ປີ 2023, ລາວ ຂາຍໄຟຟ້າໄດ້ 2 ຕື້ 368 ລ້ານໂດລ້າຣ໌ ສະຫະຣັຖ

ຈຳປາທອງ
2023.12.29
ປີ 2023, ລາວ ຂາຍໄຟຟ້າໄດ້ 2 ຕື້ 368 ລ້ານໂດລ້າຣ໌ ສະຫະຣັຖ ເສົາສາຍສົ່ງ ໄຟຟ້າແຮງສູງ ຂອງຣັຖວິສາຫະກິຈ ໄຟຟ້າລາວ ໃນເຂດນະຄອນຫຼວງວຽງຈັນ, (TS) ເດືອນກໍຣະກະດາ 2022
RFA

ຢູ່ປະເທດລາວ ຜລິຕໄຟຟ້າໄດ້ ໃນປີ 2023 ນີ້ ໄດ້ເຖິງ 48,904 ລ້ານກິໂລວັຕໂມງ, ມູລຄ່າ 58,285 ຕື້ກີບ. ໃນນັ້ນ, ໄດ້ສົ່ງຂາຍ ໄປຕ່າງປະເທດ 38,106 ລ້ານກິໂລວັຕໂມງ, ມູລຄ່າ 2,368 ລ້ານໂດລ້າຣ໌ ສະຫະຣັຖ ແລະ ສ່ວນທີ່ເຫຼືອ ຂາຍຢູ່ພາຍໃນປະເທດ ມູລຄ່າ 765 ລ້ານໂດລ້າຣ໌ ສະຫະຣັຖ, ອີງຕາມຣາຍງານ ຂອງສູນຂ່າວພະລັງງານ ແລະ ບໍ່ແຮ່ ທີ່ອີງໃສ່ ບົດຣາຍງານ ຂອງທ່ານ ທອງພັດ ອິນທະວົງ, ຮອງຣັຖມົນຕຣີ ກະຊວງພະລັງງານ ແລະ ບໍ່ແຮ່ ຕໍ່ກອງປະຊຸມ ສຣຸບການຈັດຕັ້ງປະຕິບັດ ແຜນພັທນາ ວຽກງານພະລັງງານ ແລະ ບໍ່ແຮ່ ປະຈໍາປີ 2023 ເມື່ອວັນທີ 21 ທັນວານີ້.

ມາຮອດປັດຈຸບັນ, ໂຄງການພັທນາ ພະລັງງານໄຟຟ້າ ໃນລາວ ທັງເຂື່ອນໄຟຟ້າ, ໄຟຟ້າພະລັງງານລົມ ແລະ ໂຮງໄຟຟ້າຖ່ານຫິນ ຜລິຕໄຟຟ້າ ເພື່ອສົ່ງຂາຍ ໄປຕ່າງປະເທດ ເປັນສໍາຄັນ ແລະ ກໍມີສ່ວນແບ່ງໃຫ້ ຣັຖວິສາຫະກິຈ ໄຟຟ້າລາວ ເພື່ອນໍາໃຊ້ ພາຍໃນປະເທດ ທີ່ເປັນຈຳນວນໜ້ອຍ, ອີງຕາມຄໍາເວົ້າ ຂອງພະນັກງານ ປະຈໍາໂຄງການ ໄຟຟ້າພະລັງງານລົມ ຢູ່ແຂວງເຊກອງ ນາງນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ທັນວາ ນີ້.

ຂອງເຮົາແມ່ນ 600 ເມກະວັຕ, ແຕ່ວ່າ ເຮົາຈະສົ່ງຂາຍ ຂາຍທັງເບິດ ເຮົາບໍ່ໄດ້ໃຊ້ພາຍໃນ, ພາຍໃນແຂວງ, ສົ່ງຂາຍໄປຕ່າງປະເທດ. ຢູ່ພື້ນທີ່ ຢູ່ເຊກອງ ຢູ່ດາກຈຶງ.

