ລາວ ອາດຈະບໍ່ບັນລຸ ການພັດທະນາ ແບບຍືນຍົງ ດ້ານການສຶກສາ

ການພັດທະນາແບບຍືນຍົງ ໃນເປົ້າໝາຽທີ 4 ວ່າດ້ວຍການສຶກສາ ທີ່ມີຄຸນນະພາບ ພາຍໃນປະເທດລາວ ຄວນມີການເອົາໃຈໃສ່ ທີ່ໜັກແໜ້ນຫຼາຍຂຶ້ນ ຖ້າບໍ່ດັ່ງນັ້ນຈະບໍ່ບັນລຸເປົ້າໝາຽ ຕາມກຳນົດໄລຍະເວລາ ວາຣະ ປີ 2030.

ນັກຮຽນ ໃນໂຮງຮຽນແຫ່ງນຶ່ງ ທາງພາກເໜືອຂອງລາວ, ເດືອນພຶສຈິກາ ປີ 2022. ນັກຂ່າວ ພົລເມືອງ

ສືບເນື່ອງມາຈາກ ກອງປະຊຸມ ເອເຊັຽ-ແປຊີຟິກ ວ່າດ້ວຍການພັດທະນາແບບຍືນຍົງ ຄັ້ງທີ 10 ຫຼື Asia-Pacific Forum on Sustainable Development (PFSD) ທີ່ຈັດຂຶ້ນລະຫວ່າງວັນທີ 27-30 ມີນາ 2023 ຜ່ານມານີ້, ການພັດທະນາແບບຍືນຍົງ ໃນເປົ້າໝາຽທີ 4 ວ່າດ້ວຍການສຶກສາທີ່ມີຄຸນນະພາບ ພາຍໃນປະເທດລາວ ຄວນມີການເອົາໃຈໃສ່ ທີ່ໜັກແໜ້ນຫຼາຍຂຶ້ນ ຖ້າບໍ່ດັ່ງນັ້ນຈະບໍ່ບັນລຸເປົ້າໝາຽ ຕາມກຳນົດໄລຍະເວລາ ວາຣະ ປີ 2030, ຂອງອົງການສະຫະປະຊາຊາຕ ທີ່ໄດ້ວາງອອກ ພ້ອມທັງຈະມີບັນຫາ ໃນລັກສະນະໂຄງສ້າງ ທີ່ອາຈເຮັດໃຫ້ພົນລະເມືອງລາວໃນອະນາຄົດ ກາຍເປັນຊັບພະຍາກອນມະນຸດ ທີ່ບໍ່ມີຄຸນນະພາບ.

ດັ່ງຜູ້ທີ່ເຮັດວຽກ ດ້ານການສຶກສາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ມີນາ 2023 ນີ້ວ່າ:

ຂ້ອຍຄິດວ່າເປົ້າໝາຽໂຕທີ 4 ກໍເປັນບັນຫາສຳຄັນ ສຳລັບ ສປປ ລາວ. ຂ້ອຍເນາະ ຈະມີອົງການ UNICEF ຫັ້ນເນາະ ໃຫ້ການສຶກສາໂຕນີ້ ເວົ້າເຣື່ອງການຈ້າງງານ ຫລັງຈາກນັກຮຽນ ໄດ້ຝຶກວິຊາຊີບ ຈົບມາແລ້ວ ເຮົາບໍ່ມີບ່ອນຊິລົງຫຼວງຫຼາຍຫັ້ນນ່າ ມັນຕ້ອງມີຂໍ້ຈຳກັດຢູ່ ເວລາເຂົ້າໄປຊອກຫາຕຳແໜ່ງວ່າງກັບບັນດາ ພັກ-ຣັຖ ຫຼືືວ່າບັນດາຈັດຕັ້ງ ຂອງເອກກະຊົນຜູ້ປະກອບການຕ່າງໆຫັ້ນ ມີຄວາມຫຍຸ້ງຍາກຫຼາຍ ນ້ອງເອີຍ ບາງເທື່ຜູ້ປະກອບການ ຂະເຈົ້າກໍຂຽນເງື່ອນໄຂ ມາຕຖານສູງເກີນກ່ວາ ພວກເຮົາຈະສາມາດເຂົ້າເຖິງໄດ້ຫັ້ນນ່າ.

