ຣັຖຂາດງົບປະມານ ພັທນາ ຊົນນະບົດ
2017.04.28
ໃນປັດຈຸບັນ ການພັທນາຊົນນະບົດ ເພື່ອຫລຸດຜ່ອນຄວາມທຸກຍາກ ຕາມແຂວງຕ່າງໆໃນລາວ ບໍ່ມີຄວາມຄືບຫນ້າ ເທົ່າທີ່ຄວນ ຍ້ອນວ່າ ຣັຖບານ ຂາດງົບປະມານ ໃນການດຳເນີນງານ ຍົກຕົວຢ່າງການດຳເນີນ ໂຄງການສ້າງລະບົບນ້ຳລີນ ໃຫ້ປະຊາຊົນ ໄດ້ໃຊ້ ນ້ຳສະອາດ, ໂຄງການຕັດເສັ້ນທາງ ເຂົ້າບ້ານ, ໂຄງການສ້ອມແປງ ໂຮງຮຽນ ແລະ ຫລາຍໆໂຄງການ ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ ເທົ່າເຖີງ ປັດຈຸບັນ ຍັງບໍ່ທັນ ສຳເຣັດ ໄດ້ທັງຫມົດ. ດັ່ງເຈົ້າຫນ້າທີ່ ຫ້ອງການ ຫລຸດຜ່ອນ ຄວາມທຸກຍາກ ຈາກແຂວງອຸດົມໄຊ ທ່ານນື່ງເວົ້າວ່າ:
"ຄິດວ່າໃຫ້ພຽງພໍນີ້ ຍັງບໍ່ທັນພຽງພໍເທື່ອ ເພາະວ່າງົບປະມານ ຄວາມຕ້ອງການ ຂອງຊຸມຊົນນີ້ຍັງຫຼາຍຢ່າງ ນອກຈາກພື້ນຖານໂຄງຮ່າງ ຂະເຈົ້າຍັງຕ້ອງການ ລາຍຮັບ ຄອບຄົວ ຕ່າງໆເນາະ ແບບວ່າສົ່ງເສີມ ຣາຍຮັບ ຄອບຄົວ".
ທ່ານວ່າ ໂຄງການຫລຸດຜ່ອນຄວາມທຸກຍາກ ຢູ່ແຂວງອຸດົມໄຊ ໃນປີຜ່ານມາ ມີທັງຫມົດ 28 ໂຄງການ ແລະສຳເຣັດໄດ້ ພຽງແຕ່ 80 ສ່ວນຮ້ອຍ ບາງໂຄງການ ໄດ້ຮັບການ ຊ່ອຍເຫລືອ ຈາກອົງກອນ ສາກົນ ແລະບາງໂຄງການ ໄດ້ຮັບການ ຊ່ອຍເຫລືອ ຈາກຣັຖບານ ຊຶ່ງສ່ວນຫລາຍແລ້ວ ບໍ່ພຽງພໍກັບ ຄວາມຕ້ອງການ.
ໃນບັນຫາ ດັ່ງກ່າວ ເຈົ້າຫນ້າທີ່ຫລຸດຜ່ອນຄວາມທຸກຍາກ ອີກທ່ານນຶ່ງ ທີ່ແຂວງສາຣະວັນ ເວົ້າວ່າ ທີ່ແຂວງສາຣະວັນ ກໍຂາດງົບປະມານ ໃນການດຳເນີນ ວຽກງານ ເຫມືອນກັນ:
"ຕົວງົບປະມານນີ້ ຄັນວ່າເຣື້ອງພໍ ມັນກໍບໍ່ພໍເນາະ ເພາະວ່າເພີ່ນກໍອີງຕາມເພີ່ນໄລ່ມາ ເພີ່ນອີງໃສ່ ເພດານຕາມຈຳນວນ ຄົນເນາະໄລ່ຕາມ ປະຊາກອນ ວ່າຊັ້ນສາ ຜູ້ໃຫ້ທືນ ເພີ່ນອີງໃສ່ ຈຳນວນ ປະຊາກອນ ເນາະ".
ການຫລຸດຜ່ອນຄວາມທຸກຍາກ ໃນລາວ ຍັງປະສົບກັບບັນຫາ ທ້າທາຍ ຫລາຍຢ່າງ ເພື່ອໃຫ້ບັນລຸ ເປົ້າຫມາຍ ດັ່ງກ່າວ ຣັຖບານ ລາວ ຕ້ອງໄດ້ອາສັຍ ເງີນກູ້ຈາກ ຕ່າງປະເທດ ໃນແຕ່ລະປີ.