ພ້ອມດຽວກັນນັ້ນ, ເຈົ້າໜ້າທີ່ ຣັຖວິສາຫະກິຈ ໄຟຟ້າລາວ ຢູ່ແຂວງເຊກອງ ທ່ານນຶ່ງ ກໍເວົ້າວ່າ ເຖິງແມ່ນ ຢູ່ແຂວງເຊກອງ ຈະມີໂຄງການ ເຂື່ອນໄຟຟ້າ ແລະ ໂຄງການໄຟຟ້າ ພະລັງງານລົມ ຫຼາຍກໍຕາມ, ແຕ່ກໍຍັງມີຫຼາຍບ້ານ ຢູ່ພາຍໃນແຂວງນີ້ ທີ່ຍັງບໍ່ທັນມີ ໄຟຟ້າໃຊ້, ແຕ່ກໍເປັນ ຈໍານວນໜ້ອຍ.

ໂອ້, ​ເຂດເມືອງກະລຶມ ພຸ້ນ, ກະຫຼາຍຢູ່ດອກ ມັນບ້ານນ້ອຍ ຢູ່ຫ່າງໄກສອກຫຼີກຫັ້ນ. ຫົວໜ້າ ເພິ່ນກະຂຶ້ນແຜນຢູ່ ວ່າຊິເຮັດ ແລ້ວກະສໍາຣວດໂຕຈິງ ບ້ານທີ່ຫ່າງໄກສອກຫຼີກ. ໂອ້, ຍັງໜ້ອຍດຽວ ທຽບໃສ່ເປີເຊັນ ມັນກະຍັງບໍ່ເຖິງ 5-6 ເປີເຊັນ.

ແລະ ຢູ່ແຂວງຄໍາມ່ວນ, ຊຶ່ງເປັນອີກແຂວງນຶ່ງ ທີ່ມີການລົງທຶນ ສ້າງເຂື່ອນໄຟຟ້າ ຈໍານວນບໍ່ໜ້ອຍ ແລະ ສົ່ງຂາຍ ໃຫ້ຕ່າງປະເທດນັ້ນ, ນັກວິຊາການ ດ້ານໄຟຟ້າ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ຍັງມີຫຼາຍບ້ານ ໃນບາງເຂດ ຂອງເມືອງ ທີ່ຍັງຂາດໄຟຟ້າ ຈາກເຂື່ອນມາໃຊ້ ເຮັດໃຫ້ຊາວບ້ານ ບາງບ້ານ ໃຊ້ພະລັງງານ ແສງຕາເວັນ ຫຼື ໂຊລ້າເຊລ.

ສະເພາະເຂື່ອນນໍ້າເທີນ ສົ່ງຂາຍໄປໄທຍໝົດ, ກະມີໃຊ້ ເມືອງຍົມມະລາດ ໜ້ອຍນຶ່ງ ປະມານ 20%, ໃຊ້ໃນພື້ນທີ່, ສົ່ງຂາຍ 80%. ເຂົາໃສ່ໂຊລ້າເຊລ, ຄັນໂຕບໍ່ມີນ່າ. ກະມີບ້ານນຶ່ງ ເຫັນເຂົາໄດ້ໂຄງການ ຂອງໂຊລ້າເຊລ, ໂຊລ້າເຊລ ເຂົາມາໃສ່ໃຫ້.

elec2.jpg

ເສົາສາຍສົ່ງ ໄຟຟ້າແຮງສູງ ຂອງຣັຖວິສາຫະກິຈ ໄຟຟ້າລາວ ທີ່ເນັ່ງຜ່ານ ທົ່ງນາຊາວບ້ານ ໃນເຂດນະຄອນຫຼວງວຽງຈັນ, (TS) ເດືອນກໍຣະກະດາ 2022. Credit photos: RFA

ສ່ວນຢູ່ແຂວງອັດຕະປື ທີ່ມີໂຄງການພັທນາ ພະລັງງານໄຟຟ້າ ຫຼາຍນັ້ນ, ເຈົ້າໜ້າທີ່ ຣັຖວິສາຫະກິຈ ໄຟຟ້າລາວ ແຂວງອັດຕະປື ເວົ້າວ່າ ເຖິງແມ່ນຈະສົ່ງຂາຍໄຟຟ້າ ອອກໄປຕ່າງປະເທດ ເປັນສ່ວນໃຫຍ່ ກໍຕາມ, ແຕ່ຊາວບ້ານ ໃນທົ່ວແຂວງ ກໍມີໄຟຟ້າໃຊ້ ຢູ່ໝົດທຸກເຂດ.