ຜ່ານມາທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຮັບຮູ້ກ່ຽວກັບບັນຫາດັ່ງກ່າວນີ້ແລ້ວ ແລະ ຢູ່ລະຫວ່າງການຊອກຫາ ແນວທາງແກ້ໄຂ ດ້ວຍການສົ່ງເສີມໃຫ້ຊາວໜຸ່ມລາວ ສຶກສາຕໍ່ໃນລະດັບສູງພາຍຫຼັງຮຽນຈົບ ມັທຍົມສຶກສາປີທີ 4 ແລະ ປີທີ 7 ເພື່ອໃຫ້ພວກເຂົາເຈົ້າ ມີທັກສະສີມື ແລະ ວິຊາສະເພາະ ສຳລັບການເຮັດວຽກ ໃນຂແນງການຕ່າງໆ.

ດັ່ງອາຈານ ຢູ່ໂຮງຮຽນເທັກນິກ ວິຊາຊີບ ທາງພາກເໜືອ ຂອງປະເທດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ກໍຜູ້ໃດຈະສືບຕໍ່ຮຽນ ມ.ປາຍ ກໍຖືວ່າສົ່ງເສີມ ຜູ້ທີ່ວ່າຮຽນເກັ່ງຫັ້ນນ່າ ສົນໃຈອາຊີບຂອງຜູ້ທີ່ວ່າຮຽນຈົບ ມ.4 ກໍເຣີ່ມຫັນເຂົ້າມາທາງເບື້ອງອາຊີວະ ສາຍອາຊີບເລີຍ ນັກຮຽນສາມັນຫັ້ນນ່າ ຖືວ່າສົ່ງເສີມໄປວິທຍາລັຍເປັນຄຣູ ເປັນວິຊາການ ໄດ້ເລີຍ ແລ້ວຜູ້ທີ່ໄດ້ຮຽນລັກສະນະ ແບບວ່າ ພໍໄປພໍມາ ອັນນັ້ນຫັນເຂົ້າໃສ່ອາຊີວະວິຊາຊີບນີ້ ທັງອົບຮົມ ແລ້ວກໍທັງຮຽນຊັ້ນຕົ້ນ, ຊັ້ນກາງ, ຊັ້ນສູງນີ້ ເພື່ອປ້ອນເຂົ້າໜ່ວຍການຕລາດຂອງພາກເອກກະຊົນຫັ້ນນ່າ.

ເຖິງແມ່ນວ່າ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະຮັບຮູ້ແລ້ວວ່າປະເທດລາວ ປະສົບກັບບັນຫາຂາດຄຣູ ໂດຍສະເພາະພື້ນທີ່ ທີ່ຫ່າງໄກສອກຫລີກ ແຕ່ໃນໄລຍະ 4 ປີທີ່ຜ່ານມາ ການເປີດບັນຈຸໂຄຕ້າ ຣັຖກອນຄຣູ ພັດຫລຸດຈຳນວນລົງ ເນື່ອງຈາກບັນຫາດ້ານງົບປະມານ ຊຶ່ງກໍຫຍີ່ງເຮັດໃຫ້ຄຸນນະພາບ ແລະການເຂົ້າເຖິງກນສຶກສາ ພາຍໃນປະເທດລາວ ຫຍຸ້ງຍາກ ແລະຍາກທີ່ຈະແກ້ໄຂຫຼາຍຂຶ້ນ.

ດັ່ງຜູ້ທີ່ເຮັດວຽກ ດ້ານການສຶກສາ ຍານາງນຶ່ງກ່າວວ່າ:

ເປັນບ້ານຄົງມົ້ງເນາະ ແຕ່ວ່າກໍມີໂຮງຮຽນມີຫຍັງ ອາຄານຄັກແນ່ ໃດພັດແຕ່ລະມື້ຫັ້ນນັກຮຽນ ໄປຖ້ານາຍຄຣູ ມາສອນມື້ໃດ ນາຍຄຣູບໍ່ສະບາຍມື້ໃດ ນາຍຄຣູຄາວຽກ ຈັ່ງຊິເດັກນ້ອຍກໍເມືອ. ເຈົ້າວ່າອີ່ຕົນເຂົາບໍ່ ໄປນັ່ງຖ້າ ແຕ່ລໍຢູ່ພຸ້ນມັນ ບໍ່ແມ່ນນັກຮຽນ ບໍ່ຢາກຮຽນ ແຕ່ວ່ານາຍຄຣູຫັ້ນ ບໍ່ມາສອນ. ຂ້ອຍວ່າບັນຫານີ້ ມັນໃຫຍ່ສຸດເລີຍ ຖ້າເຈົ້າຊິເບິ່ງ ເວົ້າການສຶກສາແບບເທົ່າທຽມ ມັນຊິເທົ່າຈັ່ງໃດ ການເຂົ້າເຖິງ ກໍຍັງບໍ່ໄດ້ລະເນາະ.

