ນະໂຍບາຍປິດໂຮງເລື່ອຍ ໄມ້

ສິດນີ
2017.04.25
f-logs ໂຮງເລື່ອຍ ໂຮງງານ ເຮັດໂຕະ ເຮັດຕັ່ງ ເຮັດຕຽງ ເຮັດຕູ້ ສາຣະພັດ ດ້ວຍໄມ້ດີ ຣາຄາແພງ ແຂວງ ໄຊຍະບູຣີ
Mek/fb

ທາງການລາວໄດ້ອອກຄຳສັ່ງໃຫ້ປິດ ໂຮງງານປຸງແຕ່ງໄມ້ ແລະ ໂຮງເລື່ອຍໄມ້ ຕາມປ່າຕ່າງໆ ທີ່ຮ່ວມດ້ວຍ ປ່າສງວນ ແລະ ປ່າປົກປ້ອງ ໃນຫລາຍແຂວງ ໃນທົ່ວປະເທດ ເພື່ອປ້ອງກັນ ການລັກລອບ ຕັດໄມ້ ແລະ ເພື່ອປົກປ້ອງ ປ່າໄມ້ ໃນລາວ ທີ່ໃກ້ຈະ ຫມົດໄປແລ້ວ ແຕ່ຕາມຄວາມ ເປັນຈີງນັ້ນ ໄມ້ໃນລາວ ເກືອບຫມົດແລ້ວ ບາງແຫ່ງ ກໍຫມົດແລ້ວ ກຸ່ມຄ້າໄມ້ ຄົນວຽດນາມ ຄົນຈີນ ແລະຄົນໄທ ໄດ້ຂົນໄມ້ ອອກຈາກ ບ່ອນເລື່ອຍໄມ້ ຫລື ໂຮງເລື່ອຍ ຂອງຂະເຈົ້າ ຫນີ ກ່ອນຫນ້າ ການສັ່ງໃຫ້ປິດ ໄປຫມົດ ແລ້ວ ຍັງເຫລືອແຕ່ໄມ້ ທີ່ບໍ່ຕ້ອງການ ແລະ ຣາຄາຖືກປະຖິ້ມໄວ້. ອີງຕາມຄຳເວົ້າ ເຈົ້າຫນ້າທີ່ ທ້ອງຖິ່ນ ທ່ານນຶ່ງ ຜູ້ທີ່ບໍ່ປະສົງ ອອກຊື່ ຕໍ່ເອເຊັຽເສຣີ ວ່າງຫລັງໆມານີ້.

ທີ່ແຂວງສວັນນະເຂດ ທາງການແຂວງໄດ້ສັ່ງໃຫ້ ໂຮງງານປຸງແຕ່ງໄມ້ ຫລື ໂຮງເລື່ອຍໄມ້ ປິດກິຈການກວ່າ 300 ແຫ່ງ ໃນວັນທີ 15 ກຸມພາ ຜ່ານມາ, ໃນນັ້ນ 253 ແຫ່ງກວດພົບວ່າ ບໍ່ມີໃບອະນຸຍາດ ແລະ 166 ແຫ່ງ ບໍ່ມີເອກສານຄົບ ໃນການດຳເນີນ ທຸຣະກິດ ສະແດງວ່າ ລັກເຮັດ ຫລືມີການສົມຮູ້ຮ່ວມຄິດ ກັບ ເຈົ້າຫນ້າທີ່ ທ້ອງຖິ່ນ. ແຕ່ບໍ່ມີ ການຈັບກຸມ ຜູ້ເປັນເຈົ້າຂອງ ຫລືຜູ້ດຳເນີນ ກິຈການ ແຕ່ຢ່າງໃດ ບາງລາຍອາດໂຕນຫນີ ໄປແລ້ວ.

