ເຂດເສຖກິດພິເສດກະທົບ ຄົນທ້ອງຖິ່ນ
2018.07.19
ເລີ້ມແຕ່ປີ 2002 ເປັນຕົ້ນມາ ສປປລາວ ມີແຜນຈະສ້າງເຂດເສຖກິດພິເສດ 41 ແຫ່ງໃນລາວ ໃນທົ່ວປະເທດ ເພື່ອສ້າງວຽກເຮັດງານທຳ ແລະຣາຍໄດ້ເຂົ້າສູ່ປະເທດຊາດ ໃນແຜນການພັທນາ ເສຖກິດ ສັງຄົມ ຂອງ ຣັຖບານລາວ ມາຮອດ ປັດຈຸບັນ ສາມາດສ້າງໄດ້ພຽງແຕ່ 12 ແຫ່ງໂດຍບໍ່ຮວມກັບ ເຂດເສຖກິດພິເສດ ມະຫານາທີ ສີທັນດອນ ທີ່ຫາກໍ່ລົງນາມກັນ ຫລັງໆຜ່ານມານີ້.
ເຈົ້າຫນ້າທີ່ຣະດັບສຸງ ສປປລາວເວົ້າວ່າ ໃນບັນດາ ເຂດເສຖກິດພິເສດ ທີ່ ສປປລາວສ້າງ 12 ແຫ່ງ ໃນປັດຈຸບັນນີ້ ມີບໍຣິສັດຕ່າງຊາດ ເຂົ້າມາລົງທຶນ ເຖີງ 377 ບໍຣິສັດ ໃນມູນຄ່າການລົງທຶນ ປະມານ 23 ຕື້ ໂດລາ ສ້າງວຽກເຮັດງານທຳ ປະມານ 20 ກວ່າ ຄົນໃນນັ້ນ ຄົນງານລາວ ປະມານ 9 ພັນ ກວ່າຄົນໄດ້ວຽກເຮັດງານທຳ ແລະສ້າງຣາຍໄດ້ໃຫ້ແກ່ ປະເທດຊາດກວ່າ 160 ຕຶ້ື້ກີບ.
ທ່ານ ຄຳລຽງ ພົນເສນາ ຮອງຣັຖມົນຕຣີກະຊວງແຜນການ ແລະການລົງທຶນ ສປປລາວ ກ່າວຕໍ່ກອງປະຊຸມ ສລຸບຜົລການຈັດຕັ້ງປະຕິບັດ ວຽກງານການພັທນາ ເຂດເສຖກິດພິເສດ ໃນລາວ ປະຈຳປີ 2017 ແລະ ທິດທາງແຜນການພັທນາ ໃນປີ 2018 ວ່າ ເຂດເສຖກິດພິເສດ ທີ່ຖືກຕັ້ງຂຶ້ນມາ ຄັ້ງທຳອິດໃນລາວ ແມ່ນ ເຂດເສຖກິດພິເສດ ສວັນ-ເຊໂນ ໃນປີ 2002 ເປັນການທົດລອງ ຫລັງຈາກນັ້ນມາ ກໍມີການ ເຕີບໂຕຢ່າງຕໍ່ເນື່ອງ.
ຊຶ່ງໃນປັດຈຸບັນ ທົ່ວປະເທດມີເຂດເສຖກິດພິເສດ ແລະສະເພາະແລ້ວ ປະມານ 12 ແຫ່ງ ມີບໍຣິສັດເຂົ້າມາລົງທຶນ 377 ບໍຣິສັດ ມີທຶນ ຈົດທະບຽນຢ່າງເປັນທາງການ ກວ່າ 64 ຕື້ກີບ ຫລື ປະມານ 8 ຕື້ ໂດລາປາຍ ໃນແຜນການການລົງທຶນ ທັງຫມົດ 2.50 ແສນຕື້ກີບ ຫລືປະມານ 32 ຕື້ ໂດລາ ມີການລົງທຶນໄປແລ້ວປະມານ 1.8 ຕື້ໂດລາ ສາມາດສົ່ງອອກສິນຄ້າ ພາຍໃຕ້ ເຄື່ອງໝາຍສິນຄ້າ Made in Laos ໃນມູນຄ່າກວ່າ 6.7 ຕື້ກີບ ຫລືປະມານ 822 ລ້ານໂດລາ.
