ປະກາດ ມາຕການຊ່ອຍເຫລືອ ຂແນງການໃດໆ ອອກມາເທື່ອເພາະໃນເວລານີ້ ຫາກໍເຣີ້ມມາຕການປິດເມືອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.