ທີ່ຜ່ານມາການ ຈັດການຮຽນການສອນ ພາຍໃນປະເທດລາວ ຍັງບໍ່ມີຄຸນນະພາບ ແລະ ບໍ່ສາມາດຊ່ອຍໃຫ້ຜູ້ຮຽນ ນຳໄປປັບໃຊ້ ໃນການດຳເນີນຊີວິດ ຫລື ຊອກວຽກທີ່ເໝາະສົມ ກັບຄວາມຮູ້-ຄວາມສາມາດຂອງໂຕເອງ ພາຍຫຼັງສຳເຣັດການສຶກສາ.

ດັ່ງຜູ້ເຮັດວຽກ ດ້ານການສຶກສາ ຍານາງນີ້ໄດ້ກ່າວຕື່ມວ່າ:

ຄັນສົ່ງໄປຮຽນຢູ່ມຫາວິທຍາລັຍ ຫລື ໄປຮຽນຢູ່ວຽງຈັນ ຫລື ໄປຮຽນຢູ່ໃນເມືອງ. ໄປຮຽນແລ້ວຈົບແລ້ວຊອກວຽກເຮັດກໍບໍ່ເປັນ ບໍ່ໄດ້. ເວົ້າວ່າບໍ່ມີວຽກເຮັດເດີ້ ວຽກຫັ້ນ ມັນມີ ແຕ່ບໍ່ຮູ້ວ່າຊິໄປຊອກ ວີທີ່ຊອກວຽກເຮັດແນວໃດ ຂ້ອຍກໍວ່າ ມັນຫຼົ້ມເຫຼວ, ຫຼົ້ມເຫຼວຢູ່ບ່ອນໃດ ຮຽນຈົບແລ້ວ ບໍ່ຮູ້ຮອດວິທີຂຽນ CV ບໍ່ຮູ້ຮອດຊິໄປຊອກວຽກເຮັດງານທຳ ໃນຮູບແບບທີ່ໂຕເອງຢາກເຮັດ ແມ່ນຫຍັງບໍ່ຮູ້ຮອດເປົ້າໝາຽ ຂອງເຮົາແມ່ນຫຍັງຈັ່ງຊີ້ ຫັ້ນນ່່າ ອັນນີ້ແມ່ນການຫຼົ້ມເຫຼວ ຂອງການສຶກສາໂຕໃດ.”  

ກ່ຽວກັບເຣື່ອງນີ້ ອົງການຈັດຕັ້ງ ສາກົລ ຈາກຫຼາຍປະເທດ ໄດ້ພະຍາຍາມເຂົ້າມາຊ່ອຍແກ້ໄຂ ບັນຫາດ້ານການສຶກສາ ໃຫ້ແກ່ປະເທດລາວ ເປັນຕົ້ນໂຄງການປັບປຸງ ຄຸນນະພາບ ແລະ ຂຍາຍໂອກາດເຂົ້າຮຽນສຳລັບ ການສຶກສາຂັ້ນພື້ນຖານ ພາຍໃນປະເທດລາວ ຫລື ແຜນງານ ບີຄວາ ຫຼື Basic Education Quality and Access in Laos (BEQUAL) ຂອງຣັຖບານອອສເຕຣເລັຽ ທີ່ເຂົ້າຊ່ອຍພັດທະນາ ຫຼັກສູດການສຶກສາ ຂັ້ນພື້ນຖານ, ຜລິດສື່ການສອນ ແລະ ພັດທະນາຄຣູ ໃນພື້ນທີ່ຫ່າງໄກສອກຫຼີກ ດ້ວຍການຈັດອົບຮົມ ຄວາມຮູ້ໃນດ້ານຕ່າງໆ ເປັນຕົ້ນວິຊາພາສາລາວ, ຄະນິດສາດ ແລະ ຄວາມຮູ້ທົ່ວໄປ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກ່າວວ່າ:

