ບ້ານຕົວຢ່າງ"ສາມສ້າງ"ຄ້າງຄາ

ສິດນີ
2014.11.25
F-Laos ບ້ານລາວ ແລະ ເດັກນ້ອຍລາວ ໃນ ຊົນນະບົດ
Citizen Journalist

 

ເຈົ້າຫນ້າທີ່ ວຽກງານ ສາມສ້າງ ເປີດເຜີຍ ວ່າ ໃນ ຣະຍະ 2 ປີ ຜ່ານມາ ທາງການ ລາວ ໄດ້ດຳເນີນ ໂຄງການ ພັທນາ ບ້ານ ຕົວຢ່າງ ທີ່ ເອີ້ນວ່າ ສາມສ້າງ ໃນ ທົ່ວ ປະເທດ ຫລາຍ ກວ່າ 1 ຮ້ອຍ ບ້ານ ໃນນັ້ນ ມີກວ່າ 20 ສ່ວນຮ້ອຍ ບໍ່ປະສົບ ຜົນສຳເຣັດ ຍ້ອນ ມີບັນ ຫາ ຫຼາຍຢ່າງ ເຊັ່ນ: ຄວາມ ຫລ້າຊ້າ ໃນການຈ່າຍ ເງິນທຶນ ການແກ້ໄຂ ບັນຫາ ທີ່ ຊາວບ້ານ ສເນີ. ດັ່ງ ທ່ານກ່າວ ໃນ ຕອນນຶ່ງ ວ່າ:

"ສາມສ້າງ ຄວາມຫມາຍ ຂອງມັນ ກໍແມ່ນ ເພີ່ນ ຈະສ້າງເປັນ ບ້ານ ພັທນາ ຣັຖບານ ເພີ່ນມີ ຈຸດ ແຕ່ລະຈຸດ ໃຫ້ຊີວີດ ຄວາມເປັນຢູ່ ຂອງ ປະຊາຊົນ ໄຟຟ້າ ນ້ຳປະປາ ພັທນາ ແຕ່ວ່າມັນ ຢາກຊ້າ ຫລື ວ່າກໍຊີ່ ບໍ່ເຕັມເມັດ ເຕັມໜ່ວຍ".

ທ່ານກ່າວ ຕື່ມວ່າ ນອກຈາກ ຫລ້າຊ້າ ແລ້ວ ການພັທນາ ໃນ ບາງບ້ານ ກໍມີຄວາມ ແຕກຕ່າງ ກັນ ບໍ່ເທົ່າທຽມ ກັນ ບາງບ້ານ ໄດ້ຮັບ ການພັທນາ ຫລາຍ ບາງບ້ານ ກໍພັທນາ ເລັກນ້ອຍ ເຮັດໃຫ້ ບາງບ້ານ ບໍ່ສາມາດ ພັທນາ ໃຫ້ເປັນ ບ້ານ ພັທນາ ຕາມ ຫລັກການ ຂອງ ຣັຖບານ ໄດ້.

ທ່ານວ່່າ ໃນຣະຍະ 2 ປີ ຜ່ານມາ ຣັຖບານ ລາວ ໄດ້ດຳເນີນ ໂຄງການ ບ້ານ ຕົວຢ່າງ ສາມສ້າງ ໃນ ຈຳນວນ 51 ເມືອງ 109 ບ້ານ ລວມ ປະຊາກອນ ກວ່າ 30 ພັນ ຄອບຄົວ ໃນນັ້ນ 82 ບ້ານ ສາມາດ ຍົກຣະດັບ ໃຫ້ເປັນ ບ້ານ ພັທນາ ໄດ້ສຳເຣັດ ຄິດເປັນ ສັດສ່ວນ ປະມານ 75 ສ່ວນຮ້ອຍ ຂອງ ບ້ານ ເປົ້າຫມາຍ ທີ່ ເຫລືອ 27 ບ້ານ ຫລື ປະມານ 25 ສ່ວນຮ້ອຍ ບ້ານ ເປົ້າຫມາຍ ບໍ່ສາມາດ ຍົກຣະດັບ ເປັນ ບ້ານພັທນາ ໄດ້.

ທ່ານກ່າວ ເພີ້ມວ່າ ເຖິງແມ່ນ ວ່າ ຣັຖບານ ລາວ ໄດ້ໃຊ້ ງົປມານ ໃນການ ດຳເນີນ ໂຄງການ ບ້ານ ສາມສ້າງ ກວ່າ 1 ຕື້ ກີບ ແຕ່ບໍ່ ສຳເຣັດ ກໍຕາມ ແຕ່ ຍັງ ຈະດຳເນີນ ໂຄງການ ນີ້ຢູ່ ໃນ ສົກປີ 2014-15. ໃນຂນະ ດຽວກັນ ປະທານ ປະເທດ ທ່ານ ຈຸມມະລີ ໄຊຍະສອນ ກໍ ຍອມຮັບ ວ່າ ໂຄງການ ດັ່ງກ່າວ ບໍ່ບັນລຸ ເປົ້າຫມາຍ ທີ່ ວາງໄວ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.