ນອກຈາກນັ້ນ ທີ່ແຂວງສວັນນະເຂດ ຍັງພົບເຫັນ ໂຮງງານປຸງແຕ່ງໄມ້ ຕັ້ງຢູ່ໃນເຂດປ່າສງວນ ແຫ່ງຊາດກວ່າ 70 ໂຮງງານ ສະແດງວ່າ ລັກຕັດເອົາໄມ້ ໃນປ່າສງວນແຫ່ງຊາດ ມາປຸງແຕ່ງ ຫລື ຂາຍໄປປາສຈາກ ການເສັຽພາສີ ໃຫ້ຣັດ ເປັນການຂາຍ ຊັພຍາກອມ ທັມມະຊາດ ຂອງປະຊາຊົນລາວ ເປັນຕົ້ນທີ່ປ່າສງວນ ພູຊາງແຮ່, ປ່າສງວນດົງພູວຽງ, ປ່າສງວນສີບັງນາມ, ດົງຢາທາ, ປ່າສງວນເຊໂດນ, ປ່າສງວນຍອດນ້ຳ ເຊນ້ອຍ-ເຊໃບ ແລະປ່າສງວນ ອົງມັ່ງ ຊື່ງເປັນປ່າທີ່ ເຕັມໄປດ້ວຍຕົ້ນໄມ້ ນາໆຊນິດ  ອາຍຸຫລາຍຮ້ອຍປີ ບາງຕົ້ນ ຖືກກຸ່ມຄ້າໄມ້ ຕັດເອົາໄປຂາຍຫມົດ.

ທ່ານ ສີທົນ ນັນທະລາດ ຫົວຫນ້າຫ້ອງການ ອຸດສາຫະກັມ ແລະການຄ້າ ທີ່ແຂວງສວັນນະເຂດ ເວົ້າວ່າ ຣັຖບານໄດ້ອອກຄຳສັ່ງ ໃຫ້ມີການປິດໂຮງເລື່ອຍໄມ້ ທີ່ຜິດກົດຫມາຍ ທັງຫມົດ ໃນແຂວງ ຄາດວ່າ ການບັງຄັບໃຊ້ ຄຳສັ່ງດັ່ງກ່າວ ຈະບັນລຸ ເປົ້າຫມາຍ ໃນທ້າຍປີ 2017 ນີ້ ແລະວ່າ ຕາມທີ່ເຮົາພົບເຫັນ ຕົ້ນໄມ້ໃນປ່າ ດັ່ງກ່າວ ໄດ້ຫລຸດລົງຢ່າງ ຫລວງຫລາຍ ໃນເວລານີ້, ດັ່ງນັ້ນ ຈຶ່ງມີຄຳສັ່ງໃຫ້ປິດ ໂຮງເລື່ອຍໄມ້ ໃນເຂດຕ່າງ ເພື່ອປົກປ້ອງ ປ່າແລະຊີວີດການເປັນຢູ່ ຂອງປະຊາຊົນ ທ້ອງຖິ່ນ ແຕ່ມັນຊ້າເກີນໄປ.

ທີ່ເມືອງເຊໂປນ ແຂວງສວັນນະເຂດ ແຕ່ກ່ອນມີໂຮງງານ ປຸງແຕ່ງໄມ້ ຢ່າງຫລວງຫລາຍ ໃນປັດຈຸບັນ ປິດກິຈການ ໄປເກືອບຫມົດແລ້ວ ຍ້ອນບໍ່ມີໄມ້ ມາປ້ອນໂຮງງານ, ດັ່ງຊາວບ້ານ ທ່ານນຶ່ງເວົ້າວ່າ: --ສຽງ---