ພັດທະນາ ພວກນັກສຶກສາ ເອົາພວກນັກສຶກສາ ທີ່ດ້ອຍໂອກາດໃນພື້ນທີ່ ຫ່າງໄກສອກຫຼີກ ມາຮຽນຄຣູຫັ້ນນ່າ ຄຣູເນາະ ຄຣູສອນປະຖົມຈົບແລ້ວ ກໍກັບເມືອບ້ານ ຂະເຈົ້າ ໄປສອນຢູ່ບ້ານຂະເຈົ້າ ມາຮຽນ 3 ປີ ແລ້ວ ຂະເຈົ້າກໍກັບໄປສອນ ຢູ່ບ້ານຂອງຂະເຈົ້າ ໂດຍທີ່ຣັຖບານນີ້ ເອົາໂຕເລຂ ເປັນຣັຖກອນ ໃຫ້ເນາະໃຫ້ເຂົາເປັນຄຣູຫັ້ນນ່າ ແຕ່ກໍບໍ່ແມ່ນ 100% ໃດເພາະວ່າ ຄັນວ່າໃຫ້ຂະເຈົ້າເບິດ ມັນຊິໄປສົ່ງຜົລກະທົບຕໍ່ຜູ້ເປັນຄຣູ ອາສາຫຼາຍປີແລ້ວຫັ້ນ.

ພ້ອມນີ້ ຄວາມຮຸນແຮງ ໃນໂຮງຮຽນ ກໍຍັງເປັນບັນຫາທີ່ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງພະຍາຍາມ ໃຫ້ຄວາມສຳຄັນ ແລະ ຊອກຫາແນວທາງການແກ້ໄຂ. ດັ່ງທ່ານ ສຸພາບ ຄຸນວິໄຊ ຫົວໜ້າຜແນກຄົ້ນຄ້ວາສັງລວມ ຮອງຫົວໜ້າກອງເລຂາ ສະເພາະກິຈ ກະຊວງສຶກສາ ແລະ ກິລາ ໄດ້ກ່າວໃນກອງປະຊຸມເອເຊັຽ-ແປຊີຟິກ ວ່າດ້ວຍການພັດທະນາແບບຍືນຍົງ ຄັ້ງທີ 10 ວ່າດ້ວຍເຣື່ອງການຫັນປ່ຽນການສຶກສາ ໃນປັດຈຸບັນ ແລະ ອະນາຄົດ ທີ່ພວກເຮົາຕ້ອງການ. ກອງປະຊຸມຫັນປ່ຽນ ການສຶກສາຂອງປະເທດຊາຕ ເພື່ອກ້າວໄປສູ່ການບັນລຸ ການພັດທະນາແບບຍືນຍົງ ໃນເປົ້າໝາຽທີ 4 ເຣື່ອງການສຶກສາທີ່ີມີຄຸນນະພາບ ໃນວັນທີ 30 ມີນາ 2023 ນີ້ວ່າ.

ທ່ານກ່າວວ່າ:

“ຄວາມສາມາດ ໃນການຟື້ນໂຕ ຕໍ່ການປ່ຽນແປງດິນຟ້າອາກາດ ແລະຄວາມປອດພັຍ ໃນໂຮງຮຽນຄວນພິຈາຣະນາເຖິງພັຍຄຸກຄາມໃໝ່ໆ ເປັນຕົ້ນປະເດັນເຣື່ອງການຂົ່ມເຫັງ ຢູ່ໃນໂຮງຮຽນ, ຄວາມຮຸນແຮງປະເພດຕ່າງໆ ເຊັ່ນດຽວກັບປະເດັນດ້ານອາຊຍາກັມຕ່າງໆ ທີ່ມາພ້ອມກັບໂລກອ໋ອນລາຍນ໌ ພວກເຮົາຈະສ້າງຄວາມໝັ້ນໃຈໄດ້ແນວໃດວ່າ ບັນດາເດັກນ້ອຍຈະໃຊ້ເວລາ ຂອງພວກຂະເຈົ້າ ໃນການຮຽນຫາຄວາມຮູ້ ຫຼາຍກ່ອນການຫຼິ້ນເກມສ໌ ທີ່ມີລັກສະນະຮຸນແຮງ ໃນບົດສຣຸບເປົ້າໝາຽ ຂອງພວກເຮົາກໍຄືພວກເຮົາຈະຕອບຄຳຖາມ ພື້ນຖານທີ່ວ່ານີ້ໄດ້ແນວໃດ ເມື່ອພວກເຮົາຖາມບັນດາເດັກນ້ອຍ ຂອງພວກເຮົາວ່າພື້ນທີ່ໃດຄືສະຖານທີ່ ທີ່ປອດພັຍທີ່ສຸດ ສຳລັບພວກຂະເຈົ້າ ແລະຄຳຕອບທີ່ພວກເຮົາ ຕ້ອງການໄດ້ຮັບຈາກເດັກນ້ອຍ ຄືໂຮງຮຽນ.”

