ຄົນງານລາວ ມີໂອກາດໄປເຮັດວຽກ ຢູ່ອອສເຕຣເລັຽ
ຄົນງານລາວ ອາດຈະມີໂອກາດ ໄດ້ໄປເຮັດວຽກ ຢູ່ປະເທດອອສເຕຣເລັຽ ຊຶ່ງຄົນງານລາວ ທີ່ຈະເຂົ້າໄປເຮັດວຽກນັ້ນ ຈະແມ່ນກຸ່ມວຽກງານ ດ້ານກະສິກັມ, ລ້ຽງສັດ ແລະປູກຝັງ ເປັນຕົ້ນ ແຕ່ຂະນະນີ້ ຣັຖບານທັງລາວ ແລະອອສເຕຣເລັຽ ຍັງບໍ່ໄດ້ຮ່ວມລົງນາມ ຂໍ້ຕົກລົງເທື່ອ.
-
ອຸ່ນແກ້ວ
2022-04-18 -
-
-
Your browser doesn’t support HTML5 audio
ຄົນງານລາວອາຍຸລະຫວ່າງ 20-50 ປີ ທີ່ມີທັກສະສີມືແຮງງານໜ້ອຍ ຈະມີໂອກາດໄດ້ໄປເຮັດວຽກໃນຂແນງການ ກະສິກັມແບບທັນສໄມ ຢູ່ປະເທດອອສເຕຣເລັຽ ຢ່າງຖືກກົດໝາຍ, ແຕ່ທາງການລາວ ແລະ ອອສເຕຣເລັຽຍັງບໍ່ທັນໄດ້ເຊັນ MOU ກັນ. ເຖິງວ່າ ລາວຈະເປັນປະເທດກະສິກັມ ແລະ ຄົນລາວມີຄວາມຄຸ້ນເຄີຍ ກັບການເຮັດກະສິກັມ ແບບພື້ນບ້ານ, ແຕ່ຖ້າຄົນງານລາວຈະໄປເຮັດວຽກ ໃນຂແນງການກະສິກັມແບບທັນສໄມ ຢູ່ປະເທດອອສເຕຣເລັຽ ເຂົາເຈົ້າຕ້ອງໄດ້ຮັບການຝຶກອົບຮົມ.
ເຈົ້າໜ້າທີ່ຜແນກຈັດຫາງານ ຢູ່ແຂວງພາກໃຕ້ຂອງລາວ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 18 ເມສາ ວ່າ:
“ສ່ວນຫຼາຍກໍມີແຕ່ວ່າ ເພິ່ນປະກາດເອົາ ແລ້ວເພິ່ນຝຶກເອົາຫັ້ນແຫຼະ. ອາ! ຄືໄປຍີ່ປຸ່ນຈັ່ງຊີ້ເນາະ ເພິ່ນກໍບໍ່ໄດ້ມີສືມີແຮງງານແນວໃດໆ ເພິ່ນຕ້ອງການ ກໍມີແຕ່ວ່າ ປະກາດວ່າ ຊິຮັບສມັກເອົາແລ້ວກໍເອົາໄປຝຶກ ເອົາຢູ່ພຸ້ນຈັ່ງຊັ້ນຫັ້ນລະ. ຝຶກເອົາ, ມັນເປັນຈັ່ງຊັ້ນ ກໍຝຶກເອົາຂັ້ນຕົ້ນພື້ນຖານເລັກໆ ນ້ອຍໆ ຝຶກຢູ່ພຸ້ນ.”
ໄລຍະໂຄວິດ-19 ຣະບາດ, ຄົນລາວຈຳນວນຫຼາຍ ຜູ້ທີ່ ບໍ່ມີວຽກເຮັດງານທຳ ແລະ ຂາດລາຍໄດ້ ກໍມີຄວາມຄາດຫວັງຢາກໄປເຮັດວຽກ ຢູ່ປະເທດອອສເຕຣເລັຽ ຖ້າວ່າທາງການອອສເຕຣເລັຽ ແລະ ທາງການລາວຮ່ວມກັນເຮັດ MOU.
ເຖິງວ່າມັນກໍເປັນໂອກາດໃຫ້ຄົນລາວ ໄດ້ໄປເຮັດວຽກກໍຕາມ ແຕ່ບັນຫານຶ່ງກໍຄື ຄ່າໃຊ້ຈ່າຍໃນການແລ່ນເອກສານ ກໍຄົງຈະສ້າງຄວາມກັງວົນ ໃຫ້ແກ່ຜູ້ທີ່ຕ້ອງການຈະໄປ.
