ອຸບັດຕິເຫຕໃນວັນສລອງ ປີໃໝ່ ສາກົນ

ພູວົງສ໌
2019.01.02
ອຸບັດຕິເຫດ ຕາມທ້ອງຖນົນຫຼວງ ໃນແຕ່ລະປີ ທີ່ສ້າງຄວາມເສັຽຫາຍ ທັງຊັບສິນ ແລະ ຊີວິດ
RFA/LX

ໃນໄລຍະສລອງບຸນປີໃໝ່ ສາກົນ 2019 ນີ້, ນັບຕັ້ງແຕ່ ວັນທີ 29 ທັນວາ 2018 ຮອດວັນທີ 1 ມົກກະຣາ ນີ້, ຕາມທ້ອງຖນົນຢູ່ຫຼາຍ ແຂວງ ຍັງເກີດອຸບັດຕິເຫຕຢູ່ ຍ້ອນຍັງມີຜູ້ໃຊ້ຣົດໃຊ້ຖນົນ ຈຳນວນຫຼາຍ ທີ່ຝ່າຝືນກົດຣະບຽບຈະຣາຈອນ, ໂດຍສະເພາະ ການຂັບຂີ່ຍານ ພາຫະນະ ໃນເວລາມຶນເມົາ ສົ່ງຜົລໃຫ້ເກີດອຸບັດຕິເຫຕ ມີທັງຄົນເຈັບ ແລະ ເສັຽຊີວິຕ ຄືດັ່ງປີຜ່ານໆມາ, ແຕ່ກໍຍັງບໍ່ ສາມາດສລຸບໂຕເລຂ ຢ່າງເປັນທາງການໄດ້ເທື່ອ ເປັນຕົ້ນຢູ່ແຂວງຈຳປາສັກ ກໍຍັງເກີດອຸບັດຕິເຫຕຫຼາຍຢູ່. ດັ່ງເຈົ້າໜ້າທີ່ ອາສາກູ້ພັຍແຂວງຈຳປາສັກ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 1 ມົກກະຣາ ນີ້ວ່າ:

“ຈຳປາສັກຫຼາຍຢູ່ ບໍ່ທັນໄດ້ກວດເບິ່ງ. ອຸບັດຕິເຫຕສ່ວນຫຼາຍ ກະດື່ມເຫຼົ້າດື່ມເບັຽ ຂອງໝວດເຮົາບໍ່ໄດ້ເອົາໄວ້ໃນຫ້ອງ ຂໍ້ມູນນີ້ເຮົາເກັບ ກໍາໄວ້."

ໃນຂນະດຽວກັນ, ໃນໄລຍະສລອງບຸນປີໃໝ່ສາກົນ ຢູ່ແຂວງຄຳມ່ວນ ກໍມີຄົນເມົາແລ້ວຂັບຂີ່ຣົດຫຼາຍ ເຮັດໃຫ້ເກີດອຸບັດຕິເຫຕຕາມທ້ອງຖນົນ ຫຼາຍກໍຣະນີ. ເວົ້າສະເພາະຄືນ ວັນທີ 31 ທັນວາ ຫາ ເຊົ້າວັນທີ 1 ມົກກະຣາ ກໍເກີດອຸບັດຕິເຫຕ 10 ປາຍກໍຣະນີ, ແຕ່ບໍ່ມີຣາຍງານ ຜູ້ເສັຽຊີວິຕ. ດັ່ງເຈົ້າໜ້າທີ່ອາສາກູ້ພັຍແຂວງຄຳມ່ວນ ໄດ້ກ່າວໃນມື້ດຽວກັນວ່າ:

“ແມ່ນແຫຼະເມົາແລ້ວຂັບ. ຫຼາຍມື້ຄືນນີ້ ຊ້ອນກັນເປັນ 10 ກວ່າເຫຕນີ້ແຫຼະ. ຄົນຕາຍລະບໍ່ມີ, ມີແຕ່ອາການສາຫັດມີ."

ສ່ວນຢູ່ແຂວງອື່ນໆ ກໍຍັງມີອຸບັດຕິເຫຕ ເກີດຂຶ້ນເຊັ່ນກັນ ເປັນຕົ້ນຢູ່ນະຄອນຫຼວງວຽງຈັນ ເມື່ອຄືນວັນທີ 31 ທັນວາ ກໍເກີດອຸບັດຕິເຫຕ ຣົດໃຫຍ່ປີ້ນ ທີ່ເຂດບ້ານສາລາຄຳ, ເມືອງຫາດຊາຍຟອງ ເຮັດໃຫ້ມີຄົນ ບາດເຈັບ 3 ຄົນ. ກ່ອນໜ້ານີ້, ຄືນວັນທີ 30 ທັນວາ ກໍເກີດ ເຫຕຣົດເກັ໋ງຕຳກັນ ຢູ່ໂຄ້ງບ້ານດົງບັງ ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ເຮັດໃຫ້ມີຄົນບາດເຈັບ 5 ຄົນ.

ຢ່າງໃດກໍດີ, ຈຳນວນອຸບັດຕິເຫຕທັງໝົດ ໃນໄລຍະການສລອງບຸນປີໃໝ່ ສາກົນ 2019 ຄາດວ່າເຈົ້າໜ້າທີ່ ກົມຕຳຣວຈ ຈະຣາຈອນ ຈະຣາຍງານໂຕເລຂ ຜູ້ເສັຽຊີວິຕ ແລະ ບາດເຈັບໃນໄວໆນີ້.

ອີງຕາມການຣາຍງານຂອງເຈົ້າໜ້າທີ່ຕຳຣວຈ ຈະຣາຈອນເມື່ອປີກາຍນີ້ ການສລອງບຸນປີໃໝ່ ສາກົນ 2018 ມີອຸບັດຕິເຫຕ ໃນທົ່ວປະເທສ 179 ຄັ້ງ ເຮັດໃຫ້ມີຜູ້ເສັຽຊີວິຄ 29 ຄົນ ແລະ ບາດເຈັບ 280 ຄົນ, ເຊິ່ງສ່ວນໃຫຍ່ແມ່ນເກີດມາຈາກການດື່ມສິ່ງມຶນເມົາ ແລ້ວຂັບຣົດ ແລະ ບໍ່ປະຕິບດກົດຣະບຽບ ຈະຣາຈອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.