ຜູ້ເຄາະຮ້າຍຈາກລົມພະຍຸ ຄອງຖ້າ ການຊ່ອຍເຫຼືອ

ໄມຊູລີ
2018.04.03
F-storm-xaya ​ເຫດການ ​ພະຍຸ​ຊົງ​ກາ ​ພັດ​ຜ່ານ​ເຂົ້າລາວ ​​ເມື່ອ​ເດືອນ ກໍຣະກະດາ 2017 ເຮັດ​ໃຫ້​ຫລາຍ​ແຂວງ​ ເກີດ​ນໍ້າ​ຖ້ວມ ​ຢູ່ເມືອງແກ່ນທ້າວ ແຂວງໄຊຍະບູລີ ກໍໄດ້ຄວາມເສັຽຫາຍ ຫຼາຍເຊັ່ນກັນ
Screen captured from FB friend

ປະຊາຊົນເມືອງພຽງ ເມືອງບໍ່ແຕນ ແລະເມືອງທົ່ງມີໄຊ ແຂວງໄຊຍະບູຣີ ປະມານ 177 ຫລັງຄາເຮືອນ ທີ່ໄດ້ຮັບ ຜົນຫະທົບ ຈາກລົມພາຍຸ ເມື່ອວັນທີ 30 ມິນາ ຜ່ານມາກໍາລັງລໍຖ້າ ການຊ່ວຍເຫຼືອຈາກທາງການ ເປັນຕົ້ນວັສດຸສ້ອມແປງເຮືອນ ອາຫານແລະນໍ້າດື່ມ ໂດຍສະເພາະ ປະຊາຊົນຜູ້ທີ່ໄດ້ຮັບຄວາມເສັຽຫາຍຫນັກ ນັ້ນມີ 4 ໝູ່ບ້ານຢູ່ເມືອງເພັຽ, ດັ່ງເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງພຽງ ທ່ານນຶ່ງກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ່ ເມສາ ນີ້ວ່າ:

“4 ບ້ານຂະເຈົ້າ ຣາຍງານມາຕື່ມນີ້ ທີ່ເສັຽຫາຍຫລາຍ ທາງເມືອງກໍໄດ້ ປຸກຣະດົມທຶນຊ່ວຍເຫລືອ ການຊ່ວຍເຫລືອ ດຽວນີ້ ຍັງບໍ່ທັນ ຊ່ວຍເຫລືອ ເຮົາກະສິສົ່ງລວມຣາຍງານ ເຈົ້າເມືອງ ຣາຍງານຜແນກແລ້ວ.”

ທ່ານກ່າວຕື່ມວ່າ ມາຮອດປັຈຈຸບັນ ເຮືອນຂອງປະຊາຊຊົນ ທີ່ເສັຍຫາຍຍ້ອນລົມພະຍຸ ຄັ້ງນີ້ ກໍກໍາລັງຖືກສ້ອມແປງ ແດ່ແລ້ວ ຈຶ່ງຮຽກຮ້ອງ ໃຫ້ທາງພາກຣັຖ ຊ່ວຍເຫລືອດ້ານອຸປກອນ ເປັນຕົ້ນສັງກາສີ, ແລະກະເບື້ອງ ຊຶ່ງທາງການກໍຮັບປາກວ່າ ຈະພຍາຍາມ ຕອບສນອງພ້ອມກັບ ເງິນຊ່່ວຍເຫລືອຈໍານວນນື່ງ ແຕ່ທັງໝົດນີ້ ກໍຕ້ອງລໍຖ້າ ຕາມຂັ້ນຕອນ ຂອງການຈັດຕັ້ງ ແລະມີຣາຍງານ ເພີ້ມຕື່ມວ່າເຫດລົມພະຍຸ ເທື່ອນີ້ມີ ປະຊາຊົນ ໄດ້ຮັບບາດເຈັບສອງຄົນ ແຕ່ປັຈຈຸບັນ ອາການກໍປົກຕິແລ້ວ. ສ່ວນວ່າເມືອງທົ່ງມີໄຊ ມີເຮືອນປະຊາຊົນ ໄດ້ຮັບຄວາມເສັຍຫາຍ 2 ຫລັງ ຊຶ່ງທາງຄນະກັມມະການ ກໍາລັງຫາຣືກັນ ເພື່ອໃຫ້ການຊ່ວຍເຫລືອ ເຊັ່ນດຽວກັນ:

“ມີ 2 ຄອບຄົວ ຜົນເສັຍຫາຍປະມານ 4 ປາຍລ້ານກິບ ເສັຍຫາຍຫນັກ ຢູ່ເມືອງພຽງ ຍັງບໍ່ທັນຕົກລົງ ກັບຄນະປະຈໍາຊ່ວຍເຫລືອ ກໍາລັງ ຄົ້ນຄວ້າກັນຢູ່.”

ຣາຍງານວ່າສໍາລັບປະຊາຊົນ ເມືອງບໍ່ແຕນ ມີຈໍານວນ 3 ຫລັງຄາເເຮືອນທີ່ຖືກຜົນກະທົບ. ຢ່າງໃດກໍຕາມ ລົມພະຍຸຄັ້ງນີ້ ເຮັດໃຫ້ສັດລ້ຽງ ຂອງປະຊາຊົນ ໄດ້ຮັບຄວາມເສັຽຫາຍ ໄປຕາມໆກັນໃນ 3 ຕົວເມືອງ ປະເມີນຜົນເສັຍຫາຍ ໃນເບື້ອງຕົ້ນຄິດໄລ່ ເປັນມູນຄ່າປະມານ 1 ຕື້ກິບ ແຕ່ປັຈຈຸບັນ ທາງອໍາາດການປົກຄອງ ກໍາລັງຮິບໂຮມ ຂໍ້ມູນເສັຍຫາຍຕົວຈິງ ເພື່ອໃຫ້ການຊ່ວຍເຫລືອ ແກ່ປະຊາຊົນໃນຂັ້ນຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.