ຊາວລາວຮ້ອງທຸກຄ່າຄອງຊີພ ສູງ

ຊາວລາວ ຕ້ອງການ ຢາກໃຫ້ຣັຖບານ ແກ້ໄຂບັນຫາ ຄ່າຄອງຊີພ ທີ່ສູງຂຶ້ນ ນໍາທຸກມື້

ອາຫານການກິນ ໃນຕະຫລາດ ນະຄອນຫລວງວຽງຈັນ RFA/LX

ຊາວລາວຕ້ອງການ ໃຫ້ຣັຖບານລາວ ແກ້ໄຂບັນຫາ ເລື້ອງ ຄ່າຄອງຊີບ ທີ່ສູງຂຶ້ນ ເປັນຕົ້ນຣາຄາ ສິນຄ້າ ຢູ່ຕາມທ້ອງ ຕະຫລາດ ທີ່ ແພງຂຶ້ນ. ເມື່ອປີກາຍ ນ້ຳປາ ກາປາມຶກໄທ ແກ້ວລະ 10 ພັນກີບ ແຕ່ປີນີ້ 14 ພັນກີບ ນ້ຳຕານ ຊາຍຂາວ ມິຕຜົລ ປັດຈຸບັນ ກິໂລລະ 7 ພັນກີບ ເມື່ອປີກາຍ ຣາຄາ 6 ພັນກີບ, ຄ່າເຊົ່າເຮືອນພັກ ຫ້ອງແຖວ ຫຼາຍບ່ອນ ໃນແຖບດົງໂດກ ນະຄອນຫຼວງ ວຽງຈັນ ກໍຂຶ້ນ ຈາກ ເດືອນລະປະມານ 450 ພັນກີບ ມາເປັນ 500 ພັນກີບ.

ສິ່ງດັ່ງກ່າວ ໄດ້ສ້າງ ຄວາມຫຍຸ້ງຍາກ ໃຫ້ ປະຊາຊົນ ໂດຍສະເພາະ ພະນັກງານ ຣັຖກອນ ຊັ້ນຜູ້ນ້ອຍ ໃນການຕອງຊິພ, ດັ່ງ ພະນັກງານ ກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 26 ຕຸລາ ວ່າ:

"ຢາກຝາກເຖິງ ຣັຖບານ ປະຈຸບັນນີ້ ຄ່າຄອງຊີພ ມັນກະສູງ ຫັ້ນແຫຼະເນາະ ຕາມ ປະຈຸບັນ ເນາະ. ເງິນເດືອນ ພື້ນຖານ ຂັ້ນຕ່ຳຂອງ ພະນັກງານ ຣັຖ ເຂົ້າໃໝ່ ກະມີແຕ່ 9 ແສນກີບ ເນາະ. ຊື້ເຄື່ອງ ອຸປໂພກ ບໍຣິໂພກ ກະບໍ່ຢາກ ກຸ້ມກິນ ປານໃດ".

ຄ່າຄອງຊີບ ຖີບຕົວສູງຂຶ້ນ ເຮັດໃຫ້ ຊາຍໜຸ່ມຍິງສາວ ຈຳນວນ ບໍ່ໜ້ອຍ ທີ່ບໍ່ມີ ວຽກເຮັດ ງານທໍາ, ຂ້າມໄປ ເຮັດວຽກ ຢູ່ຕ່າງປະເທດ ເປັນຕົ້ນ ປະເທສໄທ. ດັ່ງ ຊາວລາວ ທ່ານນຶ່ງ ໄດ້ກ່າວວ່າ:

"ຢູ່ແຖວບ້ານນອກ ເຂົາບໍ່ມີວຽກເຮັດ ງານທຳນ່າ ຄັນຊິວ່າລະ ຂະໜາດ ອັນພວກພີ່ນ້ອງ ພວກນ້ອງ ພວກຫຍັງ ກະໄປເຮັດວຽກ ຢູ່ໄທ ເໝິດ ຢາກໃຫ້ ນາຍົກ ຊອກອັນແບບ ເຮັດອີ່ຫຍັງເກາະ ເຂົາເອີ້ນ ມີວຽກ ມີງານ ໃຫ້ເຂົາເຮັດ ຫັ້ນນ່າ ເວົ້າເຣື້ອງ ເສຖກິຈ, ເຣື້ອງ ໂຮງງານ ມັນບໍ່ມີ ວຽກເຮັດ ບໍ່ມີອີ່ຫຍັງ ຢາກໃຫ້ ນາຍົກ ເບິ່ງ ບ່ອນນີ້ແດ່".

ໃນວັນທີ 25 ຕຸລາ, ຍານາງ ວາລີ ເວດສະພົງ ສະມາຊິກ ສະພາ ແຫ່ງຊາດ ເຂດ I ນະຄອນຫຼວງ ວຽງຈັນ ໄດ້ສະເໜີ ໃຫ້ຣັຖບາລ ມີມາດຕະການ ຄວບຄຸມ ຣາຄາ ສິນຄ້າ ເນື່ອງຈາກວ່າ ຣັຖບາລ ມີແຜນ ທີ່ຈະຂຶ້ນ ເງິນເດືອນ ໃຫ້ ພະນັກງານ ຣັຖກອນ 500 ກີບ ຕໍ່ດັຊນີ. ແລະ ທັງຖາມວ່າ ເມື່ອຂຶ້ນ ເງິນເດືອນແລ້ວ ກະຊວງ ອຸດສາຫະກັມ ແລະ ການຄ້າ ຈະມີມາດຕະການ ຄວບຄຸມ ຣາຄາ ສິນຄ້າ ແນວໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org