ທ່ານວ່າ ສຳລັບການລົງທຶນໃນປີ 2017 ປີດຽວ ມີບໍຣິສັດເຂົ້າມາລົງທຶນ 71 ບໍຣິສັດ ມີທຶນຈົດທະບຽນ 92 ລ້ານໂດລາ ໃນແຜນການ ລົງທຶນ ທັງຫມົດ 166 ລ້ານໂດລາ ທຽບໃສ່ປີ 2016 ເພີ້ມຂຶ້ນ 30 ບໍຣິສັດ ສ້າງຣາຍໄດ້ໃຫ້ແກ່ ຣັຖບານກວ່າ 11 ລ້ານ ໂດລາ ສ້າງວຽກເຮັດງານທຳ ປະມານ 16 ພັນຕຳແຫນ່ງ ໃນນັ້ນມີຄົນງານລາວ ໄດ້ເຮັດວຽກເຖິງ 7 ພັນຄົນ. ວຽກສ່ວນໃຫຍ່ແມ່ນ ການສ້າງ ໂຄງຮ່າງພື້ນຖານ ປະເພດຕ່າງໆ ສ່ວນໃຫຍ່ໃນແຂວງພາກເຫນືອ ເປັນຕົ້ນ ທີ່ແຂວງ ຫລວງນ້ຳທາ ເຂດສາມຫລ່ຽມຄຳ ບໍ່ເຕັນແດນຄຳ ທຽບໃສ່ ປີ 2016ແລ້ວ ການຈ້າງງານເພີ້ມຂຶ້ນກວ່າ 1 ພັນຄົນ.
ສຳລັບປີ 2018 ຄາດວ່າຈະມີບໍຣິສັດເຂົ້າມາລົງທຶນເພີ້ມອີກ 95 ບໍຣິສັດໃນມູນຄ່າການລົງທຶນປະມານ 239 ລ້ານໂລດາ ຈະສ້າງວຽກເຮັດ ງານທຳເພີ້ມອີກ 4 ພັນປາຍຄົນ ແລະ ຣັຖບານລາວຈະສາມາດເກັບອາກອນ ຕາມສັນຍາການສຳປະທານ ໄດ້ອີກ 8 ລ້ານໂດລາ ສາມາດສົ່ງສິນຄ້າ ອອກໃນມູນຄ່າ 462 ລ້ານໂດລາ ນອກຈາກນັ້ນ ທ່ານວ່າ ຣັຖບານຍັງສນັບສນູນ ການສ້າງຕັ້ງເຂດເສຖກິດ ຂນາດໃຫຍ່ ມະຫານາທີ ສີທັນດອນ ທີ່ແຂວງຈຳປາສັກ ພາກໃຕ້ຂອງລາວ ນຳອີກໃນມູນຄ່າ ການລົງທຶນປະມານ 9 ຕື້ໂດລາ ແລະຍັງໄດ້ຕິດຕາມ ການຈັດຕັ້ງປະຕິບັດ ການສ້າງ ເຂດເສຖກິດພິເສດ ເປັນຕົ້ນການສ້າງເມືອງໃຫມ່ ທີ່ທັນສມັຍ ທີ່ແຂວງຫລວງນ້ຳ ອຸດົມໄຊ ແລະແຂວງອື່ນໆ ໃນເຂດພາກເຫນືອ ທີ່ລົງທືນໂດຍຈີນ,
ທັງຫມົດນີ້ແມ່ນ ບົດລາຍງານ ຂອງຫນັງສືພີມ ເສຖກິດສັງຄົມ ຂອງທາງການລາວ ສະບັບວັນທີ 8 ເດືອນພຶສພາ ປີ 2018 ແຕ່ທາງການ ລາວ ບໍ່ໄດ້ບອກເຖິງຫນີ້ສິນ ແລະຜົລກະທົບ ຕໍ່ປະຊາຊົນທ້ອງຖິ່ນ ໃນບົດຣາຍງານ ດັ່ງກ່າວ ແຕ່ຢ່າງໃດ.
