ອາຄານຫຼັງໃໝ່ ໃນໂຮງໝໍ ມະໂຫສົດ ຍັງບໍ່ຄືບໜ້າ
2018.10.01
ການກໍ່ສ້າງອາຄານຜູ້ປ່ວຍ ຫລັງໃໝ່ ຢູ່ໂຮງໝໍ ມະໂຫສົດ ນະຄອນຫລວງວຽງັຈນ ຍັງບໍ່ມີຄວາມຄຶບໜ້າ ວ່າຈະເຮີ້ມສ້າງ ເມື່ອໃດກັນແທ້ ເນື່ອງຈາກວ່າ ເມື່ອຕົ້ນປີ 2018 ນີ້ ກະຊວງສາທາຣະນະສຸກບອກວ່າ ຈະເຣີ້ມດໍາເນີນການກໍ່ສ້າງ ໃນກາງປີນີ້ ແຕ່ກໍຍັງບໍ່ມີການເຄື່ອນໄຫວໃດໆ.
ປັດຈຸບັນ ມີຜູ້ປ່ວຍເຂົ້າມາ ປິ່ນປົວ ຢູ່ໂຮງໝໍມະໂຫສົດ ຈໍານວນບໍ່ຕໍ່າກວ່າ 500 ຄົນ ໃນແຕ່ລະມື້ ຢ່າງແອອັດ ບາງຜແນກ ໂດຍສເພາະ ຜແນກຜ່າຕັດ ຕ້ອງຍ້າຍຜູ້ປ່ວຍ ນອກເຂົ້າມາຊັບຊ້ອນ ກັບຜູ້ປ່ວຍໃນ ຍ້ອນຕຽງບໍ່ພຽງພໍ. ດັ່ງເຈົ້າໜ້າທີ່ ໂຮງໝໍມະໂຫສົດ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 1 ເດືອນ ຕຸລາ ນີ້ວ່າ:
“ຍັງໆ ຍັງບໍ່ທັນມີການເຄື່ອນໄຫວຫຍັງເດ ຍັງບໍ່ເຫັນຫຍັງເທື່ອ ກໍຍ້າຍແລ້ວ ຍ້າຍມາໂຮມກັນ ແລ້ວບາງຜແນກ ກໍ 2 ຜແນກ ຍ້າຍມາຢູ່ ນໍາກັນ ບ່ອນນອນກໍຈໍາກັດ ພາຍນອກ ກໍໄປນອນພາຍໃນ ກໍ່ມີສິນະ ຕອນກ່ອນປາດ ນອນໄດ້ຢູ່ ແຕ່ຫລັງປາດ ມັນຕ້ອງນອນຢູ່ນີ້ ຢູ່ແລ້ວ.”
ທ່ານກ່າວຕື່ມວ່າ ນັບແຕ່ຕົ້ນປີມາ ຫຼາຍຜແນກ ຢູ່ໂຮງໝໍມະໂຫສົດ ໄດ້ຍຸບຜແນກ ມາໂຮມກັນ ເພື່ອກະຕຽມ ໃຫ້ບໍຣິສັດຈີນ ຜູ້ຮັບເໝົາກໍ່ສ້າງ ອາຄານຜູ້ປ່ວຍ ຫລັງໃໝ່ ເຂົ້າມາກໍ່ສ້າງ ແຕ່ມາຮອດປັດຈຸບັນ ກໍຍັງບໍ່ມີຄວາມຄືບໜ້າຫຍັງເທື່ອ ເຮັດໃຫ້ ພະນັກງານແພດ ແລະ ໝໍ ບໍ່ມີບ່ອນຢູ່ ບ່ອນເຊົາ.
ກ່ຽວກັບເຣື້ອງນີ້ ທາງວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຍັງ ກະຊວງສາທາຣະນະສຸກ ຂອງລາວ, ຊຶ່ງເປັນຜູ້ອານຸມັດ ໂຄງການກໍ່ສ້າງ ເພື່ອຢາກຮູ້ ຣາຍຣະອຽດ ກ່ຽວກັບ ຄວາມຄືບໜ້າ ໃນການກໍ່ສ້າງ ອາຄານຫລັງໃໝ່ນີ້ ແຕ່ທາງເຈົ້າໜ້າທີ່ ບອກວ່າ ບໍ່ສາມາດເປິດເຜີຍ ຣາຍລະອຽດເທື່ອ.
ສໍາລັບໂຄງການ ກໍ່ສ້າງອາຄານຫລັງໃໝ່ ຂອງໂຮງໝໍມະໂຫສົດ ເປັນໂຄງການຮ່ວມມື ຣະຫວ່າງ ຣັຖບານລາວ ແລະ ຈີນ. ເມື່ອເດືອນ ມິຖຸນາ 2017 ຜ່ານມາ ຈີນ ໄດ້ສົ່ງ ເຈົ້າໜ້າທີ່ ສະຖາປານິກ ແລະ ຜູ້ຊຽວຊານ ມາເກັບກໍາຂໍ້ມູນ ແລະ ສຶກສາ ສະພາບ ຂອງອາຄານ ຂອງ ໂຮງໝໍມະໂຫສົດ ເພື່ອວາງແຜນ ສ້າງຕືກໃໝ່ ສາມາດບັນຈຸ 630 ຕຽງ ສູງ 8 ຊັ້ນ. ງົບປະມານ ໃນການກໍ່ສ້າງ ປະມານ 751 ພັນ 600 ລ້ານກິບ ຫຼື 600 ລ້ານ ຢວນ, ໂດຍມີກໍານົດ ສ້າງສໍາເລັດ ໃນປີ 2020.