2 ທະນາຄານຂາຍຫຸ້ນ ກະຕຸ້ນ ເງິນຊູຊີບ
2021.03.20
ຣັຖບານລາວ ຈະຂາຍຫຸ້ນທະນາຄານພັທນາລາວ ແລະ ທະນາຄານສົ່ງເສີມກະສິກັມ ທີ່ຢູ່ໃນການຄຸ້ມຄອງ ຂອງກະຊວງການເງິນ ໃຫ້ 2 ບໍຣິສັດເອກຊົນ ຄື; ບໍຣິສັດ ຈະເລີນເຊກອງ ພະລັງງານຈໍາກັດ ແລະ ບໍຣິສັດ ພົງຊັບທະວີ ກໍ່ສ້າງຂົວ-ທາງ ຈໍາກັດ, ປັດຈຸບັນຢູ່ຣະຫວ່າງ ການຕັ້ງຄະນະກັມການ ຮັບຜິດຊອບ ດໍາເນີນການຊື້-ຂາຍຫຸ້ນນັ້ນ, ດັ່ງເຈົ້າໜ້າທີ່ກະຊວງ ການເງິນ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະຕໍາແໜ່ງ ກ່າວຕໍ່ RFA ໃນມື້ວັນທີ 19 ມິນາ ນີ້ວ່າ:
“ທະນາຄານ 2 ແຫ່ງ ເປັນທະນາຄານຂອງຣັຖບານ ຖືຫຸ້ນໂດຍກະຊວງການເງິນ ທາງຣັຖບານເອງ ເພິ່ນມີເຈດຈໍານົງຢາກຕ້ອງການ ທີ່ຂາຍອອກເນາະ.”
ທ່ານກ່າວຕື່ມວ່າ ທ່ານບໍ່ຮູ້ຈຸດປະສົງ ທີ່ແທ້ຈິງວ່າ ເປັນຍ້ອນຫຍັງຣັຖບານລາວ ຈຶ່ງຕ້ອງການທີ່ຈະຂາຍຫຸ້ນ ທະນາຄານ ທັງ 2 ທະນາຄານ ຂອງຕົນ ໃຫ້ພຽງແຕ່ 2 ບໍຣິສັດເອກຊົນ ທີ່ວ່ານັ້ນ ແລະຍັງບໍ່ຮູ້ວ່າ ຣັຖບານລາວ ຈະສເນີຂາຍຫຸ້ນທະນາຄານນັ້ນ ໃຫ້ 2 ບໍຣິສັດເອກຊົນ ນີ້ຈັກເປີເຊັນ.
ເຈົ້າໜ້າທີ່ກະຊວງການເງິນ ອີກທ່ານນຶ່ງ ກ່າວຕໍ່ RFA ໃນມື້ດຽວກັນນີ້ພຽງສັ້ນໆວ່າ ຣັຖບານລາວ ໄດ້ສເນີຂາຍຫຸ້ນໃຫ້ພຽງແຕ່ 2 ບໍຣິສັດເອກຊົນເທົ່ານັ້ນ ແລະບໍ່ມີແຜນຫລື ນະໂຍບາຍ ທີ່ຈະຂາຍໃຫ້ບໍຣິສັດ ເອກຊົນອື່ນ ຫລືຕ່າງປະເທດ.
“ຕົວນີ້ ເພິ່ນຍັງບໍ່ທັນໄດ້ເປີດນະເຈົ້າ, ຍັງບໍ່ມີແຜນເທື່ອ ຍັງບໍ່ທັນໄດ້ເປີດ ໃຫ້ພາກສ່ວນອື່ນເທື່ອ.”
ສໍາລັບທະນາຄານ ທັງ 2 ແຫ່ງ ຄື ທະນາຄານພັທນາລາວ ຊຶ່ງແມ່ນທະນາຄານ ທຸຣະກິດຂອງຣັຖ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ທະນາຄານແຫ່ງ ສປປລາວ ແລະ ຢູ່ພາຍໃຕ້ການ ຄຸ້ມຄອງຂອງກະຊວງການເງິນ ຊຶ່ງເລີ່ມດໍາເນີນທຸຣະກິດ ມາຕັ້ງແຕ່ປີ 1999.