ຢູ່ອັດຕະປື ກະຖືວ່າເລັກໜ້ອຍ. ເຂົາກະເຣີ່ມເອົາເຂົ້າ ນໍາຊຸດແລ້ວນີ້ແຫຼະ ຖືວ່າ ຂຍາຍຮອດເບິດໄດ໋. ສະເພາະເມືອງພູວົງ ນີ້, ຖືວ່າ 100 ແລ້ວ ຖືວ່າ 100%, ໃຊ້ໝົດທຸກບ້ານແຫຼະ ເຂົ້າແຕ່ດົນແລ້ວ.

ແຕ່ເຖິງຢ່າງໃດກໍຕາມ, ໂຄງການພັທນາ ພະລັງງານໄຟຟ້າ ຈໍານວນນຶ່ງ ທີ່ຈະກໍ່ສ້າງຂຶ້ນຕື່ມ ໃນລາວ ເພື່ອສົ່ງຂາຍ ໄປຕ່າງປະເທດ ເປັນສໍາຄັນນັ້ນ, ກໍໄດ້ເຣີ່ມ ສົ່ງຜົລກະທົບ ຕໍ່ທີ່ດິນ ຂອງຊາວບ້ານ ເປັນຕົ້ນ ໂຄງການໄຟຟ້າ ພະລັງງານ ແສງຕາເວັນ ໄລຍະທໍາອິດ ທີ່ມີກໍາລັງຕິດຕັ້ງ 1,000 ເມກະວັດ ຢູ່ເມືອງນາໝໍ້ ແລະ ເມືອງໄຊ ແຂວງອຸດົມໄຊ ຂອງບໍຣິສັດ (CGN Energy Technology Laos), ນັກລົງທຶນຈີນ ນັ້ນ, ກໍໄດ້ເຣີ່ມ ກວມເອົາທີ່ດິນ ຂອງຊາວບ້ານ ຢູ່ເມືອງນາໝໍ້ ແລ້ວສ່ວນນຶ່ງ ສໍາລັບໃຊ້ ໃນການກໍ່ສ້າງ ໂຄງການນີ້ ເພື່ອສົ່ງໄຟຟ້າຂາຍ ໃຫ້ປະເທດຈີນ. ດັ່ງຊາວບ້ານ ຢູ່ເມືອງນາໝໍ້ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ທັນວາ ນີ້ວ່າ:

ດຽວນີ້ດິນເອື້ອຍ ກໍຖືກຜົລກະທົບ ຂອງເຂົາອີກ. ແທກປະເມີນ ໄປໝົດແລ້ວ, ເຂົາຊິເຮັດຮູ້ ບໍ່ເຮັດຮູ້. ເປັນດິນປຸກສ້າງ 2 ເຮັກຕ້າຣ໌ ແມ່ນເຂົາຊິເຮັດ ສະຖານີໄຟຟ້າ, ເຂົາສົ່ງເຂົ້າຈີນ. ເຂົາກະມາເວົ້າຂໍ້ມູນ ເຂົາແລ້ວ, ແລ້ວເອື້ອຍລະວ່າ ຄັນວ່າຂາຍ ເປັນດິນປຸກສ້າງນີ້ ຊິໃຫ້.

ປັດຈຸບັນ, ຢູ່ປະເທດລາວ ມີໂຄງການຜລິຕ ພະລັງງານໄຟຟ້າ ຂນາດ 1 ເມກະວັດຂຶ້ນໄປ ທັງໝົດ 98 ແຫ່ງ. ລາວ ນໍາໄຟຟ້າ ຈາກຕ່າງປະເທດ ເຂົ້າມາ ປະຈໍາປີ 2023 ນີ້ ມີ 1,658 ລ້ານກິໂລວັຕໂມງ ຄິດເປັນມູລຄ່າ 110 ລ້ານໂດລ້າຣ໌ ສະຫະຣັຖ, ເປັນການນໍາໄຟຟ້າ ຈາກຕ່າງປະເທດ ເຂົ້າມາ ເພີ່ມຂຶ້ນຈາກປີ 2022 ເຖິງ 90% ຍ້ອນພັຍແຫ້ງແລ້ງ ແລະ ຄວາມຕ້ອງການ ໃຊ້ໄຟຟ້າ ເພີ່ມຂຶ້ນ ທັງໃນເຂດເສຖກິຈພິເສດ, ທີ່ຢູ່ອາສັຍ ແລະ ອື່ນໆ, ອີງຕາມຣາຍງານ ຂອງສູນຂ່າວພະລັງງານ ແລະ ບໍ່ແຮ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.