ທ່ານກ່າວຕື່ມວ່າ ປະເທດລາວ ມີແຜນນະໂຍບາຍ ທີ່ກ່ຽວຂ້ອງກັບການແກ້ໄຂ ຄວາມທ້າທາຍດ້ານການສຶກສາ ໃນ 3 ເສົາຫຼັກ ປະກອບມີພື້ນຖານໂຄງຮ່າງຕ່າງໆ ພາຍໃນໂຮງຮຽນ ຈະຕ້ອງມີຄວາມປອດພັຍເມື່ອເກີດພັຍພິບັດ, ແຕ່ລະໂຮງຮຽນ ຈະຕ້ອງມີການຈັດທຳ ແຜນຈັດການ ແລະ ຮັບມືກ່ຽວກັບພັຍພິບັດ ລວມເຖິງກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີຄວາມສາມາດ ໃນການຫຼຸດຄວາມສ່ຽງ ແລະ ແນວທາງການສຶກສາ ວ່າດ້ວຍການຟື້ນໂຕ ຈາກພັຍພິບັດທີ່ເກີດຂຶ້ນ.

ອີງຕາມການຣາຍງານ ຂອງອົງສະຫະປະຊາຊາຕ ລະບຸວ່າໃນປີ 2022 ທີຜ່ານມາ ປະເທດລາວມີຄວາມຄືບໜ້າ ໃນການປະຕິບັດເປົ້າໝາຽ ການພັດທະນາແບບຍືນຍົງ ເປັນອັນດັບທີ 111 ຈາກຈຳນວນ 163 ປະເທດ ແລະ ມີປະສິດທິພາບ ໃນການຈັດຕັ້ງປະຕິບັດ ຢູ່ທີ່ 63.40% ພ້ອມລະບຸວ່າ ການປະຕິບັດໃນເປົ້າໝາຽທີ 4 ວ່າດ້ວຍການສຶກສາ ທີ່ມີຄຸນນະພາບຖືເປັນຄວາມທ້າທາຍທີ່ໃຫຍ່ຫຼວງ (Significant Challenges) ຂອງປະເທດລາວ ເປັນຕົ້ນປະເດັນເຣື່ອງອັດຕຣາ ການເຂົ້າຮຽນຂອງເດັກນ້ອຍ ກ່ອນປະຖົມສຶກສາ ທີ່ມີອາຍຸລະຫວ່າງ 4-6 ປີ, ອັດຕຣາການລົງທະບຽນຮຽນ ໃນຊັ້ນປະຖົມສຶກສາ ແລະ ອັດຕຣາການຮຽນຈົບ ມັທຍົມສຶກສາຕອນຕົ້ນ ສ່ວນອັດຕຣາການຮູ້ໜັງສື ພາຍປະເທດລາວນັ້ນ, ອົງການສະຫະປະຊາຊາຕ ແລະ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນມີຂໍ້ມູນພໍເທົ່າໃດ.

ສຳລັບເປົ້າໝາຽທີ 4 ວ່າດ້ວຍການສຶກສາ ທີ່ມີຄຸນນະພາບ ເຊິ່ງຢູ່ໃນອົງປະກອບ ທີ່ຈະຊ່ອຍເຮັດໃຫ້ປະຊາຊົນ ມີຊີວິດຄວາມເປັນຢູ່ ທີ່ດີພ້ອມກັບອີກ 6 ເປົ້າໝາຽ ປະກອບມີລຶບລ້າງຄວາມທຸກຍາກ, ລຶບລ້າງຄວາມອຶດຫີວ, ມີສຸຂພາບການເປັນຢູ່ທີ່ດີ, ມີຄວາມສເມີພາບ ລະຫວ່າງຍິງ-ຊາຍ, ມີນໍ້າສະອາດ ແລະ ສຸຂອະນາໄມ ແລະ ເປັນຄູ່ຮ່ວມມື ເພື່ອເປົ້າໝາຽການພັດທະນາ ແບບຍືນຍົງ ໃຫ້ສຳເຣັດພາຍໃນປີ 2026 ໂດຍສະເພາະ ກຸ່ມດ້ອຍໂອກາດ ໃຫ້ສາມາດເຂົ້າເຖິງ ແລະ ໄດ້ຮັບຜົລປໂຍດ ຫຼາຍຂຶ້ນ, ອີງຕາມກອບຄວາມຮ່ວມມື ວ່າດ້ວຍການພັດທະນາ ແບບຍືນຍົງ ຂອງອົງການ ສະຫະປະຊາຊາຕ ຂອງປະເທດລາວ ລະຫວ່າງປີ 2022-2026.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org