ທ່ານວ່າ ເມືອງເຊໂປນເປັນເມືອງນຶ່ງ ໃນແຂວງສວັນນະເຂດ ທີ່ຕັດໄມ້ສົ່ງໄປວຽດນາມ ມີນັກລົງທຶນວຽດນາມ ເຂົ້າມາຕັ້ງ ໂຮງງານຕັດໄມ້ ໃນເມືອງເຊໂປນ ຫລາຍໂຮງງານ ວຽດນາມ ຂາຍແລະສ້າງລາຍໄດ້ ຈາກຊັພຍາກອນ ທັມມະຊາດ ຂອງລາວ.
ຊາວບ້ານຄົນນີ້ ເວົ້າວ່າ ຫລັງຈາກເຂົາຕັດໄມ້ ເກືອບຫມົດແລ້ວ ເຂົາກໍປິດ ໂຮງງານຫນີໄປ ກ່ອນຈະຖືກ ທາງການ ສັ່ງໃຫ້ປິດ. ໃນປັດຈຸບັນຍັງເຫລືອ ພຽງແຕ່ ໂຮງເລື່ອຍໄມ້ ແຫ່ງດຽວ ສ່ວນຄົນວຽດນາມ ທີ່ເຂົ້າມາຕັດໄມ້ ແລະ ຕັ້ງໂຮງງານໄມ້ ນັ້ນໄດ້ກັບ ເມືອປະເທດເຂົາແລ້ວ ບາງຄົນກໍຫັນໄປເຮັດ ກິຈການອື່ນ ແຕ່ບໍ່ມີການສືບສວນ ແລະຈັບກຸມ ຈາກທາງການລາວ ທ່ານກ່າວ ເພີ້ມວ່າ: ---ສຽງ---

ທີ່ແຂວງຫລວງພຣະບາງ ໃນປັດຈຸບັນ ຍັງເຫລືອໂຮງງານປຸງແຕ່ງໄມ້ ຫລືໂຮງເລື່ອຍໄມ້ ປະມານ 100 ປາຍແຫ່ງ ສ່ວນໃຫຍ່ ຖືກສັ່ງໃຫ້ປີດແລ້ວ ຫລືວ່າ ເຈົ້າຂອງປິດເອງ ຍ້ອນບໍ່ມີໄມ້ ສ່ວນທີ່ຖືກສັ່ງ ໃຫ້ປີດນັ້ນ ຍ້ອນບໍ່ມີ ໃບອະນຸຍາດ ຫລືບໍ່ໄດ້ ມາຕາຖານ ຂອງທາງການ. ແລະຫລາຍແຫ່ງກໍຕັ້ງ ໃກ້ເຂດປ່າສງວນເກີນໄປ ແຕ່ຄວາມເປັນຈິງແລ້ວ ແມ່ນໄມ້ໃນປ່າ ໃນແຂວງຫລວງພຣະບາງ ຫມົດໄປແລ້ວ ຍັງເຫລືອເລັກນ້ອຍ ໃນປ່າສງວນແຫ່ງຊາດ ແລະປ່າປົກປ້ອງ ເຈົ້າຫນ້າທີ່ ທ້ອງຖີ່ນ ທ່ານນຶ່ງ ເວົ້າວ່າ ແຕ່ກ່ອນ ໂຮງງານປຸງແຕ່ງໄມ້ ທີ່ແຂວງຫລວງຣະບາງ ມີຣະຫວ່າງ 100-200 ແຫ່ງ ໃນປັດຈຸບັນ ຖືກສັ່ງໃຫ້ປິດ ຫລາຍໂຮງງານ ແລ້ວ: --ສຽງ ---

ທ່ານວ່າ ຍັງບໍ່ສາມາດປະເມີນໄດ້ວ່າ ຈະມີຈັກໂຮງງານ ຈະຖືກສັ່ງໃຫ້ປິດ ພາຍຫລັງການກວດກາ ສຳເຣັດ ຜ່ານມາ ແຂວງຫລວງພຣະບາງ ໄດ້ສັ່ງໃຫ້ປິດ ໂຮງງານ ໄມ້ແປຮູບແລ້ວ ປມານ ສິບປາຍແຫ່ງ ສ່ວນໃຫຍ່ ຈະບໍ່ມີໃບອະນຸຍາດ ແລະບໍ່ໄດ້ ມາຕຖານ ຫລືຕັ້ງໃກ້ປ່າ ສງວນເກີນໄປ.

