ຂ.ສາລະວັນ ປິດໂຮງງານ ປຸງແຕ່ງໄມ້
ທາງການ ແຂວງສາລະວັນ ສັ່ງປິດ ໂຮງງານ ປຸງແຕ່ງໄມ້ ໂຮງຊ່າງໄມ້ 119 ແຫ່ງ.
-
ມະນີຈັນ
2018-04-13 -
-
-
Your browser doesn’t support HTML5 audio
ອໍານາດການປົກຄອງແຂວງສາລະວັນ ກວດກາແລະສັ່ງໃຫ້ປິດໂຮງງານ ປຸງແຕ່ງໄມ້ ແລະໂຮງຊ່າງຫັຖກັມໄມ້ ທີ່ບໍ່ສອດຄ່ອງຕໍ່ຣະບຽບ ກົດໝາຍ 119 ແຫ່ງ ໃນຈຳນວນທັງໝົດ 158 ແຫ່ງ.
ທ່ານ ຄໍາຜ່ານ ສີລາວີ ຮັກສາການຫົວໜ້າຜແນກອຸດສາຫະກັມແລະການຄ້າ ແຂວງສາລະວັນ ກ່າວຕໍ່ຂ່າວສານປະເທດລາວ ເມື່ອອາທິດ ຜ່ານມາວ່າ; ພາຍຫຼັງໄດ້ຮັບຄໍາສັ່ງ ຂອງນາຍົກຣັຖມົນຕຣີ ເລກທີ 15 ລົງວັນທີ 13 ພຶສພາ 2016 ວ່າດ້ວຍການກວດ ກາເຂັ້ມງວດໃນ ການຄຸ້ມຄອງ, ການຂຸດຄົ້ນ, ການເຄື່ອນຍ້າຍໄມ້ ແລະທຸຣະກິດໄມ້; ເຈົ້າແຂວງສາລະວັນ ກໍໄດ້ແຕ່ງຕັ້ງ ຄນະສະເພາະກິດ ຂັ້ນແຂວງ ລົງກວດກາໂຮງງານ ແລະການເຄື່ອນໄຫວ ຂອງໂຮງງານໄມ້ ໃນທົ່ວແຂວງ ແລະສາມາດຍຶດຣົດລັກລອບ ແກ່ໄມ້ໄດ້ 7 ຄັນ, ຈັກຕັດໄມ້ 674 ເຄື່ອງ, ກັກຕົວຜູ້ກະທໍາຜິດ 7 ຄົນ. ໃນນັ້ນເປັນຄົນລາວ 4 ຄົນ, ຊາວວຽດນາມ 2 ຄົນ ແລະຊາວຈີນ 1 ຄົນ, ຍຶດໄມ້ໄດ້ 1.200 ແມັດກ້ອນ ມູນຄ່າ 118 ລ້ານກີບ.
ນອກຈາກ ຢູ່ແຂວງສາລະວັນແລ້ວ ເມື່ອບໍ່ດົນມານີ້ ທາງການແຂວງຫົວພັນ ກໍດຳເນີນຄະດີ ໂຮງງານເຟີນີເຈີ ທີ່ບໍ່ໄດ້ຮັບອະນຸຍາດ, ດັ່ງ ເຈົ້າໜ້າທີ່ ແຂວງຫົວພັນ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 30 ມີນາ ຜ່ານມາວ່າ:
“ຂຸດຄົ້ນໄມ້ແບບບໍ່ຖືກກົດໝາຍ ການເຄື່ອນຍ້າຍໄມ້ອີຫຍັງຕ່າງໆ ຫັ້ນແຫຼະເນາະ ອີງໃສ່ເລກທີ 15; 2,500 ແມັດກ້ອນນີ້ ກໍ່ໄດ້ຣາຍງານ ໃຫ້ທາງການນຳແຂວງແລ້ວ ກໍ່ເກັບຮັກສາໄວ້ ແລ້ວຫຼັງຈາກແກ້ໄຂ ປັບໃໝອິຫຍັງຕ່າງໆ ຄົບຕາມຣະບຽບການ ແລ້ວກໍ ຂຶ້ນກັບທິດຊີ້ນຳ ຂອງແຂວງເນາະວ່າ ຈະປະມູນຂາຍບໍ່ ຫຼືເພິ່ນຊິໃຫ້ເກັບຮັກສາໄວ້ ໃຫ້ບັນດາອົງການຕ່າງໆ.”
ທ່ານອະທິບາຍວ່າ ແຂວງຫົວພັນ ມີໂຮງງານໄມ້ເກືອບ 60 ແຫ່ງໃນຈຳນວນນີ້ ເປັນໂຮງງານຂນາດນ້ອຍ 48 ແຫ່ງແລະຂນາດໃຫຍ່ 12 ແຫ່ງ; ແຕ່ຫຼັງຈາກມີຄຳສັ່ງເລກທີ 15. ທາງການແຂວງ ກໍລົງກວດກາໂຮງງານໄມ້ ທີ່ບໍ່ຖືກຕ້ອງ ແລະສັ່ງປິດໂຮງງານ ຂນາດໃຫຍ່ທັງໝົດ 12 ແຫ່ງແລ້ວ.
ໃນຂນະດຽວກັນ ກໍໄດ້ກວດຍຶດແລະສັ່ງປິດໂຮງງານໄມ້ ຂນາດນ້ອຍ, ໂຮງຊອຍ, ໂຮງເລື່ອຍ ແລະໂຮງງານເຟີນີເຈີ້ ທີ່ບໍ່ໄດ້ຮັບ ອະນຸຍາດ 32 ແຫ່ງ.