ແລະອີກທະນາຄານນຶ່ງ ແມ່ນທະນາຄານສົ່ງເສີມກະສິກັມ ທີ່ຖືກສ້າງຕັ້ງຂຶ້ນຕາມດໍາຣັຖ ຂອງນາຍົກຣັຖມົນຕຣີ ເລກທີ 92/ນຍ ລົງວັນທີ 19 ມີຖຸນາ 1993 ເພື່ອສນອງສິນເຊື່ອ ເຂົ້າໃນການພັທນາ ຂແນງກະສິກັມ ຕາມເຂດຊົນນະບົດຂອງລາວ ໂດຍແມ່ນ ກະຊວງການເງິນເປັນຜູ້ຄຸ້ມຄອງ ຄືກັນ.
ອີງຕາມແຈ້ງການຂອງ ຫ້ອງວ່າການສໍານັກງານ ນາຍົກຣັຖມົນຕຣີ ວັນທີ 11 ທັນວາ 2020, ໃນຣະຫວ່າງທີ່ມີການຕັ້ງຄະນະ ກັມການຮັບຜິດຊອບ ດໍາເນີນການ ຂັ້ນຕອນການ ຊື້ຂາຍຫຸ້ນຢູ່ນັ້ນ ກໍໃຫ້ອົງການກວດກາ ຣັຖບານ ສືບຕໍ່ລົງເລິກກວດກາ ສະພາບການເຄື່ອນໄຫວ ຂອງບັນດາທະນາຄານທຸຣະກິດຂອງຣັຖ ຢ່າງຮອບດ້ານ ເພື່ອຊອກຮູ້ສາເຫດ ທີ່ແທ້ຈິງ ທີ່ພາໃຫ້ ການເຄື່ອນໄຫວ ຂອງບັນດາທະນາຄານທຸຣະກິດ ຂອງຣັຖບໍ່ມີປະສິດທິຜົລ ແລະຂາດທຶນສະສົມຕໍ່ເນື່ອງ ພ້ອມທັງສເນີ ທິດທາງປັບປຸງໃນຕໍ່ໜ້າ ໃຫ້ລະອຽດ.
ໃນຣະຫວ່າງການກວດກາ ຫາກພົບບັນຫາໃດ ທີ່ສາມາດແກ້ໄຂໄດ້ ກໍໃຫ້ອົງການກວດກາຣັຖບານ ສເນີໃຫ້ພາກສ່ວນທີ່ກ່ຽວ ຂ້ອງປັບປຸງແລະແກ້ໄຂໄປ ພ້ອມໆກັນ ໂດຍສະເພາະ ບັນຫາທີ່ບໍ່ກ່ຽວຂ້ອງ ກັບນິຕິກັມ ເຊັ່ນເງິນບໍາເນັດ ເງິນບໍຣິຫານ ເງິນ ນະໂຍບາຍ ແລະອື່ນໆເພື່ອຫລຸດຜ່ອນຕົ້ນທຶນ ການດໍາເນີນທຸຣະກິດ.
ກ່ຽວກັບເຣື່ອງທີ່ວ່ານີ້ ນັກວິຊາການດ້ານການເງິນ ແລະ ທະນາຄານ ຈາກ ມະຫາວິທຍາລັຍ ແຫ່ງຊາດລາວ ທ່ານນຶ່ງກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ເຣື່ອງການສເນີຂາຍຫຸ້ນ ຂອງ ທະນາຄານທັງ 2 ແຫ່ງນີ້ ບໍ່ແມ່ນເທື່ອທໍາອິດ ເພາະທີ່ຜ່ານມາ ກໍມີບໍຣິສັດເອກຊົນ ຈາກປະເທດຈີນ ມາຂໍຊື້ແລ້ວ ແຕ່ຣັຖບານລາວ ບໍ່ຂາຍ ແລະຕໍ່ມາໄດ້ສເນີ ຂາຍຫຸ້ນ ໃຫ້ບໍຣິສັດ ເອກຊົນລາວ 2 ບໍຣິສັດ ທີ່ວ່ານັ້ນ.