ນອກຈາກແຂວງຫລວງພຣະບາງແລ້ວ ກໍມີແຂວງຈຳປາສັກ ທີ່ມີຄຳສັ່ງໃຫ້ປິດ ໂຮງງານ ປຸງແຕ່ງໄມ້ ຫລືບ່ອນ ເລື່ອຍໄມ້ ໃນປ່າປະມານ 82 ແຫ່ງ ຫລັງຈາກ ດຳຣັດນາຍົກ ຣັຖມົນຕຣີ ອອກມາ ສ່ວນໃຫຍ່ ເປັນຂອງນັກລົງທຶນວຽດນາມ ຈີນແລະໄທ ກຸ່ມດັ່ງກ່າວ ເຂົ້າມາລົງທຶນຕັດໄມ້ ໃນລາວ ເພື່ອສົ່ງໄປ ປະເທດຂະເຈົ້າ ໄດ້ຫລາຍປີແລ້ວ ຈົນໄມ້ຈະຫມົດໄປ ບາງແຫ່ງກໍຫມົດ ໄປແລ້ວ.

ທີ່ແຂວງອັດຕະປື ປ່າສງວນດົງອຳພັນ ເປັນປ່າດົງດິບ ມີສັດສາວາສິ່ງຫລາຍຊນິດອາສັຍ ຢູ່ທີ່ນັ້ນ ມີການຕັດໄມ້ ຢ່າງຫລວງຫລາຍ ຈາກນັກລົງທຶນວຽດນາມ ແລະໃນປ່າອື່ນໆ ເພື່ອສົ່ງໄປປ້ອນ ໂຮງງານໄມ້ແປຮູບ ໃນວຽດນາມ ຍ້ອນວ່າແຂວງ ດັ່ງກ່າວ ມີຊາຍແດນ ຕິດກັບວຽດນາມ.

ທີ່ແຂວງບໍຣິຄຳໄຊ ແລະແຂວງຄຳມ່ວນ ກໍມີການສັ່ງ ໃຫ້ປິດໂຮງງານ ໄມ້ແປຮູບ ຫລາຍແຫ່ງ ເຫມືອນກັນ ສ່ວນໃຫຍ່ ເປັນຂອງຄົນ ວຽດນາມແລະຈີນ ແຂວງບໍຣິຄຳໄຊ ເປັນແຂວງ ທີ່ອຸດົມສົມບູນ ໄປດ້ວຍປ່າໄມ້ ແຕ່ໃນທຸກມື້ນີ້ ພູບາງຫນ່ວຍ ກາຍເປັນພູ ຫົວໂລ້ນ ໄປແລ້ວ.

ນອກຈາກນັ້ນ ຍັງມີແຂວງທາງພາກເຫນືອ ຫລາຍແຂວງ ຂອງລາວ ທີ່ກຸ່ມຄ້າໄມ້ທ່ອນ ເຂົ້າໄປຕັ້ງໂຮງງານ ຕັດໄມ້ ເພື່ອສົ່ງໄປ ປະເທດຂະເຈົ້າ ເປັນຕົ້ນ ແຂວງຜົ້ງສາລີ ຫລວງນ້ຳທາ ອຸດົມໄຊ ບໍ່ແກ້ວ ໄຊຍະບູຣິ ແລະຊຽງຂວາງ ແຕ່ບໍ່ມີ ຕົວເລກ ທີ່ແນ່ນອນ ຄາດວ່າ ຫລາຍຮ້ອຍ ໂຮງງານ ແລະຍັງບໍ່ຮູ້ວ່າ ມີຈັກໂຮງງານ ຖືກສັ່ງໃຫ້ປິດ ແລະ ຈັກໂຮງງານ ຍັງດຳເນີນ ກິຈການຢູ່.

ທາງການລາວ ກໍມີພຽງແຕ່ສືບສວນ ໃນບາງກໍຣະນີກໍ ບໍ່ສາມາດ ສັ່ງໃຫ້ປິດໄດ້ ຍ້ອນຜູ້ມີອຳນາດ ມີການພົວພັນ ຈື່ງເຮັດໃຫ້ບັນຫາ ຄ້າໄມ້ທ່ອນໃນລາວ ບໍ່ສິ້ນສຸດ ເປັນຈັກເທື່ອ.

