ລາວ ຂາດດູນການຄ້າ ທ້າຍປີ 2020

ຈໍາປາທອງ
2021.02.03
ລາວ ຂາດດູນການຄ້າ ທ້າຍປີ 2020 ສວນປູກກາເຟ ເມືອງປາກຊ່ອງ ແຂວງຈໍາປາສັກ ທີ່ ເປັນສິນຄ້າ ອັນດັບນຶ່ງ ທີ່ ສປປລາວ ສົ່ງອອກນອກປະເທດ
File photo: RFA

ທາງການລາວ ເປີດເຜີຍຂໍ້ມູນ ກ່ຽວກັບມູນຄ່າການນໍາສິນຄ້າເຂົ້າ-ອອກປະເທດ ໃນເດືອນທັນວາ 2020 ວ່າ ລາວຂາດດູລການຄ້າ ຫລາຍກວ່າ 78 ລ້ານໂດລາສະຫະຣັຖ. ກ່ຽວກັບເຣື່ອງດັ່ງກ່າວ ຊາວລາວຫລາຍຄົນເຫັນວ່າ ເປັນຍ້ອນການຜລິດສິນຄ້າ ພາຍໃນ ປະເທດ ບໍ່ພຽງພໍຕໍ່ຄວາມຕ້ອງການ ຈຶ່ງຕ້ອງໄດ້ມີການນໍາເຂົ້າສິນຄ້າ ຈາກຕ່າງປະເທດຫຼາຍ, ດັ່ງຊາວແຂວງສວັນນະເຂດ ທ່ານນຶ່ງ ທີ່ຂໍບໍ່ອອກຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ກຸມພາ ນີ້ວ່າ:

“ສ່ວນຫລາຍກໍເຫັນນໍາເຂົ້າເກືອບ ທຸກຊນິດເລີຍ ນັບຕັ້ງແຕ່ຂອງອຸປໂພກ-ບໍຣິໂພກ ແລ້ວກໍເຄື່ອງຈັກອັນນີ້ ກໍນໍາເຂົ້າຈາກຕ່າງ ປະເທດເປັນຫຼັກເລີຍ ມາຈາກໄທຍແລະກໍປະເທດ ວຽດນາມ ຍ້ອນ 1. ການຜລິດໃນປະເທດລາວ ມັນບໍ່ມີ 2. ກໍຄືປະຊາຊົນ ນິຍົມແລະເຊື່ອໃຈ ຂອງທີ່ມາຈາກປະເທດໄທຍ ຫລາຍກວ່າ ຫລື ຈາກປະເທດວຽດນາມຖືກກວ່າ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ຄອບຄົວຂອງຕົນເອງ ເຮັດສວນກ້ວຍ ສົ່ງອອກໄປຕ່າງປະເທດ ແລະ ປູກໝາກໄມ້ ຂາຍຢູ່ພາຍໃນ ປະເທດລາວນໍາດ້ວຍ ຊຶ່ງ ທີ່ຜ່ານມາກໍບໍ່ເຄີຍມີ ໜ່ວຍງານໃດມາສນັບສນູນເງິິນທຶນ ຫລື ອຸປກອນໃນການເພາະປູກ ແລະຊ່ວຍຫາ ຕລາດຂາຍໃຫ້.

ແລະ ຊາວລາວອີກທ່ານນຶ່ງ ຢູ່ແຂວງຈໍາປາສັກ ກໍກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າຕົນເອງ ແລະຊາວລາວອີກຈໍານວນນຶ່ງ ກໍຍັງໃຊ້ສິນຄ້ານໍາເຂົ້າຈາກຕ່າງປະເທດຢູ່ ຍ້ອນວ່າສິນຄ້າບາງຢ່າງ ລາວ ຍັງຜລິດບໍ່ໄດ້ ຫລື ວ່າຜລິດໄດ້ ແຕ່ກໍມີຈໍານວນໜ້ອຍ ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:

“ກໍມີບ້າງ ບາງສ່ວນບາງເທື່ອ ກໍມີນໍາເຂົ້າ ບາງເທື່ອກໍສິນຄ້ານໍາເຂົ້າ ບາງເທື່ອກໍສິນຄ້າທີ່ຜລິດເອງໄດ້ ມາແຕ່ວຽດນາມບໍ ແຕ່ຈີນບໍ ແຕ່ໄທຍບໍ ເຮົາເອງກໍໄດ້ໃຊ້ຈັກປັ່ນໄຟຢູ່ບໍ່ມີຜລິດ.”

ທ່ານກ່າວຕື່ມວ່າ ຕົນເອງຜລິດສິນຄ້າການກະເສດຫຼາຍຢ່າງເປັນຕົ້ນ ກາເຟ ກ້ວຍ ຜັກ ໝາກໄມ້ ຊຶ່ງທີ່ຜ່ານມາກໍບໍ່ມີໜ່ວຍງານໃດ ມາສນັບສນູນ ຫລື ໃຫ້ຄວາມຮູ້ ໃນການຜລິດ ຫລື ສົ່ງຜົລຜລິດອອກຂາຍ.

