ລາວໃຊ້ງົປມານໃນຢາວັກຊິນ ປ້ອງກັນ ພຍາດ

ມະນີຈັນ
2014.06.25
F-health ກະຊວງສາທາຣະນະສຸຂ
LPDR

 

ສປປລາວ ເປັນ ປະເທດນຶ່ງ ໃນພາກພື້ນ ທີ່ ມີອັຕຣາ ການເຕີບໂຕ ທາງ ເສຖກິດ ສູງທີ່ສຸດ ໃນ ຫລາຍປີ ຜ່ານມາ ຄື ປະມານ 8 ສ່ວນຮ້ອຍ ແຕ່ໃນ ເວລາ ດຽວກັນ ກໍຂາດເຂີນ ງົບປະມານ. ສະນັ້ນ ຈຶ່ງ ໝາຍຄວາມ ວ່າ ພະນັກງານ ພັກ-ຣັຖ ຮວມທັງ ທ່ານໝໍ ແລະ ນາງ ພຍາບານ ກໍບໍ່ໄດ້ ຮັບ ເງິນເດືອນ ເປັນ ເວລາ ຫລາຍໆ ເດືອນ ນໍາດ້ວຍ. ຕາມຣາຍງານ ຂ່າວ ທີ່ ຂຽນໂດຍ Steve Finch ຈາກ ນະຄອນ ຫລວງ ວຽງຈັນ ໃນວັນທີ 23 ມີຖຸນາ 2014.

ໃນຂະນະ ທີ່ ຣັຖບານ ລາວ ມີບັນຫາ ດ້ານ ງົບປະມານ ຢູ່ນີ້ ເຈົ້າໜ້າທີ່ ຕ່າງປະເທດ ທີ່ ຊ່ວຍເຫລືອ ເປັນຫ່ວງວ່າ ຣັຖບານ ລາວ ຈະບໍ່ ສາມາດ ປະຕິບັດ ພັນທະ ດ້ານ ການເງິນ ໄດ້ ໃນເມື່ອ ງົບປະມານ ຂາດໆເຂີນໆ ແຕ່ກໍຕ້ອງ ໃຫ້ມີການ ສັກຢາ ປ້ອງກັນ ພຍາດ ໃຫ້ ປະຊາຊົນ ທີ່ ທົ່ວເຖິງ ຂຶ້ນ.

ໃນ ວັນທີ 12 ພຶສພາ ຜ່ານມາ ອົງການ ແມ່ ແລະ ເດັກ UNICEF ຣາຍງານ ວ່າ ຣັຖບານ ລາວ ໄດ້ມອບເງິນ 530 ພັນ ໂດລາ ສະຫະຣັຖ ແກ່ ໂຄງການ ສັກຢາ ກັນ ພຍາດ immunization ອັນເປັນການ ຢືນຢັນ ເຖິງການ ປະຕິບັດ ພັນທະ ປະກອບ ສ່ວນ ເຂົ້າໃນ ງົບປະມານ ທັງໝົດ 7 ລ້ານ 9 ແສນ ໂດລາ ໃນປີ 2014 ນີ້. ການ ປະຕິບັດ ພັນທະ ຂອງລາວ ເຮັດໃຫ້ ຕ່າງ ປະເທດ ທີ່ ໃຫ້ການ ຊ່ວຍເຫລືອ ໂລ່ງໃຈຂຶ້ນ.

ຫົວໜ້າ UNICEF ປະຈໍາລາວ Julia Rees ເວົ້າວ່າ ຖ້າມກາງ ສະພາບ ງົບປະມານ ຄືແນວນັ້ນ ເປັນເຣື້ອງ ທີ່ດີ ທີ່ ຣັຖບານ ລາວ ປະຕິບັດ ພັນທະ ທາງ ການເງິນ ຊຶ່ງຈະມີ ຜົລຫລາຍ ໃນການເຂົ້າ ຊ່ວຍຊີວິດ ຂອງ ເດັກນ້ອຍ ເປັນຕົ້ນ ເຣື້ອງການ ສັກຢາ ກັນ ພຍາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.