ລາວ-ໄທຍ ເຈຣະຈາ ເປີດດ່ານ ສົ່ງສິນຄ້າ
2021.07.14
ທາງການ ແຂວງອຸບົນຂອງໄທຍ ນັດເຈຣະຈາ ກັບທາງການແຂວງສາລະວັນ ຂອງລາວ ໃນມື້ວັນທີ 15 ກໍຣະກະດາ 2021 ນີ້ ເພື່ອເປີດດ່ານຊາຍແດນ ປາກແຊງ ປາກຕະພານ ເພື່ອອໍານວຍຄວາມສະດວກ ໃນການຂົນສົ່ງສິນຄ້າ ຣະຫວ່າງ 2 ແຂວງ ຊຶ່ງ ທາງຝ່າຍໄທຍ ໄດ້ສນີມາຕການຕ່າງໆ ໃຫ້ທາງຝ່າຍລາວ ພິຈາຣະນາ ໃນການປ້ອງກັນໂຄວິດ-19 ແລະ ຢືນຢັນວ່າການຂົນສົ່ງ ສິນຄ້າ ຈະປອດພັຍສູງສຸດ, ດັ່ງທີ່ ທ່ານ ເມທາ ຣຸ່ງຫະທັຍວັດ ຮອງເຈົ້າແຂວງແຂວງອຸບົນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 14 ກໍຣະກະດາ ນີ້ວ່າ:
“ມື້ອື່ນ (ວັນທີ 15 ກໍຣະກະດາ) ຈະປະຊຸມຖາມຄວາມເຫັນຂອງ ແຂວງສາລະວັນ ຄືທາງເຮົານີ້ ກໍຕຽມທີ່ຈະເປີດດ່ານຊາຍແດນ ແຕ່ວ່າຕ້ອງມີມາຕການປ້ອງກັນເຂັ້ມງວດ ຄື; ຄົນຂັບຣົດ ແລະຄົນປະຈໍາຣົດ ຕ້ອງໄດ້ສັກວັກຊິນ 2 ເຂັມ ແລະມີການກວດຫາເຊື້ອ ກ່ອນ, ດັ່ງນັ້ນເຮົາຈຶ່ງຕ້ອງໄດ້ຖາມເຂົາວ່າ ເຮົາມີມາຕການແບບນີ້ ເຂົາເຫັນດີບໍ ທີ່ຈະເປີດດ່ານ.”
ທ່ານກ່າວຕື່ມວ່າ ສິນຄ້າໄທຍ ທຸກຢ່າງ ທີ່ຈະສົ່ງໄປລາວ ນັ້ນຈະຂົນລົງເຮືອຂົນສົ່ງສິນຄ້າ ຂອງລາວ ຢູ່ດ່ານປາກແຊງ ແລ້ວໃຫ້ ຄົນລາວມາຮັບສິນຄ້າໄປ ໂດຍທີ່ທາງການໄທຍ ຈະບໍ່ສົ່ງຄົນໄທຍຂ້າມໄປ. ສ່ວນສິນຄ້າລາວທີ່ຈະຂາຍໃຫ້ໄທຍ ກໍໃຫ້ເຮືອຂົນສົ່ງ ຂອງລາວ ມາສົ່ງສິນຄ້າທີ່ບໍຣິເວນ ດ່ານປາກແຊງ, ຈະບໍ່ໃຫ້ຄົນລາວຂ້າມມາຝັ່ງໄທຍ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະ ການຄ້າແຂວງສາລະວັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າໄດ້ ຮັບໜັງສືຈາກທາງການໄທຍແລ້ວ ແຕ່ຍັງບໍ່ທັນໄດ້ ຂໍ້ສລຸບເທື່ອວ່າ ທາງການລາວຈະເຫັນດີຫຼືບໍ່, ຍັງຕ້ອງໄດ້ລໍຖ້າການປະຊຸມ ກັບຝ່າຍໄທຍກ່ອນ, ຂນະນີ້ຍັງບໍ່ຮູ້.
“ໂຕນີ້ເຮົາກະບໍ່ຮູ້ຄືກັນເດີ ເພາະວ່າເພິ່ນຍັງຕຽມເອກກະສານ (ປະຊຸມ) ເຮົາກະຍັງບໍ່ທັນຮູ້ວ່າເພິ່ນສິເຮັດແນວໃດຫັ້ນນະ.”