ການຄ້າໄມ້ທ່ອນໃນລາວ ມີມາແຕ່ດົນແລ້ວ ໃນຣະຍະ 40 ປີ ຜ່ານມາ ປ່າໄມ້ໃນລາວ ສູນເສັຽໄປເກືອບຮອດ 70% ຂອງພື້ນທີ່ປ່າໄມ້ ທັງຫມົດ ໃນທົ່ວປະເທດ ຍັງເຫລືອບໍ່ຮອດ 30% ເທົ່ານັ້ນໃນທຸກມື້ນີ້. ສາເຫດຍ້ອນກຸ່ມຄ້າໄມ້ ເຖື່ອນ ທີ່ຜິດກົດຫມາຍ,

ອິງຕາມບົດຣາຍງານ ຂອງ ທະນາຄານໂລກ ໃນປີຊຸ່ມປີ 1940 ລາວ ປົກຫຸ້ມໄປດ້ວຍປ່າໄມ້ ເຖິງ 70% ຂອງເນຶ້ອທີ່ ໃນທົ່ວປະເທດ, ຕໍ່ມາໃນ ປີຊຸ່ມປີ 1960 ປ່າໄມ້ໃນລາວ ໄດ້ຫລຸດລົງ ເຫລຶອພຽງແຕ່ 64%, ຈາກການ ສຳຣວດ ໃນປີຊຸ່ມປີ 1980 ພົບວ່າ ປ່າໄມ້ໃນລາວ ຍັງເຫລຶອພຽງແຕ່ 47% ໃນທົ່ວປະເທດ ແລະ ໃນປັດຈຸບັນນີ້ ຄາດວ່າ ອາດເຫລຶອບໍ່ຮອດ 30% ຍ້ອນການ ລັກຕັດໄມ້ທ່ອນ ຂອງ ກຸ່ມການຄ້າ ແລະການຕັດໄມ້ ເພຶ່ອໃຊ້ຫນີ້ ຂອງຣັຖບານລາວ ຫລື ການຕັດໄມ້ ເພຶ່ອສ້າງລາຍຮັບ ເຂົ້າໃນງົບປະມານ ຂອງຊາດ ໃນແຕ່ລະປີ ເພາະຣັຖບານລາວ ບໍ່ມີລາຍໄດ້ ຈາກທາງອື່ນ ໂດຍສະເພາະ ໃຊ້ຫນີ້ ກອງທັບວຽດນາມ.

ບໍຣິສັດພູດອຍ ໄດ້ດຳເນີນທຸຣະກິດ ການຕັດໄມ້ອອກໄປຂາຍ ໃຫ້ແກ່ ບໍຣິສັດວຽດນາມ ທີ່ເປັນເຈົ້າຂອງ ໂດຍກອງທັບ ວຽດນາມ 1:-ແມ່ນເພຶ່ອໃຊ້ຫນີ້ ແລະ 2:ແມ່ນເພຶ່ອສ້າງລາຍຮັບ ມາໃຊ້ ສຳລັບ ກອງທັບລາວ ເພາະ ຣັຖບານລາວ ບໍ່ມີລາຍໄດ້ ທາງອຶ່ນ ມາລ້ຽງກອງທັບ.

ການຕັດໄມ້ລາຍໃຫຍ່ ຂອງກຸ່ມດັ່ງກ່າວແມ່ນ ໃນຊຸ່ມປີ 1980 ຈົນເຮັດໃຫ້ຫົວພູ ຫລາຍຫນ່ວຍ ໃນລາວກາຍເປັນ ພູຫົວໂລ້ນ ໄປຫມົດ ແຕ່ທາງການລາວ ໃຫ້ເຫດຜົລວ່າ ເປັນສິ່ງຈຳເປັນ ເພາະບໍ່ ມີລາຍໄດ້ ແລະການຊ່ອຍເຫລຶອ ຈາກທາງອຶ່ນ.