ເຖິງຢ່າງໃດກໍຕາມ ນັກວິຊາການ ທ່ານນຶ່ງເວົ້າວ່າ ສປປລາວ ໄດ້ຮັບຜົລປໂຍດ ຈາກການສ້າງລາຍໄດ້ ໃນການໃຫ້ສຳປະທານ ໃນແຕ່ລະປີ, ສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນລາວ ຫລາຍພັນຄົນ ຮ່ວມທັງເປັນການສ້າງຊື່ສຽງ ໃຫ້ແກ່ການຜລິດ ສິນຄ້າເພື່ອສົ່ງອອກ ໂດຍການ ໃຊ້ກາສີນຄ້າ Made in Laos ເປັນຢ່າງດີ ເປັນການຝຶກແຮງງານລາວ ໃນການເຮັດວຽກແບບມາຕຖານ ແລະ ມີການແຂ່ງຂັນສູງ.
ແຕ່ໃນຂນະດຽວກັນຜົລເສັຽທີ່ລາວ ໄດ້ຮັບກໍແມ່ນວ່າ ສ້າງຫນີ້ສິນໃຫ້ແກ່ຣັຖບານຫລາຍຂຶ້ນ ຍ້ອນວ່າ ເຂດເສຖກິດບາງແຫ່ງ ທາງການລາວ ໃຊ້ທຶນເອງ ໃນການພັທນາໂຄງຮ່າງພື້ນຖານ ກ່ອນຈະມີນັກລົງທຶນສົນໃຈ ເຂົ້າມາລົງທຶນ. ດັ່ງຕົວຢ່າງ ເຂດ ເສຖກິດພິເສດ ສວັນ-ເຊໂນ ດັ່ງເຈົ້າຫນ້າທີ່ກ່ຽວຂ້ອງທ່ານນຶ່ງເວົ້າວ່າ:
"ໂດຍລວມສິເປັນເຣຶ່ອງປ່ຽນມາປັບເປັນເຂດ ເສຖກິດຕ່າງໆ ໃຫ້ມັນເອີ້ນເປັນເຂດຕາມຊຶ່ແຂວງ ເລີຍ ມັນຈຶ່ງຮູ້ທີ່ຕັ້ງ ແລະພິດງ່າຍປະມານນີ້ ແບບເຂດເສຖກິດພິເສດ ສວັນ-ເຊໂນ ແຫລະ ເຂດດຽວ ແຕ່ວ່າມີຫລາຍໂຊນ A B C D ມີປັບໃຫ້ມັນກົມກືນກັນ ຊື່ໆ."
ແລະໃນຫລາຍເຂດໃນລາວ ດັ່ງການສ້າງຖນົນຫົນທາງ ຣະບົບໄຟຟ້າ ນ້ຳປະປາ ແລະສາທາຣະນຸປະໂພຄ ປະເພດຕ່າງໆ ຕ້ອງພ້ອມ ເພື່ອກະຕຸ້ນນັກລົງທຶນ ບາງເຂດໄດ້ສ້າງແດ່ແລ້ວກໍຍົກເລີກໄປ ຍ້ອນບໍ່ມີນັກລົງທຶນສົນໃຈ ນອກຈາກນັ້ນ ຣັຖບານລາວ ຍັງໄດ້ຮ່ວມຫຸ້ນ ໃນບາງໂຄງການ ໃນບາງເຂດນຳອີກເປັນເງີນຫລາຍ ຮ້ອຍລ້ານໂດລາ ຊື່ງເງິນດັ່ງກ່າວເປັນເງິນກູ້ຢືມ ຈາກຕ່າງປະເທດຫລື ສະຖາບັນ ການເງິນ ຕ່າງໆໃນລາວ. ເປັນແບບດຽວກັນກັບ ໂຄງການຣົດໄຟຄວາມໄວສູງ ແລະໂຄງການຖນົນ ສາຍດ່ວນຣະຫວ່າງລາວກັບຈີນ ຫລື ໂຄງການໃຫຍ່ໆ ທີ່ຣັຖບານລາວ ຮ່ວມຫຸ້ນ.
