ທາງການໂອ້ລົມຊາວວັງວຽງ

ສຸພັດຕາ
2019.01.25
ສະຖານທີ່ທ່ອງທ່ຽວ ບ້ານພັກຕາກອາກາດ ທີ່ ເມືອງວັງວຽງ ແຂວງວຽງຈັນ
ຮູບພາບອຸປຖັມໂດຍ: ນັກຂ່າວພົລເມືອງ

ໃນວັນທີ 25 ມົກກະຣານີ້ ຄນະຜູ້ນໍາຂັ້ນແຂວງ ແຂວງວຽງຈັນ ໄດ້ລົງພື້ນທີ່ໂອ້ລົມ ກັບ ປະຊາຊົນ 3 ບ້ານຢູ່ເມືອງວັງວຽງ ແຂວງວຽງຈັນ ປະກອບດ້ວຍ ບ້ານປາກປອກ, ບ້ານຫ້ວຍສະເຫົງາ ແລະບ້ານພູດິນແດງ ຊຶ່ງຈະຖືກຜົນກະທົບ ດ້ານທີ່ດິນ ຈາກ ໂຄງການພັທນາແຫຼ່ງ ທ່ອງທ່ຽວ ຂອງບໍຣິສັດ ພັທນາໃໝ່ວັງວຽງ ລາວ ຈຳກັດ, ຊຶ່ງເປັນຂອງຈີນ ເພື່ອອະທິບາຍໃຫ້ປະຊາຊົນ ເຂົ້າໃຈກ່ຽວກັບໂຄງການ.

ພາຍຫຼັງການໂອ້ລົມ ປະຊາຊົນຕ່າງກໍເຫັນດີ ໃຫ້ໂຄງການແທກດິນ ຂອງພວກຂະເຈົ້າ ໂດຍບໍ່ມີໃຜຄັດຄ້ານ, ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ເມືອງ ວັງວຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ມົກກະຣາ ນີ້ວ່າ:

“ເພິ່ນກະເອີ້ນມາປະເມີນຄືນ ຜົນຂອງການສຳຣວດຫັ້ນແຫຼະ ສ່ວນຫຼາຍກະເຫັນດີຫັ້ນແຫຼະ ເພິ່ນກະໃຫ້ຂໍ້ມູນ ກັບພື້ນທີ່ເພິ່ນ ທີ່ເພິ່ນຕ້ອງການ ຫັ້ນ ໃນໂຄງການສິກໍ່ສ້າງຫັ້ນເນາະ ຣາຍລະອຽດ ແລ້ວຈຶ່ງຈະຣາຍງານ ຂຶ້ນຂັ້ນເທິງເນາະ.”

ທ່ານກ່າວວ່າ ຫຼັງຈາກໂອ້ລົມກັບປະຊາຊົນແລ້ວ ມີມະຕິວ່າ ເຈົ້າໜ້າທີ່ປະຈຳໂຄງການດັ່ງກ່າວ ຈະເຮັດການສຳຣວດ ແທກດິນຂອງຊາວບ້ານ ໃນ 3 ບ້ານດັ່ງກ່າວ ຮວມກັນມີ 460 ເຮັກຕາ ແຕ່ຍັງບໍ່ຣະບຸຈຳນວນຄອບຄົວ ທີ່ຈະໄດ້ຮັບຜົນກະທົບ ຊຶ່ງຖ້າຫາກ ການສຳຣວດເປັນໄປ ໃນທິດທາງບວກ ກໍຈະເອົາດິນຊາວບ້ານ ກວມເຂົ້າໂຄງການ ພ້ອມກັບໃຫ້ຄ່າຊົດເຊີຍ ຕາມຣະບຽບການ ສ່ວນຈະເຣີ້ມສຳຣວດເມື່ອໃດ ແລະ ຈະໃຊ້ເວລາຈັກເດືອນນັ້ນ ຍັງບໍ່ຮູ້ຄັກແນ່.

ທ່ານກ່າວເພີ້ມວ່າ ເນື້ອທີ່ດິນຂອງປະຊາຊົນ ທີ່ໂຄງການຈະສຳຣວດນັ້ນ ສ່ວນໃຫຍ່ເປັນດິນເປົ່າວ່າງ ບໍ່ມີການປູກພຶດ ຫຼືລ້ຽງສັດໃດໆ ແລະ ທາງໂຄງການ ປະກາດຄັກແນ່ ວ່າຈະບໍ່ໃຫ້ການສຳຣວດ ນັ້ນຖືກເຮືອນປະຊາຊົນ ຢ່າງເດັດຂາດ. ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຍເສຣີ ໄດ້ ຕິດຕໍ່ໄປຍັງຄນະກ່ຽວຂ້ອງ ປະຈໍາຫ້ອງການ ທ່ານເຈົ້າເມືອງ ເມືອງວັງວຽງ ທີ່ເປັນຜູ້ເຂົ້າຮ່ວມພົບພໍ້ ກັບຊາວບ້ານ ໃນຕອນເຊົ້າຂອງມື້ນີ້ ແຕ່ທ່ານຍັງບໍ່ສະດວກ ໃຫ້ສຳພາດ.

ກ່ອນໜ້ານັ້ນ ເມື່ອເດືອນທີ່ແລ້ວ ທາງໂຄງການໄດ້ແທກດິນຊາວບ້ານ 3 ບ້ານ ດັ່ງກ່າວ ແລະບ້ານອື່ນໆ ຈຳນວນນຶ່ງ ແຕ່ຊາວບ້ານບໍ່ດີໃຈ ແລະບໍ່ອະນຸຍາດ ໃຫ້ແທກດິນຂອງຂະເຈົ້າເດັດຂາດ ຍ້ອນຢ້ານຖືກໂຍກຍ້າຍ ບ່ອນຢູ່ອາສັຍ ຈົນເຈົ້າໜ້າທີ່ໂຄງການ ຕ້ອງຢຸດວັດແທກ.

ຢ່າງໃດກໍຕາມ ໜັງພິມທາງການລາວ ຣາຍງານໃນມື້ວັນທີ 22 ມົກກະຣາ 2019 ວ່າ ໂຄງການພັທນາແຫຼ່ງທ່ອງທ່ຽວແຫ່ງນີ້ ຈະກວມເອົາ ທັງໝົດ 22 ບ້ານ ຂອງທິດຕາເວັນຕົກ ຂອງເມືອງວັງວຽງ ເນື້ອທີ່ທັງໝົດ 7 ພັນເຮັກຕາ ຊຶ່ງຈະໃຫ້ສໍາເຣັດໃນປີນີ້.

ໂຄງການດັ່ງກ່າວ ມີເປົ້າໝາຍສ້າງຫຼາຍໂຄງການ ເປັນຕົ້ນ ເຂດທ່ອງທ່ຽວ ອະນຸຮັກ ທັມມະຊາດ, ສູນການຄ້າ, ສູນວັທນະທັມ, ໂຮງແຮມ, ຫໍປະຊຸມນາໆຊາດ ແລະອື່ນໆ ເພື່ອໃຫ້ເມືອງວັງວຽງ ກາຍເປັນເມືອງສູນກາງ ຂອງການທ່ອງທ່ຽວ ຊຶ່ງໃຊ້ເງິນ ລົງທຶນ ປະມານ 4 ຕື້ໂດລາ ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.