ຕໍ່ມາໃນຊຸ່ມປີ 1990 ການຕັດໄມ້ແລະທຳລາຍປ່າ ໃນລາວ ກໍໄດ້ຂຍາຍວົງກວ້າງ ອອກໄປ ໂດຍຣັຖບານໄດ້ ອະນຸມັດ ໂຄຕາ ການຕັດໄມ້ ໃຫ້ແຕ່ລະແຂວງ ເພຶ່ອສ້າງລາຍຮັບໃຫ້ ກັບແຂວງ ໃນການພັທນາ ເພາະແຂວງ ຂາດລາຍໄດ້. ການອະນຸມັດ ໂຄຕາ ການຕັດໄມ້ ດ່ັງກ່າວຖືກລະເມີດ ເພາະຫລາຍແຂວງ ຕັດເກີນໂຄຕາ ທີ່ອະນຸມັດໃຫ້ ຍ້ອນຂາດ ການກວດກາ ແລະປາບປາມ ບໍ່ເຂັ້ມງວດ.

ແຂວງທີ່ມີການລັກຕັດໄມ້ ຫລາຍກວ່າຫມູ່ ກໍແມ່ນແຂວງສາຣະວັນ ອັດຕະປື ແລະເຊກອງ ສ່ວນໃຫຍ່ຈາກນາຍທຶນ ມາຍົ້ວະຍົງ ໃຫ້ຕັດ ດ້ວຍການໃຫ້ຣາຄາສູງ ແກ່ຊາວບ້ານ ຫລືບໍຣິສັດໄມ້ທ່ອນ ຈາກວຽດນາມ ມາຕັດເອງ ເພຶ່ອສົ່ງໄປປ້ອນ ໂຮງງານໄມ້ ແປຮູບ ໃນວຽດນາມ.

ນອກຈາກແຂວງທາງພາກໃຕ້ແລ້ວ ພາກກາງ ແລະພາກເຫນືອ ກໍມີການລັກຕັດ ໄມ້ຫລາຍ ເຫມືອນກັນ, ທີ່ແຂວງຜົ້ງສາລີ ອຸດົມໄຊ ຫລວງນ້ຳທາ ແລະ ຫລວງພະບາງ. ນັກລົງທຶນ ສ່ວນໃຫຍ່ ແມ່ນຈີນ ວຽດນາມ ແລະໄທ ຍ້ອນຣະບົບ ໂຄຕາ ຂອງຣັຖບານລາວ ທີ່ກຳນົດໃຫ້ໃນແຕ່ລະແຂວງ ຕັດເພຶ່ອສ້າງລາຍໄດ້ ມາພັທນາແຂວງໃຜມັນ. ກຸ່ມດັ່ງກ່າວ ສ່ວນຫລາຍ ຈະຕັດເກີນໂຄຕາ ແລະ ຕັດຊະຊາຍ ຕັດໄປຮອດ ປ່າສງວນແລະ ປ່າປົກປອ້ງ ຂອງ ຣັຖບານ.

ການຕັດໄມ້ອີກວິທີນຶ່ງ ຂອງນັກລົງທຶນ ແບບຖືກຕ້ອງຕາມກົດຫມາຍ ໃນລາວ ກໍແມ່ນການ ຂໍສຳປະທານເນຶ້ອທີ່ ສຳລັບ ປູກຢາງພາລາ ຂອງບໍຣິສັດ ຕ່າງຊາດ ໂດຍສະເພາະ ບໍຣິສັດວຽດນາມ ຈີນແລະອຶ່ນໆ ບໍຣິສັດວຽດນາມ ກໍແມ່ນ ບໍຣິສັດ ຫົງອານ ຫຍ່າລາຍ ແລະ ບໍຣິສັດ ຢາງພາລາ ຂອງຣັຖບານ ວຽດນາມ.