ຊາວລາວທ່ານນຶ່ງ ຜູ້ທີ່ສົນໃຈໄປເຮັກວຽກຢູ່ຕ່າງປະເທດ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ເມສາ ວ່າ:
“ຄິດວ່າ ມັນໜ້າຈະໂອເຄກວ່າ ເສຖກິຈສຳລັບສ່ວນໂຕ ວຽກກະສິກັມກໍ ເຮັດໃຫ້ທຸກອັນຫັ້ນແຫຼະເຈົ້າ ຄັນເງື່ອນໄຂເໝາະສົມ ກໍໂອເຄ ກໍຊິລອງເບິ່ງ ກໍກັງວົນຄືກັນແທ້ ເພາະວ່າ ກໍຊິແລ່ນໄດ້ ກໍຊິໝົດຫຼາຍເຕີບຢູ່.”
ທາງການລາວ ແລະ ອອສເຕຣເລັຽ ຍັງບໍ່ທັນໄດ້ກຳນົດຄ່າໃຊ້ຈ່າຍ ໃນການດຳເນີນການຕ່າງໆ ອອກມາ ແລະ ຕ້ອງລໍຖ້າ ທາງການອອສເຕຣເລັຽ ອອກຂໍ້ກຳນົດທີ່ເປັນມາຕຖານອອກມາກ່ອນ ຈຶ່ງຈະສາມາດຮູ້ໄດ້.
ພະນັກງານຂອງບໍຣິສັດ ຈັດຫາຄົນງານລາວ ໄປເຮັດວຽກຢູ່ຕ່າງປະເທດ ທ່ານນຶ່ງ ໄດ້ກ່າວວ່າ:
“ໂຕນີ້ຫັ້ນນ່າ ກໍຂ້ອນຂ້າງຍາກຫັ້ນນ່າ ເອກສານທຸກຢ່າງຫັ້ນນ່າ ມັນຈະເປັນເຣື່ອງການຄຸ້ມຄອງຄົນ ມັນຈະຂຶ້ນກັບກະຊວງແຮງງານທັງນັ້ນ ທຸກໆປະເທດເລີຍ ທີ່ຈະສົ່ງອອກໄປຕ່າງປະເທດ. ເອີ! ຍັງໃຫ້ຄຳຕອບບໍທັນໄດ້ນ່າ ເຮົາກໍພະຍາຍາມຖ້າ ທາງອົດສະຕາລີ ເພິ່ນຈະສົ່ງ Criteria ມາໃຫ້ພວກເຮົາກ່ອນ ໂຕຢ່າງວ່າ ອັນນ່າ ທີ່ພັກບໍ່ ໂຕຢ່າງຄ່າອາຫານບໍ່ ອີ່ຫຍັງຈັ່ງໄດ໋ ກໍຈະສິສາມາດເວົ້າໄດ້ວ່າ ຄ່າໃຊ້ຈ່າຍມັນຊິຖືກກ່ອນ.”
ທີ່ຜ່ານມາ ການເຄື່ອນຍ້າຍແຮງງານພາຍໃນລາວ ມີທັງການເຄື່ອນຍ້າຍຈາກຊົນບົດເຂົ້າມາໂຕເມືອງ ແລະ ໄປເຮັດວຽກຢູ່ຕ່າງປະເທດ ທັງມີເອກສານ ແລະ ບໍ່ມີເອກສານການເຮັດວຽກ. ອີງຕາມຂໍ້ມູນຈາກທາງການລາວ, ຄົນງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດ ແບບມີເອກສານ ຫຼື Work Permit ຢູ່ປະເທດ ໄທຍ, ເກົາຫຼີ ແລະ ຍີ່ປຸ່ນ ມີຈຳນວນປະມານ 200,000 ຄົນ ສ່ວນວ່າ ຄົນງານລາວທີ່ເຮັດວຽກແບບບໍ່ມີເອກສານ ສ່ວນຫຼາຍ ແມ່ນຢູ່ປະເທດໄທຍ.
ປັດຈຸບັນ ທາງການລາວ ແລະ ອອສເຕຣເລັຽ ຍັງບໍ່ທັນໄດ້ເຮັດ MOU ຮ່ວມກັນ ຢ່າງເປັນທາງການ ຍ້ອນວ່າ ຂຶ້ນຢູ່ກັບເງື່ອນໄຂຄວາມຕ້ອງການແຮງງານ ຂອງປະເທດອອສເຕຣເລັຽເປັນຫຼັກ, ແຕ່ຢູ່ໃນປະເທດອາຊ້ຽນ ມີແຕ່ປະເທດວຽດນາມເທົ່ານັ້ນ ທີ່ໄດ້ຮັບອະນຸມັດໃຫ້ສົ່ງຄົນງານ ໄປປະເທດອອສເຕຣເລັຽ ພາຍໃນປີ 2022.