ທີ່ນະຄອນຫລວງວຽງຈັນ ຊາວລາວທ່ານນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ກຸມພາ ນີ້ວ່າ ສ່ວນຫຼາຍປະຊາຊົນກໍໃຊ້ສິນຄ້າ ນໍາເຂົ້າຈາກຕ່າງປະເທດ ຍ້ອນວ່າສິນຄ້າບາງຢ່າງ ລາວ ຍັງຜລິດບໍ່ໄດ້ພຽງພໍ ສໍາລັບຄວາມຕ້ອງການ ຂອງປະຊາຊົນ:

“ສ່ວນຫຼາຍນີ້ ໃຊ້ຂອງມາແຕ່ໄທຍ ມາແຕ່ຈີນ ຜລິດຢູ່ລາວມັນມີໜ້ອຍ ໂຮງງານມັນຍັງມີໜ້ອຍ ອີກຢ່າງຄົນຍັງບໍ່ເຊື່ອໝັ້ນ ແລ້ວ ກໍສິເວົ້າວ່າເຣື່ອງຄວາມຊິນເຄີຍ ກໍແມ່ນໃຊ້ອັນໃດ ກໍໃຊ້ມາ.”

ການທີ່ປະເທດລາວ ຍັງຂາດດູນການຄ້າ ກັບ ຕ່າງປະເທດ ກໍຍ້ອນວ່າປັດຈຸບັນ ກໍາລັງການຜລິດຢູ່ລາວ ຖືວ່າຍັງບໍ່ຫຼາຍປານໃດ ດັ່ງນັ້ນຈຶ່ງຍັງຕ້ອງໄດ້ນໍາສິນຄ້າ ຈາກ ຕ່າງປະເທດ ເຂົ້າມາ ຊຶ່ງທາງການ ກໍກໍາລັງແກ້ໄຂບັນຫານີ້ຢູ່, ດັ່ງເຈົ້າໜ້າທີ່ກະຊວງ ອຸດສາຫະກັມ ແລະການຄ້າ ທີ່ນະຄອນຫລວງວຽງຈັນ ທ່ານນຶ່ງຜູ້ຂໍສງວນຊື່ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ສ່ວນຫຼາຍກໍເປັນສິນຄ້າປະເພດ ອຸປໂພກ-ບໍຣິໂພກ ພາກຣັຖ ເພິ່ນກໍເປັນຫ່ວງເປັນໃຍ ທີ່ສຸດແຫຼະ ການສົ່ງເສີມການຜລິດນີ້ແຫຼະ ເພິ່ນກໍໄດ້ມີຣະບຽບການ ໃຫ້ມີການສົ່ງເສີມ ການຜລິດພາຍໃນ ມີການປະຊຸມ ໃຫ້ມີການສົ່ງເສີມ ການຜລິດເຮັດແນວໃດໃຫ້ມີສິນຄ້າ ສາມາດທີ່ວ່າສນອງໄດ້ຢູ່ພາຍໃນ.”

ແລະເຈົ້າໜ້າທີ່ກະຊວງອຸດສາຫະກັມ ແລະການຄ້າ ຜູ້ຂໍບໍ່ອອກຊື່ ນາງນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ກຸມພາ ນີ້ວ່າຂໍ້ມູນ ທີ່ວ່ານັ້ນເປັນຂໍ້ມູລສະເພາະ ເດືອນທັນວາ 2020 ແລະວ່າທີ່ຜ່ານມາກໍມີການຂາດດູລ ການຄ້າມາຕລອດຢູ່ແລ້ວ ຊຶ່ງທາງໜ່ວຍງານ ກ່ຽວຂ້ອງ ກໍມີການປຶກສາຫາຣືກັນ ຫາທາງອອກຢູ່, ດັ່ງທີ່ນາງກ່າວວ່າ:

“ອັນນີ້ເປັນຂ່າວສະເພາະແຕ່ 12 ປີ 2020 ແຕ່ລະເດືອນສ່ວນຫລາຍ ມັນສິຂາດຢູ່ແລ້ວ ເພາະວ່າເຮົານໍາເຂົ້າຫຼາຍກວ່າສົ່ງອອກ. ທາງຄະນະເພິ່ນກໍ ພຍາຍາມປຶກສາຫາຣື ກັບບັນດາ ກົມກອງ ທີ່ກ່ຽວຂ້ອງຫັ້ນນະ ທັງກະຊວງກະສິກັມ ກະຊວງການເງິນ ມີການປະສານງານ ມີການປະຊຸມເພື່ອຫາທາງອອກ.”

ນາງກ່າວຕື່ມວ່າ ສິນຄ້າບາງຊນິດ ຢູ່ລາວບໍ່ສາມາດຜລິດເອງໄດ້. ບາງຊນິດ ກໍບໍ່ສາມາດຜລິດໄດ້ພຽງພໍ ຕໍ່ຄວາມຕ້ອງການຂອງ ຜູ້ໃຊ້ຢູ່ລາວ.

ອີງຕາມຣາຍງານຂອງສື່ທ້ອງຖິ່ນຢູ່ລາວ ວັນທີ 2 ກຸມພາ 2021, ມູລຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປລາວ ປະຈໍາເດືອນ ທັນວາ 2020 ມີທັງໝົດ ປະມານ 1,015 ໂດລາ ສະຫະຣັຖ. ໃນນັ້ນ ມູລຄ່າການນໍາເຂົ້າ ມີ ປະມານ 546 ລ້ານໂດລາ ສະຫະຣັຖ ແລະ ມູລຄ່າການສົ່ງອອກ ມີປະມານ 468 ລ້ານ ໂດລາ ສະຫະຣັຖ ຄືຂາດດູລ ການຄ້າປະມານ 78 ລ້ານ ໂດລາສະຫະຣັຖ.

ສິນຄ້າທີ່ນໍາເຂົ້າ ມີຮວມທັງ ຣົດ, ເຄື່ອງໃຊ້ໄຟຟ້າ, ໄຟຟ້າ. ສ່ວນສິນຄ້າສົ່ງອອກ ມີລວມທັງ ໄຟຟ້າ ແຮ່ທາດ ໝາກກ້ວຍ ແລະກາເຟ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.