ຂົວນໍ້າຊອງຈະເກັບເງິນ ໄປອີກ 3 ປີ

ຜູ້ສໍາປະທານ ຂົວ ຂ້າມນໍ້າຊອງ ຈະຍົກເລີກ ເກັບຄ່າຜ່ານ ໃນ 3 ປີ ຂ້າງໜ້າ.

ຂົວຂ້າມນໍ້າຊອງ ເມືອງວັງວຽງ ແຂວງວຽງຈັນ RFA

ເຈົ້າໜ້າທີ່ຫ້ອງການທ່ອງທ່ຽວ ເມືອງວັງວຽງ ແຂວງວຽງຈັນ ຊີ້ແຈງວ່າຂົວຂ້າມນໍ້າຊອງ ຣະຫວ່າງບ້ານຫ້ວຍແຍ້ ຫາ ບ້ານວຽງແກ້ວ ຈະ ຍົກເລີກ ເກັບຄ່າຜ່ານຂົວໃນອີກ 2-3 ຕໍ່ໜ້າ ຍ້ອນຜູ້ສັມປະທານຂົວ ຈະໝົດອາຍຸສັມປະທານ ແລະ ຂົວແຫ່ງນີ້ຈະຖືກໂອນ ໃຫ້ ຣັຖ ເປັນຜູ້ຄຸ້ມຄອງ. ຄຳຊີ້ແຈງດັ່ງກ່າວມີຂຶ້ນພາຍຫລັງ ທີ່ປະຊາຊົນໃນທ້ອງຖິ່ນໄດ້ຂຽນໜັງສື ໄປຍັງອຳນາດການປົກຄອງ ເມືອງວັງວຽງ ໃຫ້ແກ້ໄຂຫລຸດຜ່ອນຄ່າຜ່ານຂົວ. ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 18 ເມສາ ວ່າ:

"ເພາະວ່າຂົວໂຕນີ້ມັນກໍໃກ້ຈະໝົດອາຍຸສັນຍາເນາະ ເວົ້າເຣື່ອງເຊົ່າຫັ້ນແຫລະ ສອງສາມປີກາຊິໝົດແລ້ວ ແລ້ວຕໍ່ໜ້າໄປຖືວ່າຂົວໂຕນີ້ ກະຊິບໍ່ໄດ້ເກັບເງິນຫັ້ນແຫລະ ກາຊິເປັນຂົວຂອງຣັຖ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ກໍຄືພໍ່ແມ່ ປະຊາຊົນ ພາຍໃນຫັ້ນ ໄດ້ທຽວໄປມາສະດວກ."

ເຈົ້າໜ້າທີ່ກ່າວຕື່ມວ່າພາຍຫຼັງທາງການເມືອງວັງວຽງ ໄດ້ຮັບຄຳຮ້ອງຈາກປະຊາຊົນ ໃຫ້ແກ້ໄຂການເກັບເງິນຂົວຂ້າມນໍ້າຊອງ ເຈົ້າໜ້າທີ່ ກ່ຽວຂ້ອງ ກໍໄດ້ໂອ້ລົມກັບ ຜູ້ສັມປະທານ ເພື່ອຂໍໃຫ້ຫລຸດຜ່ອນ ຣາຄາຄ່າຜ່ານຂົວ ແຕ່ດຽວນີ້ຍັງບໍ່ທັນໄດ້ສະຫລຸບ ເທື່ອພ້ອມດຽວກັນ ກໍໄດ້ໃຫ້ພະນັກງານ ເກັບເງີນປະຈຳຂົວ ດັ່ງກ່າວ ໃຫ້ບໍຣິການປະຊາຊົນ ແບບສຸພາບ ແລະເວົ້າມ່ວນກວ່າເດີມ.

ກ່ອນໜ້ານີ້ ຊາວເມືອງວັງວຽງ ຄົນນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ວ່າຕົນ ແລະປະຊາຊົນອີກຫລາຍຄົນ ຢາກໃຫ້ຜູ້ສັມປະທານ ຂົວຂ້າມນໍ້າຊອງ ຫລຸດຜ່ອນຣາຄາ ຄ່າຂ້າມຂົວນໍ້າຊອງ ແລະ ຍົກເວັ້ນສຳລັບ ຜູ້ຍ່າງຂ້າມໄປມາ.

"ຕາມປະຊາຊົນສເນີຫລາຍຄົນຫັ້ນຢາກໃຫ້ຜ່ອນເກັບເງິນເກັບຄຳ ຫັ້ນຣົດໃຫຍ່ກາ 20 ພັນ ໃຫ້ລົງມາເປັນ 10 ພັນ ຊິນະ ຄົນຍ່າງ ຣົດຖີບ ກະບໍ່ເກັບສະ ອັນນີ້ຣົດຖີບກາເກັບ ຄົນຍ່າງກາເກັບຊິນະ ຊິແມ່ນຕ່າງປະເທສ ມັນກາເສັຽພາບພົດ ວຽກງານທ່ອງທ່ຽວ ຢູ່ເມືອງວັງວຽງ ເຮົາເນາະ."

ຢ່າງໃດກໍຕາມ ມີຣາຍງານຕື່ມວ່າ ທາງເມືອງວັງວຽງ ຍັງມີແຜນສ້າງຂົວຂ້າມນໍ້າຊອງ ແຫ່ງໃໝ່ ເພື່ອອຳນວຍສະດວກໃຫ້ແກ່ ປະຊາຊົນ ແລະ ນັກທ່ອງທ່ຽວ ໂດຍຈະບໍ່ມີຄ່າຜ່ານຂົວ ເຊິ່ງເຈົ້າໜ້າທີ່ຄາດວ່າ ຈະເຣີ້ມລົງມືສ້າງ ພາຍໃນປີນີ້ ຫລື ປີໜ້າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org