ໃນຂນະດຽວກັນ ແມ່ຄ້າຂາຍເຄື່ອງຍ່ອຍຢູ່ ແຂວງສາລະວັນ ກໍເວົ້າໃນມື້ດຽວກັນນີ້ວ່າ ເຫັນດີໃຫ້ເປີດດ່ານປາກແຊງ ປາກຕະພານ ເພື່ອຂົນສົ່ງສິນຄ້າຣະຫວ່າງແຂວງ, ແຕ່ທາງການ ໄທຍ ຕ້ອງເຂັ້ມງວດທີ່ສຸດໃນການກວດກາ ແລະປ້ອງກັນບໍ່ໃຫ້ຄົນໄທຍລັກຂ້າມ ມາຝັ່ງລາວ.
“ກໍເຫັນດີຢູ່ດອກ ຄັນບໍ່ມີຄົນ ຄັນເຂົາບໍ່ລັກລອບ ຂ້ອຍຢ້ານໂຕດຽວຫັ້ນແຫຼະ ຄືພວກຢູ່ປາກແຊງ ເຂົາເຂົ້າໄປຊື້ (ເມືອງ) ເຂັມມະລາດ ຈັ່ງຊີ້ ຢູ່ນີ້ຄືກັນ ເຂົາເຂົ້າໄປຊື້ຢູ່ໃນເມືອງຈັ່ງຊີ້ ແຖວເມືອງຄົງເຊໂດນ ຂະເຈົ້າຂາຍສົ່ງຂາຍຫຍັງ ແບບວ່າມາແຕ່ທາງຊ່ອງເມັກ ກະບໍ່ມີ ສິນຄ້າເຂົ້າ ຫັ້ນນະ ມັນກະຂາດຣາຍໄດ້ອີ່ຫຍັງ ມັນກະຂາດຫາຍໄປຫັ້ນແຫຼະ ມັນຈັ່ງຊີ້ກະເຊົາຂາຍເລີຍ ເພາະວ່າຄັນເຮົາຊິໄປເອົາຢູ່ ນອກ (ແຂວງ) ມັນຈະຕ້ອງເອົາມາຫຼາຍໆ ມັນຈັ່ງຄຸ້ມຄ່າ.”
ນາງເວົ້າຕື່ມວ່າ ໃນໄລຍະປິດດ່ານປາກຕະພານ ຣາຄາສິນຄ້າຕ່າງໆ ທັງອາຫານສົດອາຫານແຫ້ງ ແລະເຄື່ອງໃຊ້ທີ່ຈໍາເປັນຢູ່ແຂວງ ນີ້ແພງຂຶ້ນຍ້ອນໄດ້ໄປ ເອົາສິນຄ້າມາຈາກ ແຂວງສວັນນະເຂດ ແລະ ແຂວງຈໍາປາສັກມາຂາຍ.
ແລະຄົນຂາຍເຄື່ອງຍ່ອຍ ຢູ່ແຂວງສາລະວັນ ອີກຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ ເຫັນດີ ຫາກໄທຍ ແລະລາວ ເປີດດ່ານຊາຍແດນ ປາກແຊງ ປາກຕະພານ ຍ້ອນສິນຄ້າເກືອບທຸກຢ່າງ ເປັນສິນຄ້າໄທຍ ທີ່ຖືກນໍາເຂົ້າມາຜ່ານ 2 ດ່ານນີ້, ເມື່ອ ປິດດ່ານ ຕ້ອງໄດ້ໄປຊື້ເຄື່ອງຈາກ ແຂວງສວັນນະເຂດ ມາຂາຍ ເຮັດໃຫ້ຣາຄາສິນຄ້າແພງຂຶ້ນ:
”ຄົນບໍ່ໃຫ້ຂ້າມກະໄດ້ ແຕ່ວ່າເຮົາມີການສົ່ງເຄື່ອງສົ່ງຂອງກັນ ໄດ້ຈັ່ງຊີ້ນະ ມັນກະສິໂອເຄກວ່າໄດ໋ ແບບວ່າມີແຕ່ເຮົາສົ່ງພໍ່ຄ້າທາງນັ້ນ ແລ້ວ, ກະຄືເອົາລົງເຮືອມາເລີຍ ມີແຕ່ວ່າເຮົາ ຖ້າຮັບເອົາຂອງຢູ່ຝັ່ງນີ້ເລີຍກໍໄດ້ ເພາະວ່າມັນຕ້ອງນໍາເຂົ້າມາຈາກໄທຍໝົດ, ຊ່ວງນີ້ ເຂົາກະໄປຮັບເຄື່ອງ ມາຈາກສັວນນະເຂດ ມັນຫຼາຍຕໍ່ ເພື່ອສິມາຮອດ.”