ກຸ່ມບໍຣິສັດດັ່ງກ່າວ ໄດ້ເຂົ້າມາຂໍສຳປະທານ ທີ່ດິິນໃນລາວຫລາຍ ແສນເຮັກຕາ ເພຶ່ອປູກ ຢາງພາລາ ແຕ່ກອ່ນ ຈະປູກຢາງພາລາ ນັ້ນຕ້ອງໄດ້ ສະສາງພື້ນທີ່ ດ້ວຍການຕັດໄມ້ ໃນເນຶ້ອທີ່ ອອກໄປຂາຍກ່ອນ. ບາງແຫ່ງ ກໍປູຸກ ຢາງພາລາແທນ ແລະບາງ ແຫ່ງ ກໍປະດິນຖິ້ມໂດຍ ໃຫ້ ເຫດຜົລວ່າ ດິນບໍ່ດີ ບໍ່ເຫມາະສົມ ກັບການປູກ ຢາງພາລາ ແຕ່ໄດ້ຂາຍໄມ້ໄປແລ້ວ ບໍຣິສັດຈີນ ກໍເຫມືອນກັນ ສ່ວນໃຫຍ່ ຈະຢູ່ທາງພາກເຫນືອ ບໍຣິສັດ ວຽດນາມ ຈະຢູ່ທາງພາກກາງ ແລະພາກໃຕ້ ແບ່ງກັນກິນ. ຣັຖບານລາວ ກໍບໍ່ສາມາດ ເຮັດຫຍັງໄດ້ ເພາະຖືວ່າ ເປັນເຂດ ສຳປະທານ ເປັນກຳມະສິດ ຂອງພວກຂະເຈົ້າ ເຂົາຢາກ ເຮັດແນວໃດ ກໍໄດ້.

ບໍຣິສັດທີ່ຕັດໄມ້ລາຍ ໃຫຍ່ໃນລາວ ແມ່ນບໍຣິສັດ ພອນສັກ ບໍຣິສັດ NICEWOOD ແລະບໍຣິສັດ COECCO ທີ່ເປັນເຈົ້າຂອງ ໂດຍກອງທັບວຽດນາມ. ໄມ້ຈາກລາວ ສວ່ນໃຫຍ່ ສົ່ງໄປປ້ອນ ໂຮງງານ ໄມ້ແປຮູບ ໃນວຽດນາມ ການຕັດໄມ້ ເພຶ່ອໃຊ້ຫນີ້ ການລັກຕັດໄມ້ເຖຶ່ອນ ຂອງກຸ່ມນັກລົງທຶນ ການຕັດໄມ້ ເພຶ່ອສ້າງລາຍຮັບ ໃຫ້ແກ່ງົບປະມານ ຂອງຊາດ ການອະນຸມັດ ໂຄຕາ ຂອງຣັຖບານ ການສຳປະທານ ທີ່ດິນເພຶ່ອປູກ ຢາງພາລາ ການສຳຣວດ ແລະຂຸດຄົ້ນແຮ່ທາດ ແລະໂຄງການ ສ້າງເຂຶ່ອນຕ່າງໆ ແມ່ນການທຳລາຍ ປ່າໄມ້ໃນລາວ ເຮັດໃຫ້ພື້ນທີ່ ປ່າໄມ້ໃນລາວ ຫລຸດລົງເຫລືອພຽງ ບໍ່ຮອດ 30% ຂອງພື້ນທີ່ປ່າໄມ້ ທັງຫມົດໃນລາວ ໃນລະຍະ 40 ປີ ທີ່ຜ່ານມາ ພາຍໃຕ້ການ ປົກຄອງ ຂອງພັກ ຄອມມຸນິດລາວ.

ຊັພຍາກອນປ່າໄມ້ ສ້າງລາຍໄດ້ໃຫ້ແກ່ ງົບປະມານ ສປປລາວ ໃນແຕ່ລະປີ ປະມານ 3.4% ຂອງຍອດຜົລຜລິດຮ່ວມ ເຮັດໃຫ້ ການເຕີບໂຕ ທາງດ້ານ ເສຖກິດ ໃນລາວ 8% ດັ່ງນັ້ນ ເມື່ອປ່າໄມ້ ຖືກທຳລາຍ ຫລື ຖືກລັກຕັດ ຈາກກຸ່ມຄ້າໄມ້ເຖື່ອນ ປາສຈາກ ການເສັຽພາສີ ໃຫ້ແກ່ຣັຖບານ ເປັນການທຳລາຍລາຍໄດ້ ຂອງປະເທດຊາດ.

ມາຕການສັ່ງຫ້າມຕັດໄມ້ ແລະປິດໂຮງງານປຸງແຕ່ງໄມ້ ຂອງຣັຖບານລາວ ເປັນນະໂຍບາຍທີ່ດີ ແຕ່ມັນຊ້າເກີນໄປແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.