ຄຣູບາງຄົນ ຕ້ອງເຮັດວຽກເສີມ ເພື່ອກຸ້ມຄອບຄົວ
2018.10.09
ບັນດາຄຣູໃນລາວ ຢາກຮຽກຮ້ອງ ສວັດດີການ ແລະ ເງິນເດືອນສູງ, ດັ່ງພະນັກງານຄຣູ ທ່ານນຶ່ງ ຢູ່ເມືອງໄກສອນ ພົມວິຫານ ແຂວງ ສວັນນະເຂດ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 9 ກັນຍາ ນີ້ວ່າ:
“ກໍບໍ່ໄດ້ຕໍານິ ຣັຖດອກ ເພີ່ນກໍຊ່ວຍ ແຕ່ວ່າ ສວັດດີການສັງຄົມ ບໍ່ທັນໄດ້ດີເທົ່າທີ່ຄວນ ວັນຄຣູ ກໍຢາກຮຽກຮ້ອງ ຢາກໄດ້ເງິນນໍ້າມັນ ໃຫ້ຂຶ້ນຕື່ມ ແລ້ວກໍໃຫ້ອອກທັນໃຊ້ ຄັນເປັນໄປໄດ້ ຢາກໃຫ້ເພີ່ນ ເສີມຂື້ນຕົວນີ້ ຄືເງິນເດືອນ ເຮົາມັນກໍໜ້ອຍຫັ້ນນະ ມັນໜ້ອຍມັນບໍ່ກຸ້ມ ບໍ່ພໍໃຊ້ ຄ່ານໍ້າ ຄ່າໄຟ ກໍຄືກັນ ຂໍຕົວນີ້ແຫລະ ສາມແລະຮຽກຮ້ອງ ຄ່າປິ່ນປົວຟຣີ ເວລາເຈັບເປັນນີ້ ກໍເບິ່ງຢູ່ ແຕ່ວ່າ ເຮົາຕ້ອງແລ່ນ ເອກະສານຫຼາຍອັນ ຫຼາຍແນວນະ.”
ນາງກ່າວຕື່ມວ່າ ສາເຫດທີ່ ຢາກໃຫ້ຣັຖບານ ຍົກຣະດັບ ສວັດດີການ ໃຫ້ດີຂຶ້ນ ນັ້ນ ກໍຍ້ອນວ່າ ຄ່າຄອງຊີບ ໃນປັຈຈຸບັນ ແພງຫລາຍ ຖ້າທຽບໃສ່ເງິນເດືອນ ຂອງພນັກງານຄຣູ ຊື່ງຄຣູບາງຄົນ ກໍຕ້ອງໄປເຮັດວຽກເສີມ ຫຼື ສອນໜັງສືເພີ້ມ ເພື່ອກຸ້ມຄອບຄົວ.
ແລະວ່າ ບັນຫານຶ່ງ ກໍແມ່ນເຣື່ອງປິ່ນປົວ ເວລາເຈັບເປັນ ຢາກໃຫ້ທາງການ ແກ້ບັນຫານີ້ ໃຫ້ດີຂຶ້ນ ຍ້ອນທຸກມື້ນີ້ ເມື່ອໄປປິ່ນປົວ ຢູ່ໂຮງໝໍ ຕ້ອງເສັຽເງິນຫລາຍ ຈິ່ງຢາກຮຽກຮ້ອງ ໃຫ້ຣັຖບານ ເພີ່ມ ເງິນຕື່ມ, ແຕ່ທາງເຈົ້າໜ້າທີ່ ຫ້ອງການສຶກສາທິການ ຂອງລາວ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ທາງ ກະຊວງ ຍັງບໍ່ທັນມີແຜນ ຍົກຣະດັບ ຄຸນນະພາບຊີວິດ ແລະ ສວັດດີການ ໃຫ້ຣັຖກອນຄຣູເທື່ອ ເພາະຍັງເລັ່ງໃສ່ ຣະດັບ ຄຸນນະພາບ ໂຮງຮຽນຕ່າງໆ ທົ່ວປະເທດກ່ອນ ທ່ານວ່າ:
“ສວັດດີການ ເປັນບຸກຄົນ ຍັງບໍ່ທັນມີງົບ ເພາະວ່າ ຄຣູຣັຖກອນ ມັນຄົນຫຼາຍຫັ້ນນະ ແຕ່ວ່າ ເຮົາກໍຊ່ວຍຢູ່ ຄືວ່າ ສ້າງໂຮງຮຽນ ຫ່າງໄກສອກຫຼີກ, ອຸປກອນກິລາບານເຕະ, ບານຕີ ກໍຊ່ວຍ ແທ້ງນໍ້າ ເປັນນໍ້າປະປາ ກໍໄປຕັ້ງໃຫ້ແລ້ວ ຊ່ວຍຫລາຍຢ່າງຫັັ້ນນະ ແຕ່ວ່າ ສວັດດີການຄຣູ ຍັງບໍ່ທັນມີງົບເທື່ອ ແຕ່ຕົວນີ້ຫັ້ນ ຊ່ວຍເຫລືອໂຮງຮຽນ ຫ່າງໄກສອກຫລີກ ໄປກ່ອນ ຖ້າມີງົບນໍາຫລັງ ເພີ່ນຈັ່ງສິຊ່ວຍ.”
ປັດຈຸບັນ ບັນດາຄຣູຣັຖກອນ ໄດ້ຮຽກຮ້ອງໃຫ້ທາງການ ປັບປຸງ ເຣື້ອງສວັດດີການ ຂຶ້ນຕື່ມ ແລ້ວບັນດາຄຣູອາສາ ຊື່ງມີຢູ່ທຸກແຂວງ ໃນທົ່ວປະເທດ ເປັນຕົ້ນແຂວງຜົ້ງສາລີ 666 ຄົນ ແລະ ແຂວງ ຈໍາປາສັກ 400 ປາຍຄົນ ກໍຢາກໃຫ້ຣັຖບານ ມີເງິນຊ່ວຍເຫລືອ ໃນຣະຫວ່າງ ທີ່ພວກເຂົາເຈົ້າ ເປັນພຽງ ຄຣູອາສາ ສອນແຕ່ລະເດືອນ ນັ້ນນໍາ.