ຄຳສັ່ງເລກທີ 15/ນຍ ຍັງສັກສິດ

ໄຊຍາ
2018.11.29
ໄມ້ທີ່ຖືກຕັດຊຸກເຊື່ອງໄວ້ ໃນປ່າ ແຂວງເຊກອງ ທີ່ມີຊາຍແດນຕິດກັບ ວຽດນາມ
RFA/OK

ອີງຕາມຄຳສັ່ງເລກທີ 15/ນຍ ວ່າດ້ວຍການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້ ການເຄື່ອນຍ້າຍໄມ້ ແລະ ທຸຣະກິດໄມ້ ທີ່ໄດ້ປະຕິບັດ ມາຕັ້ງແຕ່ 2016 ທາງການລາວ ໄດ້ສັ່ງຍຸບເລີກໂຮງງານທຸຣະກິດ ໄມ້ປະເພດຕ່າງໆ ທີ່ບໍ່ໄດ້ມາຕຖານ ພ້ອມທັງຜິດຣະບຽບ ຈຶ່ງໄດ້ປະກາດ ຍຸບເລີກທຸຣະກິດໄມ້ ປະມານ 1,700 ແຫ່ງທົ່ວປະເທສ. ດັ່ງເຈົ້າໜ້າທີ່ ອຸດສາຫະກັມ ແລະການຄ້າກ່າວວ່າ:

"ພາກຣັຖເຮົາໃນປັດຈຸບັນນີ້ ກໍຫັນໃສ່ນຳເລກທີ 15 ແລ້ວປັບປຸງໃຫ້ໄດ້ມັນເຂົ້າຣະບຽບເນາະ ເຄື່ອງຈັກເຂົາບໍ່ໄດ້ມາຕຖານແລ້ວການໍາເຂົ້າໄມ້ ໃຫ້ຖືກຕ້ອງແລ້ວກໍ່ການຜລິດ ໃຫ້ມັນຖືກຕ້ອງບາດນີ້ຜູ້ປະກອບການ ກໍສາມາດເຮັດໄດ້ກໍຖືກກວ່າໄດ້ຢຸດເຊົາ ແບຢຸດເຊົາໃນໂຕລະເວົ້າງ່າຍໆ ໃນເມື່ອມັນມີຂໍ້ຈຳກັດ ສັ່ງສິເຂົາກໍ່ບໍ່ເຮັດວ່າຊັ້ນສະ."

ທ່ານກ່າວຕື່ມວ່າ ສາເຫດທີ່ສັ່ງຍຸບເລີກບັນດາທຸຣະກິດໄມ້ເລົ່ານີ້ ຍ້ອນການເຄື່ອນໄຫວຜິດຣະບຽບ, ບໍ່ໄດ້ມາຕຖານ, ບໍ່ມີການປັບປຸງພັທນາ ໂຮງງານ ຂອງຕົນເອງ ເປັນຕົ້ນໂຮງງານ ບໍ່ໄດ້ຮັບອະນຸຍາດ, ລັກລອບໄມ້ເຖື່ອນເຂົ້າໂຮງງານ, ບໍ່ເສັຍພາສີອາກອນ, ຕັ້ງຢູ່ບ່ອນຫວງຫ້າມ, ບໍ່ມີຄວາມປອດພັຍ ໂດຍທາງການໄດ້ສັ່ງຍຸບເລີກໄປ 1,690 ຫົວໜ່ວຍ ໃນນັ້ນສະເພາະໂຮງງານມີ 480 ແຫ່ງ ແລະທຸຣະກິດ ປຸງແຕ່ງໄມ້ ແບບຄອບຄົວ 1,200 ຫົວໜ່ວຍ.

ນອກຈາກນີ້ ສະພາບໂດຍລວມຂອງທີ່ພົບຂໍ້ຫຍຸ້ງຍາກ ການປະຕິບັດຄຳສັ່ງເລກທີ 15/ນຍ ນັ້ນ ສ່ວນໃຫຍ່ນັກທຸຣະກິດ ທີ່ສ້າງຕັ້ງໂຮງງານ ໄມ້ ເປັນຄົນຕ່າງປະເທສ ເຊັ່ນ ຊາວຈີນ ແລະຊາວວຽດນາມ ເຊິ່ງກູ່ມເລົ່ານີ້ຫວັງແຕ່ຜົລກຳໄລ ເມື່ອມີຂໍ້ຈຳກັດແບບນີ້ ພວກເຮົາກໍບໍ່ ອະນຸຍາດ ໃຫ້ເຂົາເຈົ້າດຳເນີນທຸຣະກິດ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.