ເຂົ້າເປັນຣັຖກອນຍັງມີ ການຊື້ຈ້າງ

ການສອບເສັງ ເຂົ້າເປັນຣັຖກອນ ຍັງຫລິ້ນເສັ້ນ ຫລິ້ນສາຍ ຊື້ຈ້າງຈອບອອຍ ກັນຢູ່.

ກະຊວງການເງິນ ສປປລ ທີ່ ນະຄອນຫຼວງວຽງຈັນ RFA/NY

ນັກສຶກສາທີ່ຈົບໃຫມ່ ຜູ້ນຶ່ງທີ່ບໍ່ປະສົງອອກຊື່ແລະສຽງ ກ່າວວ່າ: ການສອບເສັງບັນຈຸເປັນຣັຖກອນ ໃນແຕ່ລະຄັ້ງນັ້ນ ຍັງຂາດຄວາມໂປ່ງໄສ ຍັງມີການຫລິ້ນເສັ້ນຫລິ້ນສາຍ ແລະຍັງໃຊ້ເງິນຊື້ຈ້າງຢູ່ ນັກສຶກສາ ທ່ານນີ້ ເວົ້າວ່າ:

“ຄັນຖ້າເຮົາ ບໍ່ມີເສັ້ນມີສາຍ ຫລືບໍ່ມີເງິນ ເຖິງແມ່ນເຮົາສິເສັງໄດ້ ເຮົາກະບໍ່ມີຊື່ນຳເຂົາດອກ ສ່ວນຫຼາຍການສອບເສັງແມ່ນເສັງເປັນຮູບການ ຊື່ໆ ແຕ່ຜູ້ສິເອົາເພິ່ນມີໄວ້ແລ້ວ.”

ແລະວ່າການສອບເສັງ ບໍ່ວ່າຈະສອບເສັງເພື່ອໄປຮຽນຕໍ່ ຫລືສອບເສັງເຂົ້າບັນຈຸເປັນຣັຖກອນ ຢູ່ໃນລາວ ສ່ວນຫຼາຍ ແມ່ນຍັງໃຊ້ເສັ້ນສາຍ ແລະການຊື້ຈ້າງດ້ວຍເງິນຢູ່. ປັດຈຸບັນ ແຕ່ລະຫ້ອງການ ຍັງມີພະນັກງານ ອາສາສມັກເຮັດວຽກດີ ແລະເຮັດວຽກມາຫຼາຍປີ ແຕ່ບໍ່ຖືກ ບັນຈຸເປັນຣັຖກອນ ຍ້ອນວ່າບໍ່ມີເສັ້ນສາຍ ແລະບໍ່ມີເງິນຈ້າງ ຈຶ່ງບໍ່ໄດ້ເປັນຣັຖກອນ ແຕ່ສຳລັບຜູ້ທີ່ມີເງິນຊື້ຈ້າງ ບໍ່ຕ້ອງມາເປັນພະນັກງານ ອາສາ ຫລືອາສາພຽງແຕ່ 6 ເດືອນຫາ 1 ປີ ກໍໄດ້ເປັນ ພະນັກງານແລ້່ວ.

ແຕ່ເຈົ້າໜ້າທີ່ ຫ້ອງການສຶກສາ ທ່ານນຶ່ງ ພັດເວົ້າວ່າການສອບເສັງ ມີຄວາມໂປ່ງໃສ ແລະປະຕິບັດຕາມ ກົດຣະບຽບທາງການ ຢ່າງເຄັ່ງຄັດ ທ່ານວ່າ ສຳລັບນັກສຶກສາ ຈົບໃໝ່ ທີ່ຈະເຂົ້າບັນຈຸ ເປັນຣັຖກອນນັ້ນ ຕ້ອງໄດ້ຜ່ານ ການສອບເສັງຄັດເລືອກ ເອົາຜູ້ທີ່ມີຄະແນນດີກ່ວາໝູ່ ໃນແຕ່ລະຂແນງການ ໂດຍອິງຕາມໂຄຕ້າ ຣັຖກອນໃໝ່ ທີ່ທາງສູນກາງກຳນົດອອກມາ, ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

“ສະເພາະນັກຮຽນຈົບໃໝ່ ແມ່ນຈະຕ້ອງໄດ້ເສັງ ເພື່ອຂັດເລືອກເອົາຜູ້ທີ່ວ່າມີຄະແນນດີ ເຂົ້າບັນຈຸເປັນຣັຖກອນ ຕາມຂະແໜງການຕ່າງໆ ຕາມໂຕເລກທີ່ເພິ່ນໃຫ້ມາ.”

ທ່ານກ່າວຕື່ມອີກວ່າ ນັກສຶກສາທີ່ຈົບໃໝ່ ຈາກ ຕ່າງປະເທດ ຫລືໃນປະເທດ ປະຈຸບັນມີຫລາຍ ແຕ່ໂຕເລກທີ່ຣັຖບານ ຈະຮັບເຂົ້າເປັນ ຣັຖກອນ ນັ້ນມີນ້ອຍໃນແຕ່ລະປີ, ນັກສຶກສາທີ່ສອບເສັງ ໄດ້ຄະແນນບໍ່ດີ ຈະຕ້ອງເຂົ້າເປັນ ພະນັກງານ ອາສາສມັກ ກ່ອນ ເພື່ອລໍຖ້າ ສອບເສັງ ໃນປີຕໍ່ໄປ ແລະ ການເປັນພະນັກງານ ອາສາສະໝັກ ນັ້ນຈະບໍ່ມີເງິນເດືອນໃຫ້, ດັ່ງທ່ານກ່າວອີກວ່າ:

“ພະນັກງານອາສານີ້ ແມ່ນເຮົາ ຈະບໍມີເງິນເດືອນໃຫ້ ມີແຕ່ວ່າເງິນອອກວຽກ ຖ້າໄດ້ອອກກະແມ່ນໄລ່ເງິນໃຫ້ ຕາມລະບຽບກະຊວງ ການເງິນ.”

ທ່ານວ່າ ໃນປັດຈຸບັນ ແຂວງຕ່າງໆ ມີພະນັກງານອາສາສມັກເພີ້ມຂຶ້ນເລື໊ອຍໆ ຣັຖບານລາວ ບໍ່ສາມາດບັນຈຸ ເປັນຣັຖກອນ ໄດ້ຫມົດ ຍ້ອນວ່າຂາດງົບປະມານ ແລະ ບໍ່ຕ້ອງການຫລາຍປານນັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org