ບັນຫາສອງແມ່ນການໂຍກຍ້າຍປະຊາຊົນ ໃນເຂດເຂດເສຖກິດພິເສດ ໃນລາວຫລາຍແຫ່ງ ເປັນຕົ້ນ ເຂດບຶງທາດຫລວງ ຫລາຍຮ້ອຍ ຄອບຄົວ ເຂດເສຖກິດພິເສດ ໄຊເສດຖາ ແລະໄຊທານີ ນະຄອນຫລວງວຽງຈັນ ເຂດດົງໂພສີ ເຂດສນາມ ກ໋ອຟ ລອງທັນ ຂອງວຽດນາມ ເຂດ ບໍເຕັນແດນຄຳ ເຂດສາມຫລ່ຽມຄຳ ກາຊີໂນ ທີ່ບໍ່ແກ້ວ ແລະເຂດອື່ນໆ ຫລາຍເຂດໃນລາວ ກໍມີການໂຍກຍ້າຍຊາວບ້ານຫຼາຍຮອ້ຍ ຄອບຄົວ ຈາກຈາກພື້ນທີ່ ທາງການລາວ ບໍ່ໄດ້ເອີ່ຍເຖິງເຣື້ອງນີ້ ແຕ່ຢ່າງໃດ.
ນັກວິຊາການທ່ານນີ້ກ່າວຕື່ມວ່າ ການທີ່ມີນັກລົງທຶນເຂົ້າມາລົງທຶນ ໃນເຂດເສຖກິດພິເສດຂອງລາວ ໃນອະດີດ ກໍຍ້ອນວ່າ ມາສວຍໃຊ້ ຜົລປໂຍດທີ່ ສປປລາວ ໄດ້ຮັບຈາກການລຸດກຳແພງພາສີ ໃນການສົ່ງສິນຄ້າ ອອກຈາກລາວໄປໃນຫລາຍປະເທດ ໃນໂລກ ເປັນຕົ້ນ ສະຫະພາບຢູໂຣບ ແລະ ສະຫະຣັດ ອາເມຣີກາ ຍ້ອນວ່າ ໃນຖານະລາວ ເປັນປະເທດດ້ອຍພັທນາ ແລະ ບໍ່ມີທາງອອກສູ່ທະເລ ຖ້າວັນນຶ່ງ ຫາກລາວຫລຸດພົ້ນ ຈາກການເປັນຖານະປະເທດ ດ້ອຍພັທນາແລ້ວ ສິດທິພິເສດດັ່ງກ່າວ ອາດຈະຫມົດໄປ ຍັງບໍ່ແນ່ວ່າ ຈະມີນັກລົງທຶນ ມາລົງທຶນຢູ່ລາວ ຫລືບໍ່ ແລະກຸ່ມທີ່ລົງທຶນແລ້ວນັ້ນ ຍັງຈະສືບຕໍ່ຜລິດສີນຄ້າໃນລາວຫລືບໍ່ ຫລືອາດຍ້າຍໂຮງງານ ໄປຢູ່ປະເທດອື່ນ ບ່ອນທີ່ຍັງມີຖານະ ດັ່ງກ່າວນັ້ນຢູ່.
ແຕ່ສຳລັບ ນັກລົງທຶນຈີນ ນັ້ນ ທ່ານວ່າ ແມ່ນມາລໍຖ້າ ເສັ້ນທາງຣົດໄຟລາວ-ຈີນ ສ້າງສຳເຣັດເພືຶ່ອສົ່ງສີນຄ້າໄປຈີນ ແລະໄປ ປະເທດ ອາຊຽນທັງຫລາຍ ໃນແຜນການ BELT & RAOD ຂອງ ຣັຖບານຈີນເທົ່ານັ້ນ ແລະບາງບໍຣິສັດ ແມ່ນເງິນສນັບສນູນ ຈາກຣັຖບານຈີນ ໂດຍກົງເພື່ອຜົລປໂຍດຂອງຈີນຫລາຍກວ່າ.