ສ່ວນປັດໃຈສໍາຄັນ ທີ່ເຮັດໃຫ້ຣັຖບານລາວ ຕ້ອງການຂາຍຫຸ້ນທະນາຄານ ໃຫ້ 2 ບໍຣິສັດດັ່ງກ່າວ ແມ່ນມີ 2 ຢ່າງສໍາຄັນ ຄື 1. ຣັຖບານລາວ ພຍາຍາມທີ່ຈະຫັນປ່ຽນ ທະນາຄານ ຂອງຣັຖໃຫ້ເອກຊົນບໍຣິຫານ 100% ແຕ່ຍັງຢູ່ພາຍໃຕ້ ການຄຸ້ມຄອງ ຂອງ ຣັຖຄືເກົ່າ ເພື່ອໃຫ້ທະນາຄານ ສາມາດແຂ່ງຂັນ ໃນເຣື່ອງທຸຣະກິດ ໄດ້ດີຂຶ້ນກວ່າເກົ່າ.
ແລະ 2 ຄື ຍ້ອນ 2 ທະນາຄານນີ້ ຂາດທຶນໜັກ ແລະບໍ່ມີທາງອື່ນທີ່ຈະແກ້ໄຂໄດ້ ຈຶ່ງຈໍາເປັນຕ້ອງຂາຍຫຸ້ນ ໃຫ້ບໍຣິສັດ ເອກຊົນ ເຂົ້າມາບໍຣິຫານ, ດັ່ງທີ່ທ່ານກ່າວວ່າ:
“ທະນາຄານ ມັນໄດ້ກໍາໄຣ ຢູ່ແລ້ວເນາະ. ບາດນີ້ຄົນໄປນັ່ງຢູ່ບອດ ບໍຣິຫານມັນຄົນຣັຖນ່າ ຄົນຣັຖຄ້າຍເໝືອນອາວຸໂສ ແດ່ເນາະ ຄວາມກະຕືລືລົ້ນ ຄວາມກະຫາຍ ກະມີໜ້ອຍ ຫັ້ນນ່າ ຖ້າສົມມຸດວ່າ ... ເອີ໋ ທຸຣະກິດຕົວນີ້ ຖ້າຂາຍຫຸ້ນອອກ ມັນສິເປັນແນວໃດ ຣັຖກະບໍ່ຢາກອູ້ມຫັ້ນນ່າ ບາດນີ້ເພິ່ນກະເລີຍ ພຍາຍາມ ຫັນປ່ຽນແບບວ່າ ໃຫ້ມັນມີທຶນຫຍັງເຂົ້າມາ ຫັ້ນນ່າ ຄິດວ່າ.”
ບໍຣິສັດ ຈະເລີນເຊກອງພະລັງງານຈໍາກັດ ເປັນບໍຣິສັດເອກຊົນລາວ ເຮັດກິຈການດ້ານພະລັງງານ ຊຶ່ງປັດຈຸບັນ ລົງທຶນສ້າງເຂື່ອນ ແລະຜລິດໄຟຟ້າ ທັງໝົດ 11 ເຂື່ອນ ໂດຍມີທ່ານ ຈັນທະໝອມ ພົມມະນີ ເປັນປະທານບໍຣິສັດ. ແລະບໍຣິສັດ ພົງຊັບທະວີກໍ່ສ້າງ ຂົວ-ທາງຈໍາກັດ ເປັນບໍຣິສັດ ໃນກຸ່ມບໍຣິສັດ ພົງຊັບທະວີ ຈໍາກັດຜູ້ດຽວ ທີ່ເຮັດທຸຣະກິດ ກໍ່ສ້າງຄົບວົງຈອນ ແລະຮັບເໝົາກໍ່ສ້າງທາງ ໃນນະຄອນຫລວງວຽງຈັນ ແລະເຂດພູດອຍ ຫລາຍໂຄງການ ຈາກຣັຖບານລາວ.