ເຈົ້າໜ້າທີ່ພັທນາສີມີແຮງງານ ແລະ ການຈັດຫາງານ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວວ່າ:
“ອໍ! ຍັງບໍ່ທັນເທື່ອເນາະ ເພາະວ່າ ດຽວນີ້ ລາວເຮົາຍັງລໍຖ້າການອະນຸມັດ ກະສິກັມໃຫ້ປະເທດລາວ ເພາະ ທາງການອົດສະຕາລີ ຍັງບໍ່ທັນອະນຸມັດໃຫ້ປະເທດລາວເທື່ອວ່າ ຂັ້ນຕອນການພິຈາຣະນາຂອງອັນນ່າ ຣັຖບານອົດສະຕາລີ. ອາຊ້ຽນ ເພິ່ນອະນຸມັດໃຫ້ແຕ່ວຽດນາມປີນີ້ແຫຼ ປີ 2022 ນີ້ແຫຼະ ແຕ່ຍັງບໍທັນຮູ້ວ່າ ເປັນໄລຍະເວລາໃດ. ອາ, ເພິ່ນກໍອະນຸມັດເປັນລາຍປະເທດ ອີງຕາມ Demand ຄວາມຕ້ອງການແຮງງານ ຂອງອົດສະຕາລີ ຫັ້ນນ່າ.”
ທ່ານ ກ່າວຕື່ມວ່າ ໄລຍະຜ່ານມາ ທາງການອອສເຕຣເລັຽ ໄດ້ເຮັດ MOU ຮ່ວມກັບວຽດນາມແລ້ວ ເພື່ອສົ່ງຄົນງານວຽດນາມ 1,000 ຄົນ ໄປເຮັດວຽກຢູ່ ອອສເຕຣເລັຽ ໃນໂຄງການກະສິກັມເປັນຕົ້ນ ພືດສວນ, ນົມ, ຂົນສັດ, ທັນຍາພືດ, ການປະມົງ ແລະ ປ່າໄມ້ ລວມເຖິງການສນັບສນູນ ແລະ ການແປຮູບຂັ້ນຕົ້ນ, ເຊິງຄົນງານຈະໄດ້ຮັບຄ່າຈ້າງຂັ້ນຖື້ນຖານ ແຕ່ 3,200-4,000 ໂດລາຣ໌ອອສເຕຣເລັຽ ຫຼື ປະມານ 2,400-3,000 ໂດລາຣ໌ສະຫະຣັຖ ຕໍ່ເດືອນ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ເຮັດວຽກ ດ້ານແຮງງານຂອງສະຖານທູດອອສເຕຣເລັຽ ປະຈຳປະເທດລາວ ເພື່ອຖາມລາຍລະອຽດກ່ຽວກັບການເຮັດ MOU ໃນການອະນຸຍາດຄົນງານລາວ ໄປເຮັດວຽກຢູ່ປະເທດອອສເຕຣເລັຽ ແຕ່ບໍ່ສາມາດຕິດຕໍ່ໄດ້.
ໃນວັນທີ 3 ທັນວາ 2021, ຍານາງ ໃບຄຳ ຂັດຕິຍະ ຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ພົບກັບ ທ່ານ ໂພລ ແຄລີ ທູດອອສເຕຣເລັຽ ປະຈຳປະເທດລາວ ກ່ຽວກັບການສົ່ງອອກຄົນງານລາວ ໄປເຮັດວຽກໃນຂແນງກະສິກັມ ຢູ່ປະເທດອອສເຕຣເລັຽ ຍ້ອນວ່າ ຣັຖບານອອສເຕຣເລັຽ ປະສົບບັນຫາຂາດແຄນແຮງງານ ທີ່ມີສີມືລະດັບກາງ ແລະ ຕ່ຳ ຈຳນວນຫຼາຍ ແລະ ຄາດວ່າ ຈະຂຍາຍໄປໄປສູ່ຂແນງການອື່ນໆ ເປັນຕົ້ນ ການປະມົງ, ປ່າໄມ້ ແລະ ການປຸງແຕ່ງຊີ້ນ ເຊິ່ງທາງການອອສເຕຣເລັຽ ມີແຜນຈະເລີມພິຈາຣະນາ ນຳເຂົ້າຄົນງານຈາກປະເທດລາວ ໃນກາງປີ 2022.