ໃນຂນະດຽວກັນ ຜູ້ຂົນສົ່ງສິນຄ້າໄທຍມາລາວ ຢູ່ແຂວງອຸບົນ ກໍເວົ້າວ່າ ນັບຕັ້ງແຕ່ເກີດການຣະບາດຂອງໂຄວິດ-19 ມານີ້, ທາງ ບໍຣິສັດກໍບໍ່ໄດ້ຂົນສົ່ງສິນຄ້າ ຜ່ານທາງເຮືອຈັກເທື່ອ ຍ້ອນທາງການລາວ ສັ່ງປິດດ່ານຊາຍແດນທ້ອງຖິ່ນ ທັງໝົດ, ໃຫ້ເປີດສະເພາະ ດ່ານສາກົນບາງແຫ່ງ ເຊັ່ນດ່ານຊ່ອງເມັກ-ວັງເຕົ່າ, ໄດ້ຮັບຜົລກະທົບ:
“ທ່າເຮືອຍັງໆບໍ່ມີ ກໍມີຜົລກະທົບຄືກັນ ສ່ວນຫຼາຍຈະເປັນທາງຣົດຫຼາຍກວ່າ ໄລຍະໂຄວິດນີ້ ເຮັດຫຍັງກໍຍາກໄປໝົດ ຂົນຂອງໃຫ້ ລູກຄ້າກໍຍາກ ເພິ່ມຂັ້ນຕອນໃນການຂົນສົ່ງ ແລ້ວກະສຸ່ມສ່ຽງສິນຄ້າເສັຍຫາຍ.”
ກ່ຽວກັບການເຈຣະຈາເປີດ ດ່ານປາກແຊງ ປາກຕະພານ ທີ່ວ່ານີ້ ອີງຕາມຣາຍງານ ຂອງທາງການໄທຍ, ການເປີດດ່ານຣະຫວ່າງ ແຂວງອຸບົນ ແລະ ແຂວງສາລະວັນ ພາຍໃຕ້ຂໍ້ຈໍາກັດເຣື່ອງໂຄວິດ-19 ຈະເປັນປໂຍດ ທາງການຄ້າຊາຍແດນ 2 ຝັ່ງ ເພາະດ່ານນີ້ ເປັນດ່ານສໍາຄັນ ທີ່ໄທຍ ແລະ ລາວຮ່ວມກັນໃຊ້ສົ່ງອອກ ແລະນໍາເຂົ້າສິນຄ້າຫຼາຍ, ມີເງິນໝຸນວຽນຫຼາຍພັນລ້ານບາດຕໍ່ປີ, ໂດຍທີ່ ຝ່າຍລາວ ໄດ້ສົ່ງແຮ່ທາດຕ່າງໆ ແລະ ສິນຄ້າກະເສດຫຼາຍຢ່າງ ຮວມທັງມັນຕົ້ນຂາຍໃຫ້ໄທຍ.
ເມື່ອກ່ອນໜ້ານີ້ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະຊວງການຄ້າ ຂອງໄທຍ ກໍໄດ້ພົບພໍ້ກັບທ່ານ ແສງ ສຸຂະທິວົງ ທູດລາວປະຈໍາ ໄທຍ ທີ່ບາງກອກໃນມື້ວັນທີ 1 ກໍຣະກະດາ ນີ້, ໄດ້ປຶກສາຫາລືກັນ ໃນການເປີດດ່ານຊາຍແດນ ເພື່ອຂົນສົ່ງສິນຄ້າ ຊຶ່ງການຄ້າ ຣະຫວ່າງ 2 ປະເທດລາວ-ໄທຍ ໃນປີ 2020 ຜ່ານມາ ມີມູນຄ່າປະມານ 6,334 ລ້ານໂດລາສະຫະຣັຖ. ໃນນັ້ນການຄ້າຊາຍແດນ ກວມເອົາ 96.15% ແລະ ເປົ້າໝາຍໃນປີນີ້ ແມ່ນຈະໃຫ້ເພິ່ມຂຶ້ນ ເປັນ 11,000 ລ້ານໂດລາ ສະຫະຣັດ.